ຄວາມຊົງຈຳຂອງລູກສາວ ທ່ານປະທານ ສຸພານຸວົງຜູ້ລ່ວງລັບ ກ່ຽວກັບ ທ່ານອາດີດເລຂາທິການໃຫຍ່ ໂດ໋ເມື່ອຍ

15:51 | 10/10/2018

ຍສໝ - ອາດີດທ່ານເລຂາທິການໃຫຍ່ ໂດ໋ເມື່ອຍ ໄດ້ຖືກຮັບການເລົ່າວ່າເປັນຜູ້ທີ່ມີຄວາມສຳມະຖະ (ທຳມະດາ), ຈິງໃຈ ແລະ ມີຄວາມຜູກພັນບໍ່ສາມາດລືມໄດ້ກັບຄອບຄົວຂອງ ທ່ານປະທານປະເທດ ລາວ ສຸພານຸນົງ ຜູ້ລ່ວງລັບ.

ຄວາມຊົງຈຳຂອງລູກສາວ ທ່ານປະທານ ສຸພານຸວົງຜູ້ລ່ວງລັບ ກ່ຽວກັບ ທ່ານອາດີດເລຂາທິການໃຫຍ່ ໂດ໋ເມື່ອຍ

ອາດີດເລຂາທິການໃຫຍ່ ໂດ໋ເມື່ອຍ ຢ້ຽມຢາມ ສົມເດັດ ສຸພານຸວົງ.

ຕອນທີ່ເພິ່ນຍັງມີຊີວິດຢູ່ ທ່ານເລຂາທິການໃຫຍ່ ໂດ໋ເມື່ອຍ ຍາມໃດກໍ່ມີຄວາມເອົາໃຈໃສ່ເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອມາແຕ່ຍາວນານ, ຄວາມສາມັກຄີພິເສດ ຫວຽດນາມ-ລາວ. ມາຢ້ຽມຢາມມິດຕະພາບ, ຍາມໃດເພີ່ມກໍ່ສະຫຼະເວລາມາຢ້ຽມຢາມຖາມຂ່າວຖາມຄາວ ກຳນຳອະວຸໂສລຸ້ນອ້າຍ ທີ່ເຄີຍຕໍ່ສູ້ຄຽງບ່າຄຽງໄລ່ ກັບປະທານ ໂຮ່ຈີ້ມິງ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ. ໃນນັ້ນມີ ທ່ານປະທານປະເທດ ແຫ່ງ ສປປ ລາວ ສຸພານຸວົງ ຜູ້ລ່ວງລັບ. ຄວາມຮັກແພງ, ຄວາມຊົງຈຳທີ່ບໍ່ສາມາດລືມໄດ້ນັ້ນໄດ້ຮັບການເກັບຮັກສາຜ່ານການບອກເລົ່າຂອງ ທ່ານນາງ ຍອດແກ້ວມະນີ ສຸພານຸວົງ- ລູກສາວ ຂອງພະນະທ່ານປະທານປະເທດ ສຸພານຸວົງ.

ຖ້າຈະເລົ່າເຖິງ ອາດີດ ເລຂາທິການໃຫຍ່ ໂດ໋ເມື່ອຍ, ທ່ານນາງ ຍອດແກ້ວມະນີ ສຸພານຸວົງ ຮອງປະທານ ແນວລາວສ້າງຊາດສູນກາງ ຍາມໃດກໍ່ມີຄວາມຕື່ນເຕັ້ນ ແລະ ຊາບຊື້ງໃຈ ຕໍ່ກັບ ການນຳຂັ້ນສູງ ຂອງ ພັກຄອມມູນິກຫວຽດນາມ ມີຄວາມສຳມະຖະ, ຈິງໃຈ, ຍາມໃດກໍ່ມີຄວາມເອົາໃຈໃສ່ຕໍ່ຜູ້ອື່ນ. ໃນການມາຢ້ຽມຢາມລາວ ພາຍຫຼັງທີ່ໄດ້ຮັບຕຳແໜ່ງເລຂາທິການໃຫຍ່ ຜູ້ທີ 5 ດ້ວຍວຽກງານທີ່ຫຼວງຫຼາຍ ເຮັດກັບບັນດາການນຳຂອງ ລາວແລ້ວ, ທ່ານອາດີດ ເລຂາທິການໃຫຍ່ ໂດ໋ເມື່ອຍ ຍັງສະຫຼະເວລາມາຢ້ຽມຢາມຄອບຄົວຂອງ ປະທານປະເທດ ສຸພານຸວົງ ຜູ້ກະສຽນ.

ຄວາມຊົງຈຳຂອງລູກສາວ ທ່ານປະທານ ສຸພານຸວົງຜູ້ລ່ວງລັບ ກ່ຽວກັບ ທ່ານອາດີດເລຂາທິການໃຫຍ່ ໂດ໋ເມື່ອຍ

ທ່ານນາງ ຍອດແກ້ວມະນີ-ລູກສາວຂອງ ທ່ານປະທານປະເທດ ສຸພານຸວົງ ຜູ້ລ່ວງລັບ ໄດ້ເລົ່າເຖິງຄວາມຊົງຈຳ ກ່ຽວກັບ ອາດີດເລຂາທິການໃຫຍ່ ໂດ໋ເມື່ອຍ ກັບນັກຂ່າວ ສະຖານນີວິດທຍຸກະຈາຍສຽງ ຫວຽດນາມ.

ຕໍ່ກັບ ທ່ານນາງ ຍອດແກ້ວມະນີ ສຸພານຸວົງ ແລ້ວ, ນັ້ນແມ່ນຄວາມຮູ້ສຶກທີ່ຍາກຈະລືມໄດ້: “ ເມື່ອໄດ້ຮັບຕຳແໜງ່ ເລຂາທິການໃຫຍ່ ລຸງ ໂດ໋ເມື່ອຍ ກໍ່ໄດ້ມາຢ້ຽມຢາມ ລາວ . ລຸງກໍ່ໄດ້ມາຢ້ຽມຢາມ ຖາມຂ່າວຖາມຄາວ ພໍ່ແມ່ຂອງຂ້າພະເຈົ້າ. ພໍ່ແມ່ຂອງຂ້າພະເຈົ້າເຄີຍເລົ່າສູ່ຝັງວ່າ, ລຸງໂດ໋ເມື່ອຍ ແມ່ນຜູ້ທີ່ມີຄວາມສຳມະຖະ, ມີຄວາມໄກ້ສິດຕິດແທດປະຊາຊົນ, ມີຄວາມເອົາໃຈໃສ່ຮັກແພງຜູ້ອື່ນ, ລຸງເປັນຜູ້ທີ່ມີຄວາມຖະໜອມຖ່ອມຕົນ ແລະ ມີຄວາມຊື່ສັດສຸດຈະລິດ. ເມື່ອມາພົບປະກັບພໍ່ແມ່ຂອງຂ້າພະເຈົ້າ ລຸງຍາມໃດກໍ່ມີຄວາມສົນໃຈ ຖາມຂ່າວຄາວ ສຸຂະພາບເປັນແນວໃດ, ຄອບຄົວລູກຫຼານເປັນແນວໃດ. ລຸງ ໂດ໋ເມື່ອຍ ໄດ້ເຄີຍເວົ້າເຖິງນຳ້ໃຈຮັກແພງຂອງບັນດາສະຫາຍ ການນຳ ຫວຽດນາມ, ປະຊາຊົນ ຫວຽດນາມ ຕໍ່ກັບບັນດາ ສະຫາຍການນຳຂອງລາວ ເວົ້າລວມ ແລະ ຄອບຄົວ ປະທານປະເທດ ສຸພານຸວົງ ຂອງພວກຂ້າພະເຈົ້າເວົ້າສະເພາະ. ນັ້ນແມ່ນຄວາມເອົາໃຈໃສ່ອັນເປັນມູນເຊື້ອ, ເຄົາລົບນັບຖືຮັກແພງ ຕໍ່ກັບຜູ້ອະວຸໂສ. ເພີ່ນຍັງເວົ້າເຖິງ ຄວາມເປັນແບບເປັນຢ່າງ ອັນສ່ອງໃສ, ຈິງໃຈ ໃນສາຍພົວພັນ ລະຫວ່າງ ສອງພັກ, ສອງລັດ ຫວຽດ-ລາວ. ນີ້ກໍ່ແມ່ນສິ່ງທີ່ພວກເຮົາບໍ່ສາມາດຫຼົງລືມໄດ້”.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.