ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ເພື່ອຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງກຳຕຳຫຼວດປະຊາຊົນສອງປະເທດ, ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ຄວາມຈົງຮັກພັກດີ, ບໍລິສຸດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
ຂໍ້ມູນຈາກສະຖານທູດຫວຽດນາມ ປະຈຳ ລາວ ແລ້ວ, ກ່າວຄຳປາໄສທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕີມ ໄດ້ປຶກສາຫາລື ແລະ ສະໜອງຂໍ້ມູນກ່ຽວກັບສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ: ໝາກຜົນການຮ່ວມມືໃນໄລຍະຜ່ານມາ ແລະ ບາງທິດທາງການຮ່ວມມືໃນໄລຍະຈະມາເຖິງ; ຜົນການຮ່ວມມື ແລະ ການປະກອບສ່ວນຂອງກຳລັງຕຳຫຼວດຂອງສອງປະເທດ, ໃນນັ້ນມີອະດີດນັກສຶກສາລາວ.
![]() |
ສາກການພົບປະກັບການນຳ, ພະນັກງານ, ນັກຮົບຂອງຕຳຫຼວດປະຊາຊົນລາວ ທີ່ໄປສຶກສາຢູ່ຫວຽດນາມ. (ພາບ: ສະຖານທູດ ຫວຽດນາມ ປະຈຳ ລາວ) |
ກ່ຽວກັບມູນເຊື້ອສາຍພົວພັນແບບພິເສດຫວຽດນາມ - ລາວ, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕີມ ໄດ້ທວນຄືນບັນດາຂີດໝາຍປະຫວັດສາດອັນສະຫງ່າລາສີຂອງສອງປະເທດຕໍ່ສູ້ຄຽງບ່າຄຽງໄລ່ເພື່ອຍາດເອົາເອກະລາດ, ກໍຄືການສ້າງສາ ແລະ ພັດທະນາປະເທດຊາດ, ໃນນັ້ນມີການປະກອບສ່ວນສຳຄັນຂອງກຳລັງຕຳຫຼວດຂອງສອງປະເທດ.
ກ່ຽວກັບຜົນສຳເລັດຂອງການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃນຊຸມປີຜ່ານມາ, ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ການພົວພັນຮ່ວມມືລະຫວ່າງ 2 ພັກ ແລະ 2 ປະເທດບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ເນື້ອໃນການຮ່ວມມືນັບມື້ນັບແທດຈິງ, ກວ້າງຂວາງ, ມີປະສິດທິຜົນ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ.
ທ່ານເອກອັກຄະລັດຖະທູດກ່າວວ່າ ເພື່ອຮັບປະກັນພາລະກິດຂອງແຕ່ລະປະເທດ, 2 ປະເທດຕ້ອງສືບຕໍ່ຢືນຢັນຄວາມສຳຄັນ ແລະ ຄວາມໝາຍຍຸດທະສາດຂອງສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ໃນໄລຍະໃໝ່, ບົນພື້ນຖານຄວາມສອດຄ່ອງກັບຫຼັກການ ແລະ ຖະແຫຼງການຮ່ວມທີ່ສອງຝ່າຍໄດ້ເຫັນດີເປັນເອກະພາບບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງກັນ, ການບໍ່ແຊກແຊງເຂົ້າໃນວຽກງານພາຍໃນຂອງກັນ ແລະ ກັນ; ຊຸກຍູ້ຈິດໃຈເອກະລາດ, ປັນເຈົ້າຕົນເອງ, ການຮ່ວມມືທີ່ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ; ໄວ້ເນື້ອເຊື່ອໃຈ, ສະໜັບສະໜູນ ແລະ ສ້າງເງື່ອນໄຂເພື່ອໃຫ້ພັດທະນາເຖິ່ງກັນ ແລະ ກັນ, ເປັນການສົມທົບກັນຢ່າງຕັ້ງໜ້າຂອງການພົວພັນມິດຕະພາບຫວຽດນາມ - ລາວ ກັບທຳນຽມສາກົນ ເພື່ອການພັດທະນາທີ່ຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ກ່ຽວກັບການພົວພັນດ້ານການເມືອງລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ຕ້ອງກ້າວເຂົ້າສູ່ລວງເລິກ, ເຊື່ອມຈອດ, ໄວ້ເນື້ອເຊື່ອໃຈ, ຖືນີ້ແມ່ນພື້ນຖານ, ຮັກສາບົດບາດຫຼັກແຫຼ່ງ, ຊີ້ນໍາການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ. ຮັກສາ ແລະ ຈັດຕັ້ງການຢ້ຽມຢາມຂອງການນຳຂັ້ນສູງໃຫ້ດີ; ເພີ່ມທະວີການແລກປ່ຽນທິດສະດີ, ຂໍ້ມູນພາກປະຕິບັດ, ປະສົບການໃນການກໍ່ສ້າງພັກ, ລະບົບການເມືອງ, ການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ-ຄວາມປອດໄພ, ເປີດກວ້າງການພົວພັນຮ່ວມມືກັບສາກົນ; ໂຄສະນາເຜີຍແຜ່ກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ - ລາວ, ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ ແລະ ວັນບຸນສຳຄັນຂອງສອງປະເທດ.
ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ-ຄວາມປອດໄພ, ນີ້ຖືວ່າເປັນເສົາຄ້ຳໃນການພົວພັນ, ຕາມນັ້ນແລ້ວ, ສອງຝ່າຍຕ້ອງສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢູ່ແຕ່ລະປະເທດຄື: ປະຕິບັດອະນຸສັນຍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ-ຄວາມປອດໄພແລະ ແຜນການຮ່ວມມືປະຈຳປີລະຫວ່າງສອງກະຊວງປ້ອງກັນປະເທດ ແລະ ສອງກະຊວງຕຳຫຼວດ. ຍູ້ແຮງການຮ່ວມມືດ້ານປ້ອງກັນຄວາມສະຫງົບ, ສ້າງເສັ້ນຊາຍແດນຫວຽດນາມ - ລາວ ໃຫ້ມີສັນຕິພາບ, ສະຖຽນລະພາບ ແລະ ພັດທະນາແບບຍືນຍົງ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນໃນການປ້ອງກັນ ແລະ ຕ້ານ “ວິວັດການສັນຕິພາບ”, ສະກັດກັ້ນ, ຕ້ານອາດຊະຍາກຳຂ້າມຊາດຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນການລັກລອບຄ້າຢາເສບຕິດ.
ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ຕ້ອງສ້າງບາດກ້າວບຸກທະລຸເພື່ອຍົກສູງຄຸນນະພາບ ແລະ ປະສິດທິຜົນ, ສົມທົບກັນຜັນຂະຫຍາຍບັນດາມາດຕະການເພື່ອແນໃສ່ເພີ່ມວົງເງິນການຄ້າສອງສົ້ນ, ສູ້ຊົນໃຫ້ບັນລຸ 5 ຕື້ USD ແລະ ການລົງທຶນຂອງ ຫວຽດນາມ ຢູ່ ລາວ ບັນລຸ 10 ຕື້ USD ໃນປີໜ້າ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ ແລະ ກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ, ກົນໄກປຶກສາຫາລືປະຈຳປີລະຫວ່າງບັນດາອົງການການຕ່າງປະເທດ; ສືບຕໍ່ຊຸກຍູ້ບັນດາກົນໄກຮ່ວມມືລະຫວ່າງບັນດາອົງການຈາກສູນກາງເຖິງທ້ອງຖິ່ນ, ພິເສດແມ່ນບັນດາທ້ອງຖິ່ນທີ່ມີຊາຍແດນຮ່ວມ.
![]() |
ບັນດາຜູ້ແທນຖ່າຍຮູບທີ່ລະນຶກ. (ພາບ: ສະຖານທູດ ຫວຽດນາມ ປະຈຳ ລາວ) |
ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງກຳລັງຕຳຫຼວດຂອງ 2 ປະເທດ, ໃນນັ້ນມີບັນດາລຸ້ນອະດີດນັກຮຽນຕຳຫຼວດລາວ ທີ່ຮ່ຳຮຽນຢູ່ ຫວຽດນາມ ແລະ ອະດີດນັກສຶກສາຕຳຫຼວດ ຫວຽດນາມ ທີ່ຮ່ຳຮຽນຢູ່ ລາວ ໃນການປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງ ກໍ່ຄືສັນຍາຮ່ວມມືລະຫວ່າງສອງກະຊວງຕຳຫຼວດ; ພິເສດແມ່ນສົມທົບກັນຮັບປະກັນຄວາມປອດໄພ, ຕ້ານອາດຊະຍາກຳທຸກປະເພດ, ສະກັດກັ້ນບັນດາການກະທຳກໍ່ການຮ້າຍ, ການລະເມີດຄວາມໝັ້ນຄົງແຫ່ງຊາດ, ປະກອບສ່ວນຮັກສາ ແລະ ຮັດແໜ້ນສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ.
ໂດຍຕາງໜ້າພັກ, ລັດ ແລະ ປະຊາຊົນຫວຽດນາມ, ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງ ທີ່ພັກ, ລັດ ແລະ ປະຊາຊົນ ລາວ ໄດ້ມອບໃຫ້ ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໃນໄລຍະຜ່ານມາ ກໍ່ຄືໃນພາລະກິດສ້າງສາ ແລະ ປ້ອງກັນຊາດໃນປະຈຸບັນ.
![]() | ເພີ່ມທະວີການຮ່ວມມືຫວຽດນາມ - ລາວ ໃນການປະຕິຮູບວິສາຫະກິດແຫ່ງລັດ ຍສໝ - ວັນທີ 12 ສິງຫາ, ຢູ່ຮ່າໂນ້ຍ, ສະຫາຍ ເຈີ່ນລືວກວາງ, ເລຂາສູນກາງພັກ, ຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ ໄດ້ມີການເຮັດວຽກ ແລະ ແລກປ່ຽນປະສົບການກັບຄະນະຜູ້ແທນປະຕິຮູບວິສາຫະກິດສູນກາງພັກປະຊາຊົນປະຕິວັດລາວ ໂດຍສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະ, ເປັນນຳໜ້າ ເນື່ອງໃນຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. |
![]() | ເພີ່ມທະວີການຮ່ວມມືປົກປັກຮັກສາຊາຍແດນ, ເພີ່ມທະວີການພົວພັນມິດຕະພາບຫວຽດນາມ - ລາວ ວັນທີ 12 ສິງຫາ, ຢູ່ແຂວງເຊີນລາ ໄດ້ດຳເນີນການພົບປະເຈລະຈາປະຈຳປີ 2025 ລະຫວ່າງກອງບັນຊາການທະຫານຊາຍແດນແຂວງເຊີນລາ (ຫວຽດນາມ) ແລະ ກອງບັນຊາການທະຫານແຂວງຫົວພັນ (ສປປ ລາວ). |
ມີງດຶກ