4 ມື້ແລ້ວ ລາວບໍ່ມີຜູ້ຕິດເຊື້ອໄວຣັດໂຄວິດ-19 ເພີ່ມ

13:51 | 17/04/2020

ຈໍານວນຜູ້ຕິດເຊື້ອໄວຣັດໂຄວິດ-19 ຢູ່ ສປປ ລາວ ບໍ່ໄດ້ເພີ່ມຂຶ້ນ (ຍັງມີພຽງແຕ່ 19 ກໍລະນີຄືເກົ່າ) ເຊິ່ງເຮັດໃຫ້ ສປປ ລາວ ບໍ່ມີກໍລະນີຕິດເຊື້ອໃໝ່ເພີ່ມ 4 ມື້ຕິດຕໍ່ກັນ.

4 ມ ແລ ວ ລາວບ ມ ຜ ຕ ດເຊ ອໄວຣ ດໂຄວ ດ 19 ເພ ມ ປະເທດລາວ ຢືນຢັນ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນ ລວມທັງໝົດ 16 ຄົນ
4 ມ ແລ ວ ລາວບ ມ ຜ ຕ ດເຊ ອໄວຣ ດໂຄວ ດ 19 ເພ ມ ລາວ: ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ​ຂຶ້ນ 2 ຄົນ ລວມ​ເປັນ 8 ຄົນ
4 ມ ແລ ວ ລາວບ ມ ຜ ຕ ດເຊ ອໄວຣ ດໂຄວ ດ 19 ເພ ມ
ພາບປະກອບ

ກໍລະນີທີ 14 ກໍໄດ້ອອກໂຮງໝໍແລ້ວ ເຮັດໃຫ້ຈໍານວນຜູ້ປິ່ນປົວດີ ມີທັງໝົດມີ 2 ຄົນ (ກໍລະນີທີ 12 ແລະ 14), ເຊິ່ງປັດຈຸບັນຍັງນອນຢູ່ໂຮງໝໍ 17 ຄົນ, ຢູ່ໂຮງໝໍມິດຕະພາບ 14 ກໍລະນີ ແລະ ໂຮງໝໍແຂວຫລວງພະບາງ 3 ກໍລະນີ. ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ກ່າວໃນພິທີຖະແຫລງຂ່າວ ໃນຕອນບ່າຍວັນທີ 16 ເມສາ 2020 ນີ້ວ່າ: ໃນວັນທີ 15 ເມ ສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 23 ຄົນ, ໃນນັ້ນມີຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ 2 ຄົນ ແລະ ກໍລະນີມີອາການສົງໄສ 21 ຄົນ (ໃນນີ້ມີແຮງງານລາວ ທີ່ກັບມາແຕ່ໄທ 1 ຄົນ). ໃນຈຳນວນ 23 ຄົນ ທີ່ມາກວດນັ້ນ ຢູ່ນະຄອນຫລວງວຽງຈັນ 19 ຄົນ ແລະ ຕ່າງແຂວງ 4 ຄົນຄື: ຫລວງພະບາງ 1 ຄົນ, ອັດຕະປຶ 1 ຄົນ ແລະ ສະຫວັນນະເຂດ 2 ຄົນ, ເຊິ່ງຜົນກວດທັງໝົດ 23ກໍລະນີ ແມ່ນບໍ່ພົບເຊື້ອ.

ປັດຈຸບັນສະພາບ​ການ​ແຜ່​ລະບາດ ຂອງ​​ເຊື້ອ​ໄວຣັດ​ໂຄ​ວິດ-19 ຢູ່​ທົ່ວ​ໂລກ ຕົວ​ເລກ​ຜູ້​ຕິດ​ເຊື້ອຍັງ​ສືບ​ຕໍ່​ເພີ່ມ​ຂຶ້ນ​ ​ໃນ​ທຸກໆມື້ ນັບ​ທັງ ສປປ ລາວ ກໍ​ຍັງ​ມີ​ຄວາມສຽ່ງ ​ແລະ ສິ່ງ​ທ້າ​ທາຍຕ່າງໆ ສະ​ນັ້ນ ລັດຖະບານ​ ຈຶ່ງ​ໄດ້​ຕົກລົງປະກາດ​ ໃຫ້​ຕໍ່​ເວລາ​ໃນ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ສັ່ງ ຂອງ​ນາຍົກ​ລັດຖະມົນຕີ ສະ ບັບ​ເລກທີ 06/ນຍ ​ແລະ ບັນດາ​ນິຕິ​ກຳ, ຄຳ​ແນະນຳ, ​ແຈ້ງ​ການ ຂອງ​ຄະນະ​ສະ​ເພາະ​ກິດ ອອກ​ໄປ​ອີກ 14 ວັນ ຈົນ​ຮອດ​ວັນ​ທີ 3 ພຶດສະພາ 2020, ຖ້າ​ມີ​ການ​ປ່ຽນ​ແປງ​ລັດຖະບານ​ ຈະ​ແຈ້ງ​ໃຫ້​ຊາບ​ພາຍຫລັງ​.

ລັດຖະບານ​ຍັງ​​ເຫັນ​ດີ​ໃຫ້​ປະຕິບັດ​ ນະ​ໂຍບາຍ​ເງິນ​ອຸດໜູນ ​ໃຫ້​ພະນັກງານ​ແພດ-ໝໍ, ​ເຈົ້າໜ້າທີ່ ປກສ-ປກຊ ​ແລະ ພະນັກງານ​-ລັດຖະກອນ ທີ່​ປະຕິບັດໜ້າທີ່​ຕົວ​ຈິງ ​ໃນ​ການ​ປ້ອງ​ກັນ ​ແລະ ຮັບ​ມື​ກັບ​ການ​ແຜ່​ລະບາດ ຂອງ​ພະຍາດ​ໂຄ​ວິດ-19 ຕາມຄວາມ​ເໝາະສົມ ​ໂດຍ​ສອດຄ່ອງ​ກັບ​ລະບຽບ ການ ​ເພື່ອ​ເປັນ​ໃຫ້​ກຳລັງ​ໃຈ​ແກ່​ບຸກຄົນ​ເຫລົ່າ​ນັ້ນ.

ພະຍາດ COVID-19 ບໍ່ໄດ້ທໍາລາຍແຕ່ສຸຂະພາບ ແລະ ຊີວິດຂອງຄົນເຮົາເທົ່ານັ້ນ, ແຕ່ຍັງໄດ້ສົ່ງຜົນກະທົບອັນໜັກໜ່ວງ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ການທໍາມາຫາກິນ, ການຜະລິດ, ການເງິນ, ການຄ້າ, ການທ່ອງທ່ຽວ ກໍຄື ກະທົບຕໍ່ລະບົບເສດຖະກິດລວມ ຂອງແຕ່ລະປະເທດອີກດ້ວຍ. ການທີ່ຈະເອົາຊະນະພະຍາດນີ້ ໃຫ້ໝົດໄປໂດຍໄວນັ້ນ ກໍຄື ການສືບຕໍ່ປະຕິບັດຄໍາສັ່ງເລກທີ 06/ນຍ ໃຫ້ເຂັ້ມງວດ, ໂດຍສະເພາະແມ່ນ ການຫລີກລ່ຽງບໍ່ໃຫ້ຄົນຢູ່ໃກ້ກັນ, ໃສ່ຜ້າອັດປາກ-ດັງ, ໝັ້ນລ້າງມືດ້ວຍສະບູ ຫລື ນໍ້າຢາຂ້າເຊື້ອ, ອານາໄມເຮືອນຊານສະຖານທີ່ ພັກອາໄສໃຫ້ສະອາດ, ສິ່ງສໍາຄັນບໍ່ໃຫ້ອອກ ຈາກບ້ານເຮືອນ, ບໍ່ໃຫ້ຢູ່ໂຮມກັນຄົນເປັນກຸ່ມກ້ອນ ແລະ ບໍ່ໃຫ້ມີການພົບປະຊຸມແຊວ ກັນໃນໄລຍະນີ້ ທີ່ຈະມີຄວາມສ່ຽງຕິດພະຍາດCOVID-19 ໄດ້ງ່າຍ. ຖ້າພວກເຮົາທຸກຄົນ ພ້ອມກັນປະຕິບັດໄດ້ດີ, ກໍຈະບໍ່ມີຄົນຕິດເຊື້ອ ແລະ ມີຄົນຕາຍ ຍ້ອນພະຍາດນີ້ແນ່ນອນ. ນອກນີ້, ການດໍາລົງຊີວິດ, ການທໍາມາຫາກິນ, ການຜະລິດ,​ ການບໍລິການຕ່າງໆ ໃນສັງຄົມກໍຈະກັບຄືນສູ່ ສະພາບປົກກະຕິໂດຍໄວ.

ສ.ອາເມລິກາ ໄດ້ບັນທຶກ ຕົວເລກ ຜູ້ເສຍຊິວິດ ຈາກພະຍາດໂຄວິດ-19 ເພີ່ມຂຶ້ນ 2.569 ຄົນ. ນີ້ຖືເປັນ ຕົວເລກ ເພີ່ມຂຶ້ນ ສູງສຸດ ໃນໄລຍະ 24 ຊົ່ວ ໂມງ ນັບແຕ່ ເກີດການ ແຜ່ລະບາດ ພະຍາດນີ້ ໃນສ.ອາເມລິກາ. ປັດຈຸບັນ, ຍອດຜູ້ເສຍຊິວິດຈາກໂຄວິດ ລວມມີ 28.326 ຄົນ,​ ເປັນຕົວເລກສູງສຸດ ໃນໂລກ. ໃນຂະນະທີ່ ຍອດຈຳນວນ ຜູ້ຕິດເຊື້ອ ໄວຣັດ SARS-CoV-2 ລວມມີ 636.350 ຄົນ.

ເອີຣົບ: ສະພາບ ການແຜ່ ລະບາດ ຂອງ ພະຍາດ ໂຄວິດ-19 ພວມສືບຕໍ່ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ . ໃນວັນທີ 15 /4 , ແອັດສະປາຍ ມີຜູ້ຕີດເຊື້ອ ພະຍາດ ໂຄວິດ-19 ຈຳນວນ 177.644 ຄົນ, ເສຍຊິວິດ 18.708 ຄົນ. ອິຕາລີ ມີຜູ້ຕິດເຊື້ອ 165.155 ຄົນ,​ ເສຍຊິວິດ 21.645 ຄົນ; ຝຣັ່ງ ມີຜູ້ຕິດເຊື້ອ 147.863 ຄົນ, ເສຍຊິວິດ 17.167 ຄົນ; ເຢຍລະມັນ ມີຜູ້ຕິດເຊື້ອ 133.456 ຄົນ, ເສຍຊິວິດ 3.592 ຄົນ ແລະ ອັງກິດ ມີຜູ້ຕິດເຊື້ອ 98.476 ຄົນ ແລະ ເສຍຊິວິດ 12.868 ຄົນ. ໃນຈຳນວນ 5 ປະເທດນີ້, ອັງກິດ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ ເຖິງ 4.603 ກໍລະນີ, ເປັນຕົວເລກສູງສຸດໃນໄລຍະ 24 ຊົ່ວໂມງ. ຝຣັ່ງ ມີຜູ້ເສຍຊິວິດ 1.438 ກໍລະນີ. ສ່ວນເຢຍລະມັນ ມີຜູ້ຕິດເຊື້ອ ລາຍໃໝ່ ແລະ ເສຍຊິວິດ ໜ້ອຍສຸດ ຕາມລຳດັບ ຄື: 1.246 ກໍລະນີ ແລະ 97 ກໍລະນີ.

ນອກຈາກນັ້ນ ໃນທະວີບອາຊີ ແລະ ເຂດຕາເວັນອອກກາງ ເປັນຕົ້ນ ອິຣານ ໄດ້ບັນທຶກ ຕົວເລກ ຜູ້ຕິດເຊື້ອ ພະຍາດໂຄວິດ-19 ລວມມີ 76.389 ຄົນ, ເພີ່ມຂຶ້ນ 1.512 ຄົນ ເມື່ອທຽບໃສ່ 1 ວັນຜ່ານມາ. ຈຳນວນ ຜູ້ເສຍຊິວິດ ໃນອິຣານ ລວມມີ 4.777 ຄົນ, ເພີ່ມຂຶ້ນ 94 ຄົນ ເມື່ອທຽບໃສ່ 1 ວັນຜ່ານມາ. ຕວັກກີ ໄດ້ມີ ຜູ້ຕິດເຊື້ອ ພະຍາດໂຄວິດ-19 ລາຍໃໝ່ ເພີ່ມຂຶ້ນ 4.281 ຄົນ ເມື່ອທຽບໃສ່ 24 ຊົ່ວໂມງຜ່ານມາ ເຮັດໃຫ້ ຍອດຈຳນວນ ຜູ້ຕິດເຊື້ອ ລວມມີ ທັງໝົດ 69.392 ຄົນ,​ໃນນັ້ນ ມີຜູ້ເສຍຊິວິດ ເຖິງ 1.518 ຄົນ, ເພີ່ມຂຶ້ນ 115 ຄົນ.

4 ມ ແລ ວ ລາວບ ມ ຜ ຕ ດເຊ ອໄວຣ ດໂຄວ ດ 19 ເພ ມ ລາວ: ສາມມື້ຕິດຕໍ່ກັນແລ້ວ ທີ່ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ

ສ​ປ​ປ ລາວ ມີ​ຜູ້​ຕິດ​ເຊື້ອ​ທັງ​ໝົດ 19 ຄົນ ໃນນີ້ 01 ຄົນໄດ້ອອກໂຮງໝໍແລ້ວ ແລະ ໄປຕິດຕາມຕົນເອງຢູ່ເຮືອນ 14 ວັນ ຫລັງ​ຈາກນັ້ນ​ ຈຶ່ງ​ກັ​ບ​ໄປ​ໂຮງ​ໝໍ​ເພື່ອກວດ​ຄືນ​ອີກ.

4 ມ ແລ ວ ລາວບ ມ ຜ ຕ ດເຊ ອໄວຣ ດໂຄວ ດ 19 ເພ ມ ປະເທດລາວ ຢືນຢັນ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນ ລວມທັງໝົດ 16 ຄົນ

ຍສໝ - ໃນວັນທີ່ 9 ເມສາ 2020, ຕາມຖະແຫຼ່ງຂ່າວ ຂອງກະຊວງສາທາລະນະສຸກ ສປປ.ລາວ ວ່າ ມາຮອດຕອນແລງວັນທີ່ 9 ເມສາ, ໄດ້ກວດພົບ ຜູ້ຕິດເຊື້ອ Covid-19 ເພີ່ມຂຶ້ນ 1 ກໍລະນີ, ເຮັດໃຫ້ຈຳນວນຜູ້ຕິດເຊື້ອທັງໝົດ ໃນປະເທດລາວ ເພີ່ມຂຶ້ນເປັນ 16 ຄົນ.

4 ມ ແລ ວ ລາວບ ມ ຜ ຕ ດເຊ ອໄວຣ ດໂຄວ ດ 19 ເພ ມ ລາວ: ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ​ຂຶ້ນ 2 ຄົນ ລວມ​ເປັນ 8 ຄົນ

ເຊິ່ງ​ຜູ້​ຕິດ​ເຊື້ອໃໝ່ 2 ຄົນ​ນີ້ ເປັນເພດຍິງ 1 ຄົນ ອາຍຸ 50 ປີ, ສັນຊາດ: ລາວ, ບ້ານວິຊຸນ, ນະຄອນຫລວງພະບາງ, ແຂວງຫ​ລວງພະບາງ, ເຊິ່ງເປັນເມຍ ຜູ້ຕິດເຊື້ອ ທີ່ເປັນຄົນຂັບລົດໃຫ້ແກ່ກຸ່ມ​ທ່ອງທີ່ລາຍງານ ໄປໃນກ່ອນໜ້ານີ້ ແລະ ເພດຊາຍ 1 ຄົນ ອາຍຸ 18 ປີ, ...

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.