ໃນວັນທີ 14 ກຸມພາ 2019 ທີ່ນະຄອນຫລວງວຽງຈັນ, ກະຊວງໄປສະນີ ໂທລະຄົມມານາຄົມ ແລະ ການສື່ສານ (ປທສ) ໄດ້ຈັດພິທີຖະແຫລງຂ່າວ ການຈັດງານວາງສະແດງເຕັກໂນໂລຊີ ສື່ສານຂໍ້ມູນຂ່າວສານ ປະຈຳປີ 2019 (Lao EXPO 2019),ໂດຍການຖະແຫລງຂ່າວ ຂອງທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງ ປທສ, ມີບັນດາແຂກຖືກເຊີນ ຈາກບັນດາກະຊວງ, ອົງການທຽບເທົ່າ, ບັນດາສະຖາບັນການສຶກສາ ແລະ ບັນດາບໍລິສັດຕ່າງໆເຂົ້າຮ່ວມ. ງານດັ່ງກ່າວ, ຈັດຂຶ້ນປີນີ້ເປັນປີທີ 3 ແລະ ຈັດຂຶ້ນໃນ ລະຫວ່າງ ວັນທີ 12-16 ມິຖຸນາ 2019 ທີ່ສູນການຄ້າ ລາວ-ໄອເຕັກ.
ຍສໝ - ນັບແຕ່ວັນທີ 01 ມັງກອນ 2020 ເປັນຕົ້ນໄປ, ຫວຽດນາມ ໄດ້ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ຢ່າງເປັນທາງການ.
ຍສໝ - ລາຍການສະແດງສີລະປະ “ຊື່ຂອງເພິ່ນສວຍງາມທີ່ສຸດ” ໄດ້ສົ່ງສານທີ່ວ່າ ປະທານໂຮ່ຈີມິນ ແມ່ນນັກແນວຄິດທີ່ດີເດັ່ນ, ການນຳທີ່ມີຄວາມປີຊາສາມາດ, ພ້ອມທັງກໍ່ແມ່ນຜູ້ທີ່ມີຄວາມສະໜິດສະໜົມກັບ ປະຊາຊົນ.
ຍສໝ - ໃນຕອນເຊົ້າຂອງວັນທີ 24 ກັນຍາ 2019, ກອງປະຊຸມປະທານສະພາແຫ່ງຊາດບັນດາປະເທດອາຊີ - ເອີລົບຄັ້ງທີ 4 (MSEAP 4) ໄດ້ໄຂຂຶ້ນຢູ່ນະຄອນຫຼວງ Nur Sultan, ປະເທດ ກາຊັກສະຖານ.
ຍສໝ - ທີ່ກອງປະຊຸມ, ທ່ານ ເລຂາທິການໃຫຍ່ ສປຊ ໄດ້ຢັ້ງຢືນວ່າ ໂລກລະບາດໂຄວິດ - 19 ສືບຕໍ່ກໍ່ຜົນກະທົບຕໍ່ສັນຕະພາບ, ຄວາມໝັ້ນຄົງສາກົນ, ເຮັດໃຫ້ວິວັດການປະຕິບັດເປົ້າໝາຍພັດທະນາແບບຍືນຍົງຖືກຊ້າລົງ, ເນັ້ນໜັກເຖິງຕ້ອງເຜີຍແຜ່ ແລະ ຮັບປະກັນຄວາມສະເໝີພາບໃນການສຳຜັດກັບຊັກຊິນຢ່າງທັນການ.
ຍສໝ - ເຊົ້າວັນທີ 25 ເມສາ, ຢູ່ທີ່ຫໍອະນຸສາວະລີອະນຸຊົນແຫ່ງຊາດດາລາດ, ພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຂວງເລິມດົງ ສົມທົບກັບພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ບາເຣຍ-ວູງເຕົ່າ ໄດ້ເປີດງານວາງ ສະແດງ ພາຍໃຕ້ຫົວຂໍ້ “ ໂກນດາວ-ດາລາດ, ຈຸດເຊື່ອມຕໍ່ວັດທະນະທໍາ ແລະ ການທ່ອງທ່ຽວ”.
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະ ການຕິດຕໍ່ພົວພັນທຸກຂັ້ນ, ໃນນັ້ນມີທັງຂັ້ນສູງ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ບັນດາອົງການສາກົນ, ພິເສດແມ່ນຢູ່ສະຫະປະຊາຊາດ, ເວທີປາໄສການປະສານງານການກະທຳ ແລະ ບັນດາມາດຕະການສ້າງຄວາມໝັ້ນໃຈ (CICA)…
ຍສໝ - ຫວ່າງແລ້ວນີ້, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານຜູ້ປະຈຳການ ສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ໄດ້ເຮັດວຽກກັບ ຜູ້ປະຈຳການສະພາຊົນເຜົ່າ ກ່ຽວກັບບັນດາໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ
ຍສໝ - USAID ຈະໜູນຊ່ວຍ EVN ໄຈ້ແຍກຜົນກະທົບດ້ານການເງິນ ຂອງບັນດາກໍລະນີຜັນຂະຫຍາຍໄຟຟ້າແສງແດດຊາຍຄາ ຕ່າງໆຢູ່ນະຄອນດ່ານັ້ງ, ຜ່ານນັ້ນຊ່ວຍໃຫ້ບັນດານັກວາງແຜນນະໂຍບາຍ ແລະ ບັນດາຫົວໜ່ວຍເຄື່ອນໄຫວລະບົບໄຟຟ້າກຳແໜ້ນໄດ້ຂໍ້ມູນຂ່າວສານ ກ່ຽວກັບບັນດາຜົນກະທົບໄລຍະສັ້ນຢູ່ໄລຍະຕົ້ນຂອງບັນດາໂຄງການໄຟຟ້າແສງແດດຊາຍຄາ.
ຍສໝ - ຕາມ ທ່ານ Cory Gardner ແລ້ວ, ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ, ອາເມລິກາຂໍສະແດງຄວາມ ຊົມເຊີຍຕໍ່ ຫວຽດນາມໃນບົດບາດເປັນປະທານອາຊຽນ.
ຍສໝ - ທ່ານປະທານສະພາແຫ່ງຊາດ ຫວັງວ່າ ບັນດາປະເທດຈະຮ່ວມກັນແບ່ງປັນເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈໃນກິດຈະການຫັນເປັນດີຈີຕອນ ແລະ ໃຫ້ຮູ້ວ່າ ເວທີປາໄສສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຊຶ່ງຫວຽດນາມ ເປັນເຈົ້າພາບຈັດຕັ້ງຈະປຶກສາຫາລືກ່ຽວກັບເນື້ອໃນນີ້.
ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 12 ພະຈິກ 2019 ເຊິ່ງເປັນມື້ທີ 3 ຂອງກອງປະຊຸມດັ່ງກ່າວ ຢູ່ຫໍປະຊຸມສະພາແຫ່ງຊາດ (ຫຼັກ 6) ໂດຍເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ມີບັນດາຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງຕ່າງໆ ເຂົ້າຮ່ວມ.
ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ຈັດກອງປະຊຸມລັບ ເພື່ອປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2021, ແຜນການພັດທະນາເສດຖະກິດ - ສັງຄົມ ປີ 2022; ແຜນງົບປະມານແຫ່ງລັດ ແລະ ແຜນການຈັດແບ່ງງົບປະມານສູນກາງປີ 2022.
ຍສໝ - ໃນວັນທີ 14 ສິງຫາ, ສະຖານທູດຫວຽດນາມປະຈຳອາເມລິກາກໍ່ໄດ້ຈັດຕັ້ງຢ່າງສົມກຽວພິທີໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູງການພັກກອມມູນິດຫວຽດນາມ ເລຂາຟຽວ ໂດຍມີການເຂົ້າຮ່ວມຂອງໝູ່ຄະນະພະນັກງານສະຖານທູດ, ຜູ້ຕາງໜ້າບັນດາອົງການປະຈຳ ແລະ ບັນດາອົງຄະນະພັກ ທີ່ຂຶ້ນກັບອົງຄະນະພັກ ວໍຊິງຕັນ ດີຊີ. ພ້ອມທັງ, ສະຖານທູດກໍ່ເປີດປື້ມໄວ້ອາໄລທາງອອນລາຍ.
ຍສໝ - ທ່ານພັນໂທ Loic Roy, ທູດການປ້ອງກັນຊາດຂອງສະຖານທູດ ການາດາ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ບັນດາການເຄື່ອນໄຫວທຳການກຸສົນດ້ວຍຄວາມສະໝັກໃຈໃນການຢ້ຽມຢາມຄືຂອງກຳປັ່ນທະຫານເຮືອ Regina ສະແດງໃຫ້ເປັນການພົວພັນຄູ່ຮ່ວມມືສາມັກຄີ, ຄວາມມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ການາດາ. ປັດຈຸບັນ, ສອງປະເທດ ພວມຮ່ວມມືເປັນຢ່າງດີໃນຂົງເຂດປ້ອງກັນຊາດ.
ຍສໝ - ເຫດການໄດ້ຈັດຂຶ້ນດ້ວຍຫຼາຍການເຄື່ອນໄຫວທາງດ້ານວັດທະນະທຳສີລະປະຄື: ເຕັ້ນສາກ, ບັນລະຍາຍດ້ວຍຫົວຂໍ້ “ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ເປັນຊາວຫວຽດນາມ”.
ຫວ່າງແລ້ວນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ມາຮອດຮ່າໂນ້ຍ ສິ້ນສຸດການຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງທາງການ ແລະ ຈົບງາມ. ການຢ້ຽມຢາມໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານປະທານສະພາຕ່ຳ ອົດສະຕາລີ Milton Dick, ທ່ານປະທານສະພາສູງ ອົດສະຕາລີ Sue Lines ແລະ ທ່ານປະທານສະພາແຫ່ງຊາດ ນິວຊີແລນ Adrian Rurawhe ນັບແຕ່ວັນທີ 30 ພະຈິກ ຫາວັນທີ 6 ທັນວາ 2022.
ມີພາບຖ່າຍກວ່າ 100 ແຜ່ນ ພ້ອມເອກະສານ, ເຄື່ອງດົນຕີ, ການສາຍຮູບເງົາສາລະຄະດີແນະນຳກ່ຽວກັບເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າຕ່າງໆຢູ່ ຫວຽດນາມ, ຮູບພາບນັກສິລະປະກອນ, ນັກສິລະປິນພວມເສບເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າຕ່າງໆຢູ່ ຫວຽດນາມ ຈະໄດ້ນຳມາວາງສະແດງໃນງານວາງສະແດງ “ເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າຕ່າງໆ ຢູ່ ຫວຽດນາມ”.
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງສືບຕໍ່ຮັກສາການໂອ້ລົມສົນທະນາ ແລະ ການເຈລະຈາມີລັກສະນະສ້າງສັນລະຫວ່າງ ລັດຖະບານຊີຣີ ແລະ ຝ່າຍຄ້ານ, ໃນນັ້ນຄວນເປັນເອກະພາບກ່ຽວກັບໂຄງການດຳເນີນງານໂດຍໄວ ເພື່ອດຳເນີນບັນດາກອງປະຊຸມຄັ້ງຕໍ່ໄປ.
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່, ເບິ່ງແຍງດູແລທາງດ້ານວັດຖຸ ແລະ ຈິດໃຈໃຫ້ທະຫານເສຍອົງຄະ, ທະຫານເຈັບປ່ວຍ