ເລຂາທິການໃຫຍ່ ຕ້ອນຮັບຜູ້ແທນ ຄະນະກຳມະການ ກວດກາສູນກາງພັກກອມມູນິດຫວຽດນາມ

16:19 | 31/10/2018

ໃນວັນທີ 31 ຕຸລາ 2018, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈິນເກີ້ມຕູ້ ເລຂາທິການສູນກາງພັກ, ປະທານຄະນະກຳມະການກວດກາ ສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 30 ຕຸລາ ເຖິງ 1 ພະຈິກ2018.

ເລຂາທິການໃຫຍ່ ຕ້ອນຮັບຜູ້ແທນ ຄະນະກຳມະການ ກວດກາສູນກາງພັກກອມມູນິດຫວຽດນາມ

ທ່ານເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ຕ້ອນຮັບຜູ້ແທນ ຄະນະກຳມະການ ກວດກາສູນກາງພັກກອມມູນິດຫວຽດນາມ.

ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ສະຫາຍ ເຈິນເກີ້ມຕູ້ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າ ໃນການເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນ, ເລິກເຊິ່ງ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ສະຫາຍ ເລຂາທິການໃຫຍ່ ຍັງໄດ້ຕີລາຄາສູງຕໍ່ຜົນການພົບປະສອງຝ່າຍ ກັບ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ກ່ຽວກັບ ໝາກຜົນການຮ່ວມມືຂອງສອງຝ່າຍໃນໄລຍະຜ່ານມາ ບົນພື້ນຖານການຜັນຂະຫຍາຍບົດບັນທຶກການຮ່ວມມື ລະຫວ່າງ ສອງຄະນະກວດກາສູນກາງພັກ ລາວ-ຫວຽດນາມ.

ໃນໂອກາດດຽວກັນ, ສະຫາຍ ເຈິນເກີ້ມຕູ້ ກໍໄດ້ຕາງໜ້າງຄະນະ ສະແດງຄວາມຂອບອົກຂອບໃຈ ມາຍັງ ສະຫາຍ ບຸນຍັງ ວໍລະຈິດ ທີ່ໄດ້ສະຫລະເວລາອັນມີຄຸນຄ່າ ໃຫ້ການຕ້ອມຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງ ໃຫ້ຊາບເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ, ໂດຍສະເພາະແມ່ນຜົນການພົບປະສອງຝ່າຍ ກັບຄະນະກວດກາສູນກາງພັກ ປປ ລາວ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.