ຍສໝ - ວັນທີ 11 ພຶດສະພາ, ໂດຍໄດ້ຮັບມອບສິດຂອງ ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ, ທ່ານ ຫງວຽນແຫ້ງຟຸກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດໄດ້ມອບຜ້າອັດປາກ - ດັງການແພດ 20.000 ອັນໃຫ້ແກ່ທ່ານ Vladimir Goshin ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ສ.ເບລາຣຸດ ປະຈຳ ຫວຽດນາມ.
ຍສໝ - ວັນທີ 5 ພຶດສະພາ, ສະຖານທູດຫວຽດນາມ ປະຈຳ ສປປ.ລາວ ໄດ້ປະກາດວ່າ, ໂດຍຕອບສະໜອງຕາມຄວາມປາດຖະໜາຂອງປະຊາຊົນຫວຽດນາມ ຈຳນວນຫຼວງຫຼາຍ ໃນປະເທດລາວ ທີ່ຕ້ອງການຢາກກັບເມືອບ້ານເກີດເມືອງນອນ, ຕາມຄຳສະເໜີຂອງສະຖານທູດຫວຽດນາມ ປະຈຳ ສປປ.ລາວ, ອົງການທີ່ມີໜ້າທີ່ ປະເທດລາວ ໄດ້ຕົກລົງອະນຸຍາດໃຫ້ພົນລະເມືອງຫວຽດນາມ ກຳລັງດຳລົງຊີວິດ, ເຮັດວຽກ ແລະ ຮໍ່າຮຽນຢູ່ລາວ ເດີນທາງກັບຫວຽດນາມ ຜ່ານດ່ານຊາຍແດນສາກົນ.
ຫລາຍພາກສ່ວນທັງພາກລັດ ແລະ ເອກກະຊົນ ໄດ້ສືບຕໍ່ປະກອບສ່ວນ ເປັນເງິນສົດ ແລະ ອຸປະກອນ ການແພດຕ່າງໆ ມອບໃຫ້ລັດຖະບານລາວ ເພື່ອຕ້ານການແຜ່ລະບາດ ຂອງເຊື້ອໄວຣັດໂຄວິດ-19 ຢູ່ ສປປ ລາວ ບໍ່ໃຫ້ເພີ່ມຂຶ້ນ ແລະ ຫລຸດລົງໂດຍໄວ.
ເປັນເວລາ 14 ມື້ຕິດຕໍ່ກັນ, ປະເທດສປປ.ລາວ ບໍ່ໄດ້ກວດພົບກໍລະນີໃໝ່ຖືກຕິດເຊື້ອພະຍາດ Covid-19.
ຍສໝ - ນັບແຕ່ຊຸມມື້ທຳອິດໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ພາຍໃຕ້ການຊີ້ນຳນຳພາຂອງພັກ, ລັດ, ລັດຖະບານຫວຽດນາມໄດ້ນຳໃຊ້ບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດຢ່າງຄົບຊຸດ, ທັນການ ແລະ ມີປະສິດທິຜົນ.
ຍສໝ - ນີ້ແມ່ນນ້ຳໃຈຂອງບັນດາພະນັກງານ, ລັດຖະກອນຂອງສະຖານທູດຫວຽດນາມ ປະຈຳ ສປປ.ລາວ ແລະ ອົງການຕ່າງໆນອກຈາກສະຖານທູດຫວຽດນາມ ເພື່ອປະກອບສ່ວນໃຫ້ລັດຖະບານ ແລະ ປະຊາຊົນລາວ ຄວບຄຸມ ແລະ ສະກັດກັ້ນພະຍາດ COVID-19.
ໃນວັນທີ 20 ເມສາ 2020 ທີ່ນະຄອນຫລວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເປັນປະທານກອງປະຊຸມ ຂອງ ຄະນະສະເພາະກິດ ດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບ ຈາກການລະບາດຂອງພະຍາດ ໂຄວິດ-19 ຊຶ່ງໄດ້ປຶກສາຫາລື ການຈັດຕັ້ງຜັນຂະຫຍາຍ 10 ນະໂຍບາຍ ແລະ 9 ມາດຕະການ ທາງດ້ານເສດຖະ ກິດຂອງລັດຖະບານ.
ກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງການປະຕິບັດ ຄໍາສັ່ງເລກທີ 06/ນຍ ໄດ້ດຳເນີນຢ່າງຂຸ້ນຂ້ຽວ ແລະ ມີປະສິດທິພາບ ຈຶ່ງສາມາດຍາດໄດ້ຜົນສຳເລັດ ເບື້ອງຕົ້ນໃນການຕໍ່ສູ້ ກັບພະຍາດລະບາດ ໂຄວິດ-19.
ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມ ປະຈຳ ການາດາ ໄດ້ເຕືອນພົນລະເມືອງຫວຽດນາມ ບໍ່ໃຫ້ດຳເນີນທຸລະກຳ ດ້ານການເງິນກັບອົງການຈັດຕັ້ງ ຫຼື ບຸກຄົນທີ່ຢືມໃນນາມຂອງບັນດາອົງການຕົວແທນຕ່າງໆເພື່ອຈັດແຈງການບິນທີ່ບໍ່ໄດ້ຮັບອະນຸຍາດຈາກລັດຖະບານ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານ ໂຕແອງຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມອບເຄື່ອງຊ່ວຍເຫຼືອປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ຂອງລັດຖະບານ ແລະປະຊາຊົນຫວຽດນາມ ໃຫ້ແກ່ລັດຖະບານ ແລະປະຊາຊົນຊູແອັດ.
ຍສໝ - ເມື່ອບໍ່ດົນມານີ້, ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ດໍາເນີນພິທີມອບ-ຮັບອຸປະກອນການແພດຂອງລັດຖະບານ ແລະປະຊາຊົນຫວຽດນາມ ໜູນຊ່ວຍລັດຖະບານ ແລະ ປະຊາຊົນອາເມລິກາ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.
ຈໍານວນຜູ້ຕິດເຊື້ອໄວຣັດໂຄວິດ-19 ຢູ່ ສປປ ລາວ ບໍ່ໄດ້ເພີ່ມຂຶ້ນ (ຍັງມີພຽງແຕ່ 19 ກໍລະນີຄືເກົ່າ) ເຊິ່ງເຮັດໃຫ້ ສປປ ລາວ ບໍ່ມີກໍລະນີຕິດເຊື້ອໃໝ່ເພີ່ມ 4 ມື້ຕິດຕໍ່ກັນ.
ຍສໝ - ກະຊວງການຕ່າງປະເທດເຢຍລະມັນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການກະທຳອັນສູງສົ່ງຂອງລັດຖະບານ ແລະ ປະຊາຊົນຫວຽດນາມ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານ ຫງວຽນກ໊ວກຢຸ໊ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມອບສັນຍາລັກເງິນຈໍານວນ 50.000 ໂດລາສະຫະລັດຂອງຫວຽດນາມ ໃຫ້ແກ່ລັດຖະບານ ແລະປະຊາຊົນມຽນມາ ເພື່ອປ້ອງກັນ, ຕ້ານພະຍາດ ໂຄວິດ-19.
ຍສໝ - ຜູ້ອອກແຮງງານທີ່ເຮັດວຽກຕາມລະບອບສັນຍາແຮງງານຕ້ອງຕົກລົງກັນຢຸດຕິຊົ່ວຄາວການປະຕິບັດສັນຍາແຮງງານ, ພັກວຽກບໍ່ໄດ້ຮັບເງິນເດືອນແຕ່ 1 ເດືອນຂຶ້ນໄປ ຍ້ອນບັນດາວິສາຫະກິດປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດ Covid– 19, ເຊິ່ງບໍ່ມີລາຍຮັບ ຫຼືບໍ່ມີແຫຼ່ງການເງິນເພື່ອຈ່າຍເງິນເດືອນນັ້ນ ແມ່ນໄດ້ຮັບການໜູນຊ່ວຍດ້ວຍລະດັບເງິນ 1,8 ລ້ານດົ່ງ/ຄົນ/ເດືອນ.
ຍສໝ - ໃນຕອນບ່າຍຂອງວັນທີ 8 ເມສານີ້, ຢູ່ສຳນັກງານໃຫຍ່ຂອງກະຊວງສາທາລະນະສຸກ ກຳປູເຈຍນະຄອນຫຼວງ Phnom Penh ໄດ້ຈັດພິທີມອບຮັບອຸປະກອນການແພດ ຂອງລັດຖະບານຫວຽດນາມ ໃຫ້ລັດຖະບານ ແລະ ປະຊາຊົນ ກຳປູເຈຍ ເພື່ອປ້ອງກັນການລະບາດຂອງພະຍາດ Covid-19.
ຍສໝ - ປະຊາຄົມວິສາຫະກິດ, ສະມາຊິກ EuroCham ຕີລາຄາສູງຕໍ່ບັນດາມາດຕະການຂອງລັດຖະບານຫວຽດນາມ; ໃນນັ້ນ ມີຄໍາສັ່ງເລກທີ 11 ຂອງນາຍົກລັດຖະມົນຕີ ກ່ຽວກັບບັນດາໜ້າທີ່, ມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດໍາເນີນທຸລະກິດຢ່າງຮີບດ່ວນ, ຮັບປະກັນການຊ່ວຍໜູນສັງຄົມ, ຮັບມືກັບໂລກລະບາດໂຄວິດ - 19.
ຍສໝ - ທ່ານ Kydong Park, ຫົວໜ້າຄະນະຕົວແທນ ອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: “ອົງການອະນາໄມໂລກ WHO ໄດ້ຕີລາຄາສູງວິທີການ 4 ກັບທີ່ຂອງ ລັດຖະບານຫວຽດນາມ, ນັ້ນແມ່ນ ການຊີ້ນຳກັບທີ່, ກຳລັງກັບທີ່, ພາຫະນະກັບທີ່ ແລະ ພະລາທິການກັບທີ່”.
ຍສໝ - ບົນເນື້ອໃນຈິດໃຈສາຍພົວພັນແບບພິເສດ ແລະ ໄມຕີຈິດມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດ, ຫວຽດນາມ ພ້ອມແລ້ວທີ່ຈະໃຫ້ການໜູນຊ່ວຍ, ແບ່ງປັນ ແລະ ຄຽງບ່າຄຽງໄລ່ກັບ ລາວ ໃນບັ້ນປ້ອງກັນ ແລະ ສະກັດກັ້ນໂລກລະບາດດັ່ງກ່າວ ເພື່ອໃຫ້ສອງປະເທດມີສະພາບການເປັນປົກກະຕິໂດຍໄວ, ສືບຕໍ່ພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.
ຍສໝ - ລັດຖະບານ ຫວຽດນາມ ໜູນຊ່ວຍຈໍານວນເງິນຫຼາຍກວ່າ 60 ພັນຕື້ດົ່ງ ໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນສະທ້ອນຈາກການລະບາດ ຂອງພະຍາດ Covid-19.