ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ອີຢູ ປະຈໍາ ຫວຽດນາມ

ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ອີຢູ ປະຈໍາ ຫວຽດນາມ

ຍສໝ - ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ໃນໄລຍະຜ່ານມາ, ການພົວພັນລະຫວ່າງຫວຽດນາມ-ອີຢູ ພັດທະນາຢ່າງດີງາມ. ການນຳຂັ້ນສູງຂອງສອງຝ່າຍ ຍາມໃດກໍເອົາໃຈໃສ່ຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ອີຢູ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ.

ກວດກາວຽກງານກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ

ກວດກາວຽກງານກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ

ຍສໝ - ທີ່ກອງປະຊຸມ, ບັນດາອົງການ, ກົມກອງໄດ້ລາຍງານກ່ຽວກັບວຽກງານກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ; ວຽກງານສ້າງແຜນການກຽມພ້ອມສູ້ຮົບ; ຈັດຕັ້ງການປະສານງານ ແລະມອບໝາຍໜ້າທີ່ລະອຽດໃຫ້ແກ່ບັນດາກຳລັງທີ່ເຂົ້າຮ່ວມຮັບໃຊ້ ແລະປ້ອງກັນຢູ່ຕາມສະຖານທີ່ດໍາເນີນການເຄື່ອນໄຫວພົບປະແລກປ່ຽນ; ...

ໄທຂະຫຍາຍເວລາພັກເຊົາໃຫ້ຄົນງານຕ່າງດ້າວຈາກມຽນມາ, ລາວ, ກຳປູເຈຍ ແລະ ຫວຽດນາມ

ໄທຂະຫຍາຍເວລາພັກເຊົາໃຫ້ຄົນງານຕ່າງດ້າວຈາກມຽນມາ, ລາວ, ກຳປູເຈຍ ແລະ ຫວຽດນາມ

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ບາງກອກ​ແລ້ວ, ວັນ​ທີ 14 ພະຈິກ​ນີ້, ກະຊວງ​ພາຍ​ໃນ​ຂອງ​ໄທ​ໄດ້​ປະກາດ​ຖະ​ແຫຼ​ງການ​ໃໝ່ 2 ສະບັບ​ກ່ຽວ​ກັບ​ການ​ມອບ​ສິດ​ພິ​ເສດ​ໃຫ້​ຄົນ​ງານ​ເຂົ້າ​ເມືອງ​ຈາກ 4 ປະ​ເທດ​ຄື: ມຽນມາ, ລາວ, ກຳປູ​ເຈຍ ​ແລະ ຫວຽດນາມ ສາມາດ​ຕໍ່​ອາຍຸ​ການ​ພັກ​ເຊົາ​ ແລະ ​ສືບ​ຕໍ່​ເຮັດວຽກຢ່າງຖືກຕ້ອງຕາມກົດໝາຍຢູ່ປະເທດໄທ.

ນັກຮົບໝວກເບເລສີຟ້າຫວຽດນາມ ກວດພະຍາດໃຫ້ຄູອາຈານຢູ່ Abyei

ນັກຮົບໝວກເບເລສີຟ້າຫວຽດນາມ ກວດພະຍາດໃຫ້ຄູອາຈານຢູ່ Abyei

ຍສໝ - ກໍາລັງຫວຽດນາມ ໄດ້ຈັດສົ່ງແພດໝໍຈາກໂຮງໝໍສະໜາມຂັ້ນ 1 ຂຶ້ນກັບກອງຊ່າງແສງ ພ້ອມດ້ວຍພະນັກງານແພດຈາກກົມກອງ ເນປານ ເຂົ້າຮ່ວມໂຄງການ. ສິ່ງທີ່ເປັນໜ້າເອົາໃຈໃສ່ ນັ້ນແມ່ນມີທ່ານໝໍຄົນໜຶ່ງມາຈາກກອງພັນທະຫານບົກ ປາກິດສະຖານ ໄດ້ສະໝັກເຂົ້າຮ່ວມການໜູນຊ່ວຍພາຍຫຼັງທີ່ໄດ້ຮັບຂ່າວກ່ຽວກັບໂຄງການທີ່ມີຄວາມໝາຍນີ້ຂອງກົມກອງຫວຽດນາມ ແລະ ເນປານ.

ກວດກາການກະກຽມງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ທີ່ກອນຕູມ

ກວດກາການກະກຽມງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ທີ່ກອນຕູມ

ຍສໝ - ທ່ານພົນຕີ ເລດຶກຖາຍ ໃຫ້ຮູ້ວ່າ ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ແມ່ນເຫດການການເມືອງທີ່ສຳຄັນ, ມີຄວາມໝາຍດ້ານມະນຸດສະທໍາຢ່າງເລິກເຊິ່ງ; ເຮັດໃຫ້ການພົວພັນລະຫວ່າງກອງທັບ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນສາມປະເທດເພີ່ມທະວີຂຶ້ນ.

ຢືນຢັນຖານະທີ່ຕັ້ງຂອງຫວຽດນາມ ໃນ APEC, ຫັນຖະແຫຼງການຮ່ວມຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອາເມລິກາ ໃຫ້ປະກົດຜົນເປັນຈິງ

ຢືນຢັນຖານະທີ່ຕັ້ງຂອງຫວຽດນາມ ໃນ APEC, ຫັນຖະແຫຼງການຮ່ວມຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອາເມລິກາ ໃຫ້ປະກົດຜົນເປັນຈິງ

ຍສໝ - ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຢັ້ງຢືນເຖິງຄວາມສໍາຄັນຂອງຫັນການຄ້າເປັນເສລີ. ຫົວໜ້າຄະນະຜູ້ແທນຫວຽດນາມ ໄດ້ໃຫ້ສະເໜີ APEC ຄວນເອົາໃຈໃສ່ຍົກສູງກຳລັງຄວາມສາມາດ, ຄວາມສາມາດເປັນເຈົ້າຕົນເອງ, ມີຫົວຄິດປະດິດສ້າງ ແລະໝູນໃຊ້ວິທະຍາສາດ-ເຕັກໂນໂລຢີ, ພ້ອມທັງກໍ່ສ້າງພື້ນຖານໂຄງລ່າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ບັນດາຮູບແບບການຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວ.

ສະເຫຼີມສະຫຼອງວັນຄູຫວຽດນາມ ຢູ່ລາວ

ສະເຫຼີມສະຫຼອງວັນຄູຫວຽດນາມ ຢູ່ລາວ

ຍສໝ - ຕາງໜ້າໃຫ້ນັກຮຽນເກືອບ 1.000 ຄົນ, ນ້ອງ ຟ້າມເຈືອງທ້ຽນເອິນ ໄດ້ກ່າວຄໍາຂອບໃຈ ແລະສົ່ງຄໍາອວຍພອນອັນປະເສີດມາຍັງຄູອາຈານ; ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ຄຸນງານຄວາມດີອັນໃຫຍ່ຫຼວງຂອງຄູອາຈານໃນການເບິ່ງແຍງດູແລ, ສຶກສາອົບຮົມໃຫ້ພວກນ້ອງນັກຮຽນ ນັບມື້ນັບເຕີບໃຫຍ່.

ຫວຽດນາມ ຕັ້ງໜ້າ ແລະ ປະຕິບັດສົນທິສັນຍາຕໍ່ສູ້ຕ້ານການທໍລະມານ

ຫວຽດນາມ ຕັ້ງໜ້າ ແລະ ປະຕິບັດສົນທິສັນຍາຕໍ່ສູ້ຕ້ານການທໍລະມານ

ຍສໝ - ຮັບຮູ້ບົດບາດ ແລະ ທີ່ຕັ້ງສຳຄັນຂອງສົນທິສັນຍາຕ້ານການ​ທໍລະມານ ແລະ ບັນດາຮູບການປະຕິບັດ ຫຼື ການລົງໂທດທີ່ໂຫດຮ້າຍ, ໄຮ້ມະນຸດສະທຳ ຫຼື ບໍ່ມີມະນຸດສະທຳອື່ນໆ (ສົນທິສັນຍາຕ້ານການທໍລະມານ ຫຼື ສົນທິສັນຍາ CAT), ຫວຽດນາມ ບໍ່ຢຸດຕິບັນດາຄວາມມານະພະຍາຍາມລວມ ເພື່ອປະຕິບັດບັນດາມາດຕະການສົນທິສັນຍາຢ່າງມີປະສິດທິຜົນ, ຈາກນັ້ນບັນລຸໄດ້ຜົນ​ສໍາ​ເລັດ​ທີ່​ໄດ້​ຮັບ​ການ​ຍອມ​ຮັບ​ຈາກ​ປະ​ຊາ​ຄົມ​ສາ​ກົນ​.

ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ ລະຫວ່າງຫວຽດນາມ-Romania

ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ ລະຫວ່າງຫວຽດນາມ-Romania

ຍສໝ - ສອງຝ່າຍຄວນໝູນໃຊ້ສັນຍາ EVFTA ຢ່າງມີປະສິດທິຜົນ, ເປີດກວ້າງຕະຫຼາດໃຫ້ສິນຄ້າຂອງກັນ; ເພີ່ມທະວີການແລກປ່ຽນຄະນະວິສາຫະກິດ, ດຶງດູດການລົງທຶນໃນບັນດາຂົງເຂດທີ່ຫວຽດນາມ ມີຄວາມຕ້ອງການ ແລະ Romania ມີທ່າແຮງ, ຄື: ກົນຈັກ, ອຸປະກອນການແພດ, ການຢາ, ໂທລະຄົມມະນາຄົມ, ພະລັງງານທົດແທນ...

ຫວຽດນາມ ຢືນຢັນ ສັນຕິພາບແມ່ນເງື່ອນໄຂທີ່ຕ້ອງມີກ່ອນເພື່ອການພັດທະນາ

ຫວຽດນາມ ຢືນຢັນ ສັນຕິພາບແມ່ນເງື່ອນໄຂທີ່ຕ້ອງມີກ່ອນເພື່ອການພັດທະນາ

ຍສໝ - ວັນ​ທີ 20 ພະຈິກ​ນີ້, ຢູ່​ນິວຢອກ, ອາ​ເມ​ລິ​ກາ, ສະພາຄວາມໝັ້ນຄົງ ສະຫະປະຊາຊາດ (UNSC) ໄດ້​ຈັດ​ຕັ້ງວາລະ​ປະຊຸມເປີດກ່ຽວ​ກັບ "ການຊຸກຍູ້​ສັນຕິພາບ​ແບບ​ຍືນ​ຍົງ​ຜ່ານ​ການ​ພັດທະນາ​ຮ່ວມ" ໂດຍການເປັນປະທານຂອງ ​ຈີນ, ປະທານສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໃນ​ເດືອນ​ພະຈິກ 2023.​

ແນວພັນດອກລິນລີ້ ຊະນິດໃໝ່ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ໂຮນລັງ

ແນວພັນດອກລິນລີ້ ຊະນິດໃໝ່ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ໂຮນລັງ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ໂຮ​ນລັງ, ແນວພັນດອກລິນລີ້ (lily) ຊະນິດໃໝ່ທີ່ມີຊື່ວ່າ ສິງແດງ, ເພາະພັນໂດຍບໍລິສັດ Onings Holland Flowerbulbs ໄດ້ຮັບການເປີດຕົວ.

ບັນດາອົງການສະມາຊິກປະກອບຄຳເຫັນເພື່ອສ້າງຍຸດທະສາດພັດທະນາ VUFO ຮອດປີ 2030

ບັນດາອົງການສະມາຊິກປະກອບຄຳເຫັນເພື່ອສ້າງຍຸດທະສາດພັດທະນາ VUFO ຮອດປີ 2030

ຍສໝ - ວັນທີ 16 ພະຈິກ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ຈັດຕັ້ງກອງປະຊຸມ “ການຕ່າງປະເທດປະຊາຊົນໃນສະຖານະການໃໝ່ ແລະ ຍຸດທະສາດພັດທະນາ VUFO ຮອດປີ 2030”.

ນະ​ໂຍບາຍ​ຄ້ຳປະກັນຊີວິດ​ສັງຄົມ​ ໃຫ້​ຜູ້ອອກແຮງງານ ​ເຢຍລະ​ມັນ ​ແລະ ຄຸນຄ່າ​ການສໍາຫຼວດ ຕໍ່ກັບ​ຫວຽດນາມ

ນະ​ໂຍບາຍ​ຄ້ຳປະກັນຊີວິດ​ສັງຄົມ​ ໃຫ້​ຜູ້ອອກແຮງງານ ​ເຢຍລະ​ມັນ ​ແລະ ຄຸນຄ່າ​ການສໍາຫຼວດ ຕໍ່ກັບ​ຫວຽດນາມ

ຍສໝ - ວັນທີ 16 ພະຈິກ, ຢູ່ນະຄອນ ເກີນເທີ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ສະຖາບັນ Frideric Elbert ປະຈຳຫວຽດນາມ (ສາທາລະນະລັດ ສະຫະພັນ ເຢຍລະມັນ) ຈັດຕັ້ງກອງປະຊຸມສາກົນ “ນະໂຍບາຍການຄ້ຳປະກັນຊີວິດສັງຄົມໃຫ້ຜູ້ອອກແຮງງານ ເຢຍລະມັນ ໃນສະພາບການປະຕິວັດ ຄັ້ງທີ 4 ແລະ ຄຸນຄ່າ​ຄ່າ​ການສຳຫຼວດ ຕໍ່ກັບ​ຫວຽດ​ນາມ”.

ຜູ້​ຊ່ຽວຊານ ຊວ່າຍາ ດີວາ (Surya Deva): ຫວຽດນາມ ບັນລຸ​ໄດ້​ຄວາມ​ກ້າວ​ໜ້າ​ທີ່​ໜ້າ​ປະ​ທັບ​ໃຈ​ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຫຼາຍ​ດ້ານ

ຜູ້​ຊ່ຽວຊານ ຊວ່າຍາ ດີວາ (Surya Deva): ຫວຽດນາມ ບັນລຸ​ໄດ້​ຄວາມ​ກ້າວ​ໜ້າ​ທີ່​ໜ້າ​ປະ​ທັບ​ໃຈ​ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຫຼາຍ​ດ້ານ

ຍສໝ - ສິ້ນ​ສຸດ​ການ​ຢ້ຽມຢາມຫວຽດນາມ ເປັນ​ເວລາ 10 ວັນ , ຜູ້​ລາຍ​ງານ​ພິ​ເສດຂອງ​ສະຫະ​ປະຊາ​ຊາດ ​ກ່ຽວ​ກັບສິດ​ພັດທະນາ, ທ່ານ ຊວ່າຢາ ດີວາ (Surya Deva) ​ໄດ້​ຍ້ອງຍໍບັນດາຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ ຫວຽດນາມ ​ໃນ​ການຈັດຕັ້ງປະຕິບັດວຽກງານຫລຸດຜ່ອນ​ຄວາມທຸກ​ຍາກ, ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ​ເພີ່ມການຄ້ຳ​​ປະກັນ​ສັງຄົມ.

ບັນດາທ້ອງຖິ່ນຂອງເມືອງ ເຈື່ອງຊາ ໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງວັນຄູ ຫວຽດນາມ

ບັນດາທ້ອງຖິ່ນຂອງເມືອງ ເຈື່ອງຊາ ໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງວັນຄູ ຫວຽດນາມ

ຍສໝ - ຕອນ​ເຊົ້າ​ວັນ​ທີ 20 ພະຈິກ, ບັນດາ​ຕາແສງ, ​ເມືອງ ​ເຈື່ອງ​ຊາ, ​ແຂວງ​ແຄ໋ງຮ່ວາ ​ໄດ້​ຈັດ​ຕັ້ງການພົບປະ​ສະ​ເຫຼີ​ມສະຫຼອງ 41 ປີ​ແຫ່ງ​ວັນ​ຄູ ຫວຽດນາມ (20 ພະຈິກ 1982 – 20 ພະຈິກ 2023). ​ເຂົ້າ​ຮ່ວມພິທີ​ມີ​ຜູ້ຕາງໜ້າ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ພະນັກງານ, ນັກຮົບ, ຄູ​ອາຈານ, ພໍ່​ແມ່​ປະຊາຊົນ ​ແລະ ນັກຮຽນ.

ທ່ານຮອງປະທານປະເທດຫວຽດນາມ ນາງ ຫວໍທິແອັງຊັວນ ຕ້ອນຮັບປະທານສະມາຄົມມິດຕະພາບ ແດນມາກ - ຫວຽດນາມ

ທ່ານຮອງປະທານປະເທດຫວຽດນາມ ນາງ ຫວໍທິແອັງຊັວນ ຕ້ອນຮັບປະທານສະມາຄົມມິດຕະພາບ ແດນມາກ - ຫວຽດນາມ

ຍສໝ - ຕອນ​ບ່າຍ​ວັນ​ທີ 20 ພະຈິກ (ຕາມ​ເວລາ​ທ້ອງ​ຖິ່ນ), ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ແດນ​ມາກ​ ຢ່າງ​ເປັນ​ທາງ​ການ, ພາຍຫຼັງ​ເດີນທາງມາ​ຮອດ Copenhagen, ທ່ານ​ຮອງ​ປະທານ​ປະ​ເທດ ນາງ ຫວໍທິແອັງຊັວນ ​ຕ້ອນຮັບ​ປະທານ​ສະມາຄົມ​ມິດຕະພາບ ​ແດນ​ມາກ - ຫວຽດນາມ ​(DAVIFO).

ຫວຽດນາມ ເຂົ້າຮ່ວມເວທີປາໄສສື່ມວນຊົນ ICAPP ຄັ້ງທີ 6

ຫວຽດນາມ ເຂົ້າຮ່ວມເວທີປາໄສສື່ມວນຊົນ ICAPP ຄັ້ງທີ 6

ຍສໝ - ວັນ​ທີ 18 ພະຈິກ​ນີ້, ​ເວທີ​ປາ​ໄສ​ສື່​ມວນ​ຊົນ​ຄັ້ງ​ທີ 6 ​ໂດຍ​ກອງ​ເລຂາ​ກອງ​ປະຊຸມ​ສາກົນ​ຂອງ​ບັນດາ​ພັກ​ການ​ເມືອງ​ອາຊີ (ICAPP) ​ໄດ້​ໄຂ​ຂຶ້ນ​ຢູ່​ຫໍ​ສະພາ​ແຫ່ງ​ຊາດ ສ.​ເກົາຫຼີ ຢູ່​ນະຄອນຫຼວງ​ເຊ​ອູ​ນ.

ປະທານປະເທດຫວຽດນາມ ຕ້ອນຮັບນາຍົົກລັດຖະມົນຕີມາເລເຊຍ ເນື່ອງໃນໂອກາດເຂົ້າຮ່ວມສັບປະດາສຸດຍອດ APEC 2023

ປະທານປະເທດຫວຽດນາມ ຕ້ອນຮັບນາຍົົກລັດຖະມົນຕີມາເລເຊຍ ເນື່ອງໃນໂອກາດເຂົ້າຮ່ວມສັບປະດາສຸດຍອດ APEC 2023

ຍສໝ - ສອງຝ່າຍພ້ອມກັນຢັ້ງຢືນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສພາກພື້ນ ແລະສາກົນ ຄື ສປຊ ແລະ APEC...; ມານະພະຍາຍາມຮັກສາກຸ່ມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ, ປະກອບສ່ວນກໍ່ສ້າງປະຊາຄົມອາຊຽນ ພັດທະນາຢ່າງໝັ້ນຄົງເຂັ້ມແຂງ, ສາມັກຄີ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສະໜັບສະໜູນ ລາວ ປະຕິບັດສໍາເລັດປີດຳລົງຕຳແໜ່ງປະທານອາຊຽນ 2024.

ຫວຽດນາມ - ລາວ: ເພີ່ມທະວີການພົບປະ​ແລກປ່ຽນ ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ

ຫວຽດນາມ - ລາວ: ເພີ່ມທະວີການພົບປະ​ແລກປ່ຽນ ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ

ຍສໝ - ວັນ​ທີ 17 ພະຈິກ, ຢູ່​ກົມ​ກົງສຸນ, ກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າ​ກົມ​ກົງສຸນ ຢວນຮວ່າງ​ມິນ ​ໄດ້​ມອບ​ໃບຕົກລົງຮັບກົງສຸນໃຫ້ ທ່ານ ພອນ​ສີ ບຸນ​ມີ​ໄຊ ເປັນກົງສຸນ​ໃຫຍ່​ຄົນໃໝ່ຂອງ ລາວ ປະຈຳນະຄອນ ໂຮຈິມິນ.

IOM ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບຫວຽດນາມ

IOM ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບຫວຽດນາມ

ຍສໝ - ທ່ານນ່າງ ຜູ້ອຳນວຍການໃຫຍ່ IOM Amy Pope ຊົມເຊີຍບັນດາຄວາມມານະພະຍາຍາມ ແລະ ຜົນສຳເລັດທີ່ຫວຽດນາມ ບັນລຸໄດ້ໃນດ້ານການຍົກຍ້າຍຖິ່ນຖານໂດຍທົ່ວໄປ ແລະ ປະຕິບັດຂໍ້ຕົກລົງ ທົ່ວໂລກກ່ຽວກັບການອົບພະຍົບ (GCM) ໂດຍສະເພາະ.