ຈຸດພົ້ນເດັ່ນໃນການປະຕິບັດຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ຢູ່ຫວຽດນາມ

16:42 | 06/03/2020

ຍສໝ - ຈຸດພົ້ນເດັ່ນໃນການປະຕິບັດ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍຢູ່ຫວຽດນາມ ແມ່ນການສ້າງກອບກົດໝາຍ, ນະໂຍບາຍວ່າດ້ວຍ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍໃຫ້ສົມບູນແບບ.


ຈຸດພົ້ນເດັ່ນໃນການປະຕິບັດຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ຢູ່ຫວຽດນາມ

ພາບປະກອບ

ຫວຽດນາມ ໄດ້ປະກາດໃຊ້ຍຸດທະສາດແຫ່ງຊາດກ່ຽວກັບ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ໄລຍະ 2011 – 2020 ດ້ວຍຄາດໝາຍຍົກສູງຄວາມຮັບຮູ້, ຮັດແຄບຄວາມແຕກໂຕນລະຫວ່າງເພດຍິງ - ຊາຍ ແລະ ຍົກສູງທີ່ຕັ້ງບົດບາດຂອງແມ່ຍິງ, ຕັ້ງຫນ້າປະຕິບັດບັນດາຂໍ້ລິເລີ່ມສາກົນ ແລະ ພາກພື້ນ ເພື່ອແນໃສ່ຊຸກຍູ້ການປົກປ້ອງສິດຂອງແມ່ຍິງ ແລະ ຕ້ານການຈຳແນກການປະພຶດຕໍ່ສຳລັບແມ່ຍິງ. ຄວາມຈິງ ແມ່ຍິງ ຫວຽດນາມ ກວມເອົາກວ່າ 50% ຈຳນວນພົນລະເມືອງ ແລະ ເກືອບ 50% ຈຳນວນກຳລັງແຮງງານຂອງສັງຄົມ ພວມນັບມື້ນັບເຂົ້າຮ່ວມເລິກໃນທຸກການເຄື່ອນໄຫວຂອງປະຊາຄົມ.

ອັດຕາສ່ວນແມ່ຍິງເຂົ້າຮ່ວມສະພາແຫ່ງຊາດຫວຽດນາມ ຊຸດທີ 14 (ອາຍຸການ 2016 – 2021) ບັນລຸ 26,8%, ນຳຫວຽດນາມ ນອນໃນກຸ່ມປະເທດມີອັດຕາແມ່ຍິງເປັນສະມາຊິກສະພາແຫ່ງຊາດຢູ່ໃນລະດັບສູງຂອງພາກພື້ນ ແລະ ໂລກ. ປະຈຸບັນ ແມ່ຍິງ ດຳລົງຫລາຍຕຳແຫນ່ງເປັນການນຳຫລັກແຫລ່ງຂອງປະເທດຊາດຄື: ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ຮອງປະທານປະເທດ, ລັດຖະມົນຕີ, ຮອງລັດຖະມົນຕີ.

ເປົ້າໝາຍ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ແລະ ຍົກສູງທີ່ຕັ້ງບົດບາດໃຫ້ແກ່ແມ່ຍິງ ແມ່ນຫນຶ່ງໃນ 3 ເປົ້າໝາຍສະຫັດສະວັດ (MDG 2013) ຊື່ງຫວຽດນາມປະຕິບັດສຳເລັດກ່ອນການກຳນົດເວລາເມື່ອປີ 2015 ນຳຫວຽດນາມ ກາຍເປັນຫນຶ່ງໃນບັນດາປະເທດລົບລ້າງຄວາມແຕກໂຕນລະຫວ່າງເພດຊາຍ - ຍິງ ຢ່າງວ່ອງໄວກວ່າໝູ່ໃນຮອບເວລາ 20 ປີຜ່ານມາ. ປະຈຸບັນ ອັດຕາແມ່ຍິງຫວຽດນາມ ຮູ້ຫນັງສື ແມ່ນ 92%, ເດັກຍິງ ປະມານ 80% ຢູ່ ເຂດຫ່າງໄກສອກຫລີກ, ເຂດຊົນເຜົ່າສ່ວນຫນ້ອຍ ໄດ້ໄປໂຮງຮຽນຖືກກັບເກນອາຍຸ. ອັດຕານັກສຶກສາຍິງກວມເອົາກວ່າ 50%, ອັດຕາແມ່ຍິງຈົບປະລິຍາໂທແມ່ນກວມເອົາກວ່າ 30% ແລະ ປະລິຍາເອກ ແມ່ນ 17,1%.

ບັນດາຂະແຫນງການກ່ຽວຂ້ອງຂອງຫວຽດນາມ ພວມສ້າງ, ຍື່ນສະເຫນີຕໍ່ທ່ານນາຍົກລັດຖະມົນຕີ ປະກາດໃຊ້ຍຸດທະສາດແຫ່ງຊາດກ່ຽວກັບ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ໄລຍະ 2021 – 2030 ບົນພື້ນຖານຮັບປະກັນໃຫ້ສອດຄອ່ງກັບກົດໝາຍວ່າດ້ວຍ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ແລະ ປະຕິບັດບັນດາເປົ້າໝາຍສະຫັດສະວັດແບບຍືນຍົງຂອງ ສປຊ, ສົນທິສັນຍາ CEDAW ແລະ ບັນດາຄຳໝັ້ນສັນຍາສາກົນກ່ຽວຂ້ອງອື່ນໃຫ້ມີປະສິດທິຜົນ. ຫວຽດນາມ ກໍ່ໄດ້ນຳເອົາບັນຫາ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ແລະ ມອບສິດໃຫ້ແມ່ຍິງເຂົ້າໃນທຸກໂຄງການພັດທະນາເສດຖະກິດ ສັງຄົມ ເປັນພື້ນຖານທີ່ຈຳເປັນເພື່ອຫວຽດນາມ ສັນຕິພາບ, ວັດທະນາຖາວອນ, ພັດທະນາຮອບດ້ານ ແລະ ຍືນຍົງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.