ຍສໝ - ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ໃນໄລຍະຜ່ານມາ, ການພົວພັນລະຫວ່າງຫວຽດນາມ-ອີຢູ ພັດທະນາຢ່າງດີງາມ. ການນຳຂັ້ນສູງຂອງສອງຝ່າຍ ຍາມໃດກໍເອົາໃຈໃສ່ຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ອີຢູ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ.
ຍສໝ - ທີ່ກອງປະຊຸມ, ບັນດາອົງການ, ກົມກອງໄດ້ລາຍງານກ່ຽວກັບວຽກງານກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ; ວຽກງານສ້າງແຜນການກຽມພ້ອມສູ້ຮົບ; ຈັດຕັ້ງການປະສານງານ ແລະມອບໝາຍໜ້າທີ່ລະອຽດໃຫ້ແກ່ບັນດາກຳລັງທີ່ເຂົ້າຮ່ວມຮັບໃຊ້ ແລະປ້ອງກັນຢູ່ຕາມສະຖານທີ່ດໍາເນີນການເຄື່ອນໄຫວພົບປະແລກປ່ຽນ; ...
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳບາງກອກແລ້ວ, ວັນທີ 14 ພະຈິກນີ້, ກະຊວງພາຍໃນຂອງໄທໄດ້ປະກາດຖະແຫຼງການໃໝ່ 2 ສະບັບກ່ຽວກັບການມອບສິດພິເສດໃຫ້ຄົນງານເຂົ້າເມືອງຈາກ 4 ປະເທດຄື: ມຽນມາ, ລາວ, ກຳປູເຈຍ ແລະ ຫວຽດນາມ ສາມາດຕໍ່ອາຍຸການພັກເຊົາ ແລະ ສືບຕໍ່ເຮັດວຽກຢ່າງຖືກຕ້ອງຕາມກົດໝາຍຢູ່ປະເທດໄທ.
ຍສໝ - ກໍາລັງຫວຽດນາມ ໄດ້ຈັດສົ່ງແພດໝໍຈາກໂຮງໝໍສະໜາມຂັ້ນ 1 ຂຶ້ນກັບກອງຊ່າງແສງ ພ້ອມດ້ວຍພະນັກງານແພດຈາກກົມກອງ ເນປານ ເຂົ້າຮ່ວມໂຄງການ. ສິ່ງທີ່ເປັນໜ້າເອົາໃຈໃສ່ ນັ້ນແມ່ນມີທ່ານໝໍຄົນໜຶ່ງມາຈາກກອງພັນທະຫານບົກ ປາກິດສະຖານ ໄດ້ສະໝັກເຂົ້າຮ່ວມການໜູນຊ່ວຍພາຍຫຼັງທີ່ໄດ້ຮັບຂ່າວກ່ຽວກັບໂຄງການທີ່ມີຄວາມໝາຍນີ້ຂອງກົມກອງຫວຽດນາມ ແລະ ເນປານ.
ຍສໝ - ທ່ານພົນຕີ ເລດຶກຖາຍ ໃຫ້ຮູ້ວ່າ ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ແມ່ນເຫດການການເມືອງທີ່ສຳຄັນ, ມີຄວາມໝາຍດ້ານມະນຸດສະທໍາຢ່າງເລິກເຊິ່ງ; ເຮັດໃຫ້ການພົວພັນລະຫວ່າງກອງທັບ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນສາມປະເທດເພີ່ມທະວີຂຶ້ນ.
ຍສໝ - ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຢັ້ງຢືນເຖິງຄວາມສໍາຄັນຂອງຫັນການຄ້າເປັນເສລີ. ຫົວໜ້າຄະນະຜູ້ແທນຫວຽດນາມ ໄດ້ໃຫ້ສະເໜີ APEC ຄວນເອົາໃຈໃສ່ຍົກສູງກຳລັງຄວາມສາມາດ, ຄວາມສາມາດເປັນເຈົ້າຕົນເອງ, ມີຫົວຄິດປະດິດສ້າງ ແລະໝູນໃຊ້ວິທະຍາສາດ-ເຕັກໂນໂລຢີ, ພ້ອມທັງກໍ່ສ້າງພື້ນຖານໂຄງລ່າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ບັນດາຮູບແບບການຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວ.
ຍສໝ - ຕາງໜ້າໃຫ້ນັກຮຽນເກືອບ 1.000 ຄົນ, ນ້ອງ ຟ້າມເຈືອງທ້ຽນເອິນ ໄດ້ກ່າວຄໍາຂອບໃຈ ແລະສົ່ງຄໍາອວຍພອນອັນປະເສີດມາຍັງຄູອາຈານ; ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ຄຸນງານຄວາມດີອັນໃຫຍ່ຫຼວງຂອງຄູອາຈານໃນການເບິ່ງແຍງດູແລ, ສຶກສາອົບຮົມໃຫ້ພວກນ້ອງນັກຮຽນ ນັບມື້ນັບເຕີບໃຫຍ່.
ຍສໝ - ຮັບຮູ້ບົດບາດ ແລະ ທີ່ຕັ້ງສຳຄັນຂອງສົນທິສັນຍາຕ້ານການທໍລະມານ ແລະ ບັນດາຮູບການປະຕິບັດ ຫຼື ການລົງໂທດທີ່ໂຫດຮ້າຍ, ໄຮ້ມະນຸດສະທຳ ຫຼື ບໍ່ມີມະນຸດສະທຳອື່ນໆ (ສົນທິສັນຍາຕ້ານການທໍລະມານ ຫຼື ສົນທິສັນຍາ CAT), ຫວຽດນາມ ບໍ່ຢຸດຕິບັນດາຄວາມມານະພະຍາຍາມລວມ ເພື່ອປະຕິບັດບັນດາມາດຕະການສົນທິສັນຍາຢ່າງມີປະສິດທິຜົນ, ຈາກນັ້ນບັນລຸໄດ້ຜົນສໍາເລັດທີ່ໄດ້ຮັບການຍອມຮັບຈາກປະຊາຄົມສາກົນ.
ຍສໝ - ສອງຝ່າຍຄວນໝູນໃຊ້ສັນຍາ EVFTA ຢ່າງມີປະສິດທິຜົນ, ເປີດກວ້າງຕະຫຼາດໃຫ້ສິນຄ້າຂອງກັນ; ເພີ່ມທະວີການແລກປ່ຽນຄະນະວິສາຫະກິດ, ດຶງດູດການລົງທຶນໃນບັນດາຂົງເຂດທີ່ຫວຽດນາມ ມີຄວາມຕ້ອງການ ແລະ Romania ມີທ່າແຮງ, ຄື: ກົນຈັກ, ອຸປະກອນການແພດ, ການຢາ, ໂທລະຄົມມະນາຄົມ, ພະລັງງານທົດແທນ...
ຍສໝ - ວັນທີ 20 ພະຈິກນີ້, ຢູ່ນິວຢອກ, ອາເມລິກາ, ສະພາຄວາມໝັ້ນຄົງ ສະຫະປະຊາຊາດ (UNSC) ໄດ້ຈັດຕັ້ງວາລະປະຊຸມເປີດກ່ຽວກັບ "ການຊຸກຍູ້ສັນຕິພາບແບບຍືນຍົງຜ່ານການພັດທະນາຮ່ວມ" ໂດຍການເປັນປະທານຂອງ ຈີນ, ປະທານສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໃນເດືອນພະຈິກ 2023.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ໂຮນລັງ, ແນວພັນດອກລິນລີ້ (lily) ຊະນິດໃໝ່ທີ່ມີຊື່ວ່າ ສິງແດງ, ເພາະພັນໂດຍບໍລິສັດ Onings Holland Flowerbulbs ໄດ້ຮັບການເປີດຕົວ.
ຍສໝ - ວັນທີ 16 ພະຈິກ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ຈັດຕັ້ງກອງປະຊຸມ “ການຕ່າງປະເທດປະຊາຊົນໃນສະຖານະການໃໝ່ ແລະ ຍຸດທະສາດພັດທະນາ VUFO ຮອດປີ 2030”.
ຍສໝ - ວັນທີ 16 ພະຈິກ, ຢູ່ນະຄອນ ເກີນເທີ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ສະຖາບັນ Frideric Elbert ປະຈຳຫວຽດນາມ (ສາທາລະນະລັດ ສະຫະພັນ ເຢຍລະມັນ) ຈັດຕັ້ງກອງປະຊຸມສາກົນ “ນະໂຍບາຍການຄ້ຳປະກັນຊີວິດສັງຄົມໃຫ້ຜູ້ອອກແຮງງານ ເຢຍລະມັນ ໃນສະພາບການປະຕິວັດ ຄັ້ງທີ 4 ແລະ ຄຸນຄ່າຄ່າການສຳຫຼວດ ຕໍ່ກັບຫວຽດນາມ”.
ຍສໝ - ສິ້ນສຸດການຢ້ຽມຢາມຫວຽດນາມ ເປັນເວລາ 10 ວັນ , ຜູ້ລາຍງານພິເສດຂອງສະຫະປະຊາຊາດ ກ່ຽວກັບສິດພັດທະນາ, ທ່ານ ຊວ່າຢາ ດີວາ (Surya Deva) ໄດ້ຍ້ອງຍໍບັນດາຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນການຈັດຕັ້ງປະຕິບັດວຽກງານຫລຸດຜ່ອນຄວາມທຸກຍາກ, ສ້າງວຽກເຮັດງານທຳ ແລະ ເພີ່ມການຄ້ຳປະກັນສັງຄົມ.
ຍສໝ - ຕອນເຊົ້າວັນທີ 20 ພະຈິກ, ບັນດາຕາແສງ, ເມືອງ ເຈື່ອງຊາ, ແຂວງແຄ໋ງຮ່ວາ ໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງ 41 ປີແຫ່ງວັນຄູ ຫວຽດນາມ (20 ພະຈິກ 1982 – 20 ພະຈິກ 2023). ເຂົ້າຮ່ວມພິທີມີຜູ້ຕາງໜ້າອຳນາດການປົກຄອງທ້ອງຖິ່ນ, ພະນັກງານ, ນັກຮົບ, ຄູອາຈານ, ພໍ່ແມ່ປະຊາຊົນ ແລະ ນັກຮຽນ.
ຍສໝ - ຕອນບ່າຍວັນທີ 20 ພະຈິກ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມແດນມາກ ຢ່າງເປັນທາງການ, ພາຍຫຼັງເດີນທາງມາຮອດ Copenhagen, ທ່ານຮອງປະທານປະເທດ ນາງ ຫວໍທິແອັງຊັວນ ຕ້ອນຮັບປະທານສະມາຄົມມິດຕະພາບ ແດນມາກ - ຫວຽດນາມ (DAVIFO).
ຍສໝ - ວັນທີ 18 ພະຈິກນີ້, ເວທີປາໄສສື່ມວນຊົນຄັ້ງທີ 6 ໂດຍກອງເລຂາກອງປະຊຸມສາກົນຂອງບັນດາພັກການເມືອງອາຊີ (ICAPP) ໄດ້ໄຂຂຶ້ນຢູ່ຫໍສະພາແຫ່ງຊາດ ສ.ເກົາຫຼີ ຢູ່ນະຄອນຫຼວງເຊອູນ.
ຍສໝ - ສອງຝ່າຍພ້ອມກັນຢັ້ງຢືນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສພາກພື້ນ ແລະສາກົນ ຄື ສປຊ ແລະ APEC...; ມານະພະຍາຍາມຮັກສາກຸ່ມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ, ປະກອບສ່ວນກໍ່ສ້າງປະຊາຄົມອາຊຽນ ພັດທະນາຢ່າງໝັ້ນຄົງເຂັ້ມແຂງ, ສາມັກຄີ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສະໜັບສະໜູນ ລາວ ປະຕິບັດສໍາເລັດປີດຳລົງຕຳແໜ່ງປະທານອາຊຽນ 2024.
ຍສໝ - ວັນທີ 17 ພະຈິກ, ຢູ່ກົມກົງສຸນ, ກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າກົມກົງສຸນ ຢວນຮວ່າງມິນ ໄດ້ມອບໃບຕົກລົງຮັບກົງສຸນໃຫ້ ທ່ານ ພອນສີ ບຸນມີໄຊ ເປັນກົງສຸນໃຫຍ່ຄົນໃໝ່ຂອງ ລາວ ປະຈຳນະຄອນ ໂຮຈິມິນ.
ຍສໝ - ທ່ານນ່າງ ຜູ້ອຳນວຍການໃຫຍ່ IOM Amy Pope ຊົມເຊີຍບັນດາຄວາມມານະພະຍາຍາມ ແລະ ຜົນສຳເລັດທີ່ຫວຽດນາມ ບັນລຸໄດ້ໃນດ້ານການຍົກຍ້າຍຖິ່ນຖານໂດຍທົ່ວໄປ ແລະ ປະຕິບັດຂໍ້ຕົກລົງ ທົ່ວໂລກກ່ຽວກັບການອົບພະຍົບ (GCM) ໂດຍສະເພາະ.