ຍສໝ - ພາຍຫຼັງການຄົ້ນພົບກໍລະນີຕິດເຊື້ອພະຍາດ ໂຄວິດ - 19 ຢູ່ເມືອງຈິລິງ, ແຂວງຫາຍເຢຶອງ ແລະ ເມືອງເວື່ນໂດນ, ແຂວງກວາງນິງ, ບັນດາກຳລັງໄດ້ລົງຈຳກັດບໍລິເວນ, ຊອກໄດ້ຜູ້ຕ້ອງການປະຕິບັດການກວດຫາເຊື້ອ ແລະ ຢັ້ງຢືນວ່າມີ 83 ຄົນ ມີຜົນກວດເປັນບວກກັບເຊື້ອໄວຣັດ SARS-CoV-2.
ຍສໝ - ຕອນເຊົ້າວັນທີ 24 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ແລະ ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໄປຢ້ຽມຢາມ, ເປັນກຳລັງໃຈໃຫ້ແກ່ກຳລັງແພດໝໍ, ພະນັກງານ, ນັກຮົບຢູ່ແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ໂຮງໝໍເສນາຮັກ 175 (ເມືອງ ງໍເວິບ, ນະຄອນໂຮ່ຈີມິນ).
ໃນວັນທີ 16 ພະຈິກ ຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 6.481 ຄົນ ອັນໄດ້ຍົກຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 870.997 ຄົນ.
ນັບແຕ່ເວລາ 1 ໂມງຂອງວັນທີ 18 ຕຸລາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 241,4 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດຫຼາຍກວ່າ 4,9 ລ້ານຄົນ. ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີ ຫຼາຍກວ່າ 218,6 ລ້ານຄົນ.
ຍສໝ - ກອງປະຊຸມຄັ້ງທີ 25 ສະພາປະສານງານ ອາຊຽນ ໄດ້ຈັດຂຶ້ນທາງອອກລາຍໃນຕອນເຊົ້າວັນທີ 9 ເມສາປີ 2020.
ກຸ່ມ facebook “ຮ່າໂນ້ຍ-ຊ່ວຍເຫຼືອກັນຜ່ານຜ່າໄລຍະເກີດໂລກລະບາດ ໂຄວິດ -19” ໄດ້ຖືກສ້າງຂຶ້ນ ເປັນການຢັ້ງຢືນຄວາມສະໜິດຕິດພັນໃນວົງຄະນະຍາດ ມີກຳລັງແຮງອັນໃຫຍ່ຫຼວງເພື່ອໃຫ້ທົ່ວປະເທດພ້ອມກັນຜ່ານຜ່າໂລກລະບາດ ໂຄວິດ -19.
ຍສໝ - ທ່ານ ເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຍິນດີຕໍ່ການພົວພັນສາມັກຄີແບບພິເສດລະຫວ່າງ ລາວ ຫວຽດນາມ ທີ່ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງແຂວງ, ທ່ານສະແດງຄວາມຂອບອົກຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ສະຫງວນໃຫ້ແກ່ ພັກ, ລັດ ແລະ ປະຊາຊົນ ລາວ ການຊ່ວຍເຫຼືອອັນຍິ່ງໃຫຍ່, ສຸດຈິດສຸດໃຈ ແລະ ມີປະສິດທິຜົນທີ່ສຸດແຕ່ກ່ອນມາຮອດປັດຈຸບັນ.
ປະເທດທີ່ໄດ້ຮັບຜົນສະທ້ອນຫຼາຍກ່ວາໝູ່ຍັງແມ່ນ ອາເມລິກາ ດ້ວຍຜູ້ເສຍຊີວິດ ກ່ວາ 733.000 ຄົນ ໃນຈຳນວນຜູ້ຕິດເຊື້ອກ່ວາ 45.1 ລ້ານຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີໃຫ້ລັດຖະສະພາແຕ່ລະປະເທດສະມາຊິກ AIPA ພ້ອມກັນຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານບັນດາປະເທດ ອາຊຽນ ຮັບມືກັບໂລກລະບາດ ດ້ວຍເລື່ອງເສີມຂະຫຍາຍບົດບາດຂອງຕົນຢ່າງແຮງ, ຜ່ານບັນດາມາດຕະການ ແລະ ນະໂຍບາຍໂດຍລັດຖະບານສະເໜີ ເພື່ອແນໃສ່ຮັບມືກັບໂລກລະບາດ.
ຍສໝ - ທ່ານ ເອກອັກຄະລັດຖະທູດ Chay Navuth ໄດ້ສະແດງຄວາມຂອບອົບຂອບໃຈຕໍ່ຄວາມເອົາໃຈໃສ່, ແບ່ງປັນຢ່າງທັນການ ແລະເຕັມໄປດ້ວຍນ້ຳໃຈຂອງກະຊວງການປ້ອງກັນປະເທດຫວຽດນາມ ໃຫ້ແກ່ກຳປູເຈຍຈຳນວນອຸປະກອນການແພດນີ້. ພ້ອມທັງເນັ້ນໜັກວ່າ ນີ້ບໍ່ພຽງແຕ່ແມ່ນການສະໜັບສະໜູນກ່ຽວກັບວັດຖຸເທົ່ານັ້ນ, ຫາກຍັງແມ່ນແຫຼ່ງກຳລັງໃຈອັນຍິ່ງໃຫຍ່ໃຫ້ແກ່ກຳປູເຈຍເພື່ອຜ່ານຜ່າໄລຍະປະສົບກັບຄວາມຫຍຸ້ງຍາກນີ້.
ຍສໝ - ວິທະຍາຄານເສນາຮັກ ແລະ 3 ວິທະຍາຄານ, ໂຮງໝໍກອງທັບ ໄດ້ຈັດຕັ້ງພິທີອອກເຄື່ອນທັບ, ລະດົມພະນັກງານ, ແພດໝໍ, ນັກສຳມະນາກອນ, ພະນັກງງານເສນາຮັກ 410 ຄົນ ເພີ່ມທະວີການໜູນຊ່ວຍໃຫ້ແກ່ບັນດາທ້ອງຖິ່ນໃນບໍລິເວນ ທະຫານເຂດ 7, ທະຫານເຂດ 9 ປ້ອງກັນຕ້ານໂລກລະບາດໂຄວິດ - 19.
ຍສໝ - ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫາກໍ່ປະກາດແຜນການໂຄສະນາເຜີຍແຜ່ຕ້ານໂລກລະບາດໂຄວິດ - 19 ດ້ວຍສານທີ່ວ່າ “ວິໄຈຫາເຊື້ອແມ່ນວິທີການຫຼັກແຫຼ່ງ, ວັກຊິນແມ່ນພື້ນຖານເພື່ອຄວບຄຸມໂລກລະບາດໂຄວິດ - 19 ຢ່າງປອດໄພ”…
ຍສໝ - ຕາມຂໍ້ມູນຈາກສະຖານທູດຫວຽດນາມ ປະຈຳ ບຣາຊິນ, ກ່າວຄຳເຫັນທີ່ເຫດການ, ທ່ານນາງ ພ້າມທິກິມຮວາຢັ້ງຢືນວ່າ, ຫວຽດນາມຕີລາຄາສູງບົດບາ, ທີ່ຕັ້ງນັບມື້ນັບເພີ່ມຂຶ້ນຂອງ ບຣາຊິນບົນເວທີສາກົນ, ຖືການເພີ່ມທະວີເປີດກ້ວາງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃນຕະຫຼອດໄລຍະ 30 ປີຜ່ານມາ, ນັບແຕ່ເວລາສ້າງຕັ້ງການພົວພັນທາງການທູດ ໃນວັນທີ 8 ພຶດສະພາ 1989 ເປັນສຳຄັນ.
ຍສໝ - ນະຄອນໂຮ່ຈີມິນ ໄດ້ກຳນົດເປັນເອກະພາບນັບແຕ່ວັນທີ 16 ພະຈິກ ປະຊາຊົນຈະນຳໃຊ້ ໂປແກຼມ “PC-COVID” ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເມື່ອເຂົ້າຮ່ວມການເຄື່ອນໄຫວຕ່າງໆ.
ຍສໝ - ສື່ເອເລັກໂຕນິກ ຖືວ່າ ຫວຽດນາມເປັນໜ້າໄດ້ຮັບການຍ້ອງຍໍຫຼາຍກ່ວາ ຍ້ອນຄວາມສາມາດໃນການຄວບຄຸມໂລກລະບາດໂຄວິດ - 19 ໃນໄລຍະສັ້ນດ້ວຍຮູບແບບການປ້ອງກັນຕ້ານໂລກລະບາດໂຄວິດ - 19 ທີ່ມີຄ່າໃຊ້ຈ່າຍຖືກ ແລະ ບັນດາຂັ້ນຕອນທີ່ມີຄວາມປອດໄພສູງ.
ຍສໝ - ເມື່ອທຽບໃສ່ກັບຂໍ້ກຳນົດທີ່ພວມໄດ້ຮັບການປະຊາດໃຊ້ຄືໃນປັດຈຸບັນ, ກະຊວງແຮງງານ - ທະຫານເສຍອົງຄະແລະສັງຄົມໄດ້ຜ່ອນຜັນເງື່ອນໄຂໃຫ້ແກ່ວິສາຫະກິດ, ຫຼຸດຜ່ອນອັດຕາແຮງງານທີ່ຕ້ອງຢຸດຕິການເຮັດວຽກ, ໂຈະສັນຍາແຮງງານ, ພັກເຮັດວຽກໂດຍບໍ່ມີເງິນເດືອນແຕ່ 20% ລົງເຫຼືອ 10%.
ຕອນເຊົ້າວັນທີ 24 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟາມມິງຈິງ ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ ແລະ ຄວບຄຸມການລະບາດຂອງໂລກລະບາດໂຄວິດ-19, ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ ແລະ ມອບຂອງຂວັນ ໃຫ້ຖັນແຖວພະນັກງານ, ພະນັກງານແພດໝໍ, ພາລະກອນສາທາລະນະສຸກ ນະຄອນໂຮ່ຈິມິນ.
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫາກໍ່ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຈົ່ງອອກເອກະສານແນະນໍາຢ່າງລະອຽດໃຫ້ຄະນະກຳມະການປະຊາຊົນ ແລະ ບັນດາພະແນກສາທາລະນະສຸກຂອງບັນດາແຂວງ, ນະຄອນ ເລັ່ງຈັດຕັ້ງການສັກວັກຊິນປ້ອງກັນ ແລະ ເພີ່ມທະວີການປິ່ນປົວພະຍາດ F0 ຢູ່ບ້ານ.
ຈຸດປະສົງຂອງໂຄງການແມ່ນເພື່ອແນໃສ່ຍົກສູງກຳລັງຄວາມສາມາດຂອງຂັ້ນຮາກຖານໃນການເບິ່ງແຍງດູແລສຸຂະພາບເບື້ອງຕົ້ນຢູ່ຂັ້ນທ້ອງຖິ່ນ ໃນການຄວບຄຸມການຕິດເຊື້ອລະຫວ່າງຄົນກັບຄົນ ແລະ ສະໜອງບັນດາການບໍລິການເບິ່ງແຍງດູແລສຸຂະພາບທີ່ຈຳເປັນ.
ຍສໝ - ເຂົ້າຮ່ວມພິທີມີທ່ານພົນໂທ ຫວູຈຽນທັ້ງ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ອິນເດຍ ປະຈຳ ຫວຽດນາມ Pranay Verma...