ຍສໝ - ໃນຊຸມວັນທີ່ຜ່ານມາ, ບັນດາປ້ອມປ້ອງກັນຊາຍແດນ ແລະ ປະຊາຊົນບັນດາແຂວງຢູ່ຕາແສງເຂດຊາຍແດນຂອງ ແຂວງກ໋ວາງຈິໄດ້ໜູນຊ່ວຍໃຫ້ບັນດາກອງຮ້ອຍປ້ອງກັນເຂດຊາຍແດນ ແລະ ບັນດາກຸ່ມບ້າຍຢູ່ເຂດຊາຍແດນຂອງແຂວງສະຫວັນນາເຂດເຂົ້າສານກ່ວາ 30 ໂຕນ ແລະ ໝີ່ສຳເລັດຮູບນັບຮ້ອຍແກັດ.
ຍສໝ - ທ່ານ ສອນໄຊ ສີພັນດອນ ໄດ້ຮັບຮູ້ບັນດາຂໍ້ສະເໜີແນະຂອງ ແມ່ທັບນ້ອຍ 11 ແລະ ຈະຊີ້ນຳບັນດາອົງການທີ່ມີໜ້າທີ່ຂອງ ລາວ ຄົ້ນຄ້ວາຕໍ່ຂໍ້ສະເໜີດັ່ງກ່າວ, ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ກົມກອງໄດ້ມີແຫຼ່ງແຮງງານ, ວັດສະດຸ, ວັດຖຸດິບ ຢ່າງຄົບຖ້ວນເພື່ອຮັບໃຊ້ການກໍ່ສ້າງໂຄງການມີຄວາມຄືບໜ້າຖືກຕາມກຳນົດເວລາ, ບັນລຸຄຸນນະພາບດ້ານເຕັກນິກ, ຄວາມປານີດ, ສູ້ຊົນກໍ່ສ້າງໃຫ້ສຳເລັດ ແລະ ມອບຮັບກິດຈະການໃນໄຕມາດ 1 ປີ 2021.
ຍສໝ - ການຢ້ຽມຢາມ ຄັ້ງນີ້ຂອງອົງການຕາງໜ້າກະຊວງຕຳຫຼວດຫວຽດນາມມີຄວາມໝາຍສຳຄັນ, ສືບຕໍ່ສ່ອງແສງໄດ້ນຳໃຈໄມຕິິຈິດມິດຕະພາບແບບພິເສດ, ການພົວພັນທີ່ມີແຕ່ດົນນານລະຫວ່າງສອງປະເທດ ຫວຽດນາມ - ລາວ.
ຍສໝ - ບົດລາຍງານຂອງ ສປຊ ໃຫ້ຮູ້ວ່າ ໂລກລະບາດ Covid – 19 ເກີດຂຶ້ນ ໄດ້ກີດຂວາງຄວາມມານະພະຍາຍາມຫຼຸດຜ່ອນຄວາມທຸກຍາກຂອງ ລາວ ກໍ່ຄືກໍ່ຜົນສະທ້ອນເຖິງຄວາມກ້າວໜ້າໃນການມານະພະຍາຍາມບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ SDGs ໃນປີ 2030 ເມື່ອ ມີ ເກືອບ 5 ແສນຄົນ ບໍ່ມີວຽກເຮັດງານທຳ ແລະ 383.000 ຄົນມີຄວາມສ່ຽງຕົກເຂົ້າສູ່ສະພາບທຸກຍາກ.
ຍສໝ - ໃນເດືອນ ຕຸລາ, ສະມາຄົມມິດຕະພາບ ຫວຽດນາມ - ລາວແຂວງໄທງວຽນ ໄດ້ຈັດຕັ້ງກອງປະຊຸມສະຫຼຸບ ໂຄງການຕ້ອນຮັບນັກສຶກສາ ລາວໄປຢູ່ກັບຄອບຄົວຂອງປະຊາຊົນ (ໂຄງການ Homestay) ປີ 2019 – 2020.
ພາຍຫຼັງໄລຍະຮຽນປະລິນຍາຕີ ຢູ່ ສະຖາບັນພົວພັນຕ່າງປະເທດ ແລະ ດຳລົງຊີວິດຢູ່ຫວຽດນາມເປັນເວລາ 04 ປີ, ຜູ້ບ່າວລາວ - ພຸມພິທັດ ອຸປະເສີດ ໄດ້ຕັດສິນໃຈຢູ່ຫວຽດນາມ, ຫາເງິນດ້ວຍຕົນເອງ ເພື່ອຮຽນຕໍ່ປະລິນຍາໂທ ດ້ວຍຄວາມປາດຖະໜາ ຢາກສືບຕໍ່ໄດ້ຄົ້ນຫາປະເທດຊາດ ແລະ ຊາວຫວຽດນາມ. ສິ່ງໃດທີ່ເຮັດໃຫ້ ພຸມພິພັດ ອຸປະເສີດ ມີຄວາມສະໜິດຕິດພັນກັບຫວຽດນາມຄືແນວນັ້ນ? ຄຳຕອບຈະໄດ້ເປີດເຜີຍໃນບົດສາລະຄະດີທີ່ທ່ານຈະໄດ້ຮູ້ຈັກຕໍ່ໄປນີ້.
ຍສໝ - ໃນວັນທີ 28 ສິງຫາ 2020, ສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ວິໄລວົງ ບຸດດາຄຳ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງແຂວງຈຳປາສັກ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ຜູ້ເກົ່າ ແລະ ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຜູ້ໃໝ່.
ຄະນະຜູ້ແທນຂັ້ນສູງພັກ, ລັດຖະບານລາວ ນຳໂດຍ ສະຫາຍທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເດີນທາງມາຮ່ວມພິທີໄວ້ອາໄລສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຢູ່ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.
ຍສໝ - ຕາມທ່ານ ຈຸມມາລີ ໄຊຍະສອນແລ້ວ, ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ແມ່ນນັກຮົບທີ່ກ້າແກ່ນ, ແມ່ນພະນັກງານທີ່ສະຫຼາດສະຫຼຽວ. ແມ່ນ ພະນັກງານທີ່ໄດ້ຜ່ານຜ່າຄວາມທຸກບາກລຳບາກ ແລະ ປະຕິບັດຫຼາຍບົດບາດຕຳແໜ່ງ, ແຕ່ວ່າຢູ່ຕຳແໜ່ງໃດ ທ່ານກໍ່ລ້ວນແຕ່ປະຕິບັດສຳເລັດໜ້າທີ່ຢ່າງດີເດັ່ນ.
ຕະຫລອດໄລຍະ 70 ປີຜ່ານມາ, ສູນການແນວລາວສ້າງຊາດ ຍາມໃດກໍໄດ້ເອົາໃຈໃສ່ ປັບປຸງຕົນເອງຕາມແຕ່ລະສະໄໝ ຂອງການປະຕິວັດ, ປັບປຸງກົງຈັກການຈັດຕັ້ງ ໜັກແໜ້ນເຂັ້ມແຂງ, ມີລະບົບຄະນະປະຈໍາ, ຄະນະທີ່ປຶກສາຕ່າງໆ, ເພີ່ມຈໍານວນກໍາມະການ ແນວລາວສ້າງຊາດ ຕາມໃນຂົງເຂດພັກ-ລັດ, ເອກະຊົນ, ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ-ໄວ ແລະ ຄົນເຊື້ອຊາດລາວ ຢູ່ ຕ່າງປະເທດ, ປັບປຸງກົດລະບຽບ ແນວລາວສ້າງຊາດ, ລະບອບ-ແບບແຜນວິທີເຮັດວຽກ, ບໍາລຸງກໍ່ສ້າງພະນັກງານ ໃຫ້ເຕີບໃຫຍ່ໃນຂະບວນ ການວຽກງານຕົວຈິງ ທັງທາງດ້ານປະລິມານ ແລະ ຄຸນນະພາບ.
ຍສໝ - ຕໍ່ໜ້າສະພາບການຜັນແປຢ່າງສັບສົນຂອງໂລກລະບາດ Covid – 19, ນັກຮຽນທຸກຄົນມາສະຖານທີ່ເສັງລ້ວນແຕ່ຕ້ອງໃສ່ຜ້າອັດປາກ - ດັງ, ວັກແທກອຸນຫະພູມຮ່າງກາຍ, ລ້າງມືຂ້າເຊື້ອ ກ່ອນທີ່ຈະເຂົ້າໂຮງຮຽນ.
ຍສໝ - ມີນັກສຶກສາລາວກ່ວາ 400 ຄົນ ພາຍຫຼັງເຂົ້າເມືອງຫວຽດນາມຜ່ານດ່ານຊາຍແດນສາກົນ ເກົ່າແຈວ, ເມືອງ ເຮືອງເຊີນ ໄດ້ຮັບການແຍກຕົວໃນວັນທີ 22 ກໍລະກົດ.
ວັນທີ 25 ມິຖຸນາ 2020, ທີ່ສຳນັກງານສູນກາງພັກຄອມມູນນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ເຈືອງທິມາຍ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນການພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນ ສູນກາງພັກຄອມມູນິດຫວຽດນາມ ເນື່ອງໃນໂອກາດດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສສ ຫວຽດນາມ.
ຍສໝ - ສະຖານທູດຫວຽດນາມປະຈຳລາວຫາກໍ່ປະກາດໃຊ້ຖະແຫຼງກ່ຽວກັບການສືບຕໍ່ໜູນຊ່ວຍພົນລະເມືອງຫວຽດນາມພວມດຳລົງຊີວິດຢູ່ລາວຈົດລະບຽນກັບຄືນປະເທດ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມພິທີໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີລາວ ສີສະຫວາດ ແກ້ວບຸນພັນ.
ຍສໝ - ໂດຍໄດ້ສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ຕໍ່ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ, ການນຳປີຊາສາມາດ, ເປັນລູກຮັກຫຼານແພງທີ່ດີເດັ່ນຂອງປະຊາຊົນລາວບັນດາເຜົ່າ, ນັກຮົບປະຕິວັດທີ່ອົງອາດກ້າຫານ, ຍອມເສຍສະຫຼະຕະຫຼອດຊີວິດເພື່ອເອກະລາດແຫ່ງຊາດ, ເສລີພາບ, ຄວາມຜາສຸກຂອງປະຊາຊົນ ແລະ ການພັດທະນາຮຸ່ງເຮືອງຂອງປະເທດລາວ.
ຍສໝ - ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີ, ອະດີດປະທານສູນກາງແນວລາວສ້າງຊາດໄດ້ເຖິງແກ່ມໍລະນະກຳເມື່ອວັນທີ 12 ພຶດສະພາ 2020.
ຍສໝ - ຕອນເຊົ້າວັນທີ 10 ເມສາ 2020, ຢູ່ຫ້ອງວ່າການນາຍົກລັດຖະມົນຕີ ລາວ ຢູ່ນະຄອນຫຼວງ ວຽງຈັນ, ຜູ້ຕາງໜ້າຂອງ ສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ແລະ ສະມາຄົມວິສາຫະກິດ ຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ລາວ ໄດ້ມອບເງິນຈຳນວນ 113.900.000 ກີບ ໃຫ້ແກ່ລັດຖະບານລາວເພື່ອຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແລະ ປະຊາຊົນລາວໃນບັ້ນຕໍ່ສູ້ກັບໂລກລະບາດ Covid -19.
ຍສໝ - ໃນຕອນເຊົ້າວັນທີ 4 ເມສາ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ ສປປ. ລາວ ເພື່ອຮັບມືກັບການລະບາດຂອງ Covid-19.
ປັດຈຸບັນ, ຊາວຫວຽດນາມພວມດໍາລົງຊີວິດທໍາມາຄ້າຂາຍຢູ່ທຸກໆແຂວງ, ນະຄອນໃນທົ່ວປະເທດລາວ ພວມມີບັນດາການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາປະເທດລາວ, ກໍຄືໃນວຽກງານສະກັດກັ້ນໂລກລະບາດໂຄວິດ - 19.