ງານ​ວາງ​ສະ​ແດງ​ໄອ​ຊີ​ທີ 2019 ຈະ​ຈັດ​ຂຶ້ນ​​ໃນເດືອນມິ​ຖຸ​ນາ ທີ່​ຈະ​ເຖິງ​ນີ້

00:54 | 14/05/2019

ໃນ​ວັນ​ທີ 14 ກຸມ​ພາ 2019 ທີ່​ນະ​ຄອນ​ຫລວງວຽງ​ຈັນ, ກະ​ຊວງ​ໄປ​ສະ​ນີ ໂທ​ລະ​ຄົມ​ມາ​ນາ​ຄົມ ແລະ ການ​ສື່​ສານ (ປ​ທ​ສ) ໄດ້​ຈັດ​ພິ​ທີ​ຖ​ະ​ແຫລງ​ຂ່າວ ການ​ຈັດ​ງານ​ວາງ​ສະ​ແດງ​ເຕັກ​ໂນ​ໂລ​ຊີ ​ສື່​ສານ​ຂໍ້​ມູນ​ຂ່າວ​ສານ ປະ​ຈຳ​ປີ 2019 (Lao EXPO 2019),ໂດຍ​ການ​ຖະ​ແຫລງ​ຂ່າວ ຂອງ​ທ່ານ ທັນ​ສະ​ໄໝ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ ກະ​ຊວງ ປ​ທ​ສ, ມີ​ບັນ​ດາ​ແຂກ​ຖືກ​ເຊີນ​ ຈາກ​ບັນ​ດາ​ກະ​ຊວງ, ອົງ​ການ​ທຽບ​ເທົ່າ, ບັນ​ດາ​ສະ​ຖາ​ບັນ​ການ​ສຶກ​ສາ ແລະ ບັນ​ດາ​ບໍ​ລິ​ສັດ​ຕ່າງໆ​ເຂົ້າ​ຮ່ວມ. ​ງານ​ດັ່ງ​ກ່າວ​, ຈັດ​ຂຶ້ນ​ປີ​ນີ້​ເປັນ​ປີ​ທີ 3 ແລະ ຈັດ​ຂຶ້ນ​ໃນ​ ລະ​ຫວ່າງ ວັນ​ທີ 12-16 ມິ​ຖຸ​ນາ 2019 ທີ່​ສູນ​ການ​ຄ້າ​ ລາວ-ໄອ​ເຕັກ.

ງານ​ວາງ​ສະ​ແດງ​ໄອ​ຊີ​ທີ 2019 ຈະ​ຈັດ​ຂຶ້ນ​​ໃນເດືອນມິ​ຖຸ​ນາ ທີ່​ຈະ​ເຖິງ​ນີ້

ທ່ານ ທັນ​ສະ​ໄໝ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ ກະ​ຊວງ ປ​ທ​ສ.

ໃນໂອກາດດັ່ງກ່າວ, ທ່ານ ທັນ​ສະ​ໄໝ ກົມ​ມະ​ສິດ ກ່າວ​ວ່າ: ງານ​ວາງ​ສະ​ແດງ​ໃນ​ປີ​ນີ້, ​ຈັດ​ຂຶ້ນ​ພາຍ​ໃຕ້​ຄຳ​ຂວັນ “ສ້າງ ແລະ ສົ່ງ​ເສີມ​ການ​ຫັນ​ເປັນ​ດີ​ຈິ​ຕອນ​ໃນ​ລາວ” ການ​ຫັນ​ເປັນ​ດີ​ຈີ​ຕອນ ແມ່ນ​ຂະ​ບວນ​ການ​ປ່ຽນ​ແປງ ທີ່​ເກີດ​ຈາກ​ການ​ນຳ​ໃຊ້ ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ ໃນ​ທຸກ​ຂົງ​ເຂດ​ຂອງ​ສັງ​ຄົມ​ມະ​ນຸດ, ເຊິ່ງ​ມັນ​ໄດ້​ສ້າງ​ຄວາມ​ອາດ​ສາ​ມາດ​ອັນ​ໃໝ່, ບໍ່​ພຽງ​ແຕ່​ເປັນ​ການ​ສະ​ໜັບ​ສະ​ໜູນ ແລະ ເພີມ​ພູນ ວິ​ທີ​ການ​ແບບ​ດັ່ງ​ເດີມ, ແຕ່​ຍັງ​ເປັນ​ການ​ສ້າງ​ຮູບ​ແບບ​ໃໝ່ ທີ່​ມີ​ລັກ​ສະ​ນະ​ເປັນ​ນະ​ວັດ​ຕະ​ກຳ ແລະ ສ້າງ​ສັນ​ຢ່າງ​ຊັດ​ເຈນ. ໃນ​ປັດ​ຈຸ​ບັນ ​ຂະ​ບວນ​ການ​ຫັນ​ເປັນ​ດີ​ຈີ​ຕອນ ໄດ້​ຖືກ​ຮັບ​ຮອງ ແລະ ເປັນ​ກຳ​ລັງ​ຂັບ​ເຄື່ອນ ຢູ່​ໃນ​ຫລາຍ​ຂົງ​ເຂດ​ຂອງ​ອຸດ​ສາ​ຫະ​ກຳ ຢູ່​ໃນ​ທຸກ​ພູ​ມີ​ພາກ​ຂອງ​ໂລກ ຍ້ອນ​ວິ​ວັດ​ທະ​ນາ​ການ​ຂອງ​ດີ​ຈີ​ຕອນ ຈຶ່ງ​ພາ​ໃຫ້​ເກີດ​ຍຸກ​ອຸດ​ສາ​ຫະ​ກຳ 4.0 ໃນ​ໄລ​ຍະ​ອັນ​ສັ້ນ. ງານ​ໄອ​ຊີ​ທີ 2019 ນີ້, ຍັງ​ເປັນ​ເວ​ທີ​ ທີ່​ສຳ​ຄັນ​ໃນ​ການ​ສ້າງ​ໂອ​ກາດ​ໃຫ້​ຜູ້​ປະ​ກອບ​ການ, ຜູ້​ຜະ​ລິດ, ຜູ້​ບໍ​ລິ​ການ, ຜູ້​ຊົມ​ໃຊ້ ແລະ ຜູ້​ຄຸ້ມ​ຄອງ​ເຕັກ​ໂນ​ໂລ​ຊີ ສື່​ສານ​ຂໍ້​ມູນ​ຂ່າວ​ສານ ໄດ້​ມາ​ພົບ​ປະ​ແລກ​ປ່ຽນ​ບົດ​ຮຽນ, ຄວາມ​ຮູ້, ຄວາມ​ເຂົ້າ​ໃຈ ແລະ ສ້າງ​ການ​ພົວ​ພັນ​ຮ່ວມ​ມື ທາງ​ດ້ານ​ການ​ຄ້າ ແລະ ການ​ພັດ​ທະ​ນາ​ຮ່ວມ​ກັນ.

ພາຍ​ໃນ​ງານ​ດັ່ງ​ກ່າວ, ຈະ​ປະກອບ​ມີ ການ​ວາງ​ສະ​ແດງ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ, ການ​ຂາຍ​ສິນ​ຄ້າ​ຜະ​ລິດ​ຕະ​ພັນ​ໄອ​ຊີ​ທີ ທີ່​ເປັນ​ຮາດ​ແວ ແລະ ຊອບ​ແວ. ພ້ອມ​ນີ້, ຍັງ​ມີ​ກອງ​ປະ​ຊຸມ​ສົນ​ທະ​ນາ​ສາ​ກົນ ວ່າ​ດ້ວຍ​ການ​ຫັນ​ເປັນ​ດີ​ຈີ​ຕອນ. ໂດຍ​ນັກ​ຊ່ຽວ​ຊານ​ຈາກ​ຕ່າງ​ປະ​ເທດ ຈະ​ມາ​ນຳ​ສະ​ເໜີ​ ກ່ຽວ​ກັບ​ສະ​ພາບ ແລະ ຜົນ​ສຳ​ເລັດ​ ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ ຢູ່​ບັນ​ດາ​ປະ​ເທດ​ຕ່າງໆ ແລະ ກອງ​ປະ​ຊຸມ​ເປີດກວ້າງວ່າ​ດ້ວຍ​ການ​ສົ່ງ​ເສີມການ​ນຳ​ໃຊ້​ໄອ​ຊີ​ທີ ຢູ່ ສ​ປ​ປ ລາວ. ພ້ອມ​ນີ້, ຍັງ​ຈະ​ມີ​ງານ​ປະ​ກວດ​ລາງວັນ​ລາວ​ໄອ​ຊີ​ທີ 2019 ເພື່ອ​ເປັນ​ຕົວ​ແທນ​ຂອງ ສ​ປ​ປລາວ ສົ່ງ​ເຂົ້າ​ແຂ່ງ​ຂັນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ ເພື່ອ​ຊີງ​ລາງວັນ ASEAN ICT Award 2019.

(ແຫຼ່ງ​ຂໍ້​ມູນ​: ສົມຫວັງ/ຂ​ປ​ລ)

ເຫດການ
302 Found

Found

The document has moved here.