ໂລກ​ລະ​ບາ​ດ Covid – 19​ ກໍ່​ຜົນ​ສະ​ທ້ອນ​ເຖິງຫຼາຍ​ເປົ້າ​ໝາຍ​ຂອງ​ລາວ

09:30 | 15/10/2020

ຍ​ສ​ໝ - ບົດ​ລາຍ​ງານ​ຂອງ ສ​ປ​ຊ ໃຫ້​ຮູ້​ວ່າ ໂລກ​ລະ​ບາດ Covid – 19 ເກີດ​ຂຶ້ນ ໄດ້​ກີດ​ຂວາງ​ຄວາມ​ມາ​ນະ​ພະ​ຍາ​ຍາມຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ ລາວ ກໍ່​ຄືກ​ໍ່​ຜົນ​ສະ​ທ້ອນ​ເຖິງ​ຄວາມ​ກ້າວ​ໜ້າ​ໃນ​ການ​ມາ​ນະ​ພະ​ຍາ​ຍາມ​ບັນ​ລຸ​ໄດ້​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ SDGs ໃນ​ປີ 2030 ເມື່ອ ມີ ເກືອບ 5 ແສນ​ຄົນ ບໍ່​ມີ​ວຽກ​ເຮັດ​ງານ​ທຳ ແລະ 383.000 ຄົນ​ມີ​ຄວາມ​ສ່ຽງ​ຕົກ​ເຂົ້າ​ສູ່​ສະ​ພາບ​ທຸກ​ຍາກ.

ໂລກ ລະ ບາ ດ covid 19 ກ ຜ ນ ສະ ທ ອນ ເຖ ງຫ າຍ ເປ າ ໝາຍ ຂອງ ລາວ ຫວຽດນາມ: 38 ມື້ແລ້ວ ທີ່ຫວຽດນາມບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ
ໂລກ ລະ ບາ ດ covid 19 ກ ຜ ນ ສະ ທ ອນ ເຖ ງຫ າຍ ເປ າ ໝາຍ ຂອງ ລາວ ຫວຽດນາມ ໄດ້ສົ່ງໂທລະເລກຢ້ຽມ​ຢາມ​ຖາມ​ຂ່າວ​ ມຽນມາ ກ່ຽວກັບ​ສະ​ພາຍ​ການ​ໂລກ​ລະ​ບາດ COVID-19
ໂລກ ລະ ບາ ດ covid 19 ກ ຜ ນ ສະ ທ ອນ ເຖ ງຫ າຍ ເປ າ ໝາຍ ຂອງ ລາວ
ພາບ​ປະ​ກອບ

ສ​ປ​ຊ ຫາ​ກໍ່​ປະ​ກາດ​ບົດ​ລາຍ​ງານ​ກ່ຽວ​ກັບ “ໂຄງ​ປະ​ຕິ​ກິ​ລິ​ຍາ​ຂອງ​ເສດ​ຖະ​ກິດ - ສັງ​ຄົມ ລາວ ກັບ​ໂລກ​ລະ​ບາດ Covid - 19”, ໃນ​ນັ້ນ​ໃຫ້​ຮູ້​ວ່າ ບັນ​ດາ​ການ​ກະ​ທຳ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ ຂອງ ປະ​ເທດນີ້​ໄດ້​ເຮັດ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ​ຊ້າ​ລົງ. ພ້ອມ​ທັງ​ເນັ້ນ​ໜັກ​ເຖິວ​ຄວາມ​ສຳ​ຄັນ​ໃນ​ການ​ໜູນ​ຊ່ວຍ​ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ໃນ​ພາກ​ພື້ນ ເອ​ກະ​ຊົນ​ກໍ່​ຄື​ໃນ​ວົງ​ຄະ​ນະ​ຍາດ “ໃນ​ເງື່ອນ​ໄຂ​ທີ່​ມີ​ຄວາມ​ສ່ຽງ​ຕິດ​ເຊື້ອ​ຕ່ຳ” ຂອງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ລາວ.

ບົດ​ລາຍ​ງານ​ຂອງ ສ​ປ​ຊ ໃຫ້​ຮູ້​ວ່າ ໂລກ​ລະ​ບາດ Covid – 19 ເກີດ​ຂຶ້ນ ໄດ້​ກີດ​ຂວາງ​ຄວາມ​ມາ​ນະ​ພະ​ຍາ​ຍາມຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ ລາວ ກໍ່​ຄືກ​ໍ່​ຜົນ​ສະ​ທ້ອນ​ເຖິງ​ຄວາມ​ກ້າວ​ໜ້າ​ໃນ​ການ​ມາ​ນະ​ພະ​ຍາ​ຍາມ​ບັນ​ລຸ​ໄດ້​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ SDGs ໃນ​ປີ 2030 ເມື່ອ ມີ ເກືອບ 5 ແສນ​ຄົນ ບໍ່​ມີ​ວຽກ​ເຮັດ​ງານ​ທຳ ແລະ 383.000 ຄົນ​ມີ​ຄວາມ​ສ່ຽງ​ຕົກ​ເຂົ້າ​ສູ່​ສະ​ພາບ​ທຸກ​ຍາກ.

ຄ​ຽງ​ຄູ່​ກັນ​ນັ້ນ, ມີ​ປະ​ຊາ​ຊົນ​ນັບ​ພັນ​ຄົນ​ຢູ່​ບັນ​ດາ​ທ້ອງ​ຖິ່ນ​ທາງ​ທິດ​ເໜືອ​ໄດ້​ຕົກ​ເຂົ້າ​ສູ່​ສະ​ພາບ​ອຶດ​ຫີວ​ຍ້ອນ​ຂາວ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ແລະ ເດັນ​ນ້ອຍ 1,7 ຄົນ​ບໍ່​ໄດ້​ມາ​ໂຮງ​ຮຽນ”. ບົດ​ລາຍ​ງານ​ຂອງ ສ​ປ​ຊ ໄດ້​ຊີ້​ແຈ້ງວ່າ ບັນ​ດາ​ຜົນ​ສະ​ທ້ອນ​ຈະ​ກໍ່​ສິ່ງ​ທ້າ​ທາຍ​ໃຫ້​ແກ່​ລາວ ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ນຳ​ປະ​ເທດ​ຂຶ້ນ​ລະ​ດັບ​ມີ​ລາຍ​ຮັບ​ປານ​ກາງ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ, ໃນ​ນັ້ນ​ຕ້ອງ​ບຸ​ລິ​ມະ​ສິດ​ເຂດ​ຫ່າງ​ໄກ​ສອກຫຼີກ​ຂອງ​ປະ​ເທດ​ຊາດ​ໃນ​ບັນ​ດາ​ຄວາ​ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຟູ ຈາກ​ຜົນ​ສະ​ທ້ອນ​ຂອງ​ໂລກ​ລະ​ບາດ ເພື່ອ​ບໍ່​ປະ​ໃຫ້​ຜູ້​ໃດ​ຖືກ​ຕົກ​ຢູ່​ທາງຫຼັງ, ເພື່ອ​ແນ​ໃສ່​ຫຼີກ​ລ້ຽງ​ຄວາມ​ສາ​ມາດ​ສຳ​ຜັດ​ການ​ໜູ​ນ​ຊ່ວຍ​ທີ່​ບໍ່​ສົມ​ດູນ ແລະ ບໍ່​ມີ​ຄວາມ​ສະ​ເໝີ​ພາບ.

ໂດຍ​ມີ​ຄວາມ​ສ່ຽງ​ສູງ​ຈາກ​ພາຍນອກ ສົ​ມ​ທົບ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າກ​າດ​ເຮັດ​ໃຫ້​ໄພ​ທະ​ມະ​ຊາດເພີ່ມ​ຂຶ້ນ ເຮັດ​ໃຫ້​ລາວ​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ, ໃນ​ສະ​ພາບ​ການ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ລະ​ບົບ​ສະ​ໜອງ​ຖືກ​ຂາດ​ວັກ​ຂາດ​ຕອນ.​

ໂລກ ລະ ບາ ດ covid 19 ກ ຜ ນ ສະ ທ ອນ ເຖ ງຫ າຍ ເປ າ ໝາຍ ຂອງ ລາວ ຫວຽດນາມ: 38 ມື້ແລ້ວ ທີ່ຫວຽດນາມບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ

ຜູ້ຕິດເຊື້ອຢູ່ ຫວຽດນາມ ໄດ້ຮັບການປິ່ນປົວຫາຍດີແມ່ນ 1.024/1.105 ຄົນ, ມີຜູ້ເສຍຊີວິດແມ່ນ 35 ຄົນ.

ໂລກ ລະ ບາ ດ covid 19 ກ ຜ ນ ສະ ທ ອນ ເຖ ງຫ າຍ ເປ າ ໝາຍ ຂອງ ລາວ ຫວຽດນາມ ໄດ້ສົ່ງໂທລະເລກຢ້ຽມ​ຢາມ​ຖາມ​ຂ່າວ​ ມຽນມາ ກ່ຽວກັບ​ສະ​ພາຍ​ການ​ໂລກ​ລະ​ບາດ COVID-19

ຍ​ສ​ໝ - ໃນໂທລະເລກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ເນັ້ນ ໜັກວ່າ: ບົນຈິດໃຈມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານ, ສອງປະເທດຈະຮ່ວມ​ມື​ກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນການຕໍ່ສູ້ຕ້ານການລະບາດຂອງ​ໂລກ​ລະ​ບາດ COVID-19.

ໂລກ ລະ ບາ ດ covid 19 ກ ຜ ນ ສະ ທ ອນ ເຖ ງຫ າຍ ເປ າ ໝາຍ ຂອງ ລາວ 35 ມື້ແລ້ວ ທີ່ຫວຽດນາມ ບໍ່ພົບຜູ້ ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກໃນຊຸມຊົນ

ຍອດຈຳນວນ ຜູ້ຕິດເຊື້ອພະຍາດ Covid – 19 ໃນປະຈຸບັນ ທີ່ຫວຽດນາມ ແມ່ນ 1098 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1028 ຄົນ ແລະ ມີຜູ້ເສຍຊີວິດ 35 ຄົນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.