ຍສໝ - ວັນທີ 26 ມີນາ, ຢູ່ທ່າກ່ຳປັ່ນຜູ້ໂດຍສານສາກົນ ຮະລອງ (ແຂວງ ກວ໋າງນິງ), ກ່ຳປັ່ນຫຼູຫຼາ Mein Schiff 5 ຂອງປະເທດ ມານຕາ ໄດ້ພາແຂກທ່ອງທ່ຽວເອີຣົບ 2.191 ຄົນ, ເຊິ່ງສ່ວນຫຼາຍແມ່ນຊາວສັນຊາດເຢຍລະມັນ ມາທ່ຽວນະຄອນຮະລອງ.
ຍສໝ - ທ່ານ Sandeep Arya, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ອິນເດຍ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຈະພະຍາຍາມໃຫ້ບັນດາສາຍການບິນຫວຽດນາມ ຊຸກຍູ້ການເປີດຖ້ຽວບິນໂດຍກົງຈາກນະຄອນ ດານັງ ໄປບາງທ້ອງຖິ່ນຂອງອິນເດຍ ຕື່ມອີກຈຳນວນໜຶ່ງ ເພື່ອຊຸກຍູ້ການຮ່ວມມືດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ.
ຍສໝ - ກອງປະຊຸມໄດ້ດຳເນີນໄປພາຍຫຼັງ 1 ປີທີ່ ຫວຽດນາມ ໄດ້ເປີດປະຕູການທ່ອງທ່ຽວຄືນໃໝ່ (ວັນທີ 15/03/2022). ເຂົ້າຮ່ວມມີທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ, ການນຳບັນດາກະຊວງ, ຂະແໜງການ, 63 ແຂວງ, ນະຄອນ, ສະມາຄົມການທ່ອງທ່ຽວ, ວິສາຫະກິດ ແລະ ບໍລິສັດການບິນ. Hội nghị diễn ra sau đúng 1 năm Việt Nam mở cửa du lịch trở lại (15/3/2022). Cùng dự có Phó Thủ tướng Trần Hồng Hà, lãnh đạo các bộ, ngành, 63 tỉnh, thành phố và các hiệp hội, doanh nghiệp về du lịch, các hãng hàng không.
ຍສໝ - ບົດຂຽນໃນເວັບໄຊ Vientianetimes ຫຼື Laophattananews (ປະເທດລາວ) ເມື່ອບໍ່ດົນມານີ້ ໄດ້ຍ້ອງຍໍການທ່ອງທ່ຽວຂອງຫວຽດນາມ ດ້ວຍເປົ້າໝາຍກາຍເປັນແຫຼ່ງທ່ອງທ່ຽວທີ່ດຶງດູດໃຈແຖວໜ້າ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ເວັບໄຊທ່ອງທ່ຽວທີ່ມີຊື່ສຽງTravel+Leisure ຂອງອາເມລິກາໄດ້ໃຫ້ຄຳເຈາະຈີ້ມວ່າ ຫວຽດນາມ ແມ່ນໜຶ່ງໃນ 21 ລາຍການເດີນທາງທ່ອງທ່ຽວ ເຊິ່ງແຂກທ່ອງທ່ຽວບໍ່ວ່າຜູ້ໃດກໍ່ຄວນທົດລອງ ເດີນທາງຄັ້ງໜຶ່ງໃນຊີວິດ.
ຍສໝ - ໃນຕົ້ນເດືອນມີນາ, ຢູ່ຮ່າໂນ້ຍ ໄດ້ຈັດຕັ້ງພິທີລົງນາມໃນບົດບັນທຶກຊ່ວຍຈຳ ລະຫວ່າງຫ້ອງການຜູ້ຕາງໜ້າການສົ່ງເສີມການທ່ອງທ່ຽວຂອງກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ປະຈຳ ສ.ເກົາຫຼີ (KVNAT) ແລະ ບໍລິສັດຫຸ້ນສ່ວນຊຳລະເງິນແຫ່ງຊາດ ຫວຽດນາມ (NAPAS). ຜ່ານໂຄງການຮ່ວມມືນີ້, ນັກທ່ອງທ່ຽວສອງປະເທດສາມາດໄປທ່ຽວຫວຽດນາມ ແລະ ສ.ເກົາຫຼີ ໂດຍບໍ່ຕ້ອງໃຊ້ເງິນສົດ.
ຍສໝ - ວັນທີ 29 ມັງກອນນີ້, ຕາມຄຳເຊີນຂອງທ່ານ Hormatallah Rafiei, ປະທານສະມາຄົມການຂົນສົ່ງທາງອາກາດ ແລະ ທຸລະກິດການທ່ອງທ່ຽວຂອງອີຣານ (AATTA), ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອີຣານ ເລື່ອງກວກຫູ່ຍ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ສຳນັກງານໃຫຍ່ AATTA ເພື່ອປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມືດ້ານການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ອີຣານ.
ຍສໝ - ສືບຕໍ່ການຄັດເລືອກຂອງຫຼາຍສື່ສິ່ງພິມໃນໂລກ, ເວັບໄຊ Traveller ຂອງອົດສະຕາລີ ຫາກໍ່ຈັດປະເທດລາ ເຂົ້າໃນບັນຊີລາຍຊື່ 10 ປະເທດໃນ 25 ສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈທີ່ສຸດໃນປີ 2023.
ຍສໝ - Telegraph ສັນລະເສີນຄວາມສວຍງາມຂອງລາວ ພ້ອມທັງຊີ້ແຈ້ງການໄປມາລະຫວ່າງບັນດາສະຖານທີ່ແຕກຕ່າງກັນຢູ່ປະເທດອາຊີຕາເວນອອກສ່ຽງໃຕ້ ໄດ້ກາຍເປັນງ່າຍດາຍກວ່າຍ້ອນເສັ້ນທາງລົດໄພ ລາວ-ຈີນ ເລີ່ມຕົ້ນເຄື່ອນໄຫວທ້າຍປີ 2021.
ຍສໝ - ດ້ວຍພື້ນຖານປະຫວັດສາດວັດທະນະທໍາຕາແສງ ນໍ້ານຸງ (ເມືອງ Krông Nô) ໄດ້ແຂວງ ດັກນົງ ກຳນົດວ່າເປັນຈຸດໝາຍປາຍທາງໃນເສັ້ນທາງທ່ອງທ່ຽວ “ບົດເພງໄຊຂອງ ນ້ຳ ແລະ ໄຟ” ສັງກັດ ສວນສາທາລະນະ ທໍລະນີທົ່ວໂລກ UNESCO ດັກນົງ.
ຍສໝ - ພາຍຫຼັງ 2 ປີແຫ່ງການຢຸດສະຫງັກ ຍ້ອນໂລກລະບາດ Covid – 19, ໃນປີ 2022 ການທ່ອງທ່ຽວຫວຽດນາມ ໄດ້ກັບຄືນມາເປັນໜ້າປະທັບໃຈ, ດ້ວຍນັກທ່ອງທ່ຽວພາຍໃນປະເທດ ຈຳນວນ 96,3 ລ້ານເທື່ອຄົນພາຍຫຼັງ 11 ເດືອນ, ລື່ນກາຍການຄາດຄະເນ. ແຕ່ວ່າ ຂະແໜງການນີ້ ຍັງມີວຽກງານຫຼາຍຢ່າງທີ່ຈະເຮັດໃນປີ 2023 ແລະ ໃນຫຼາຍປີຕໍ່ໜ້າ ເພື່ອຈະບັນລຸເປົ້າໝາຍຟື້ນຟູຢ່າງເຕັມທີ່ໃນປີ 2025 ຄືໃນໄລຍະກ່ອນການແຜ່ລະບາດຂອງພະຍາດ.
ວັນທີ 17 ທັນວາ, ຄະນະກໍາມະການປະຊາຊົນນະຄອນດ່າລາດ (ແຂວງເລິມດົ່ງ) ໄດ້ຈັດຕັ້ງພິທີໄຂງານວາງສະແດງດອກໄມ້ ແລະຕົ້ນໄມ້ປະດັບສາກົນປີ 2022 ແລະບັນດາສະຖານທີ່ທີ່ມີດອກໄມ້ໃນບໍລິເວນນະຄອນ.
ໂດຍແມ່ນໜຶ່ງໃນຈຳນວນໜອງສີ່ແຫ່ງທີ່ໃຫຍ່ກວ່າໝູ່ຢູ່ຫວຽດນາມໂດຍປະຊາຊົນຂຸດເອງ ດ້ວຍເນື້ອທີ່ໜ້ານ້ຳທີ່ກວ້າງໃຫຍ່ ພ້ອມກັບເກາະດອນນ້ອຍໃຫຍ່ຫຼາຍໜ່ວຍ, ໜອງທາກບ່າໃນແຂວງອຽນບ໊າຍປຽບເໝືອນຮູບພາບທຳມະຊາດທີ່ໃຫຍ່ໂຕມະໂກຖານ. ໜອງທາກບ່າຖືກອຸປະມາດັ່ງອ່າວຮະລອງ ຢູ່ເທິງພູຍ້ອນທັດຊະນີຍະພາບທີ່ເປັນໜ້າຈັບໃຈເຕັມໄປດ້ວຍສີຂຽວຂອງທຳມະຊາດທີ່ງົດງາມແລະປອດໂປ່ງ.
ບັນດາສະຖານທີ່ທ່ອງທ່ຽວເຊິ່ງແຂກທ່ອງທ່ຽວຄົ້ນຫາຫຼາຍທີ່ສຸດແມ່ນ: ນະຄອນ ໂຮ່ຈີມິນ, ຮ່າໂນ້ຍ, ດ່ານັ້ງ, ຟູກວັກ, ຍາຈາງ, ໂຮ້ຍອານ, ດ່າລາດ, ເຫ້ວ ແລະ ຟານທຽດ.
ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດໄຕບັກ ຄັ້ງທີ XV ຈັດຂຶ້ນໃນລະຫວ່າງ 2 – 4 ທັນວາ, ຢູ່ນະຄອນ ຫວຽດຈີ່, ແຂວງ ຝູເທາະ...
ຍສໝ - ຫວ່າງແລ້ວນີ້, ຢູ່ບ້ານວັດທະນະທຳ ແລະ ທ່ອງທ່ຽວບັນດາເຜົ່າ ຫວຽດນາມ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ຈັດຕັ້ງກອງປະຊຸມວິທະຍາສາດ “ວິທີການແກ້ໄຂເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍຊຸດເສື້ອຜ້າອາພອນຂອງບັນດາເຜົ່າ ຫວຽດນາມ ໃນປະຈຸບັນ”.
ຍສໝ - ໂດຍຕັ້ງຢູ່ໃນເຂດປູສະນີຍະສະຖານ ງູ໊ແຫ່ງເຊີນ (ເມືອງ ງູ໊ແຫ່ງເຊີນ, ນະຄອນ ດານັ້ງ), ຖ້ຳ ຮວ່ຽນຄົງ ແມ່ນໜຶ່ງໃນບັນດາຖ້ຳທີ່ສວຍງາມ ແລະ ມີຄຸນຄ່າທາງດ້ານຈິດວິນຍານອັນໃຫຍ່ຫຼວງ.
ຍສໝ - ເຂດທົ່ງຫຍ້າ ຊາມຈຽມ ປະກົດຂຶ້ນເໝືອນດັ່ງຮູບພາບທໍາມະຊາດທີ່ງຽບສະຫງົບດ້ວຍທົ່ງຫຍ້າ ແລະ ເງົາສັດທີ່ບາດເຫັນບາດບໍ່.
ຍສໝ - ຫວ່າງແລ້ວນີ້, ຄະນະກໍາມະການປະຊາຊົນນະຄອນ ເກີ່ນເທີ ໄດ້ມີພິທີພົບປະກັບທ່ານນາງ ພິມພາ ແກ້ວມີໄຊ, ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນ ໂຮ່ຈີມິນ ພ້ອມດ້ວຍຄະນະ ໄປຢ້ຽມຢາມ ແລະເຮັດວຽກກັບການນໍານະຄອນ ເກີ່ນເທີ ເພື່ອແລກປ່ຽນບາງເນື້ອໃນ ໃນການຮ່ວມມືສ້າງສູນການຄ້າ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ - ຫວຽດນາມ ຢູ່ນະຄອນ ເກີ່ນເທີ. ທີ່ການຕ້ອນຮັບຄະນະຜູ້ແທນ ມີທ່ານ ຫງວຽນຖຶກຫ້ຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ, ພ້ອມດ້ວຍການນຳບັນດາຄະນະ, ຂະແໜງການທີ່ກ່ຽວຂ້ອງ.
ຍສໝ - ການລ່າເມກ ແມ່ນກິດຈະກໍາເຄື່ອນໄຫວທີ່ຈັບອົກຈັບໃຈ, ປະກົດການນີ້ຈະເກີດຂື້ນ ແມ່ນ່ຂຶ້ນກັບເວລາ, ອຸນຫະພູມ, ສະພາບອາກາດ ແລະ ຄວາມໂຊກດີອີກ.