ການນຳຂັ້ນສູງພັກ-ລັດ ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການຈາກໄປ ຂອງອາ ດີດເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ

08:33 | 06/10/2018

ໃນວັນທີ 6 ຕຸລາ 2018 ນີ້, ການນຳຂັ້ນສູງພັກ-ລັດ ນຳໂດຍສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ເຖິງດວງວິນຍານສະຫາຍ ໂດ໊ ເມື່ອຍ ອາດີດເລຂາທິການໃຫຍ່ຄະນະ ບໍລິຫານງານສູນ ກາງພັກກອມມູນິດຫວຽດນາມ ຢູ່ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ.

ການນຳຂັ້ນສູງພັກ-ລັດ ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການຈາກໄປ ຂອງອາ ດີດເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ

ພິທີວາງພວງມາລາ ອາດີດເລຂາທິການໃຫຍ່ ສສ ຫວຽດນາມ ໂດ໋ເມື່ອຍ.

ພາຍຫລັງ​ວາງພວງມາລາ​ແລ້ວ ສະຫາຍ ບຸນຍັງ ວໍລະຈິດ ​ໄດ້​ເຂົ້າ​ເຊັນ​ປື້​ມໄວ້ອາໄລ, ​ໂດຍມີເນື້ອໃນວ່າ: ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສູນກາງແນວລາວສ້າງຊາດ ຮູ້ສຶກເສົ້າໂສກເສຍດາຍເປັນຢ່າງຍິ່ງ ເມື່ອໄດ້ຮັບຂ່າວການຈາກໄປໂດຍບໍ່ມີວັນກັບຄືນມາ ຂອງ ສະຫາຍ ໂດ໊ ເມື່ອຍ, ອາດີດເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ. ການຈາກໄປ ຂອງ ສະຫາຍບໍ່ພຽງແຕ່ເປັນການສູນເສຍ ຜູ້ນຳທີ່ເຄົາລົບຮັກຂອງພັກ-ລັດ ແລະ ປະຊາຊົນຫວຽດນາມ ແຕ່ຍັງເປັນການສູນເສຍເພື່ອນມິດສະຫາຍທີ່ໃກ້ຊິດ ແລະ ສະໜິດສະໜົມທີ່ສຸດຂອງ ພັກ, ລັດ ແລະ ປະຊາຊົນລາວ ພວກຂ້າພະ ເຈົ້າ ອີກດ້ວຍ.

ການນຳຂັ້ນສູງພັກ-ລັດ ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການຈາກໄປ ຂອງອາ ດີດເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ

ສະຫາຍເລຂາທິການໃຫຍ່ ແຫ່ງ ສປປ ລາວ ພ້ອມຄະນະ ເຂົ້າໄຫວ້ອາໄລ ທ່ານໂດ໋ເມື່ອຍ ອາດີດ ເລຂາທິການ ແຫ່ງ ສສ ຫວຽດນາມ.

ສະຫາຍ ໂດ໊ ເມື່ອຍ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 1 ຕຸລາ 2018 ຜ່ານມານີ້, ລວມອາຍຸໄດ້ 101 ປີ. ສະຫາຍ ເປັນນັກປະຕິວັດທີ່ກ້າແກ່ນ, ເດັດດ່ຽວຜູ້ໜຶ່ງທີ່ມີຜົນງານ ແລະ ມີການປະກອບສ່ວນ ອັນໃຫຍ່ຫລວງ ເຂົ້າ ໃນພາລະ ກິດຕໍ່ສູ້ເພື່ອ ຄວາມເປັນເອກະລາດແຫ່ງຊາດ ຂອງປະຊາຊົນຫວຽດນາມ ໃນເມື່ອກ່ອນ ກໍຄືພາລະກິດສ້າງສາພັດ ທະນາ ແລະ ປົກປັກຮັກສາ ປະເທດຊາດ ຂອງ ສສ ຫວຽດນາມ ຕະຫລອດໄລຍະເວລາ 80 ກວ່າປີຜ່ານມາ. ພ້ອມດຽວກັນນັ້ນ, ສະຫາຍ ໂດ໊ ເມື່ອຍ ກໍເປັນໜຶ່ງ ໃນການນຳ ລຸ້ນອາວຸໂສ ຂອງຫວຽດນາມ ທີ່ໄດ້ມີການປະກອບ ສ່ວນອັນໃຫຍ່ຫລວງເຂົ້າ ໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ຕະຫລອດມາ.

ການນຳຂັ້ນສູງພັກ-ລັດ ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການຈາກໄປ ຂອງອາ ດີດເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ

ສະຫາຍ ບຸນຍັງ ວໍລະຈິດ ​ໄດ້​ເຂົ້າ​ເຊັນ​ປື້​ມໄຫວ້ອາໄລ ທ່ານໂດ໋ເມື່ອຍ ອາດີດ ເລຂາທິການ ແຫ່ງ ສສ ຫວຽດນາມ.

ໃນຊ່ວງເວລາໂສກເສົ້າອາໄລຢ່າງສຸດຊຶ້ງນີ້, ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສູນກາງແນວລາວສ້າງຊາດ ແລະ ປະຊາຊົນລາວ ຂໍ ສະແດງຄວາມ ອາໄລອາວອນຢ່າງສຸດຊຶ້ງ ແລະ ແບ່ງເບົາຄວາມເສົ້າໂສກເສຍດາຍ ມາຍັງຄະນະ ບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສສ ຫວຽນາມ, ສູນກາງແນວ ໂຮມປະເທດຊາດຫວຽດນາມ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ໂດຍສະເພາະຕໍ່ຄອບຄົວ, ຍາດຕິພີ່ນ້ອງ ຂອງສະຫາຍ ໂດ໊ ເມື່ອຍ ມານະໂອກາດນີ້

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.