ລາວ: ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນ ພຶດສະພາ 2020

06:35 | 25/05/2020

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ພຶດສະພາ 2020 ໄດ້ເປີດຂຶ້ນ ໃນວັນທີ 21 ແລະ ປິດລົງໃນ ວັນທີ 22 ພຶດສະພາ 2020, ພາຍໃຕ້ການເປັນປະທານ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາ ທ່ານຮອງນາຍົກລັດຖະມົນຕີ,  ສະມາຊິກລັດຖະບານ ເຂົ້າຮ່ວມ ຢ່າງພ້ອມພຽງ.

ລາວ ຜ ນກອງປະຊ ມລ ດຖະບານ ສະໄໝສາມ ນປະຈຳເດ ອນ ພ ດສະພາ 2020 ວັນທີ 14 ພຶດສະພາ: ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ
ລາວ ຜ ນກອງປະຊ ມລ ດຖະບານ ສະໄໝສາມ ນປະຈຳເດ ອນ ພ ດສະພາ 2020

ຄາດວ່າຈະນຳສົ່ງພົນລະເມືອງຫວຽດນາມຈາກສະຫະລັດອາເມລິກາ ກັບເມືອປະເທດໃນວັນທີ 7 ພຶດສະພາ

ລາວ ຜ ນກອງປະຊ ມລ ດຖະບານ ສະໄໝສາມ ນປະຈຳເດ ອນ ພ ດສະພາ 2020
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ

ກອງປະຊຸມ ໄດ້ພິຈາລະນາບັນຫາສໍາຄັນ ຕ່າງໆດັ່ງນີ້:

ບົດລາຍງານການຜັນ ຂະຫຍາຍ ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານ ງານສູນກາງພັກ ຄັ້ງທີ 7, 8 ແລະ 9 ສະໄໝທີ X ຕິດພັນ ກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງ ຄົມ, ກອງປະຊຸມ ໄດ້ຊີ້ນໍາມອບ ໃຫ້ກະຊວງແຜນການ ແລະ ການລົງທຶນ ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕາມການປະ ກອບຄໍາເຫັນຂອງສະມາຊິກ ລັດຖະບານ ໂດຍສະເພາະ ການຕີລາຄາການຈັດຕັ້ງປະ ຕິບັດ ຕ້ອງ ຊັດເຈນ, ພາວະວິໄສ, ບັນຫາໃດທີ່ສາມາດປະຕິບັດ ໄດ້, ບັນຫາໃດທີ່ຍັງຄ້າງຄາ ເພື່ອລາຍງານຕໍ່ກອງປະຊຸມຄົບ ຄະນະບໍລິຫານງານສູນກາງພັກ ແລະ ກອງປະຊຸມສະພາແຫ່ງ ຊາດໃນຕໍ່ໜ້ານີ້.

ຕໍ່ຄວາມຄືບໜ້າໃນການ ຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ ແຫ່ງ ຊາດ 3 ເດືອນຕົ້ນປີ, ຄາດຄະ ເນ 6 ເດືອນຕົ້ນປີ ແລະ ວຽກຈຸດ ສຸມ 6 ເດືອນທ້າຍປີ 2020, ຜ່ານ​ການ​ລາຍ​ງານ ແລະ ສະຫຼຸບ​ຕີ​ລາຄາ​ຈາກ​ກະຊວງ ແຜນການ ແລະ ການ​ລົງທຶນ ກອງ​ປະຊຸມ ເຫັນ​ວ່າການ​ຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ ເສດ​ຖະ​ກິດ​-​ສັງຄົມ ໄລຍະ 3 ເດືອນ ແລະ 6 ເດືອນ​ຕົ້ນ​ປີ ຍັງ​ສືບຕໍ່​ພົບ​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ປະການ ຊຶ່ງ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ຮ້າຍ ແຮງ​ຈາກ​ການ​ແຜ່​ລະບາດ​ຂອງ ເຊື້ອ​ພະຍາດ COVID-19 ແລະ ໄພພິບັດ​ທາງ​ທໍາ​ມະ​ຊາດ. ເຖິງ​ຢ່າງໃດ​ກໍ​ຕາມ, ກອງ​ປະຊຸມ ໄດ້​ຊີ້​ນໍາ​ໃຫ້​ທຸກ​ພາກສ່ວນ ທີ່​ກ່ຽວຂ້ອງ ສືບຕໍ່​ເອົາໃຈໃສ່ຈັດ​ຕັ້ງ​ປະຕິບັດ​ຢ່າງ​ຕັ້ງໜ້າ ແລະ ມີ​ຄວາມ​ຮັບຜິດຊອບ ເພື່ອ​ເຮັດ​ໃຫ້​ບັນດາ​ທິດ​ທາງ ຄາດໝາຍ​ສູ້​ຊົນ ໃນ 6 ເດືອນ ທ້າຍ​ປີ ສໍາ​ເລັດ​ຕາມ​ແຜນການ ທີ່​ວາງ​ໄວ້.

ບົດ​ລາຍ​ງານ​ກ່ຽວ​ກັບ ຄວາມ​ຄືບ​ໜ້າ​ໃນ​ການ​ປັບປຸງ ຮ່າງ​ແຜນ​ພັດທະນາ​ເສດ​ຖະ ກິດ​-​ສັງຄົມ ແຫ່ງ​ຊາດ 5 ປີ ຄັ້ງ​ທີ IX (2021-2025) ທີ່​ສະເໜີ ໂດຍ​ກະຊວງ​ແຜນການ ແລະ ການ​ລົງທຶນ, ຜ່ານ​ການຮັບ​ຟັງ​ການ​ລາຍ​ງານ​ກອງປະຊຸມ ໄດ້​ຕີ​ລາຄາ​ວ່າ​ແຜນພັດທະນາ​ເສດ​ຖະ​ກິດ​-​ສັງ ຄົມ 5 ປີ ຄັ້ງ​ທີ IX ເປັນ​ແຜນ ທີ່​ມີ​ຄວາມ​ສໍາ​ຄັນ ແລະ ພັດທະ​ນາ​ຕາມ 3 ທິດ​ນຳ ຄື: 1). ນໍາ​ພາ​ປະເທດ​ບັນລຸ​ເງື່ອນໄຂ​ການ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​ປະເທດ​ດ້ອຍ​ພັດທະນາ, ປະຕິບັດ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ຮອດ​ປີ 2030 ແລະ ການ​ເຕີບ​ໂຕ​ສີຂຽວ; 2). ແກ້​ໄຂ​ຈຸດ​ອ່ອນ, ຂໍ້ຄົງຄ້າງ ແລະ ອຸປະສັກ ຂອງ​ການ​ພັດທະນາ​ເສດ​ຖະ ກິດ-​ສັງຄົມ ໃນ​ໄລຍະ​ຜ່ານ​ມາ ແລະ ສິ່ງ​ທ້າ​ທາຍ​ໃນ ໄລຍະ​ໃໝ່ ດ້ວຍ​ການ​ນໍາ​ໃຊ້​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ປະເທດ ໃຫ້​ມີ​ປະສິດທິພາບ ແລະ ປະສິດ​ທິ​ຜົນ ຕາມ​ທິດ​ຄຸນ​ນະ​ພາບ, ສີຂຽວ, ຍືນ​ຍົງ ແລະ ມີ​ຈຸດ​ສຸມ; 3). ເສີມ​ຂະຫຍາຍ​ປັດ​ໄຈ ແລະ ທ່າແຮງ​ບົ່ມ​ຊ້ອນ​ຂອງ​ຊາດ ເພື່ອ​ສ້າງ​ພື້ນຖານ​ໃຫ້​ແກ່​ຄວາມ​ເຂັ້ມແຂງ ແລະ ເປັນ​ເຈົ້າ​ຕົນ​ເອງ ທາງ​ດ້ານ​ເສດ​ຖະ​ກິິດ ເປັນ​ກ້າວໆ; ກອງ​ປະຊຸມ ໄດ້​ຊີ້​ນໍາ​ໃຫ້​ກະຊວງ​ແຜນການ ແລະ ການ​ລົງທຶນນໍາ​ເອົາ​ຮ່າງ​ແຜນ​ພັດທະນາ ເສດ​ຖະ​ກິດ​-​ສັງຄົມ 5 ປີ ຄັ້ງ​ທີ IX ໄປ​ປັບປຸງ​ຕາມ​ການ​ປະ​ກອບ​ຄໍາ​ເຫັນ​ຂອງ​ສະມາຊິກ​ລັດຖະບານ ເພື່ອ​ເຮັດ​ໃຫ້​ຮ່າງ​ແຜນ​ດັ່ງກ່າວມີ​ເນື້ອ​ໃນ​ຄົບ​ຖ້ວນ​ຊັດ​ເຈນ, ຮັດກຸມ ແລະ ສອດຄ່ອງ​ກັບ​ສະພາບ​ການ​ພັດທະນາ​ຕົວ​ຈິງ​ຂອງ​ປະເທດ​ເຮົາ ໂດຍ​ສະເພາະ​ບັນດາ​ຄາດ ໝາຍ​ສູ້​ຊົນ​ຕ່າງໆ ກ່ອນ​ນໍາ​ສະເໜີ​ຕໍ່​ກອງ​ປະຊຸມ ສູນ​ກາງ ແລະ ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ ພິຈາລະນາ​ຮັບ​ຮອງ.

ບົດ​ລາຍ​ງານ​ຄວາມ​ຄືບ ໜ້າ ແລະ ແຜນການ​ສ້າງ​ແຜນ​ແມ່​ບົດ​ໃນ​ການ​ພັດທະນາ​ຕາມ​ແລວ​ທາງ​ເສດຖະກິດ​ລາວ​-​ຈີນ, ການ​ຜັນ​ຂະຫຍາຍ​ຂອບ​ການ​ຮ່ວມ​ມື​ພັດທະນາ​ແລວ​ທາງ​ເສດຖະກິດ ລາວ​-​ຈີນ ໃນ​ໄລຍະ​ຜ່ານ​ມາ ທີ່​ສະເໜີ ໂດຍ​ກະຊວງ​ແຜນການ ແລະ ການ​ລົງ​ທຶນ. ຮ່າງ​ແຜນ​ແມ່​ບົດ​ດັ່ງກ່າວ​ນີ້ ມີ​ຄວາມ​ສຳຄັນ ເນື່ອງ​ຈາກ​ເປັນ​ການຈັດຕັ້ງ​ຜັນ​ຂະຫຍາຍ​ແຜນ​ແມ່​ບົດ​ວ່າ​ດ້ວຍ ການ​ສ້າງ​ຄູ່​ຮ່ວມ​ຊາຕາ​ກຳ ລາວ​-​ຈີນ ທີ່​ລົງ​ນາມ​ໂດຍເລຂາທິການ​ໃຫຍ່​ຂອງ​ທັງ​ສອງປະເທດ ແລະ ບົດ​ບັນທຶກ​ຊ່ວຍ​ຈຳ ວ່າ​ດ້ວຍ​ການ​ກະກຽມຮ່າງ​ແຜນ​ແມ່​ບົດ ກ່ຽວ​ກັບ​ການ​ຊຸກຍູ້​ການ​ຮ່ວມ​ມື ເພື່ອສ້າງ ‘ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນ ຊຶ່ງ​ຕ້ອງ​ແທດ​ກັບ​ຕົວ​ຈິງ ແລະ ສາມາດ​ຈັດ​ຕັ້ງປະຕິບັດ​ໄດ້, ໃນ​ນີ້ ອັນ​ທີ່​ເລັ່ງ​ດ່ວນ​ທີ່​ສຸດ ແມ່ນ​ການ​ວາງ​ແຜນ​ພັດທະນາ​ຕາມ​ແລວ​ທາງ​ລົດໄຟ ລາວ​-​ຈີນ. ຜ່ານ​ການ​ຮັບ​ຟັງ​ການ​ລາຍ​ງານ, ກອງ​ປະຊຸມໄດ້​ມີ​ທິດ​ຊີ້​ນຳ ໃຫ້​ບັນດາ​ສະມາຊິກ​ລັດ​ຖະບານ ນຳ​ເອົາ​ຮ່າງ​ແຜນ​ແມ່​ບົດ​ດັ່ງກ່າວໄປ​ຄົ້ນຄວ້າ​ປຶກສາ​ຫາລື​ລະອຽດ​ພາຍ​ໃນ ຂະແໜງການ​ຕົນ ແລ້ວ​ສົ່ງ​ຄຳ​ເຫັນ​ໃຫ້​ກະຊວງແຜນການ ແລະ ການ​ລົງທຶນ ພາຍ​ໃນ 1 ອາ​ທິດ. ພາຍຫຼັງກະຊວງແຜນການ ແລະ ການ​ລົງທຶນ ໄດ້​ປັບປຸງ​ຕາມ​ການ​ປະກອບ​ຄຳ​ເຫັນ​ຂອງ​ບັນດາ​ຂະແໜງການ​ແລ້ວ ໃຫ້​ນຳ​ເອົາ​ສະບັບ ປັບປຸງ ມາ​ລາຍ​ງານ​ຕໍ່​ກອງ​ປະຊຸມ ນາ​ຍົກ​-​ຮອງ​ນາຍົກລັດຖະມົນຕີ ເພື່ອ​ມີ​ທິດ​ຊີ້​ນຳ ກ່ອນ​ສົ່ງ​ໃຫ້​ຜູ້​ປະຈຳການ ຄະນະ ເລຂາທິການ​ສູນ​ກາງ​ພັກ ມີ​ທິດ​ຊີ້​ນຳ ໃນ​ຂັ້ນ​ຕໍ່​ໄປ.

ບົດ​ລາຍ​ງານ​ການ ຈັດຕັ້ງ​ປະຕິບັດ​ນະໂຍບາຍຕໍ່​ ແຮງ​ງານ​ລາວ ທັງ​ນອກ ແລະ ໃນ​ລະບົບ ທີ່​ໄດ້​ຮັບຜົນກະ ທົບ ​ຈາກ​ການ​ລະບາດ​ຂອງພະ ຍາດ COVID- 19 ທີ່​ສະເໜີ​ໂດຍ ກະຊວງ​ແຮງ​ງານ ແລະ ສະ ຫວັດດີ​ການ​ສັງຄົມ ຊຶ່ງ​ໃນ​ບົດ​ລາຍ​ງານ​ດັ່ງກ່າວ ໄດ້​ໃຫ້​ຊາບ​ກ່ຽວ​ກັບ​ການ​ຊ່ວຍເຫຼືອ​ແຮງ​ງານ​ລາວ​ທີ່​ກັບ​ມາ​ຈາກ​ຕ່າງ ປະເທດ, ແຮງ​ງານ​ທີ່ຢູ່​ພາຍ​ໃນ​ປະເທດ ແລະ ນະໂຍບາຍ​ໃນ​ການ​ຊ່ວຍເຫຼືອ​ແຮງ​ງານ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງໄດ້​ສະເໜີ​ທິດ​ທາງ​ໃນ​ການຄຸ້ມ​ຄອງ ແລະ ນໍາ​ໃຊ້​ແຮງ​ງານ​ໃນ​ຕໍ່​ໜ້າ. ກອງ​ປະຊຸມ ໄດ້​ມີ​ທິດ​ຊີ້​ນຳເຫັນ​ດີ​ໃຫ້​ປະຕິບັດ​ນະ ໂຍບາຍ​ເງິນ​ອຸດ​ໜູນ​ວ່າງ​ງານ​ໃຫ້​ແຮງ​ງານ ທີ່ຢູ່​ໃນ​ລະບົບ​ປະກັນ​ສັງຄົມ ຕາມ​ຄວາມ​ສາມາດຂອງ​ຄັງ​ປະ ກັນ​ສັງຄົມ ແລະ ວົງ​ເງິນ​ປະກັນ​ຕົນ ຂອງ​ຜູ້​ອອກແຮງ​ງານ ໂດຍ​ສອດຄ່ອງ​ກັບ​ກົດໝາຍວ່າ​ດ້ວຍປະກັນ​ສັງ​ຄົມ. ພ້ອມ​ກັນ​ນີ້ ໃຫ້​ກະຊວງ​ແຮງ​ງານ ແລະ ສະຫວັດດີ​ການ​ສັງຄົມ ຮີບ​ຮ້ອນ ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ ແລະ ອົງການ​ປົກຄອງ​ທ້ອງຖິ່ນ ເກັບ​ກຳ​ສະຖິຕິ ແລະ ການ​ຂຶ້ນ​ທະບຽນ​ແຮງ​ງານ ໃຫ້​ລະອຽດ ແລະ ສຳເລັດ​ໄວ, ຫຼັງ​ຈາກ​ນັ້ນ ສົມທົບ​ກັບ​ສະພາ​ການ​ຄ້າ ແລະ ອຸດສາຫະກຳ​ແຫ່ງ​ຊາດ ແລະ ຜູ້​ປະກອບ​ການ ກ່ຽວ​ກັບ​ແຜນ​ການ​ນໍາ​ໃຊ້​ແຮງ​ງານ​ດັ່ງກ່າວ ພ້ອມ​ທັງ​ສົມທົບ​ກັບ​ພາກ ສ່ວນ​ກ່ຽວຂ້ອງ ຄົ້ນຄວ້າ​ແຜນການ​ສ້າງ ແລະ ຝຶກ​ສີມື​ແຮງ​ງານ ໃຫ້​ມີ​ຄຸນ​ນະ​ພາບ ແລະ ຕາມ​ຄວາມ​ຕ້ອງການ​ຕົວ​ຈິງ​ຂອງ​ຕະຫຼາດ​ແຮງ​ງານ.

ໃນ​ຕອນ​ທ້າຍ​ຂອງ​ກອງ ປະຊຸມ, ທ່ານ​ນາຍົກລັດຖະ ມົນຕີ ໄດ້​ຊີ້​ນໍາ​ໃຫ້​ຄະນະ​ລັດ ຖະບານ ເອົາໃຈໃສ່​ຈັດ​ຕັ້ງ​ປະ ຕິບັດ​ວຽກ​ງານ​ຈຸດ​ສຸມ ໃນ​ເດືອນ​ມິຖຸນາ 2020 ດັ່ງນີ້:

ໃຫ້​ຄະນະ​ສະເພາະ​ກິດ ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະບາດ ຂອງ​ພະຍາດ COVID-19 ສືບຕໍ່​ຜັນ​ຂະຫຍາຍ ແລະ ຈັດ​ຕັ້ງ​ປະຕິບັດ​ບັນດາ​ມາດ​ຕະການ​ຜ່ອນຜັນ ແລະ ມາດ​ຕະການ​ປ້ອງ​ກັນ, ຄວບ​ຄຸມ, ສະກັດ​ກັ້ນ ແລະ ແກ້​ໄຂ​ການ​ແຜ່​ລະບາດ ຂອງ​ພະຍາດ COVID-19, ຄົ້ນຄວ້າ ມາດ​ຕະການ​ຜ່ອນຜັນ ຫຼັງ​ຈາກ​ວັນ​ທີ 2 ມິຖຸນາ 2020 ແລະ ສືບຕໍ່​ຈັດ​ຕັ້ງ​ປະຕິບັດ ໂດຍ​ຮັບປະກັນ​ບໍ່​ໃຫ້​ພະຍາດ​ດັ່ງກ່າວ​ກັບ​ຄືນ​ມາ​ລະບາດ​ອີກ​ຮອບ​ໃໝ່ ຢູ່ ສປປ ລາວ. ໃຫ້​ຄະນະ​ສະເພາະ​ກິດ ຮັບຜິດຊອບ​ຕິດຕາມ​ຜົນ​ກະທົບ ແລະ ຜັນ​ຂະຫຍາຍ ນະໂຍບາຍ ແລະ ມາດ​ຕະການ ເພື່ອ​ຫຼຸດຜ່ອນ​ຜົນ​ກະທົບ ຈາກ​ພະຍາດ COVID-19 ຕໍ່​ເສດຖະກິດ​ຂອງ ສປປ ລາວ ສືບຕໍ່​ຈັດ​ຕັ້ງ​ຜັນ​ຂະຫຍາຍບັນ ດາ​ນະໂຍບາຍ ແລະ ມາດ​ຕະ ການ​ດ້ານ​ເສດຖະກິດທີ່​ລັດ ຖະບານ ໄດ້​ຮັບຮອງ​ແລ້ວຢ່າງ​ມີ​ປະສິດ​ທິ​ຜົນ ເພື່ອ​ໃຫ້​ບັນດາ​ຫົວໜ່ວຍ​ທຸລະ​ກິດ​ສາ​ມາດ​ດໍາ​ເນີນ​ທຸລະ​ກິດ ແລະ ເຄື່ອນ​ໄຫວ​ໄດ້​ເປັນ​ປົກກະຕິມີ​ຄວາມ​ເຂັ້ມແຂງ​ຂຶ້ນ​ເທື່ອລະ​ກ້າວ.

ສືບຕໍ່​ຮັກສາ​ສະຖຽນ ລະ​ພາບ ທາງ​ດ້ານ​ການເມືອງ ໃຫ້​ມີ​ຄວາມ​ສະຫງົບ ແລະ ເປັນ​ລະບຽບ​ຮຽບຮ້ອຍ ; ເພີ່ມ​ທະວີ​ສະກັດ​ກັ້ນ ແລະ ແກ້​ໄຂ ປະກົດ​ການ​ຫຍໍ້ທໍ້​ໃນ​ສັງຄົມ ເປັນຕົ້ນ​ແມ່ນ ອາ​ຊະ​ຍາ​ກໍາ, ປຸ້ນ​ຈີ້​ຊີງ​ຊັບ, ອາ​ລະ​ວາດ​ຕີ​ກັນ, ຂີ້ລັກ​ງັດ​ແງະ, ອັກຄີ​ໄພ, ບັນຫາ​ສິ່ງ​ເສບ​ຕິດ ແລະ ອື່ນໆ ແນໃສ່​ເຮັດ​ໃຫ້​ບັນດາ​ປະກົດ​ການ​ຫຍໍ້ທໍ້​ຫຼຸດ​ລົງ ເທື່ອ​ລະ​ກ້າວ; ພ້ອມ​ກັນ​ນັ້ນ​ກໍ​ໃຫ້​ສືບຕໍ່​ເອົາໃຈໃສ່​ຕິດຕາມ​ສະພາບ​ການ​ນໍາ​ໃຊ້​ສື່​ສັງຄົມ​ອອນ​ລາຍ ແລະ ອື່ນໆ ທີ່​ມີ​ການ​ເຄື່ອນໄຫວ​ໂຄສະນາ​ໂຈມ​ຕີ​ບິດ​ເບືອນ​ຄວາມ​ເປັນ​ຈິງ ໃນ​ການ​ປະຕິບັດ​ແນວທາງຂອງ​ພັກ, ກົດໝາຍ​ຂອງ​ລັດ ສ້າງ​ຄວາມ​ປັ່ນປ່ວນ ແລະ ຄວາມ​ບໍ່​ສະຫງົບ​ໃນ​ສັງ​ຄົມ.

ສືບຕໍ່​ຂຸດ​ຄົ້ນ​ເກັບ​ລາຍ​ຮັບ​ໃນ​ບັນດາ​ຫົວໜ່ວຍ​ກິດຈະ ການ​ໃດ​ບໍ່​ຖືກ​ຜົນ​ກະທົບ​ໂຄ​ວິດ-19 ໃຫ້​ໄດ້​ຢ່າງ​ຄົບ​ຖ້ວນ, ຈໍາ ​ກັດ​ການ​ຮົ່ວ​ໄຫຼ ໂດຍ​ນຳ​ໃຊ້​ລະບົບ​ການ​ເກັບ​ລາຍ​ຮັບ​ແບບ​ທັນ​ສະໄໝ ຢ່າງ​ກວ້າງຂວາງ​ຕື່ມ.

ໃຫ້​ທະນາຄານ ແຫ່ງ ສປປ ລາວ ສືບຕໍ່​ເອົາໃຈໃສ່​ຕິດຕາມ ແລະ ແກ້​ໄຂ​ສະພາບ​ພົ້ນ​ເດັ່ນ​ທາງ​ດ້ານ​ເສດຖະກິດ ເປັນຕົ້ນ​ແມ່ນການ​ຄຸ້ມ​ຄອງ​ສະ ພາບ​ອັດຕາແລກປ່ຽນ, ຮັກສາ​ສະຖຽນ​ລະ​ພາບ ການ​ເງິນ ແລະ ໄພ​ເງິນ​ເຟີ້ໃຫ້​ຢູ່​ໃນ​ລະດັບ​ທີ່​ສາມາດ ຄວບ​ຄຸມ​ໄດ້. ພ້ອມ​ນັ້ນ ໃຫ້​ຄົ້ນຄວ້າ​ນະໂຍບາຍ​ເງິນຕາ ເພື່ອ​ຊຸກຍູ້​ບັນດາ​ທະນາຄານ​ທຸລະ​ກິດ​ຊື້​ພັນທະບັດ​ໃໝ່​ຂອງ​ກະຊວງ​ການ​ເງິນຕື່ມ​ອີກ; ຕິດຕາມ​ກວດກາ ແລະ ຊຸກຍູ້​ການເຄື່ອນໄຫວ​ຂອງ​ຫົວໜ່ວຍ​ການ​ເງິນຈຸ​ລະ​ພາກ ປະຕິບັດ​ລະ ບຽບ​ການ, ນະໂຍບາຍຕ່າງໆ ຢ່າງ​ຖືກຕ້ອງ, ເຂັ້ມ​ງວດ.

ໃຫ້​ກະຊວງ​ພະລັງງານ ແລະ ບໍ່​ແຮ່ ກວດກາ​ຄືນ​ກ່ຽວ​ກັບ​ຄ່າກະແສ​ໄຟຟ້າ ເຫັນວ່າ​ ສັງຄົມ​ມີ​ຄວາມສົນໃຈ​ຫຼາຍ. ເນື່ອງ​ຈາກ​ຄ່າ​ບໍລິການ​ຊົມໃຊ້​ກະແສ​ໄຟຟ້າ​ເພີ່ມ​ຂຶ້ນ​ສູງ. ພ້ອມ​ນີ້ ກໍ​ໃຫ້​ອະທິບາຍ​ຊີ້​ແຈງ​ຢ່າງ​ສົມ​ເຫດ​ສົມ​ຜົນ ກ່ຽວ​ກັບ​ຄ່າ​ກະແສ​ໄຟຟ້າ ໃຫ້​ສັງຄົມ​ມີ​ຄວາມ​ເຂົ້າໃຈ ແລະ ມີ​ຄວາມ​ສະຫງົບ; ພ້ອມ​ນັ້ນ ກໍ່​ໃຫ້​ກວດຄືນ​ລະບົບ​ການ ຕິດ​ຕັ້ງ ແລະ ເດີນ​ສາຍ​ໄຟຟ້າ​ໃນ​ໄລຍະ ຜ່ານ​ມາ​ນີ້ ເຫັນ​ວ່າ​ຈໍາ​ນວນ​ອັກຄີ​ໄພ​ເພີ່ມ​ຫຼາຍ​ຂຶ້ນ ໂດຍ​ສະເພາະ​ໄຟຟ້າ​ລັດ ວົງ​ຈອນ ເຮັດ​ໃຫ້​ບ້ານ​ເຮືອນ​ຂອງ​ປະຊາຊົນ​ຖືກ​ໄຟ​ໄໝ້ ແລະ ກະທົບ​ຕໍ່​ການ​ດໍາ​ລົງ​ຊີວິດ​ຂອງ​ເຂົາ​ເຈົ້າ.

ເອົາໃຈໃສ່ ແລະ ຊີ້​ນຳ ​ຢ່າງ​ໃກ້ຊິດ ໃນ​ການ​ຊຸກຍູ້​ຜະ ລິດ​ສະບຽງ​ອາຫານ, ຜະລິດ​ເປັນ​ສິນຄ້າ, ທ້ອງຖິ່ນ​ໃດ ມີ​ເງື່ອນໄຂ, ມີ​ທ່າແຮງ​ດ້ານ​ໃດ ກໍໃຫ້​ລົງ​ຊຸກຍູ້ ແລະ ນໍາ​ພາປະ ຊາຊົນ​ເຮັດ​ຕົວ​ຈິງ ເປັນຕົ້ນ ການ​ປູກ​ພືດ, ລ້ຽງ​ສັດ...ໃຫ້​ເປັນ​ຂະ ບວນ ແລະ ສ້າງ​ເປັນ​ໂຄງການ​ລະອຽດ​ໃນ​ການ​ພັດທະນາ​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ;

ຮີບ​ຮ້ອນຄົ້ນຄວ້າມາດ ​ຕະການຊຸກຍູ້​ສົ່ງເສີມ​ການ​ຜະ ລິດ ຂອງ​ຫົວໜ່ວຍ​ທຸລະ​ກິດ​ຂະ ໜາດ​ນ້ອຍ​-​ກາງ (SME). ພ້ອມ​ທັງ ສືບຕໍ່​ຕິດຕາມ, ກວດກາ ແລະ ຄຸ້ມ​ຄອງ ການ​ສະໜອງ​ສິນຄ້າ​ອຸປະໂພກ, ບໍລິໂພກ ທີ່​ມີ​ຄວາມ​ອ່ອນ​ໄຫວ​ຕໍ່​ການ​ດໍາ​ລົງ​ຊີວິດ​ຂອງ​ປະຊາຊົນ ແລະ ສາມາດ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ, ຈໍາ​ກັດ ການ​ກັກ​ຕຸ​ນ​ສິນຄ້າ ແລະ ສວຍໂອກາດ​ຂຶ້ນ​ລາຄາ​ສິນຄ້າ ທີ່​ບໍ່​ສົມ​ເຫດ​ສົມ​ຜົນ ໃນ​ໄລຍະ​ທີ່​ພວກ​ເຮົາ​ພົບ​ຄວາມ​ຫຍຸ້ງຍາກ;

ສືບຕໍ່​ກະກຽມ, ປັບປຸງ​ສະຖານທີ່​ທ່ອງ​ທ່ຽວ ແລະ ການ​ບໍລິການ​ທ່ອງ​ທ່ຽວ ໃຫ້​ດີ​ຂຶ້ນ, ມີ​ຄວາມ​ສະດວກ​ວ່ອງໄວ ແລະ ລາຄາ​ຖືກ ເພື່ອ​ດຶງ​ດູດ​ການທ່ອງທ່ຽວທັງ​ພາຍ​ໃນ ແລະ ຕ່າງປະເທດ​ໃຫ້​ຫຼາຍ​ຂຶ້ນພາຍ ຫຼັງ​ສະພາບ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢຸດຕິ​ລົງ;

ກະກຽມ​ຄວາມ​ພ້ອມ ເພື່ອ​ເປີດ​ຮຽນ​ໃນ​ທົ່ວປະເທດ ໃນ​ວັນ​ທີ 2 ມິຖຸນາ 2020 ເປັນຕົ້ນ​ໄປ ແລະ ຈັດ​ຕັ້ງ​ປະຕິບັດ ການ​ຮຽນ​-​ການ​ສອນ ໃຫ້​ມີ​ປະສິດ​ທິ​ຜົນ ແລະ ຮັບປະກັນ​ຄຸນ​ນະ​ພາບ;

ສືບຕໍ່​ເຝົ້າ​ລະວັງ ແລະ ສະກັດ​ກັ້ນ ການ​ລະບາດ ພະຍາດ​ໄຂ້ເລືອດອອກ ໃນ​ຂອບ​ເຂດ​ທົ່ວ​ປະເທດ ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ໄລຍະ​ລະດູຝົນ​ທີ່​ຈະ​ມາ​ເຖິງ​ນີ້ ບໍ່​ໃຫ້​ມີ​ການ​ແຜ່​ຂະຫຍາຍ ຕ້ອງ​ກຽມ​ຮັບ​ມື​ແຕ່​ຫົວທີ, ພ້ອມ​ທັງ​ໂຄສະນາ​ໃຫ້​ປະຊາຊົນ​ປະຕິບັດ​ຕາມ 5 ປ ຂອງ​ຂະແໜງ​ສາ​ທາ​ລະ ນະ​ສຸກ​ໄດ້​ວາງ​ອອກ ພ້ອມ​ທັງ​ແນະ​ນໍາ​ໃຫ້​ປະຊາຊົນ​ເວລາ​ເຈັບເປັນ​ຕ້ອງ​ໄປ​ພົບ​ແພດ​ໝໍ ຫຼີກ​ລ່ຽງ​ການ​ຊື້​ຢາ​ໄປ​ກິນ​ເອງ ເພາະ​ອາດ​ເປັນ​ອັນຕະລາຍ​ແກ່​ຊີວິດ​ຂອງ​ປະຊາຊົນ; ພ້ອມ​ກັນ​ນັ້ນ ກໍໃຫ້​ເຝົ້າ​ລະວັງ​ພະຍາດ​ທີ່​ອາດ​ຈະ​ລະບາດ​ຈາກ​ສັດ ໃນ​ລະດູຝົນ​ນີ້;

ສືບຕໍ່​ຕິດຕາມ​ເຝົ້າ​ລະວັງ ແຕ່​ຫົວທີ​ສະພາບ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ ພ້ອມ​ທັງ​ພັດທະນາ​ລະບົບ​ການ​ແຈ້ງ​ເຕືອນ​ໃຫ້​ທັນ​ເວລາ ແລະ ແຈ້ງ​ເຕືອນ​ປະຊາຊົນ ໃຫ້​ກຽມພ້ອມ​ຮັບ​ມື​ກັບ​ພາຍຸ​ລະດູ​ຮ້ອນ​ທີ່​ອາດ​ຈະ​ເກີດ​ຂຶ້ນ ເພື່ອ​ຫຼຸດຜ່ອນ​ຜົນ​ກະທົບ​ຕໍ່​ຊີວິດ ແລະ ຊັບ​ສິນ​ຂອງ​ປະຊາຊົນ;

ສືບຕໍ່​ຕິດຕາມ​ຢ່າງ ໃກ້ຊິດ ຕໍ່​ສະພາບ​ການ​ຂອງ ພາກ​ພື້ນ ແລະ ສາກົນ ພ້ອມ​ທັງ​ຕີ​ລາຄາ​ຕໍ່​ຜົນ​ກະທົບທາງ​ດ້ານ​ບວກ ແລະ ດ້ານ​ລົບ ຕໍ່ ສປປ ລາວ ຂອງ​ພວກ​ເຮົາ ແລ້ວ​ລາຍ​ງານ​ຂັ້ນ​ເທິງ​ຢ່າງ​ເປັນ​ປົກກະຕິ;

ກອງ​ປະຊຸມ​ລັດ​ຖະບານ ​ຄັ້ງ​ນີ້ ໄດ້​ຮຽກຮ້ອງ​ໄປ​ຍັງປະ ຊາຊົນ​ບັນດາເຜົ່າ, ຊາວຕ່າງ ​ດ້າວ, ຜູ້​ບໍ່​ມີ​ສັນຊາດ, ນັກທຸລະ ກິດ ທັງ​ພາກ​ລັດ ແລະ ເອກະ​ຊົນ, ພະນັກ​ງານ​-​ລັດຖະກອນ, ກຳມະກອນ ແລະ ນັກຮຽນ​ຮູ້​ປັນຍາ​ຊົນ ທຸກ​ຖ້ວນ​ໜ້າຈົ່ງ​ເຊີດ​ຊູ​ນ້ຳໃຈ​ເປັນ​ເຈົ້າ​ຂອງ​ປະ ເທດ​ຊາດ ສູງ​ກວ່າ​ເວລາ​ໃດ​ໝົດ, ສືບຕໍ່​ຕັ້ງໜ້າ​ເຂົ້າ​ຮ່ວມ ປະຕິບັດ​ບັນດາ​ມາດ​ຕະການ​ທີ່​ລັດຖະບານ​ວາງ​ອອກດ້ວຍ​ຄວາມ​ຕື່ນ​ຕົວ ແລະ ເປັນ​ເຈົ້າ​ການ​ສູງ ເພື່ອ​ເຮັດ​ໃຫ້ການ​ປ້ອງ​ກັນ, ສະກັດ​ກັ້ນ​ພະຍາດໂຄ​ວິດ-19 ຄັ້ງ​ນີ້ ໄດ້​ຮັບ​ໄຊ​ຊະ​ນະ. ໃຫ້​ສື່​ມວນ​ຊົນ​ທຸກ​ປະເພດ ລວມ​ທັງສື່​ອອນ​ລາຍ​ຕ່າງໆ ຈົ່ງ​ຍົກ​ສູງ​ນ້ຳໃຈ​ຮັກ​ຊາດ, ຮັບ​ໃຊ້​ປະຊາຊົນ​ບັນດາເຜົ່າ ອອກ​ຂ່າວ, ໃຫ້​ຂໍ້​ມູນ​ຂ່າວສານ​ຕ່າງໆ ໃຫ້​ຖືກຕ້ອງ​ກັບ​ຄວາມ​ເປັນ​ຈິງ ແລະ ເປັນ​ຜົນ​ປະໂຫຍ​ດ​ສູງ​ສຸດ ໃຫ້​ແກ່​ຊາດ ແລະ ປະຊາຊົນ, ຫຼີກເວັ້ນ​ການ​ອອກ​ຂ່າວ, ໃຫ້​ຂໍ້​ມູນ​ເທັດ ທີ່​ຈະ​ສ້າງ​ຄວາມ​ປັ່ນ​ປ່ວນ ແລະ ເປັນ​ຜົນ​ກະທົບ​ດ້ານ​ລົບຕໍ່​ຈິດໃຈ, ຄວາມ​ສະ ຫງົບ ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ ຂອງ​ສັງ​ຄົມ.

ລາວ ຜ ນກອງປະຊ ມລ ດຖະບານ ສະໄໝສາມ ນປະຈຳເດ ອນ ພ ດສະພາ 2020 ວັນທີ 14 ພຶດສະພາ: ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 14 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ຈັດພິທີຖະແຫ]ງຂ່າວ ລາຍງານສະພາບການລະບາດ ຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ດຣ. ພູທອນ ເມືອງປາກ ຮອງລັດ ຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ, ມີສື່ມວນຊົນ ຈາກຫລາຍພາກສ່ວນເຂົ້າຮ່ວມ.

ລາວ ຜ ນກອງປະຊ ມລ ດຖະບານ ສະໄໝສາມ ນປະຈຳເດ ອນ ພ ດສະພາ 2020 ຄາດວ່າຈະນຳສົ່ງພົນລະເມືອງຫວຽດນາມຈາກສະຫະລັດອາເມລິກາ ກັບເມືອປະເທດໃນວັນທີ 7 ພຶດສະພາ

ຍສໝ - ອີງຕາມແຈ້ງການຂອງກະຊວງການຕ່າງປະເທດ, ປະຈຸບັນ, ສາຍການບິນແຫ່ງຊາດຫວຽດນາມໄດ້ສຳເລັດທຸກຂັ້ນຕອນທີ່ຈຳເປັນຕາມຄຳຮ້ອງຂໍຂອງອາເມລິກາ ແລະ ຄາດວ່າຈະຈັດສົ່ງພົນລະເມືອງຫວຽດນາມຈາກສະຫະລັດອາເມລິກາ ກັບເມືອປະເທດໃນວັນທີ 7/5.

ລາວ ຜ ນກອງປະຊ ມລ ດຖະບານ ສະໄໝສາມ ນປະຈຳເດ ອນ ພ ດສະພາ 2020 ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນ ສິງຫາ 2019

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ສິງຫາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20 ສິງຫາ 2019 ທີ່ ສໍານັກງານນາຍົກລັດຖະມົນຕີ.

pasaxon.org.la

ເຫດການ
302 Found

Found

The document has moved here.