ຍສໝ - ໃນຂອບເຂດການຢ້ຽມຢາມຢ່າງເປັນທາງການ ສະຫະພັນ ລັດເຊຍ, ຕອນບ່າຍວັນທີ 07 ກັນຍາ, ທີ່ ມົດສະກູ, ທ່ານເລຂາທິການໃຫຍ່ ຫງວຽນຝູ ຈ້ອງ ໄດ້ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດ Gazprom ແລະ Zarubezneft. ນີ້ແມ່ນບັນດາກຸ່ມບໍລິສັດນ້ຳມັນອາຍແກັດແຖວໜ້າຂອງສະຫະພັນ ລັດເຊຍ, ມີການພົວພັນຮ່ວມມືທີ່ເປັນມູນເຊື້ອ ແລະ ມີປະສິດທິຜົນກັບ ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 07 ກັນຍາ, ທີ່ນະຄອນຫລວງ ມົດສະກູ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານພັກປະເທດ ລັດເຊຍ ຍຸຕິທຳ Seigey Mironov.
ໃນຂອບເຂດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ຕອນບ່າຍວັນທີ 07 ກັນຍາ, ທີ່ສຳນັກງານສະພາສະຫະພັນ (ສະພາສູງ ລັດເຊຍ) ຢູ່ນະຄອນຫລວງ ມົດສະກູ.
ໃນຂອບເຂດການຢ້ຽມຢາມລັດເຊຍ ຢ່າງເປັນທາງການ, ຕອນເຊົ້າວັນທີ 6 ກັນຍາ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ອອກຈາກນະຄອນຫລວງ ມົດສະກູ ເດີນທາງເຖິງນະຄອນ Shochi. ນະທີ່ນີ້ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ມີການເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ V. Putin.
ຍສໝ - ທ່ານເລຂາທິການໃຫຍ່ຕີລາຄາສູງ ມວນຊົນຄົນຫວຽດນາມ ທີ່ອາໄສ ຢູ່ ສະຫະພັນທະລັດ ລັດເຊຍ ແມ່ນ ກຸ່ມກ້ອນທີ່ເຂັ້ມແຂງ ມີຜົນສຳເລັດຫຼາຍຢ່າງ ແລະ ມີມູນເຊື້ອຊ່ວຍເຫຼືອເຊິ່ງກັນແລະກັນ.
ຍສໝ - ໂດຍຕອບຮັບຕາມຄໍາເຊື້ອເຊີນຂອງທ່ານປະທານາທິບໍດີສະຫະພັນທະລັດ ລັດເຊຍ Vladimir Putin, ທ່ານ ຫງວ໋ຽນຟຸ໋ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ ພ້ອມຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງຈາກ ຮ່າໂນ້ຍ ໄປຢ້ຽມຢາມ ສະຫະພັນທະລັດ ລັດເຊຍ ລັດເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 5 – 8 ກັນຍາ 2018.
ຕອນເຊົ້າວັນທີ 4 ກັນຍາ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນ ຄະນະກຳມະການສູນກາງແນວລາວສ້າງຊາດ ນຳໂດຍທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ກຳລັງຢ້ຽມຢາມ ສສ ຫວຽດນາມ.
ທ້າຍເດືອນທີ່ຜ່ານມາ, ທີ່ ນະຄອນຫລວງວຽງຈັນ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກອວຍພອນ ເຖິງ ສະຫາຍ ຫງວຽນ ຝູ້ ຈ໋ອງ, ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ສະຫາຍ ເຈີ່ນ ດ໋າຍ ກວາງ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ເນື່ອງໃນໂອກາດວັນຊາດຫວຽດນາມ ຄົບຮອບ 73 ປີ.
ຍສໝ - ຕາມແຈ້ງການຂອງ ອົງການ ສະຫະປະຊາຊາດ, ທ່ານ Kofi Annan ອະດີດເລຂາທິການໃຫຍ່ ສະຫະປະຊາຊາດ ໄດ້ເຖິງແກ່ມໍລະນະກຳແລ້ວ ຢູ່ ປະເທດ ສະວິດສະແລນ, ໃນຕອນເຊົ້າວັນທີ 18 ສິງຫາ, ດ້ວຍອາຍຸ 80 ປີ.
ມື້ວານນີ້, ທີ່ສໍານັກງານສູນກາງພັກ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຫວໍ ວັນ ເຖືອງ ກໍາມະການກົມການເມືອງສູນກາງພັກ, ກຳມະການສູນກາງພັກ, ຫົວໜ້າຄະນະໂຄສະນາ ສຶກສາສູນກາງພັກກອມ ມູນິດ ຫວຽດນາມ, ພ້ອມດ້ວຍຄະນະ.
ມື້ວານນີ້, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາຕ່ຳອົດສະຕາລີ Tony Smith ເຂົ້າຢ້ຽມຄຳນັບ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມຢ່າງເປັນທາງການ.
ວັນທີ 11 ກໍລະກົດ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບຄະນະຮັບຜິດຊອບວຽກງານພັກ ແລະ ການນຳຫຼັກແຫຼ່ງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ
ຍສໝ - ໃນຂອບເຂດການຢ້ຽມຢາມ ມິດຕະພາບ ສສ ຫວຽດນາມ ຢ່າງເປັນທາງການ ສອງວັນທີ່ຜ່ານມາ ທ່ານເລຂາທິການ ບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ ພ້ອມພັນລະຍາ ແລະ ຄະນະ ຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ແທັງຫວ໋າ
ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະ ນະລັດປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງພັກ-ລັດ ລາວ ໄດ້ທຳການຢ້ຽມຢາມ ສສ ຫວຽດນາມ.
ຄວາມ “ແຕກຫັກ” ຂອງ G7 ໄດ້ເຮັດໃຫ້ຄວາມວິຕົກກັງວົນເພີ່ມຂຶ້ນກ່ຽວກັບການສິ້ນສຸດຂອງສາຍພົວພັນຂ້າມມະຫາສະມຸດອັດລັງຕິກ...
ຕອນເຊົ້າວັນທີ 17 ມິຖຸນາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ຊຸດທີ 14 ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ແທງຊວນ ແລະ ຮ່າດົງ, ເພື່ອປະກາດໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14.
ຕອນເຊົ້າວັນທີ 15 ພຶດສະພາ, ທີ່ຫໍສະພາແຫ່ງຊາດ, ທ່ານນາງ ຕອງທິຟ໋ອງ ຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍທ່ານ ອາລຸນໄຊ ສູນນະລາດ, ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວນຳໜ້າ ເຊິ່ງພວມຢ້ຽມຢາມຫວຽດນາມ.
ຕອນເຊົ້າວັນທີ 13 ພຶດສະພາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງບາດິງ, ຮວ່ານກ໋ຽມ ຮ່າໂນ້ຍ, ຫວຽດນາມ.