3 ແຂວງພາກເໜືອຂອງລາວ ສືບຕໍ່ຫັດແໜ້ນສາຍພົວພັນຮ່ວມມືກັບແຂວງດຽນບຽນ

3 ແຂວງພາກເໜືອຂອງລາວ ສືບຕໍ່ຫັດແໜ້ນສາຍພົວພັນຮ່ວມມືກັບແຂວງດຽນບຽນ

ຍສໝ - ພິທີປະດັບຫຼຽນໄຊມິດຕະພາບ, ຫຼຽນກາ ຈາກພັກ-ລັດຖະບານ ສປປ ລາວ ໃຫ້ຄະນະພັກ-ອົງການປົກຄອງ, ພ້ອມດ້ວຍອະດິດການນຳ ແລະ ການນຳແຂວງດຽນບຽນ ສສ ຫວຽດນາມ ທີ່ມີຜົນງານປະກອບສ່ວນຊ່ວຍເຫຼືອ ບັນດາແຂວງພາກເໜືອຂອງລາວໃນໄລຍະຜ່ານມາ ໄດ້ຈັດຂຶ້ນໃນວັນທີ່ 25 ທັນວາ

ລັດຖະມົນຕີກະຊວງ ຍທຂ ຕ້ອນຮັບທູດສສ ຫວຽດນາມ ປະຈໍາ ສປປ ລາວຄົນໃໝ່

ລັດຖະມົນຕີກະຊວງ ຍທຂ ຕ້ອນຮັບທູດສສ ຫວຽດນາມ ປະຈໍາ ສປປ ລາວຄົນໃໝ່

ຍສໝ - ທ່ານ ງາມປະສົງ ເມືອງມະນີລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ຄົນໃໝ່ ປະຈໍາ ສປປ ລາວເມື່ອບໍ່ດົນມານີ້ ທີ່ກະຊວງດັ່ງກ່າວ.

ຊຸກຍູ້ການຮ່ວມມືຊາວໜຸ່ມສອງປະເທດ ຫວຽດນາມ-ລາວ

ຊຸກຍູ້ການຮ່ວມມືຊາວໜຸ່ມສອງປະເທດ ຫວຽດນາມ-ລາວ

ຍສໝ - ຢູ່ຮ່າໂນ້ຍ, ໄດ້ດຳເນີນການພົບປະສອງຝ່າຍລະຫວ່າງສະຫາຍ ບຸ່ຍກວາງຮຸຍ ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ແລະສະຫາຍ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

ສືບຕໍ່ມູນເຊື້ອອັນດີງາມລະຫວ່າງກອງທັບປະຊາຊົນ ຫວຽດນາມ-ລາວ

ສືບຕໍ່ມູນເຊື້ອອັນດີງາມລະຫວ່າງກອງທັບປະຊາຊົນ ຫວຽດນາມ-ລາວ

ຍສໝ - ຕອນບ່າຍວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ, ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມພະນັກງານກອງທັບປະຊາຊົນລາວ ກ່ຽວກັບວຽກງານກໍາມະບານໃນກອງທັບ ປີ 2024.

ປະຕິບັດຫຼາຍກິດຈະກຳຢູ່ເສັ້ນຊາຍແດນຫວຽດນາມ-ລາວ

ປະຕິບັດຫຼາຍກິດຈະກຳຢູ່ເສັ້ນຊາຍແດນຫວຽດນາມ-ລາວ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 35 ປີແຫ່ງວັນທ່ົວປວງຊົນປ້ອງກັນຊາດ, ວັນທີ 13 ທັນວາ, ບັນດາກົມກອງກໍາລັງປະກອບອາວຸດ ແຂວງເທື່ອທຽນເຫວ້ ຂອງຫວຽດນາມ ແລະແຂວງສາລະວັນ, ເຊກອງຂອງລາວ ໄດ້ສົມທົບກັນຈັດຕັ້ງຫຼາຍກິດຈະກໍາແທດຈິງເພື່ອໜູນຊ່ວຍປະຊາຊົນທີ່ຢູ່ສອງຟາກຊາຍແດນ.

ຫວຽດນາມ-ລາວ ຮັດແໜ້ນການຮ່ວມມືດ້ານປ້ອງກັນຊາດ

ຫວຽດນາມ-ລາວ ຮັດແໜ້ນການຮ່ວມມືດ້ານປ້ອງກັນຊາດ

ຍສໝ - ຕອນຄໍ່າວັນທີ 13 ທັນວາ, ທີ່ຮ່າໂນ້ຍ, ທ່ານພົນໂທ ຈິ້ງວັນກວຽດ ເລຂາທິການສູນກາງພັກ, ກຳມະການຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຕ້ອນຮັບທ່ານພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ເນື່ອງໃນໂອກາດທ່ານ ແລະພັນລະຍາ ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ. ເຂົ້າຮ່ວມຍັງມີທ່ານພົນໂທ ເລກວາງມິງ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ.

ເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ

ເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ

ຍສໝ - ໂດຍໄດ້ຮັບຄໍາເຊີນຂອງສະຫາຍ ທອງສະລິດ ມັງໜໍ່ເມກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າສູນກາງພັກປະຊາຊົນປະຕິວັດລາວ, ສະຫາຍ ຫງວຽນຢຸຍງອັກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າສູນກາງພັກກອມມູນິດຫວຽດນາມ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ ລາວ ໃນລະຫວ່າງວັນທີ 10-11 ທັນວາ.

ການຮ່ວມມື ຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າງເຂັ້ມແຂງໃນຫຼາຍຂົງເຂດ

ການຮ່ວມມື ຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າງເຂັ້ມແຂງໃນຫຼາຍຂົງເຂດ

ຍສໝ - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ ທອງ​ສະຫວັນ ພົມວິຫານ ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ​ ລາວ ​ແລະ ປະຕິບັດຂໍ້ຕົກລົງ​​ຮ່ວມ​ມື​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ ​ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ ລາວ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍ​ແທງ​ເຊີນ ​ໄດ້​ໄປ​ຢ້ຽມຢາມ ​ລາວ ​ແລະ ​ເປັນ​ປະທານ​ຮ່ວມ​ໃນ​ການ​ປຶກສາ​ຫາລື​ການເມືອງ ​ຄັ້ງ​ທີ 11 ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ລາວ ແຕ່​ວັນ​ທີ 16-18 ທັນ​ວາ 2024.

ສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຢູ່ ຈີນ ແລະ ລາວ

ສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຢູ່ ຈີນ ແລະ ລາວ

ຍສໝ - ​ໃນ​ລະຫວ່າງ​ວັນ​ທີ 15-16 ທັນວາ​, ຫຼາຍ​ເຄື່ອນໄຫວ​ທີ່​ມີ​ຄວາມ​ໝາຍ​ໄດ້​ດຳ​ເນີນ​ຢູ່ ​ຈີນ ​ແລະ ລາວ ​ເພື່ອ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ ​ຫວຽດນາມ ​ແລະ 35 ປີ​ແຫ່ງ​ວັນ​ບຸນປ້ອງກັນຊາດທົ່ວປວງຊົນ. ບັນດາ​ລາຍການ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ມິດຕະພາບ​ອັນ​ເລິກ​ເຊິ່ງລະຫວ່າງ​ຫວຽດນາມ ​ແລະ ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​ຂອງ​ກອງທັບ​ ຫວຽດນາມ ​ໃນ​ຕະຫຼອດ 80 ປີຜ່ານມາ.

ຄະນະປະຕິບັດງານແຂວງ ໄຊສົມບູນ (ລາວ) ໄດ້ໄປຢ້ຽມຢາມ ເມືອງ ເຊີນດົ້ງ ແລະ ເຂດຕົ້ນໄມ້ກິນໝາກ ລຸກຫງ້ານ

ຄະນະປະຕິບັດງານແຂວງ ໄຊສົມບູນ (ລາວ) ໄດ້ໄປຢ້ຽມຢາມ ເມືອງ ເຊີນດົ້ງ ແລະ ເຂດຕົ້ນໄມ້ກິນໝາກ ລຸກຫງ້ານ

ຍສໝ - ສືບຕໍ່ການໄປປະຕິບັດງານ ຢູ່ແຂວງ ບັກຢາງ, ວັນທີ 17 ທັນວາ, ຄະນະ​ປະຕິບັດງານແຂວງ ໄຊສົມບູນ (ລາວ) ໄດ້ໄປຢ້ຽມຢາມເຂດທ່ອງທ່ຽວ​ປູຊະນີຍະສະຖານ - ນິເວດ ໄຕອ່ຽນຕື້ (ເຊີນ​ດົ້ງ) ແລະ ເຂດ​ຕົ້ນໄມ້ກິນໝາກ ລຸກຫງ້ານ.

ກອງທັບຫວຽດນາມ ແລະລາວ ແລກປ່ຽນບົດຮຽນໃນວຽກງານການເງິນ

ກອງທັບຫວຽດນາມ ແລະລາວ ແລກປ່ຽນບົດຮຽນໃນວຽກງານການເງິນ

ຍສໝ - ຕອນເຊົ້າວັນທີ 11 ທັນວາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີແຮກສ່ຽວລະຫວ່າງກົມການເງິນ, ກະຊວງປ້ອງກັນປະເທດຫວຽດນາມ ແລະກົມການເງິນ, ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດລາວ.

ເພີ່ມທະວີການຮ່ວມມືດ້ານວັດທະນະທໍາ-ການທ່ອງທ່ຽວລະຫວ່າງ ຫວຽດນາມ-ລາວ

ເພີ່ມທະວີການຮ່ວມມືດ້ານວັດທະນະທໍາ-ການທ່ອງທ່ຽວລະຫວ່າງ ຫວຽດນາມ-ລາວ

ຍສໝ - ວັນທີ 10 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ນໍາໂດຍ ທ່ານ ຮວ່າງດ້າວເກືອງ ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ໄດ້ມີການເຮັດວຽກກັບຄະນະຜູ້ແທນຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ນໍາໂດຍ ທ່ານ ຄໍາພາ ພິມມະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ.

ກອງທັບຫວຽດນາມ-ລາວ: ສະໜັບສະໜູນ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອພ້ອມກັນພັດທະນາ

ກອງທັບຫວຽດນາມ-ລາວ: ສະໜັບສະໜູນ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອພ້ອມກັນພັດທະນາ

ການພົວພັນແບບພິເສດລະຫວ່າງສອງປະເທດ ຫວຽດນາມ-ລາວ ໄດ້ສ້າງຄວາມສະໜິດຕິດພັນລະຫວ່າງກອງທັບປະຊາຊົນລາວ ແລະກອງທັບປະຊາຊົນຫວຽດນາມ ບໍ່ພຽງແຕ່ໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດເທົ່ານັ້ນ, ຫາກໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນອີກດ້ວຍ, ກອງທັບສອງປະເທດ ຍາມໃດກໍ່ສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອພ້ອມກັນຮ່ວມມື ແລະພັດທະນາ.

ກອງປະຊຸມພົບປະລະຫວ່າງກົມດ່ານຊາຍແດນຫວຽດນາມ ແລະກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງຂອງລາວ

ກອງປະຊຸມພົບປະລະຫວ່າງກົມດ່ານຊາຍແດນຫວຽດນາມ ແລະກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງຂອງລາວ

ຍສໝ - ວັນທີ 6 ທັນວາ, ຢູ່ນະຄອນຫຼວງວຽງຈັນ ໄດ້ດຳເນີນກອງປະຊຸມພົບປະລະຫວ່າງກົມດ່ານ, ກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບລາວ.

ຫຼາຍການເຄື່ອນໄຫວພົບປະແລກປ່ຽນເພີ່ມພູນຄູນສ້າງມິດຕະພາບ ຫວຽດນາມ - ລາວ

ຫຼາຍການເຄື່ອນໄຫວພົບປະແລກປ່ຽນເພີ່ມພູນຄູນສ້າງມິດຕະພາບ ຫວຽດນາມ - ລາວ

ຍສໝ - ຈາກ ເຊີນລາ ຫາ ແທງຮວ໋າ, ກອນຕູມ, ບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະ, ພົບປະເຈລະຈາລະຫວ່າງປະຊາຊົນ ຫວຽດນາມ ແລະ ລາວ ໄດ້ສ້າງຂົວເຊື່ອມຕໍ່ແບບຍືນຍົງ, ປະກອບສ່ວນປັບປຸງຄວາມສາມັກຄີ ແລະ ການຮ່ວມມືໃນໄລຍະຍາວ.

ລະດູບານໃໝ່ຢູ່ເຂດຊາຍແດນ ເຕັມໄປດ້ວຍຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນ

ລະດູບານໃໝ່ຢູ່ເຂດຊາຍແດນ ເຕັມໄປດ້ວຍຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນ

ຍສໝ - ຕາມທ່ານພັນໂທ ຈິ້ງວັນເຢືອງ, ຫົວໜ້າຄ້າຍທະຫານຊາຍແດນ ດ່ານຊາຍແດນ ຈ່ຽງເຄືອງ ແລ້ວ, ເພື່ອຮ່ວມແຮງຮ່ວມໃຈເບິ່ງແຍງດູແລໃຫ້ປະຊາຊົນເຂດຊາຍແດນສອງປະເທດ ມີໂອກາດປຸ້ມລຸມກັນ, ແບ່ງປັນຄວາມມ່ວນຊື່ນໃນຊຸມວັນບຸນປີໃໝ່ປະຈໍາຊາດຂອງຫວຽດນາມ, ທາງກົມກອງ ໄດ້ເຊື່ອມຕໍ່ກັບຜູ້ມີໃຈບຸນໃຈກຸສົນ ແລະຂໍຄວາມຊ່ວຍເຫຼືອຈາກອໍານາດການປົກຄອງທ້ອງຖິ່ນ ເພື່ອຈັດຕັ້ງການຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ປະຊາຊົນສອງຟາກຊາຍແດນ. ຜ່ານການເຄືື່ອນໄຫວນີ້ ກໍ່ໄດ້ປະກອບສ່ວນຮັດແໜ້ນການພົວພັນສາມັກຄີມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ລາວ.

ບຸນປີໃໝ່ປະຈຳຊາດຫວຽດນາມ ເຊື່ອມຕໍ່ໄວໜຸ່ມຫວຽດນາມ - ລາວ - ກຳປູເຈຍ

ບຸນປີໃໝ່ປະຈຳຊາດຫວຽດນາມ ເຊື່ອມຕໍ່ໄວໜຸ່ມຫວຽດນາມ - ລາວ - ກຳປູເຈຍ

ຍສໝ - ບຸນເຕັດແມ່ນງານບຸນໃຫຍ່ ແລະສຳຄັນທີ່ສຸດຂອງຊາວຫວຽດນາມ ໃນປີ. ບຸນເຕັດກໍ່ເປັນການເລີ່ມຕົ້ນປີໃໝ່, ສະນັ້ນຈຶ່ງໄດ້ຮັບການຝາກຝັງຄວາມປາດຖະໜາຫຼາຍຢ່າງໃນປີ.

ມອບຂອງຂວັນໃຫ້ແກ່ປະຊາຊົນຢູ່ສອງຟາກຊາຍແດນ ຫວຽດນາມ-ລາວ

ມອບຂອງຂວັນໃຫ້ແກ່ປະຊາຊົນຢູ່ສອງຟາກຊາຍແດນ ຫວຽດນາມ-ລາວ

ຍສໝ - ວັນທີ 7 ທັນວາ, ຢູ່ຄ້າຍທະຫານຊາຍແດນ ວິງຊວນ, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫວ້ ໄດ້ສົມທົບກັບບັນດາອົງການຈັດຕັ້ງ, ບຸກຄົນເພື່ອມອບຂອງຂວັນທີ່ມີຄວາມໝາຍຫຼາຍຢ່າງໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນຂຶ້ນກັບຕາແສງ ວິງຊວນ ແລະຕາແສງ ຟູ໋ຢຽນ (ເມືອງຝູວາງ) ໃນລາຍການ “ຄວາມອົບອຸ່ນໃນລະດູໜາວ”.

ຟ້ອນລໍາວົງລາວ ໄດ້ຮັບການຮັບຮອງເປັນມໍລະດົກໂລກ

ຟ້ອນລໍາວົງລາວ ໄດ້ຮັບການຮັບຮອງເປັນມໍລະດົກໂລກ

ຍສໝ - ເມື່ອບໍ່ດົນມານີ້, ອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ (UNESCO) ໄດ້ຈົດຊື່ການຟ້ອນລໍາວົງຂອງລາວ ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຂອງມວນມະນຸດ.

ເຍົາວະຊົນລາວໄດ້ຮັບລາງວັນທີໜຶ່ງປະກວດແຕ້ມຮູບ ເຍົາວະຊົນສາກົນ

ເຍົາວະຊົນລາວໄດ້ຮັບລາງວັນທີໜຶ່ງປະກວດແຕ້ມຮູບ ເຍົາວະຊົນສາກົນ

ຍສໝ - ເມື່ອບໍ່ດົນມານີ້ ສູນແລກປ່ຽນວັດທະນະທຳ ວິທະຍາສາດ ແລະ ເຕັກໂນໂລຊີເຍົາວະຊົນ ສົ້ງຊິ່ງຫຼີງ ທີ່ປະເທດຈີນ ຮ່ວມກັບ ສູນວັດທະນະທຳຈີນ ປະຈຳ ສປປ ລາວ ແລະ ສູນວັດທະນະທໍາຈີນ ປະຈໍາປະເທດອື່ນໆອີກ 6 ປະເທດ ໄດ້ມີການປະກາດລາຍຊືິ່ຜູ້ທີ່ໄດ້ຮັບລາງວັນຈາກທົ່ວໂລກ ຂອງການປະກວດແຕ້ມຮູບ ເຍົາວະຊົນສາກົນ ພາຍໃຕ້ຫົວຂໍ້ "ສະບາຍດີ! ເສັ້ນທາງສາຍໄໝ" ປະຈໍາປີ 2024.