ຍສໝ - ພິທີປະດັບຫຼຽນໄຊມິດຕະພາບ, ຫຼຽນກາ ຈາກພັກ-ລັດຖະບານ ສປປ ລາວ ໃຫ້ຄະນະພັກ-ອົງການປົກຄອງ, ພ້ອມດ້ວຍອະດິດການນຳ ແລະ ການນຳແຂວງດຽນບຽນ ສສ ຫວຽດນາມ ທີ່ມີຜົນງານປະກອບສ່ວນຊ່ວຍເຫຼືອ ບັນດາແຂວງພາກເໜືອຂອງລາວໃນໄລຍະຜ່ານມາ ໄດ້ຈັດຂຶ້ນໃນວັນທີ່ 25 ທັນວາ
ຍສໝ - ທ່ານ ງາມປະສົງ ເມືອງມະນີລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ຄົນໃໝ່ ປະຈໍາ ສປປ ລາວເມື່ອບໍ່ດົນມານີ້ ທີ່ກະຊວງດັ່ງກ່າວ.
ຍສໝ - ຢູ່ຮ່າໂນ້ຍ, ໄດ້ດຳເນີນການພົບປະສອງຝ່າຍລະຫວ່າງສະຫາຍ ບຸ່ຍກວາງຮຸຍ ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ແລະສະຫາຍ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.
ຍສໝ - ຕອນບ່າຍວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ, ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມພະນັກງານກອງທັບປະຊາຊົນລາວ ກ່ຽວກັບວຽກງານກໍາມະບານໃນກອງທັບ ປີ 2024.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 35 ປີແຫ່ງວັນທ່ົວປວງຊົນປ້ອງກັນຊາດ, ວັນທີ 13 ທັນວາ, ບັນດາກົມກອງກໍາລັງປະກອບອາວຸດ ແຂວງເທື່ອທຽນເຫວ້ ຂອງຫວຽດນາມ ແລະແຂວງສາລະວັນ, ເຊກອງຂອງລາວ ໄດ້ສົມທົບກັນຈັດຕັ້ງຫຼາຍກິດຈະກໍາແທດຈິງເພື່ອໜູນຊ່ວຍປະຊາຊົນທີ່ຢູ່ສອງຟາກຊາຍແດນ.
ຍສໝ - ຕອນຄໍ່າວັນທີ 13 ທັນວາ, ທີ່ຮ່າໂນ້ຍ, ທ່ານພົນໂທ ຈິ້ງວັນກວຽດ ເລຂາທິການສູນກາງພັກ, ກຳມະການຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຕ້ອນຮັບທ່ານພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ເນື່ອງໃນໂອກາດທ່ານ ແລະພັນລະຍາ ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ. ເຂົ້າຮ່ວມຍັງມີທ່ານພົນໂທ ເລກວາງມິງ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ.
ຍສໝ - ໂດຍໄດ້ຮັບຄໍາເຊີນຂອງສະຫາຍ ທອງສະລິດ ມັງໜໍ່ເມກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າສູນກາງພັກປະຊາຊົນປະຕິວັດລາວ, ສະຫາຍ ຫງວຽນຢຸຍງອັກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າສູນກາງພັກກອມມູນິດຫວຽດນາມ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ ລາວ ໃນລະຫວ່າງວັນທີ 10-11 ທັນວາ.
ຍສໝ - ໂດຍໄດ້ຮັບຄຳເຊີນຂອງທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ລາວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ໄປຢ້ຽມຢາມ ລາວ ແລະ ເປັນປະທານຮ່ວມໃນການປຶກສາຫາລືການເມືອງ ຄັ້ງທີ 11 ຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ແຕ່ວັນທີ 16-18 ທັນວາ 2024.
ຍສໝ - ໃນລະຫວ່າງວັນທີ 15-16 ທັນວາ, ຫຼາຍເຄື່ອນໄຫວທີ່ມີຄວາມໝາຍໄດ້ດຳເນີນຢູ່ ຈີນ ແລະ ລາວ ເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ແລະ 35 ປີແຫ່ງວັນບຸນປ້ອງກັນຊາດທົ່ວປວງຊົນ. ບັນດາລາຍການບໍ່ພຽງແຕ່ສະແດງໃຫ້ເຫັນນ້ຳໃຈມິດຕະພາບອັນເລິກເຊິ່ງລະຫວ່າງຫວຽດນາມ ແລະ ສອງປະເທດບ້ານໃກ້ເຮືອນຄຽງເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນເຖິງມູນເຊື້ອອັນສະຫງ່າລາສີຂອງກອງທັບ ຫວຽດນາມ ໃນຕະຫຼອດ 80 ປີຜ່ານມາ.
ຍສໝ - ສືບຕໍ່ການໄປປະຕິບັດງານ ຢູ່ແຂວງ ບັກຢາງ, ວັນທີ 17 ທັນວາ, ຄະນະປະຕິບັດງານແຂວງ ໄຊສົມບູນ (ລາວ) ໄດ້ໄປຢ້ຽມຢາມເຂດທ່ອງທ່ຽວປູຊະນີຍະສະຖານ - ນິເວດ ໄຕອ່ຽນຕື້ (ເຊີນດົ້ງ) ແລະ ເຂດຕົ້ນໄມ້ກິນໝາກ ລຸກຫງ້ານ.
ຍສໝ - ຕອນເຊົ້າວັນທີ 11 ທັນວາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີແຮກສ່ຽວລະຫວ່າງກົມການເງິນ, ກະຊວງປ້ອງກັນປະເທດຫວຽດນາມ ແລະກົມການເງິນ, ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດລາວ.
ຍສໝ - ວັນທີ 10 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ນໍາໂດຍ ທ່ານ ຮວ່າງດ້າວເກືອງ ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ໄດ້ມີການເຮັດວຽກກັບຄະນະຜູ້ແທນຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ນໍາໂດຍ ທ່ານ ຄໍາພາ ພິມມະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ.
ການພົວພັນແບບພິເສດລະຫວ່າງສອງປະເທດ ຫວຽດນາມ-ລາວ ໄດ້ສ້າງຄວາມສະໜິດຕິດພັນລະຫວ່າງກອງທັບປະຊາຊົນລາວ ແລະກອງທັບປະຊາຊົນຫວຽດນາມ ບໍ່ພຽງແຕ່ໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດເທົ່ານັ້ນ, ຫາກໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນອີກດ້ວຍ, ກອງທັບສອງປະເທດ ຍາມໃດກໍ່ສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອພ້ອມກັນຮ່ວມມື ແລະພັດທະນາ.
ຍສໝ - ວັນທີ 6 ທັນວາ, ຢູ່ນະຄອນຫຼວງວຽງຈັນ ໄດ້ດຳເນີນກອງປະຊຸມພົບປະລະຫວ່າງກົມດ່ານ, ກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບລາວ.
ຍສໝ - ຈາກ ເຊີນລາ ຫາ ແທງຮວ໋າ, ກອນຕູມ, ບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະ, ພົບປະເຈລະຈາລະຫວ່າງປະຊາຊົນ ຫວຽດນາມ ແລະ ລາວ ໄດ້ສ້າງຂົວເຊື່ອມຕໍ່ແບບຍືນຍົງ, ປະກອບສ່ວນປັບປຸງຄວາມສາມັກຄີ ແລະ ການຮ່ວມມືໃນໄລຍະຍາວ.
ຍສໝ - ຕາມທ່ານພັນໂທ ຈິ້ງວັນເຢືອງ, ຫົວໜ້າຄ້າຍທະຫານຊາຍແດນ ດ່ານຊາຍແດນ ຈ່ຽງເຄືອງ ແລ້ວ, ເພື່ອຮ່ວມແຮງຮ່ວມໃຈເບິ່ງແຍງດູແລໃຫ້ປະຊາຊົນເຂດຊາຍແດນສອງປະເທດ ມີໂອກາດປຸ້ມລຸມກັນ, ແບ່ງປັນຄວາມມ່ວນຊື່ນໃນຊຸມວັນບຸນປີໃໝ່ປະຈໍາຊາດຂອງຫວຽດນາມ, ທາງກົມກອງ ໄດ້ເຊື່ອມຕໍ່ກັບຜູ້ມີໃຈບຸນໃຈກຸສົນ ແລະຂໍຄວາມຊ່ວຍເຫຼືອຈາກອໍານາດການປົກຄອງທ້ອງຖິ່ນ ເພື່ອຈັດຕັ້ງການຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ປະຊາຊົນສອງຟາກຊາຍແດນ. ຜ່ານການເຄືື່ອນໄຫວນີ້ ກໍ່ໄດ້ປະກອບສ່ວນຮັດແໜ້ນການພົວພັນສາມັກຄີມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ລາວ.
ຍສໝ - ບຸນເຕັດແມ່ນງານບຸນໃຫຍ່ ແລະສຳຄັນທີ່ສຸດຂອງຊາວຫວຽດນາມ ໃນປີ. ບຸນເຕັດກໍ່ເປັນການເລີ່ມຕົ້ນປີໃໝ່, ສະນັ້ນຈຶ່ງໄດ້ຮັບການຝາກຝັງຄວາມປາດຖະໜາຫຼາຍຢ່າງໃນປີ.
ຍສໝ - ວັນທີ 7 ທັນວາ, ຢູ່ຄ້າຍທະຫານຊາຍແດນ ວິງຊວນ, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫວ້ ໄດ້ສົມທົບກັບບັນດາອົງການຈັດຕັ້ງ, ບຸກຄົນເພື່ອມອບຂອງຂວັນທີ່ມີຄວາມໝາຍຫຼາຍຢ່າງໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນຂຶ້ນກັບຕາແສງ ວິງຊວນ ແລະຕາແສງ ຟູ໋ຢຽນ (ເມືອງຝູວາງ) ໃນລາຍການ “ຄວາມອົບອຸ່ນໃນລະດູໜາວ”.
ຍສໝ - ເມື່ອບໍ່ດົນມານີ້, ອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ (UNESCO) ໄດ້ຈົດຊື່ການຟ້ອນລໍາວົງຂອງລາວ ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຂອງມວນມະນຸດ.
ຍສໝ - ເມື່ອບໍ່ດົນມານີ້ ສູນແລກປ່ຽນວັດທະນະທຳ ວິທະຍາສາດ ແລະ ເຕັກໂນໂລຊີເຍົາວະຊົນ ສົ້ງຊິ່ງຫຼີງ ທີ່ປະເທດຈີນ ຮ່ວມກັບ ສູນວັດທະນະທຳຈີນ ປະຈຳ ສປປ ລາວ ແລະ ສູນວັດທະນະທໍາຈີນ ປະຈໍາປະເທດອື່ນໆອີກ 6 ປະເທດ ໄດ້ມີການປະກາດລາຍຊືິ່ຜູ້ທີ່ໄດ້ຮັບລາງວັນຈາກທົ່ວໂລກ ຂອງການປະກວດແຕ້ມຮູບ ເຍົາວະຊົນສາກົນ ພາຍໃຕ້ຫົວຂໍ້ "ສະບາຍດີ! ເສັ້ນທາງສາຍໄໝ" ປະຈໍາປີ 2024.