ນະຄອນ​ໂຮ່ຈິ​ມິນ​ຜັນ​ຂະຫຍາຍ ລາຍ​​ການ​​ສັງ​ລວມ​ກ່ຽວ​ກັບ​ການ​ປ້ອງ​ກັນຕ້ານ​ພະຍາດ ໂຄວິດ-19 ​ໃນ​ປີ 2022-2023 ຢ່າງ​ມີ​ປະ​ສິດ​ທິ​ຜົນ

07:11 | 25/01/2022

ຕອນເຊົ້າວັນທີ 24 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟາມມິງຈິງ ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ ແລະ ຄວບຄຸມການລະບາດຂອງໂລກລະບາດໂຄວິດ-19, ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ ແລະ ມອບຂອງຂວັນ ໃຫ້ຖັນແຖວພະນັກງານ, ພະນັກງານແພດໝໍ, ພາລະກອນສາທາລະນະສຸກ ນະຄອນໂຮ່ຈິມິນ.

The New York Times: ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​ແດງ​ທາງ​ພາກເໜືອ ນອນ​ໃນ​ບັນຊີ​ລາຍ​ຊື່ສະ​ຖານ​ທີ່​ທ່ອງ​ທ່ຽວ 52 ແຫ່ງ​ໃນ​ປີ 2022 The New York Times: ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​ແດງ​ທາງ​ພາກເໜືອ ນອນ​ໃນ​ບັນຊີ​ລາຍ​ຊື່ສະ​ຖານ​ທີ່​ທ່ອງ​ທ່ຽວ 52 ແຫ່ງ​ໃນ​ປີ 2022
ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ຜັນ​ຂະ​ຫຍາຍ​ວຽກ​ງານ​ກໍ່​ສ້າງ​ພັກ ປີ 2022 ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ຜັນ​ຂະ​ຫຍາຍ​ວຽກ​ງານ​ກໍ່​ສ້າງ​ພັກ ປີ 2022
ນະຄອນ​ໂຮ່ຈິ​ມິນ​ຜັນ​ຂະຫຍາຍ ລາຍ​​ການ​​ສັງ​ລວມ​ກ່ຽວ​ກັບ​ການ​ປ້ອງ​ກັນຕ້ານ​ພະຍາດ ໂຄວິດ-19 ​ໃນ​ປີ 2022-2023 ຢ່າງ​ມີ​ປະ​ສິດ​ທິ​ຜົນ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟາມມິງຈິງ. ພາບ: danviet.vn

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟາມມິງຈິງ ເນັ້ນໜັກວ່າ, ປີ 2022, ຄວາມຫຍຸ້ງຍາກ, ສິ່ງທ້າທາຍຈະຫຼາຍກ່ວາ ກາລະໂອກາດ ແລະ ຄວາມສະດວກ, ໂລກລະບາດຍັງຈະມີການຜັນແປຢ່າງສັບສົນດ້ວຍບັນດາສາຍພັນໃໝ່, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ນະຄອນ ໂຮ່ຈິມິນ ບໍ່ໄດ້ຖືເບົາ, ປະໝາດ, ເສຍສະຕິລະວັງຕົວ, ສືບຕໍ່ປ້ອງກັນຕ້ານພະຍາດໃຫ້ດີກວ່າ, ຜັນຂະຫຍາຍໂຄງການການສັງລວມກ່ຽວກັບການປ້ອງກັນຕ້ານໂລກລະບາດໂຄວິດ-19 ໃນປີ 2022-2023, ໂຄງການຟື້ນຟູ ແລະພັດທະນາເສດຖະກິດສັງຄົມ ຢ່າງມີປະສິດທິຜົນ. ພິເສດ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຕ້ອງສັກວັກຊິນໃຫ້ແກ່ທຸກເປົ້າໝາຍຕາມຂໍ້ກຳນົດຢ່າງໄວກວ່າອີກ. ຍູ້ແຮງການຜັນຂະຫຍາຍການສັກວັກຊິນໃຫ້ແກ່ເດັກນ້ອຍທີ່ມີອາຍຸແຕ່ 12-17 ປີ; ສືບຕໍ່ຜັນຂະຫຍາຍບັນດາມາດຕະການຄວມຄຸມຄວາມສ່ຽງ, ປະຕິບັດຍຸດທະສາດປົກປ້ອງປະຊາຊົນນອນໃນກຸ່ມທີ່ມີຄວາມສ່ຽງສູງຢ່າງມີປະສິດທິຜົນ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.