ບັນດາ​ການ​ເຄື່ອນ​ໄຫວ​ທີ່​ໜ້າ​ຕື່ນ​ເຕັ້ນ​ເພື່ອເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ​ຫວຽດນາມ - ລາວ

09:48 | 18/08/2025

ຍສໝ - ຕາມ​ນັກ​ຂ່າວ​ສຳນັກ​ຂ່າວສານ​ຫວຽດນາມ ປະຈຳ​ລາວ ແລ້ວ, ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025), ຕອນເຊົ້າວັນທີ 16 ສິງຫາ, ຢູ່ແຂວງສະຫວັນນະເຂດ, ພາກກາງຂອງລາວ, ກົງສູນໃຫຍ່ ຫວຽດນາມ ປະຈຳ ແຂວງສະຫວັນນະເຂດ ໄດ້ສົມທົບກັບພະແນກສຶກສາທິການ ແລະ ກິລາ ແຂວງ ສະຫວັນນະເຂດ ຈັດການແຂ່ງຂັນບານເຕະນັກຮຽນນະຄອນ ໄກສອນ ພົມວິຫານ.

ຫວຽດນາມ ແບ່ງປັນ​ບັນດາ​ຜົນງານ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ສິດ​ພົນລະ​ເມືອງ ​ແລະ ສິດ​ການ​ເມືອງ​ໄປຍັງສາກົນ
ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ໃນ​ສະພາບ​ການ​ໃໝ່

ໂດຍ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ນາງ ດັ້ງ​ທິ​ຫາຍເຕີມ, ກົງ​ສຸນ​ໃຫຍ່​ຫວຽດນາມ ປະຈຳ​ແຂວງ​ສະ​ຫວັນ​ນະ​ເຂດ; ຜູ້ຕາງໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ​ບັນດາອົງການອ້ອມຂ້າງສະຖານກົງສູນ, ສະມາຄົມວິສາຫະກິດຫວຽດນາມ (AVILA) ປະຈໍາພາກກາງຂອງລາວ, ສະມາຄົມຊາວຫວຽດນາມ ປະຈຳແຂວງສະຫວັນນະເຂດ, ພ້ອມດ້ວຍນັກຮຽນ, ຄູ-ອາຈານ ແລະ ຜູ້ສະໜັບສະໜູນເປັນຈໍານວນຫຼວງຫຼາຍ.

ບັນດາ​ການ​ເຄື່ອນ​ໄຫວ​ທີ່​ໜ້າ​ຕື່ນ​ເຕັ້ນ​ເພື່ອເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ​ຫວຽດນາມ - ລາວ
ບັນດາຜູ້ແທນຖ່າຍຮູບທີ່ລະນຶກກັບນັກຮຽນທີ່ເຂົ້າຮ່ວມການແຂ່ງຂັນ. (ພາບ: Do Ba Thanh/TTXVN)

ກ່າວ​ຄຳປາໄສທີ່ໄຂເປີດ, ທ່ານ​ນາງ ດັ້ງ​ທິ​ຫາຍເຕີມ ​ເນັ້ນ​ໜັກ​ວ່າ 80 ປີ​ກ່ອນ, ພາຍ​ໃຕ້​ການ​ຊີ້​ນຳຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ປະຊາຊົນ ຫວຽດນາມ ບັນລຸ​ໄດ້​ໄຊຊະນະ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ, ຍາດ​ແຍ່ງ​ອຳນາດ​ໃຫ້​ປະຊາຊົນ. ວັນ​ທີ 2 ກັນຍາ​ປີ 1945, ຢູ່​ສະໜາມ​ຫຼວງ​ບາ​ດິ່ງ, ປະທານ​ໂຮ່ຈີ​ມິນ ໄດ້​ອ່ານ​ຖະ​ແຫຼ​ງການ​ປະກາດ​ເອກະລາດ, ​ໃຫ້​ກຳເນີດປະເທດສາທາລະນະ​ລັດປະຊາທິປະໄຕຫວຽດນາມ ​ - ປະຈຸ​ບັນ​ແມ່ນ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ. ນີ້​ແມ່ນ​ຂີດ​ໝາຍ​ອັນ​ສະຫງ່າ​ລາສີ​ໃນ​ປະຫວັດສາດ​ຂອງ​ປະ​ເທດ​ຊາດ, ​ເປີດ​ຍຸກ​ແຫ່ງ​ເອກະລາດ, ​ເສລີພາບ, ປະຊາຊົນ​ເປັນ​ເຈົ້າ​ຊີວິດ​ຂອງ​ຕົນ.

ທ່ານ​ນາງ ດັ້ງ​ທິ​ຫາຍເຕີມ ຍັງ​ໄດ້​ຢ້ຳ​ຄືນ​ຄຳ​ແນະ​ນຳ​ຂອງ​ປະ​ທານ​ໂຮ່​ຈິ​ມິນ​ວ່າ “ຢາກແຮງງານ, ຜະລິດໄດ້ດີ, ປະຕິບັດງານ ແລະ ຮ່ຳຮຽນໄດ້ດີ, ຕ້ອງມີສຸຂະພາບດີ. ຖ້າຢາກມີສຸຂະພາບດີ, ຕ້ອງຄວນອອກກຳລັງກາຍ ແລະ ຫຼິ້ນກິລາເປັນປະຈຳ” ແລະ ຄຳສອນເຫຼົ່ານັ້ນຍັງຖືເປັນຈິງໃນທຸກມື້ນີ້; ພົນລະ​ເມືອງ​ແຕ່ລະຄົນ​ຈະ​ສ້າງ​ກຳລັງ​ແຮງ​ຂອງ​ທົ່ວ​ປະ​ເທດ, ປະກອບສ່ວນ​ສ້າງ “ປະຊາຊົນ​​ເຂັ້ມ​ແຂງ, ປະ​ເທດ​ຮັ່ງມີ”.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຊື່ອ​ໝັ້ນ​ວ່າ ການ​ແຂ່ງຂັນ​ກິລາ​ບານ​ເຕະ​ຄັ້ງ​ນີ້ ຈະ​ປະກອບສ່ວນ​ກໍ່ສ້າງ​ຂະ​ບວນການ​ກິລາ, ຢົກສູງສຸຂະພາບ​ຂອງ​ນັກຮຽນ, ຮັບ​ໃຊ້​ການ​ພັດທະນາ​ຂອງ​ແຂວງ​ສະຫວັນ​ນະ​ເຂດ.

ການແຂ່ງຂັນຄັ້ງນີ້ ໄດ້ມີ6 ທີມ ໂດຍມີນັກຮຽນຈາກໂຮງຮຽນທັງໝົດ 80 ກວ່າຄົນ ປະກອບມີ ໂຮງຮຽນຊັ້ນມັດທະຍົມປາຍກິນນອນ ສະຫວັນນະເຂດ, ໂຮງຮຽນ ຊັ້ນມັດທະຍົມປາຍ ໂພນສະຫວັນ, ໂຮງຮຽນ ຊັ້ນມັດທະຍົມປາຍ ສະຫວັນ, ໂຮງຮຽນ ຊັ້ນມັດທະຍົມປາຍ ອຸດົມວິໄລ, ໂຮງຮຽນປະຕິບັດຕົວຈິງ ຂຶ້ນກັບວິທະຍາໄລສ້າງຄູ ສະຫວັນນະເຂດ ແລະ ໂຮງຮຽນ ຊັ້ນມັດທະຍົມປາຍ ລາວ-ຫວຽດນາມ. ບັນດທີມແບ່ງອອກເປັນ 2 ກຸ່ມ A ແລະ B, ແຂ່ງຂັນເຂ່ຍອອກໂດຍກົງ, ແຕ່ລະນັດໃຊ້ເວລາ 20 ນາທີ.

ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຫຼາຍ​ຢ່າງ ​ໄດ້​ດຳ​ເນີນ​ຢູ່​ນະ​ຄອນ Budapest, ຮົງ​ກາ​ຣີ. ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຫຼາຍ​ຢ່າງ ​ໄດ້​ດຳ​ເນີນ​ຢູ່​ນະ​ຄອນ Budapest, ຮົງ​ກາ​ຣີ.

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ຮຸງກາຣີ, ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ໄດ້ສົມທົບກັບອຳນາດການປົກຄອງເມືອງ 3, ນະຄອນຫຼວງ ​​Budapest ຈັດຕັ້ງວັນວັດທະນະທຳ ຫວຽດນາມ ດ້ວຍບັນດາການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະຄື: ງານວາງສະແດງພາບແຕ້ມ, ຮູບພາບ, ລາຍການຮູບເງົາເອກະສານ, ແນະນຳປະເທດຊາດ, ປະຊາຊົນ ແລະ ...

ທ່ານນາງ​ເລ​ຂາ​ຄະນະພັກແຂວງຕວຽນ​ກວາງ ຮ່າ​ທິ​ງາ ໄດ້​ຮັບ​ການ​ເຄື່ອນ​ໄຫວ​ເຂົ້າ​ຮ່ວມ​ຄະ​ນະ​ພັກ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ບັນດາອົງຄະນະ​ສູນ​ກາງ. ທ່ານນາງ​ເລ​ຂາ​ຄະນະພັກແຂວງຕວຽນ​ກວາງ ຮ່າ​ທິ​ງາ ໄດ້​ຮັບ​ການ​ເຄື່ອນ​ໄຫວ​ເຂົ້າ​ຮ່ວມ​ຄະ​ນະ​ພັກ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ບັນດາອົງຄະນະ​ສູນ​ກາງ.

ຍສໝ -​ ວັນທີ 30 ມິຖຸນາ, ຄະນະພັກແນວໂຮມປະເທດຊາດ, ບັນດາອົງຄະນະສູນກາງໄດ້ຈັດຕັ້ງກອງປະຊຸມປະກາດໃຊ້ຂໍ້ຕົກລົງຂອງກົມການເມືອງກ່ຽວກັບວຽກງານພະນັກງານ. ທ່ານ ໂດ້ວັນຈ໋ຽນ, ກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກແນວໂຮມປະເທດຊາດ, ບັດດາອົງຄະນະສູນ​ກາງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເປັນ​ປະທານ​ກອງ​ປະຊຸມ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ