ທ່ານເລຂາທິການໃຫຍ່ ຫງວ໋ຽນຝູ ຈ້ອງ ຕ້ອນຮັບ ທ່ານຫົວໜ້າພັກ ກຳມະກອນ ຮົງກາຣີ

22:51 | 11/09/2018

ຍສໝ - ຕອນເຊົ້າວັນທີ 11 ກັນຍາ, ຢູ່ນະຄອນຫຼວງ Budapest, ທ່ານເລຂາທິການໃຫຍ່ ຫງວ໋ຽນຝູ ຈ້ອງ ໄດ້ໃຫ້ກຽດຕ້ອນຮັບ ທ່ານຫົວໜ້າພັກກຳມະກອນ ຮົງກາຣີ Thurmer Gyulat ເຂົ້າພົບປະໂອ້ລົມ.

ທ່ານເລຂາທິການໃຫຍ່ ຫງວ໋ຽນຝູ ຈ້ອງ ຕ້ອນຮັບ ທ່ານຫົວໜ້າພັກ ກຳມະກອນ ຮົງກາຣີ

ທ່ານເລຂາທິການໃຫຍ່ຫງວຽນຝູຈ້ອງ ຕ້ອນຮັບປະທານພັກກຳມະກອນຮົງກາຣີ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ: ການຢ້ຽມຢາມຮົງກາຣີ ຄັ້ງນີ້ຂອງຄະນະແມ່ນເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຍົກລະດັບການພົວພັນເປັນຄູ່ຮ່ວມມືຮອບດ້ານ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນແຜນນະໂຍບາຍ, ແນວທາງສະເໝີຕົ້ນສະເໝີປາຍຂອງພັກກອມມູນິດຫວຽດນາມ ໃນການພົວພັນກັບພັກກຳມະກອນຮູງກາຣີ; ປາດຖະໜາວ່າ ໃນໄລຍະຈະມາເຖິງພັກກອມມູນິດຫວຽດນາມ ແລະ ພັກກຳມະກອນຮູງກາຣີ ເພີ່ມທະວີການແລກປ່ຽນຄະນະຜູ້ແທນມາຢ້ຽມຢາມເຊິ່ງກັນ ແລະ ກັນ ເພື່ອພ້ອມກັນແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນການເຄື່ອນໄຫວ.

ທ່ານ Gyula Thurmer ຫົວໜ້າພັກ ກຳມະກອນ ຮົງກາລີ ຢັ້ງຢືນວ່າ: “ ພວກເຮົາຍາມໃດກໍ່ສະໜັບສະໜູນ ແນວທາງນະໂຍບາຍ ຂອງ ນາຍົກລັດຖະມົນຕີ ຮົງກາລີ Viktor Orban ໃນການເພີ່ມທະວີ ປັບປຸງມູນເຊື້ອສາຍພົວພັນມິດຕະພາບ ຮົງກາລີ-ຫວຽດນາມ. ນີ້ແມ່ນທັດສະນະອັນເປັນເອກກະພາບຂອງ ພັກກຳມະກອນ ຮົງກາລີ. ໃນຂອບເຂດທີ່ເຮົາມສາມາດຊ່ວຍໄດ້ ແມ່ນພວກເຮົາຍາມໃດກໍ່ສະໜັບສະໜູນ ອຸ້ມຊູຫວຽດນາມ ແລະ ພັກຄອມມູນິດ ຫວຽດນາມໃນຂະບວນການພັດທະນາ ແລະ ເຊື່ອມໂຍງສາກົນ. ພວກເຮົາມີຄວາມດີໃຈທີ່ເຫັນ ພັກຄອມມູນິດຫວຽດນາມ ຈັດຕັ້ງປະຕິບັດປະສົບຜົນສຳເລັດ ແນວທາງນະໂຍບາຍໃໝ່ນັບມື້ນັບສາມາດຢືນຢັນໄດ້ຈຸດຢືນ ແລະ ບົດບາດຂອງຕົນ ໃນການນຳພາປະເທດຊາດ ແລະ ນັບມື້ນັບມີບົດບາດສູງບົນເວທີສາກົນ. ບົດຮຽນກໍ່ຄືປະສົບການຂອງພັກກອມມູນິດຫວຽດນາມ ແມ່ນບົດຮຽນອັນລຳ້ຄ່າຂອງພັກຄອມມູນິດທົ່ວໂລກ. ພວກເຮົາຍາມໃດກໍ່ຖືເອົາບົດຮຽນອັນນັ້ນແມ່ນບົດຮຽນຂອງຕົນ ໂດຍສະເພາະແມ່ນໃນການສືກສາອົບຮົມ ເຍົາວະຊົນຄົນລຸ້ນໃໝ່ຂອງພວກຂ້າພະເຈົ້າ ”.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.