ປີ 2022 ຈະສ້າງກຳລັງຜັກດັນໃຫ້ການທ່ອງທ່ຽວຫວຽດນາມ ຟື້ນຟູ ແລະ ພັດທະນາ

00:00 | 09/08/2023

ຍສໝ-​ໃນ​ປີ 2023, ການທ່ອງທ່ຽວ​ຫວຽດນາມ ​ໄດ້​ວາງ​ເປົ້າ​ໝາຍ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 110 ລ້ານ​ເທື່ອ​ຄົນ, ​ໃນ​ນັ້ນ​ຈະຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ປະມານ 8 ລ້ານ​ເທື່ອ​ຄົນ.

ນະຄອນ ດ່າໜັງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການບິນ ​ອາຊີ 2022- Routes Asia 2022 ນະຄອນ ດ່າໜັງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການບິນ ​ອາຊີ 2022- Routes Asia 2022
ຟື້ນຟູ, ພັດທະນາຂະແໜງທ່ອງທ່ຽວ ຫວຽດນາມ ໃນສະພາບການໃໝ່ ຟື້ນຟູ, ພັດທະນາຂະແໜງທ່ອງທ່ຽວ ຫວຽດນາມ ໃນສະພາບການໃໝ່

ໃນ​ສອງ​ປີ 2020-2021, ການທ່ອງທ່ຽວ​ແມ່ນ​ຂະ​ແໜງ​ການ​ທີ່​ໄດ້​ຮັບ​ຜົນ​ກະທົບຢ່າງໜັກໜ່ວງ​ຈາກ​ໂລກ​ລະບາດ​ໂຄ​ວິດ-19. ຮອດ​ປີ 2022, ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທໍາອິດຢູ່ໃນເຂດອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ປີດ​ປະຕູການ​ທ່ອງ​ທ່ຽວ ​ແລະ ບໍ່​ມີ​ສິ່ງ​ກີດຂວາງ​ເພື່ອ​ຈຳກັດ​ນັກ​ທ່ອງ​ທ່ຽວ.

ປີ 2022 ຈະສ້າງກຳລັງຜັກດັນໃຫ້ການທ່ອງທ່ຽວຫວຽດນາມ ຟື້ນຟູ ແລະ ພັດທະນາ
ສະຖານທີທ່ອງທ່ຽວໝີເຊີນ (ແຂວງກວາງນາມ) (ພາບ: VOV)

ຂໍ້ມູນຈາກອຸປະກອນຊອກຫາຂອງ Google ສະແດງໃຫ້ເຫັນວ່າ ຫວຽດນາມ ເມື່ອໃດກໍນອນຢູ່ໃນທອບສະຖານທີ່ທ່ອງທ່ຽວແຖວໜ້າໂລກຢ່າງຕໍ່ເນື່ອງ ກ່ຽວກັບການເຕີບໂຕຂອງການຄົ້ນຫາຂໍ້ມູນການທ່ອງທ່ຽວ. ພິ​ເສດ, ວັນ​ທີ 15 ມີນາ, ຫວຽດນາມ ​ໄດ້​ປະກາດ​ເປີດ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ຄືນໃໝ່ຢ່າງ​ເປັນ​ທາງ​ການ​ໃນ​ສະພາບ​ປົກກະຕິ​ໃໝ່​ຢູ່ດ່ານ​ຊາຍ​ແດນ​ທັງຫມົດ, ​ລວມມີທາງ​ບົກ, ທາງ​ທະ​ເລ, ທາງ​ລົດ​ໄຟ ​ແລະ ທາງ​ອາກາດ. ຟື້ນຟູນະໂຍບາຍວີຊາທັງໝົດຄືກ່ອນ ໂຄວິດ-19. ວິສາຫະກິດຫຼາຍແຫ່ງໄດ້ກຳໂອກາດໄດ້ດີ, ເຮັດທຸລະກິດຢ່າງວ່ອງໄວ ແລະ ພັດທະນາ.

ປີ 2022 ຈະສ້າງກຳລັງຜັກດັນໃຫ້ການທ່ອງທ່ຽວຫວຽດນາມ ຟື້ນຟູ ແລະ ພັດທະນາ
ກອງ​ປະຊຸມ​ຊຸກຍູ້​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຫວຽດນາມ ​ທີ່ໄດ້​ຈັດຂຶ້ນໃນ​ວັນ​ທີ 21 ທັນວາ, ຢູ່​ຮ່າ​ໂນ້ຍ (ພາບ:kinhtedothi.vn)

ທ່ານ​ນາງ ຫງວຽນ​ທິບິກ​ເຫວ້, ຜູ້ອຳນວຍການ​ບໍລິສັດ​ຫວິງ​ຕ໋ຽນ​ຈຳກັດ​ໃຫ້​ຮູ້​ວ່າ: “ສຳລັບ​ຫວິງ​ຕ໋ຽນ, ປີ 2021, ​ເຂດ​ທ່ອງ​ທ່ຽວ​ຕ້ອງ​ປິດ​ປະຕູເປັນ​ເວລາ 8 ​ເດືອນ, ໃນປີ 2020 ​ປິດປະຕູ​ເປັນ 6 ​ເດືອນ... ບັນຫາສຳຄັນ​ທີ່​ສຸດເພຶ່ອໃຫ້ບັນດາວິສາຫະກິດຍັງດຳ​ເນີນ​ທຸລະ​ກິດ​ເປັນປົກກະຕິ​ແມ່ນຕ້ອງ​ກວດກາ​ຄືນ​ການ​ເຄື່ອນ​ໄຫວ​ທັງ​ໝົດ​, ​ປະຢັດ​ຄ່າ​ໃຊ້​ຈ່າຍ ​ແລະ ​ຊັ່ງຊາ​ບັນດາ​ແຫຼ່ງທີ່​ຈະຕ້ອງ​ໃຊ້​ຈ່າຍ... ຈົນມາຮ​ອດການທ່ອງ​ທ່ຽວ​ໄດ້ເປີດປະຕູຄືນໃໝ່, ວິສາຫະກິດ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫຼວງ​ຫຼາຍ​. ຍາມແລ້ງປີ 2022 ຜ່ານມາ, ສະຖານທີ່ຈອດລົດຢູ່ເຂດທ່ອງທ່ຽວບໍ່ເຄີຍຫວ່າງ, ນັກທ່ອງທ່ຽວໄປທ່ຽວເປັນຈໍານວນຫຼວງຫຼາຍ. ທຸກຄົນພາຍຫຼັງ 2 ປີແຫ່ງການແຜ່ລະບາດໂຄວິດ-19 ຖືກຈຳກັດການໄປມາ, ປີນີ້ ເຂົາເຈົ້າສາມາດໄປໄດ້ຢ່າງສະບາຍ, ສະນັ້ນ, ວິສາຫະກິດສາມາດຮັບບັນດາຄວາມຄິດ ແລະ ປະສົບຜົນສຳເລັດໃນປີ 2022 ນີ້”.

ໃນ 11 ​ເດືອນ​ຂອງ​ປີ 2022, ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຫວຽດນາມ ບັນລຸ​ກວ່າ 2,95 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 21 ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2021, ຈຳນວນ​ນັກທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ບັນລຸກວ່າ 96 ລ້ານ​ເທື່ອ​ຄົນ, ​ຫຼາຍກວ່າຈໍານວນແຂກທ່ອງທ່ຽວທັງໝົດ​ປີ 2019. ໝາກຜົນ​ອັນ​ສຳຄັນ​ນີ້​ແມ່ນ​ພື້ນຖານ​ທີ່ດີ​ເພື່ອໃຫ້​ບັນດາວິສາຫະກິດ​ທ່ອງ​ທ່ຽວ ​ແລະ ຂະແໜງການທ່ອງທ່ຽວ​ທັງ​ໝົດ​ກ້າວ​ໄປ ​ປີ 2023 ຢ່າງ​ໝັ້ນ​ໃຈ​.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຊຸກຍູ້​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຫວຽດນາມ ​ທີ່ໄດ້​ຈັດຂຶ້ນໃນ​ວັນ​ທີ 21 ທັນວາ, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈິ໋ງ ​ເນັ້ນ​ໜັກ​ວ່າ: “ພວກ​ເຮົາ​ຕ້ອງ​ປ່ຽນ​ແປງ​ແນວ​ຄິດ​ໃນການເຮັດ​ທ່ອງ​ທ່ຽວ​ຫລັງ​ໂລກ​ລະບາດ​ໂຄ​ວິດ-19; ​ຕ້ອງເຂົ້າໃກ້ການທ່ອງທ່ຽວຢ່າງມີໄຫວພິບຄ່ອງ​ຕົວ​ກວ່າ, ເຮັດໃຫ້ຕະຫຼາດ ແລະ ຜະລິດຕະພັນມີຄວາມອຸດົມສົມບູນ; ສະໜອງບັນດາ​ບໍ​ລິ​ການ​ທີ່​ນັກ​ທ່ອງ​ທ່ຽວ​ຕ້ອງ​ການ, ບໍ່​ແມ່ນ​ສະໜອງ​ບໍ​ລິ​ການ​ທີ່​ພວກ​ເຮົາ​ມີ. ນີ້ກໍແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ພວກ​ເຮົາ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ຫວຽດ​ນາມ​ຄືນ​ໃໝ່. ການ​ພັດ​ທະ​ນາການທ່ອງທ່ຽວແມ່ນຕ້ອງນອນຢູ່ໃນອັນລວມເພື່ອທັງພັດທະນະບັນດາຂະແໜງການເສດຖະກິດ ແລະ ພ້ອມກັນນັ້ນພັດທະນາ​ຂະແໜງການ​ທ່ອງ​ທ່ຽວ​ສາ​ກົນ ແລະ ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ, ພັດ​ທະ​ນາ​ການ​ທ່ອງ​ທ່ຽວສີ​ຂຽວ ແລະ ຍືນ​ຍົງ; ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ວິ​ຊາ​ຊີບ, ທັນ​ສະ​ໄໝ, ເຮັດໃຫ້ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມມີຄວາມຫຼາກຫຼາຍ, ຕ້ອງຢຶດໝັ້ນເປົ້າ​ໝາຍ​ແຕ່​ກໍຕ້ອງປັບຕົວ, ປ່ຽນໃໝ່ເປັນຕະຫຼອດ, ປະດິດສ້າງ, ຕິດ​ພັນຢ່າງແໜ້ນແຟ້ນ​ກັບ​​ການ​ຫັນ​ເປັນ​ດິ​ຈິ​ຕອນ”.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຊຸກຍູ້​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຫວຽດນາມ ​ທີ່ໄດ້​ຈັດຂຶ້ນໃນ​ວັນ​ທີ 21 ທັນວາ, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈິ໋ງ ​ເນັ້ນ​ໜັກ​ວ່າ: “ພວກ​ເຮົາ​ຕ້ອງ​ປ່ຽນ​ແປງ​ແນວ​ຄິດ​ໃນການເຮັດ​ທ່ອງ​ທ່ຽວ​ຫລັງ​ໂລກ​ລະບາດ​ໂຄ​ວິດ-19; ​ຕ້ອງເຂົ້າໃກ້ການທ່ອງທ່ຽວຢ່າງໄຫວພິບຄ່ອງ​ຕົວ​ກວ່າ, ເຮັດໃຫ້ຕະຫຼາດ ແລະ ຜະລິດຕະພັນມີຄວາມອຸດົມສົມບູນ; ສະໜອງບັນດາ​ບໍ​ລິ​ການ​ທີ່​ນັກ​ທ່ອງ​ທ່ຽວ​ຕ້ອງ​ການ, ບໍ່​ແມ່ນ​ສະໜອງ​ບໍ​ລິ​ການ​ທີ່​ພວກ​ເຮົາ​ມີ. ນີ້ກໍແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ພວກ​ເຮົາ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ຫວຽດ​ນາມ​ຄືນ​ໃໝ່. ການ​ພັດ​ທະ​ນາການທ່ອງທ່ຽວແມ່ນຕ້ອງນອນຢູ່ໃນອັນລວມເພື່ອທັງພັດທະນະບັນດາຂະແໜງການເສດຖະກິດອື່ນ ແລະ ພ້ອມກັນນັ້ນພັດທະນາ​ຂະແໜງການ​ທ່ອງ​ທ່ຽວ​ສາ​ກົນ ແລະ ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ, ພັດ​ທະ​ນາ​ການ​ທ່ອງ​ທ່ຽວສີ​ຂຽວ ແລະ ຍືນ​ຍົງ; ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ວິ​ຊາ​ຊີບ, ທັນ​ສະ​ໄໝ, ເຮັດໃຫ້ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມມີຄວາມຫຼາກຫຼາຍ, ຕ້ອງໝັ້ນຄົງຕໍ່ເປົ້າ​ໝາຍ​ແຕ່​ກໍຕ້ອງປັບຕົວ, ປ່ຽນໃໝ່ເປັນຕະຫຼອດ, ປະດິດສ້າງ, ຕິດ​ພັນຢ່າງແໜ້ນແຟ້ນ​ກັບ​​ການ​ຫັນ​ເປັນ​ດິ​ຈິ​ຕອນ”.

ມາ​ຮອດ​ປະຈຸ​ບັນ, ລັດຖະບານ ຫວຽດນາມ ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ຫຼາຍ​ຢ່າງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ, ​ໃນ​ນັ້ນ​ມີ​ການ​ຍົກ​ເວັ້ນວີ​ຊາ​ໃຫ້ 24 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ; ຟື້ນ​ຟູ​ຄືນໃໝ່ບັນດາຂັ້ນ​ຕອນ ແລະ ລະບຽບ​ການ​ເຂົ້າ​ອອກເມືອງ​ຄື​ກ່ອນ​ໂລກ​ລະ​ບາດໂຄວິດ-19; ນຳໃຊ້ e-visa ສໍາລັບ 80 ປະເທດ ແລະ ເຂດແຄ້ວນ. ຫວຽດນາມ ​ແລະ ບັນດາ​ວິ​ສາ​ຫະກິດ​ພວມ​ມານະ​ພະຍາຍາມເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ​ເພື່ອ​ໃຫ້​ການທ່ອງທ່ຽວ​ຫວຽດນາມ​ໄດ້ຟື້ນ​ຟູ ​ແລະ ພັດທະນາ​ແບບ​ຍືນ​ຍົງ.

ຫອມມາລາ

ເຫດການ
302 Found

Found

The document has moved here.