ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນງານ​ວາງ​ສະ​ແດງ “ເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ຂອ​ງ​ຊົນ​ເຜົ່າ​ຕ່າງໆ​ ຢູ່ ຫວຽດ​ນາມ”

07:37 | 05/04/2022

ມີພາບຖ່າຍກວ່າ 100 ແຜ່ນ ພ້ອມເອກະສານ, ເຄື່ອງດົນຕີ, ການສາຍຮູບເງົາສາລະຄະດີແນະນຳກ່ຽວກັບເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າຕ່າງໆຢູ່ ຫວຽດນາມ, ຮູບພາບນັກສິລະປະກອນ, ນັກສິລະປິນພວມເສບເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າຕ່າງໆຢູ່ ຫວຽດນາມ ຈະໄດ້ນຳມາວາງສະແດງໃນງານວາງສະແດງ “ເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າຕ່າງໆ ຢູ່ ຫວຽດນາມ”.

ຮູບ​ພາບ Flycam ຂອງ​ດອນ​ຢູ່​ກາງ​ແມ່​ນ້ຳ​ແດງ - ສະ​ຖານ​ທີ່ໄດ້ຮັບການ​ສະ​ເໜີ​ໃຫ້​ເປັນ​ສວນສາທາລະນະ​ວັດ​ທະ​ນະ​ທຳ ຮູບ​ພາບ Flycam ຂອງ​ດອນ​ຢູ່​ກາງ​ແມ່​ນ້ຳ​ແດງ - ສະ​ຖານ​ທີ່ໄດ້ຮັບການ​ສະ​ເໜີ​ໃຫ້​ເປັນ​ສວນສາທາລະນະ​ວັດ​ທະ​ນະ​ທຳ
ອາ​ເມ​ລິ​ກາ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ເອ​ກະ​ລາດ ແລະ ພັດ​ທະ​ນາ​ໃຫ້​ຮັ່ງ​ມີ​ເຂັ້ມ​ແຂງ ອາ​ເມ​ລິ​ກາ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ເອ​ກະ​ລາດ ແລະ ພັດ​ທະ​ນາ​ໃຫ້​ຮັ່ງ​ມີ​ເຂັ້ມ​ແຂງ
ເຄື່ອງດົນຕີພື້ນເມືອງທີ່ໄດ້ວາງສະແດງໃນງານວາງສະແດງ (ພາບ: ຄະນະຈັດຕັ້ງ)
ເຄື່ອງດົນຕີພື້ນເມືອງທີ່ໄດ້ວາງສະແດງໃນງານວາງສະແດງ (ພາບ: ຄະນະຈັດຕັ້ງ)

ງານວາງສະແດງ “ເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າຕ່າງໆຢູ່ ຫວຽດນາມ” ຈະຈັດຂຶ້ນແບບໂດຍກົງໃນລະຫວ່າງວັນທີ 7 ເມສາ - 11 ເມສາ ຢູ່ ຫໍພິພິທະພັນ ນະຄອນ ເກີ່ນເທີ ແລະ ຈະວາງສະແດງແບບອອນລາຍໃນເວັບໄຊ http://trienlamvhnt.vn ແລະ http://sovhttdl.cantho.gov.vn ໃນລະຫວ່າງວັນທີ 9 ເມສາ ຫາວັນທີ 30 ພຶດສະພາ.

ງານວາງສະແດງໂດຍຫໍພິພິທະພັນວັດທະນະທຳບັນດາເຜົ່າ ຫວຽດນາມ ແລະ ສູນວາງສະແດງວັດທະນະທຳສິລະປະ ຫວຽດນາມ ປະຕິບັດ. ມີພາບຖ່າຍກວ່າ 100 ແຜ່ນ ພ້ອມເອກະສານ, ເຄື່ອງດົນຕີ, ການສາຍຮູບເງົາສາລະຄະດີແນະນຳກ່ຽວກັບເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າຕ່າງໆຢູ່ ຫວຽດນາມ, ຮູບພາບນັກສິລະປະກອນ, ນັກສິລະປິນພວມເສບເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າຕ່າງໆຢູ່ ຫວຽດນາມ ຈະໄດ້ນຳມາວາງສະແດງໃນງານດັ່ງກ່າວ. ງານວາງສະແດງຍັງມີເຂດວາງສະແດງເຄື່ອງດົນຕີພື້ນເມືອງທີ່ເປັນເອກະລັກສະເພາະຂອງແຕ່ລະແຂວງ, ນະຄອນ, ເຊິ່ງລວມມີ ເກີ່ນເທີ, ດັກລັກ, ນິງທ້ວນ, ບ່າເຣ້ຍ - ຫວູງເຕົາ, ເຮົ້າຢາງ, ຕ່ຽນຢາງ, ຫວິງລອງ, ດົ່ງທາບ, ເຕິຍນິງ, ອານຢາງ ແລະ ບາກລຽວ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.