ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເຂົ້າຮ່ວມວັນບຸນມະຫາສາມັກຄີ ທົ່ວປວງຊົນທັງຊາດ ຢູ່ນະຄອນຮ່າໂນ້ຍ

09:51 | 15/11/2018

ຕອນຄ່ຳວັນທີ 14 ພະຈິກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມວັນບຸນ ມະຫາສາມັກຄີ ທົ່ວປວງຊົນທັງຊາດຢູ່ເຂດຊຸມຊົນ ເລກທີ 6, ຕາແສງ ຫງວຽນຢູ, ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ.

ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເຂົ້າຮ່ວມວັນບຸນມະຫາສາມັກຄີ ທົ່ວປວງຊົນທັງຊາດ ຢູ່ນະຄອນຮ່າໂນ້ຍ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເຂົ້າຮ່ວມວັນບຸນມະຫາສາມັກຄີ ທົ່ວປວງຊົນທັງຊາດ ຢູ່ນະຄອນຮ່າໂນ້ຍ .(ພາບ: T.H)

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະແດງຄວາມປິຕິຊົມຊຶ່ນເມື່ອເຫັນວ່າປະຊາຊົນຢູ່ເຂດຊຸມຊົນ ບໍ່ພຽງແຕ່ເຂົ້າໃຈແຈ້ງຄວາມໝາຍຂອງ ນ້ຳໃຈສາມັກຄີ, ບົດບາດ ແລະ ຄວາມສຳຄັນ ຂອງແນວໂຮມ ແຕ່ຍັງໝູນໃຊ້ເຂົ້າໃນຊີວິດຕົວຈິງ, ໃນວຽກງານລະອຽດຂອງຕາແສງ, ຂອງເຂດຊຸມຊົນໄດ້ເປັນຢ່າງດີ, ດັ່ງນັ້ນຈຶ່ງບັນລຸໄດ້ຜົນງານຫຼາຍຢ່າງ, ໃນການພັດທະນາເສດຖະກິດ-ສັງຄົມ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ:

“ສາມັກຄີ, ສາມັກຄີ, ມະຫາສາມັກຄີ, ສຳເລັດຜົນ, ສຳເລັດຜົນ, ມະຫາສຳເລັດຜົນ. ສາມັກຄີມີໄຊຊະນະ, ແຕກແຍກກໍ່ພ່າຍແພ້, ກໍ່ປະລາໄຊ. ມີຄວາມໝາຍເລິກເຊິ່ງ. ຮູບພາບມະຫາສາມັກຄີ, ຍ້ອນມີຄວາມສາມັກຄີເປັນປຶກແຜ່ນຂອງ ບັນດາຊົນຊັ້ນກຳມະກອນຊາວນາ, ປັນຍາຊົນ, ຂອງປະຊາຊົນບັນດາເຜົ່າທົ່ວທຸກພາກແຕ່ເໜືອຕະຫຼອດໃຕ້ ພາຍໃຕ້ການນຳພາຂອງພັກ ໄດ້ສ້າງເປັນກຳລັງແຮງເພື່ອໃຫ້ປະເທດຊາດ ຮັ່ງມີ ເຂັ້ມແຂງ ຄືທຸກວັນນີ້”.

ໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ມອບຂອງຂັວນໃຫ້ບັນດາຄອບຄົວວັດທະນະທຳດີເດັ່ນຢູ່ເຂດຊຸມຊົນດັ່ງກ່າວ. ນອກຈາກນັ້ນ ແນວໂຮມປະເທດຊາດ ຫວຽດນາມ ກໍ່ໄດ້ມອບຂອງຂັວນໃຫ້ແກ່ ຄະນະປະຕິບັດງານ ແນວໂຮມຢູ່ເຂດຊຸມຊົນ ເລກທີ 6 ຕາແສງ ຫງວຽນຢູ, ເມືອງ ຮາຍບ່າຈຶງ, ຮ່າໂນ້ຍອີກດ້ວຍ.

(ແຫຼ່ງ​ຂໍ້​ມູນ​: vov5)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.