ກະ​ຊວງ​ປ້ອງ​ກັນປະ​ເທດ ຫວຽດ​ນາມ ມອບ​ອຸ​ປະ​ກອນ​ເພື່ອ​ແນ​ໃສ່​ປ້ອງ​ກັນ, ສະ​ກ​ັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ອິນ​ເດຍ

10:58 | 26/05/2021

ຍ​ສ​ໝ - ເຂົ້າ​ຮ່ວມ​ພິ​ທີ​ມີ​ທ່ານ​ພົນ​ໂທ ຫວູ​ຈຽນ​ທັ້ງ, ຫົວ​ໜ້າ​ກົມ​ພ​ົວ​ພັນ​ຕ່າງ​ປະ​ເທດ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ອິນ​ເດຍ ປະ​ຈຳ ຫວຽດ​ນາມ Pranay Verma...

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມອບ​ເຄື່ອງ​ອຸ​ປ​ະ​ກອນ​ການ​ແພດ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ລາວ ແລະ ກຳ​ປູ​ເຈຍ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມອບ​ເຄື່ອງ​ອຸ​ປ​ະ​ກອນ​ການ​ແພດ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ລາວ ແລະ ກຳ​ປູ​ເຈຍ
ຄົ້ນ​ຫາ “ປ້ອມ” ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ດົງ​ແອັງ - ຮ່າ​ໂນ້ຍ ຄົ້ນ​ຫາ “ປ້ອມ” ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ດົງ​ແອັງ - ຮ່າ​ໂນ້ຍ
ກະ​ຊວງ​ປ້ອງ​ກັນປະ​ເທດ ຫວຽດ​ນາມ ມອບ​ອຸ​ປະ​ກອນ​ເພື່ອ​ແນ​ໃສ່​ປ້ອງ​ກັນ, ສະ​ກ​ັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ອິນ​ເດຍ
ທ່ານ​ພົນ​ຕີ ຫວູ​ຈຽນ​ທັ້ງ, ຫົວ​ໜ້າ​ກົມ​ພ​ົວ​ພັນ​ຕ່າງ​ປະ​ເທດ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ມອບ​ຂອງ​ຂວັນ​ໃຫ້​ແກ່ ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ອິນ​ເດຍ ປະ​ຈຳ ຫວຽດ​ນາມ Pranay Verm

ຫວ່າງແລ້ວນີ້ ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ຈັດ​ພິ​ທີ​ມອບ​ຮັບ​ອຸ​ປະ​ກອນ, ວັດ​ຖຸ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ປະ​ຊາ​ຊົນ​ອິນ​ເດຍ.

ເຂົ້າ​ຮ່ວມ​ພິ​ທີ​ມີ​ທ່ານ​ພົນ​ຕີ ຫວູ​ຈຽນ​ທັ້ງ, ຫົວ​ໜ້າ​ກົມ​ພ​ົວ​ພັນ​ຕ່າງ​ປະ​ເທດ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ອິນ​ເດຍ ປະ​ຈຳ ຫວຽດ​ນາມ Pranay Verma...

ດ້ວຍ​ຄວາມ​ປາດ​ຖະ​ໜາຢ​າກ​ແບ່ງ​ເບົາ​ບັນ​ດ​າ​ຄວາມ​ຫຍຸ້ງ​ຍາກ​ໃນ​ໄລ​ຍະ​ປັດ​ຈຸ​ບັນ ກັບ ອິນ​ເດຍ, ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ຕັດ​ສິນ​ໃຈ​ໜູນ​ຊ່ວຍ​ອິນ​ເດຍ ອຸ​ປະ​ກອນ, ວັດ​ຖຸ​ການ​ແພດ​ບາງ​ຢ່າງ ເພື່ອ​ແນ​ໃສ່​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19, ແລະ ຫວັງ​ວ່າ ຈຳ​ນວນ​ອຸ​ປະ​ກອນ, ວັດ​ຖຸ​ການ​ແພດ​ດັ່ງ​ກ່າວ ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການຫຼຸດ​ຜ່ອນ​ຄວາມ​ຫຍຸ້ງ​ຍາກ​ຄື​ໃນ​ປັດ​ຈຸ​ບັນ​ຂອງ ອິນ​ເດຍ, ຊ່ວຍ​ນຳ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຊົນ​ເດຍ​ກັບ​ຄືນ​ສູ່​ສະ​ພາບ​ທີ່​ເປັນ​ປົກ​ກະ​ຕິ​ໂດບ​ໄວ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ອິນ​ເດຍ.

ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ່​ທ່າ​ກ່ຳ​ປັນ ຍ່າ​ຣົ່ງ ນະ​ຄອນ​ໂຮ່​ຈີ​ມິນ, ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ສອງ​ຝ່າຍ​ໄດ້​ດຳ​ເນີນ​ການມອບ​ຮັບ ອຸ​ປະ​ກອນ, ວັດ​ສະ​ດູ​ການ​ແພດ​ເພື່ອ​ສົ່ງ​ໄປ​ຍັງ​ອິນ​ເດຍ, ເຂົ້າ​ຮ່ວມ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ທັນ​ເວ​ລາ.

ກ່າວ​ຄຳ​ເຫັນ​ທີ​ພິ​ທີ, ທ່ານ​ພົນ​ຕີ ຫວູ​ຈ໊ຽນ​ທັງ ໄດ້​ແບ່ງ​ເບົາ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ຄວາມ​ເສຍ​ຫາຍ​ເຊິ່ງ​ປະ​ຊາ​ຊົນ ອິນ​ເດຍ​ຕ້ອງ​ຜ່ານ​ຜ່າ​ຍ້ອນ​ການ​ລະ​ບາດ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ພ້ອມ​ທັງ​ຕີ​ລາ​ຄ​າ​ສູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ ທຸກ​ຂັ້ນ ແລະ ຖັນ​ແຖວ​ແພດ​ໝໍ, ພະ​ນັກ​ງານ​ການ​ແພດ ຂອງ​ອິນ​ເດຍ ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ເບິ່ງ​ແຍງ, ດູ​ແລ ໃຫ້​ແກ່​ຜູ້​ຕິດ​ເຊື້ອ, ພິ​ເສດ​ແມ່ນ​ບົດ​ບາດ​ຂອງກອງ​ທັບ​ໃນ​ແນວ​ໂຮມ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19.

ໂດຍ​ຕາງ​ໜ້າ​ປະ​ຊາ​ຊົນ​ອິນ​ເດຍ, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ອິນ​ເດຍ ປະ​ຈຳ ຫວຽດ​ນາມ Pranay Verma ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ການ​ສົນ​ໃຈ, ແບ່ງ​ປັນ​ຢ່າງ​ທັນ​ການ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ທ່ານ​ກໍ່​ຢັ້ງ​ຢື​ນ​ວ່າ ການ​ໜູນ​ຊ່ວຍດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຢ່າງ​ທັນ​ການນີ້ ຂອງ​ກະ​ຊວ​ງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ສະ​ແດງ​ໃຫ້​ເປັນ​ຄວາມ​ສາ​ມັກ​ຄີ​ມິດ​ຕະ​ພາບ, ການ​ແບ່ງ​ປັນ​ຄວາມ​ຫຍຸ້ງ​ຍາກ​ລະ​ຫວ່າງ​ປະ​ຊາ​ຊົນ​ ແລະ ກອງ​ທັບ​ສອງ​ປະ​ເທດ ແລະ ແມ່ນ​ກຳ​ລັງ​ໜູນ​ອັນ​ຍິ່ງ​ໃຫຍ່​ສຳ​ລັບ​ບັນ​ດາ​ກຳ​ລັງ​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ​ອິນ​ເດຍ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມອບ​ເຄື່ອງ​ອຸ​ປ​ະ​ກອນ​ການ​ແພດ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ລາວ ແລະ ກຳ​ປູ​ເຈຍ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມອບ​ເຄື່ອງ​ອຸ​ປ​ະ​ກອນ​ການ​ແພດ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ລາວ ແລະ ກຳ​ປູ​ເຈຍ

ຍ​ສ​ໝ - ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Chay Navuth ໄດ້​ສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈ​ຕໍ່​ຄວາມ​ເອົາ​ໃຈ​ໃສ່, ແບ່ງ​ປັນ​ຢ່າງ​ທັນ​ການ ແລະເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ຂອງ​ກະ​ຊວງ​ການ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໃຫ້​ແກ່​ກຳ​ປູ​ເຈຍ​ຈຳ​ນວນ​ອຸ​ປະ​ກອນ​ການ​ແພດນີ້. ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ສະ​ໜັບ​ສະ​ໜູນ​ກ່ຽວ​ກັບ​ວັດ​ຖຸ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫຼ່ງ​ກຳ​ລັງ​ໃຈ​ອັນ​ຍິ່ງ​ໃຫຍ່​ໃຫ້​ແກ່​ກຳ​ປູ​ເຈຍ​ເພື່ອ​ຜ່ານ​ຜ່າ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກນີ້.

ຄົ້ນ​ຫາ “ປ້ອມ” ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ດົງ​ແອັງ - ຮ່າ​ໂນ້ຍ ຄົ້ນ​ຫາ “ປ້ອມ” ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ດົງ​ແອັງ - ຮ່າ​ໂນ້ຍ

ຍ​ສໝ - ບົນ​ເສັ້ນ​ທາງ​ໄປ​ຍັງ​ໃຈ​ກາງ​ຂອງ​ຕາ​ແສງ ວຽດ​ຮຸ່ງ, ບ້ານ​ໂລ​ຢາ​ວ​ ເຕັມ​ໄປ​ດ້ວຍ​ທຸງ​ຊາດ, ຄຳ​ຂວັນ​ ຊຶ່ງກະ​ກ​ຽ​ໃຫ້​ແກ່​ວັນ​ເລືອກ​ຕັ້ງ. ການ​ດຳ​ລົງ​ຊີ​ວິດ​ເຖິງວ່າ​ຢູ່​ໃນ​ສະ​ພາບ​ການ​ທີ່​ເປັນ​ປົກ​ກະ​ຕິ ແຕ່​ຊາວ​ໃນ​ບ້ານ​ຍັງ​ພວມ​ກຽມ​ສູ້​ຮົບ​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ຂ້ຽວ​ຂາດ. ທຸກ​ຄົນ​ລ້ວນ​ແຕ່​ຕ້ອງ​ໃສ່​ຜ້າ​ອັດ​ປາກ - ດັງ, ພິ​ເສດ​ແມ່ນ​ຜູ້​ມາ​ຈາກ​ບ່ອ​ນ​ອື່ນນອກ​ຈາກ​ຕ້ອງ​ໃສ່​ຜ້າ​ອັດ​ປາດ​ກັງ ກໍ່​ຕ້ອງ​ແທກ​ອຸນ​ຫະ​ພູນຫ່າງ​ກາຍ ແລະ ແຈ້ງ​ອາ​ການ​ສຸ​ຂະ​ພາບ.

ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຕ້ອງ​ເປັນ​ເຈົ້າ​ການ, ປະ​ຕິ​ບັດ​ບັນ​ດາຫຼັກ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບ​າດ​ໂຄວິດ - 19 ຂອງ ຍີ່​ປຸ່ນ ຢ່າງ​ເດັດ​ຂາດ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຕ້ອງ​ເປັນ​ເຈົ້າ​ການ, ປະ​ຕິ​ບັດ​ບັນ​ດາຫຼັກ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບ​າດ​ໂຄວິດ - 19 ຂອງ ຍີ່​ປຸ່ນ ຢ່າງ​ເດັດ​ຂາດ

ຍ​ສ​ໝ -​ໃນ​ສານ​ຂອ​ງ​ຕົນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວູ​ນົ່ງ​ນາມ​ໄດ້​ຂຽນ​ວ່າ: ໂລກ​ລະ​ບາດ​ໂຄວິດ - 19 ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ເກີດ​ຂຶ້ນ​ໄວ​ຣັດ​ສາຍ​ພັນ​ໃໝ່ຫຼາຍ​ຊະ​ນິດ​ໃນ​ບໍ​ລິ​ເວນ​ທົ່​ວ​ໂລກ, ໃນ​ນັ້ນ ມີ​ຍີ່​ປຸ່ນ ແລະ​ຫວຽດ​ນາມ, ຈຳ​ນວນ​ຜູ້​ຕິດ​ເຊື້ອ​ຢູ່​ຍີ່​ປຸ່ນ​ຍັ​ງ​ບໍ່​ທັນຫຼຸດ​ລົ​ງ​ເທື່ອ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.