ຍສໝ - ເມື່ອບໍ່ດົນມານີ້, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມພິທີໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີລາວ ສີສະຫວາດ ແກ້ວບຸນພັນ.
ຍສໝ - ໂດຍໄດ້ສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ຕໍ່ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ, ການນຳປີຊາສາມາດ, ເປັນລູກຮັກຫຼານແພງທີ່ດີເດັ່ນຂອງປະຊາຊົນລາວບັນດາເຜົ່າ, ນັກຮົບປະຕິວັດທີ່ອົງອາດກ້າຫານ, ຍອມເສຍສະຫຼະຕະຫຼອດຊີວິດເພື່ອເອກະລາດແຫ່ງຊາດ, ເສລີພາບ, ຄວາມຜາສຸກຂອງປະຊາຊົນ ແລະ ການພັດທະນາຮຸ່ງເຮືອງຂອງປະເທດລາວ.
ຍສໝ - ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີ, ອະດີດປະທານສູນກາງແນວລາວສ້າງຊາດໄດ້ເຖິງແກ່ມໍລະນະກຳເມື່ອວັນທີ 12 ພຶດສະພາ 2020.
ຍສໝ - ຕອນເຊົ້າວັນທີ 10 ເມສາ 2020, ຢູ່ຫ້ອງວ່າການນາຍົກລັດຖະມົນຕີ ລາວ ຢູ່ນະຄອນຫຼວງ ວຽງຈັນ, ຜູ້ຕາງໜ້າຂອງ ສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ແລະ ສະມາຄົມວິສາຫະກິດ ຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ລາວ ໄດ້ມອບເງິນຈຳນວນ 113.900.000 ກີບ ໃຫ້ແກ່ລັດຖະບານລາວເພື່ອຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແລະ ປະຊາຊົນລາວໃນບັ້ນຕໍ່ສູ້ກັບໂລກລະບາດ Covid -19.
ຍສໝ - ໃນຕອນເຊົ້າວັນທີ 4 ເມສາ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ ສປປ. ລາວ ເພື່ອຮັບມືກັບການລະບາດຂອງ Covid-19.
ປັດຈຸບັນ, ຊາວຫວຽດນາມພວມດໍາລົງຊີວິດທໍາມາຄ້າຂາຍຢູ່ທຸກໆແຂວງ, ນະຄອນໃນທົ່ວປະເທດລາວ ພວມມີບັນດາການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາປະເທດລາວ, ກໍຄືໃນວຽກງານສະກັດກັ້ນໂລກລະບາດໂຄວິດ - 19.
ຍສໝ - ສະຖານທູດ ຫວຽດນາມ ຢູ່ ລາວ ແລະ ຢູ່ ໄທ ໄດ້ຕັກເຕືອນວົງຄະນະຍາດຊາວຫວຽດນາມພວມຮ່ຳຮຽນ, ເຮັດວຽກ ແລະ ດຳລົງຊີວິດຢູ່ລາວ ແລະ ຢູ່ ໄທ ບໍ່ຕ້ອງເປັນຫ່ວງ, ຈຳກັດການເຄື່ອນຍ້າຍໄປມາຢ່າງຫຼາຍທີ່ສຸດ, ຈຳກັດການສຳຜັດກັບຜູ້ອື່ນ, ປະຕິບັດການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຕາມການແນະນຳຂອງກະຊວງສາທາລະນະສຸກ ຫວຽດນາມ ກໍ່ຄືບັນດາຂໍ້ກຳນົດຂອງປະເທດປະຈຳຖິ່ນຢ່າງເຂັ້ມງວດ.
ສາຍພົວພັນໄມຕິຈິດມິດຕະພາບແບບພິເສດ ແລະ ຫາຍາກລະຫວ່າງຫວຽດນາມ - ລາວ ພວມພັດທະນາຢ່າງດີງາມ, ການພົວພັນຂອງຄະນະຊາວໜຸ່ມສອງປະເທດກໍນັບມື້ນັບພັດທະນາຢ່າງໝັ້ນແກ່ນ. ໃນໄລຍະຜ່ານມາ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຕັ້ງໜ້າແບ່ງປັນປະສົບການ ແລະ ໜູນຊ່ວຍຄະນະຊາວໜູ່ມປະຊາຊົນປະຕິວັດລາວໃນການພັດທະນາວຽກງານຊາວໜຸ່ມ, ທັກສະຈັດຕັ້ງຂະບວນການກິດຈະກຳຕ່າງໆ ແລະ ພັດທະນາການຈັດຕັ້ງຂອງຄະນະຊາວໜຸ່ມ.
ກົມຄຸ້ມຄອງພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມຖອດຖອນບົດຮຽນການຄຸ້ມຄອງແລະ ດຳເນີນທຸລະກິດບໍລິການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າປະຈຳປີ 2019 ຂຶ້ນວັນທີ 28-29 ມັງກອນ 2020 ທີ່ລັດວິສາຫະກິດໄຟຟ້າລາວ ເປັນປະທານຂອງທ່ານ ບົວເທບ ມາໄລຄຳ ວ່າການຫົວໜ້າກົມຄຸ້ມຄອງພະລັງງານ ມີທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ບັນດາຫົວໜ້າກົມ ຮອງກົມ ຫົວໜ້າສະຖາບັນ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ນະຄອນຫຼວງ ຫົວໜ່ວຍທຸລະກິດໄຟຟ້າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຍສໝ - ຕອນບ່າຍວັນທີ 2 ມັງກອນ 2019, ຄະນະຊີ້ນຳແຫ່ງຊາດ 515 ໄດ້ຈັດຕັ້ງກອງປະຊຸມຕີລາຄາໝາກຜົນຂອງປີ 2019, ຜັນຂະຫຍາຍໜ້າທີ່ຈຸດສຸມປີ 2020 ຕໍ່ ແຜນຮ່າງຄົ້ນຫາ, ທ້ອນໂຮມ ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ແຜນຮ່າງ ຢັ້ງຢືນອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນ.
ການຄັດເລືອກນາງສາວລາວ ປີ 2019 ຮອບຕັດສິນ ຈັດຂຶ້ນວັນທີ 7 ຕຸລາ 2019 ຢູ່ສູນການຄ້າ ລາວ-ໄອເຕັກ ໂດຍມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ທ່ານນາງ ບັນດິດ ປະທຸມວັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ທ່ານ ຄົມປັນຍາ ເພັງວິໄນຍາ ປະທານໂຄງການຄັດເລືອກນາງສາວລາວ ປີ 2019 ພ້ອມດ້ວຍຜູ້ສະໜັບສະໜູນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຕອນເຊົ້າວັນທີ 9 ທັນວາ ຢູ່ນະຄອນຫຼວງວຽງຈັນ ໄດ້ດໍາເນີນກອງປະຊຸມສໍາມະນາ ວິທະຍາສາດສາກົນ ດ້ວຍຫົວຂໍ້ “ພຸດທະສາສະໜາຫວຽດນາມ ຢູ່ລາວ: ປະຫວັດຄວາເປັນມາ, ສະພາບຕົວຈິງ ແລະ ການກໍານົດທິດພັດທະນາ”.
ສະເຫຼີມສະຫຼອງ 44 ປີ ແຫ່ງວັນສະຖາປະນາປະເທດແຫ່ງ ສປປ.ລາວ (02/12/1975 – 02/12/2019).
ສະຫະພັນກີລາກະຕໍ້ແຫ່ງຊາດລາວ ພ້ອມຈະສົ່ງນັກກີລາກະຕໍ້ທີມຊາດລາວ ຊຸດທີ່ສ້າງຜົນງານໃນງານມະຫະກຳກີລາເອຊຽນເກມ ງານກີລາຊີເກມ ແລະ ຊຸດຊີງແຊັມໂລກ 24 ຄົນ ສະເພາະນັກກີລາມີ 17 ຄົນ ຍິງ 6 ຄົນ ເຂົ້າຮ່ວມຍາດຫຼຽນຄຳ 3 ລາຍການ ປະເພດກະຕໍ້ລອດບ້ວງຍິງ-ຊາຍ ແລະ ປະເພດທີມຊຸດຄູ່ຊາຍ ໃນງານມະຫະກຳກີລາຊີເກມ ຄັ້ງທີ XXX ທີ່ປະເທດຟີລິບປິນ ເປັນເຈົ້າພາບຈັດຂຶ້ນວັນທີ 30 ພະຈິກ ຫາ 12 ທັນວາ 2019.
ໃນວາລະດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 19 ພະຈິກ 2019 ໂດຍການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ທ່ານ ວິໄລວົງ ບຸດດາຄຳ ປະທານກຳມາທິການກຳມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ໄດ້ຂຶ້ນລາຍງານ ກ່ຽວກັບຜົນການຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ ໃນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ຕິດພັນກັບການເກັບລາຍຮັບ ຫລັງຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ ກໍໄດ້ສຸມໃສ່ປະກອບຄຳເຫັນ ແລະ ເຫັນດີເປັນເອກະພາບຮັບຮອງ ເອົາບົດລາຍງານດັ່ງກ່າວ ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ.
ຍສໝ - ວັນທີ 29 ຕຸລາ 2019, ຢູ່ຮ່າໂນ້ຍ, ທ່ານ ຮ່ວາງບິ່ງກວນ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານນາງສູນທອນ ໄຊຍະຈັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ (01 ພະຈິກ 1949 – 01 ພະຈິກ 2019).
ຫວ່າງແລ້ວນີ້, ທີ່ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ອາສາສະໝັກ ປະເທດຍີ່ປຸ່ນ ທີ່ປະຕິບັດໜ້າທີ່ຢູ່ ສປປ ລາວ ປະຈຳປີ 2019.
ເປີດຫຼັກສູດປະລິນຍາໂທ ສາຂາ ເສດຖະສາດ ແລະ ການລົງທຶນ ຮຸ່ນທີ 1 ໃນສົກຮຽນ 2019-2020 ແລ້ວ ຢູ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ.
ໃນປີ 1930 ພາຍໃຕ້ການລິເລີ່ມ ແລະ ການນຳພາຂອງປະທານ ໂຮ່ຈີມິງ, ພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ຮັບເອົາພາລະກຳປະຫວັດສາດ ແຫ່ງການນຳພາຂະບວນການປະຕິວັດຂອງ 3 ຊາດ ລາວ, ຫວຽດນາມ, ກຳປູເຈຍ.
ໃນວັນທີ 22 ກຸມພາ 2019, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບອົງການການເງິນສາກົນ (IFC) ແລະ ລັດຖະບານການາດາຈັດກອງປະຊຸມກ່ຽວກັບການລົງທຶນຮ່ວມ ລະຫວ່າງພາກລັດ ແລະ ພາກເອກະຊົນ (ຫລື PPP) ເພື່ອປຶກສາຫາຫລື ໃນການສົ່ງເສີມການລົງທຶນໃນຂະແໜງການທີ່ສຳຄັນໃນ ສປປ ລາວ.