ແຂວງລາຍເຈົາ - ສະຖານທີ່ທ່ອງທ່ຽວທີ່ປອດໄພ ເປັນມິດ ແລະ ດູດດື່ມ

08:54 | 08/09/2023

ຍສໝ - ມາ​ທ່ອງ​ທ​ຽ​່​ວລາຍເຈົາ ໝາຍ​ຄວາມ​ວ່າ​ມາ​ເຖິງ​ຍອດ​ພູ​ທີ່​ສວຍ​ສົດ​ງົດ​ງາມ​ຂອງ​ປະ​ເທດ, ມີ 20 ກວ່າ​ຊົນ​ເຜົ່າ​ດຳ​ລົງ​ຊີ​ວິດ, ດັ່ງ​ນັ້ນ​ຈຶ່ງ​ມີ​ຄວາມ​ແຕກ​ຕ່າງ​ດ້ານ​ວັດ​ທະ​ນະ​ທຳ​ຫຼາຍ​ຢ່າງ. ການເດີນທາງໄປ ລາຍເຈົາ, ທ່ານຈະໄດ້ມີໂອກາດສໍາຫຼວດຈຸດສູງສຸດແລະທາງຜ່ານທີ່ມີຊື່ສຽງຂອງປະເທດຂອງພວກເຮົາ. ຢູ່ທີ່ນັ້ນ, ເຈົ້າພົບເຫັນຕົວເອງທີ່ອ້ອມຮອບໄປດ້ວຍທໍາມະຊາດອັນໃຫຍ່ຫຼວງ, ສະຫງ່າງາມດ້ວຍຍອດພູເຂົາແລະລອຍຢູ່ກັບເມກສີຂາວ.

ດານັ້ງ ຊຸຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ ເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ການທ່ອງທ່ຽວ ດານັ້ງ ຊຸຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ ເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ການທ່ອງທ່ຽວ
ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ ລາງວັນການທ່ອງທ່ຽວໂລກ 2023 ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ ລາງວັນການທ່ອງທ່ຽວໂລກ 2023

ກິ່ວໂອກຸຍໂຮ່ ແລະ ຂົວແກ້ວ ຣົ່ງເມິຍ ຢູ່ຕາແສງ ເຊິນບິ່ງ ເມືອງ ຕາມເດື່ອງ ແມ່ນເຂດທ່ອງທ່ຽວສອງແຫ່ງທີ່ລືຊື່ ໃນແຂວງ ລາຍເຈົາ ຕິດກັບເຂດທ່ອງທ່ຽວ ຊາປາ ແຂວງ ລ່າວກາຍ. ນີ້ແມ່ນບັນດາເຂດທ່ອງທ່ຽວ ເພື່ອຄົ້ນຫາທິວທັດທຳມະຊາດ ເປັນທີ່ຮູ້ຈັກກັນດີ ຂອງແຂກທັງຢູ່ພາຍໃນ ແລະ ຕ່າງປະເທດ ນັບແຕ່ຫຼາຍປີມານີ້, ດ້ວຍບັນດາລາຍການທ່ອງທ່ຽວຢ້ຽມຊົມທິວທັດທຳມະຊາດ, ທ່ອງທ່ຽວພະຈົນໄພຢູ່ຕາມສາຍພູ ຮວ່າງລຽນເຊີນ. ພາຍຫຼັງໄລຍະໜຶ່ງທີ່ບໍ່ມີແຂກທ່ອງທ່ຽວ ຍ້ອນຜົນສະທ້ອນຈາກໂຄວິດ - 19, ປັດຈຸບັນໄດ້ຟົດຟື້ນຄືນໃໝ່ ດ້ວຍບັນດາການເຄື່ອນໄຫວທີ່ດູດດື່ມ. ນາງ ເຈິ່ນຢຽບແອັງ ແຂກທ່ອງທ່ຽວມາຈາກແຂວງ ນາມດິງ ໃຫ້ຮູ້ວ່າ:

“ກວ່າສອງປີມານີ້ ໄດ້ເກີດມີໂລກລະບາດ ໄດ້ສົ່ງສະທ້ອນ ເຖິງການເຄື່ອນໄຫວຂອງຄອບຄົວຍາດພີ່ນ້ອງ ກໍ່ຄືສັງຄົມຫຼາຍທີ່ສຸດ. ຂ້າພະເຈົ້າຫວັງວ່າ ໃນປີນີ້ປະເທດສາມາດຜ່ານຜ່າໂລກລະບາດນີ້ ແລະ ທຸກໆຕ້ອງຮັກສາຕົນເອງຫຼາຍຂຶ້ນ ກໍ່ຄືຮັບປະກັນສຸຂະພາບ ເພື່ອເຮັດສຳເລັດບັນດາເປົ້າໝາຍໃນສະເພາະໜ້າກໍ່ຄືໃນປີນີ້”.

ແຂວງລາຍເຈົາ - ສະຖານທີ່ທ່ອງທ່ຽວທີ່ປອດໄພ ເປັນມິດ ແລະ ດູດດື່ມ

ມາທ່ຽວຢູ່ເຂດທ່ອງທ່ຽວ ຂົວແກ້ວຣົ່ງເມິຍ ແລະ ກິວໂອກຸຍໂຮ່ ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບທຳມະຊາດ ທີ່ສວຍສົດງົດງາມດັ່ງໃນຝັນ ໄດ້ຄົ້ນຫາຂົວແກ້ວທີ່ສູງທີ່ສຸດຢູ່ ຫວຽດນາມ. ພ້ອມກັນນັ້ນ ແຂກທ່ອງທ່ຽວຈະໄດ້ເຂົ້າຮ່ວມບັນດາການລະຫຼິ້ນ ພະຈົນໄພຢູ່ຕາມເນີນພູສູງຊັນກວ່າ 2.200 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ. ທ່ານ ຫງວຽນງອກເຊີນ ພະນັກງານຄຸ້ມຄອງເຂດທ່ອງທ່ຽວ ກິ່ວໂອກຸຍໂຮ່ ໃຫ້ຮູ້ວ່າ ເຂດທ່ອງທ່ຽວນີ້ມີເນື້ອທີ່ຫຼາຍກວ່າ 50 ເຮັກຕາ ດ້ວຍຖັນແຖວພາລະກອນແນະນຳເປັນມືອາຊີບ, ນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ປອດໄພ ເປັນມິດສຳລັບແຂດທ່ອງທ່ຽວທັງຫຼາຍ. ເພາະສະນັ້ນຈຳນວນແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາຢູ່ທີ່ນີ້ໃນສອງເດືອນຕົ້ນປີ ແມ່ນຫຼາຍກວ່າທົບຫຼາຍເທົ່າ ເມື່ອທຽບໃສ່ປີກາຍນີ້. ທ່ານ ຫງວຽນງອກເຊີນ ໃຫ້ຮູ້ວ່າ:

“ນັບ ແຕ່ທ້າຍປີ 2021 ມາຮອດປັດຈຸບັນ ທາງດ້ານຈິດຕະຂອງແຂກທ່ອງທ່ຽວ ກໍ່ບໍ່ເປັນຫວ່ງຕໍ່ບັນຫາເດີນທາງໄປໄກ ບໍ່ເປັນຫວ່ງຕໍ່ການເຕົ້າໂຮມຫຼາຍຄົນ ແລະ ມີຄວາມພາກພູມໃຈ ເມື່ອລັດໄດ້ເປີດປະຕູ ສ້າງເງື່ອນໄຂເພື່ອເຄື່ອນຍ້າຍ. ນັບແຕ່ທ້າຍປີ 2021 ມາຮອດປັດຈຸບັນ ຈຳນວນແຂກທ່ອງທ່ຽວມາທ່ຽວຊົມຢູ່ເຂດທ່ອງທ່ຽວແຫ່ງນີ້ ກໍ່ໄດ້ເພີ່ມຂຶ້ນຫຼາຍທີ່ສຸດ. ສະເລ່ຍມື້ໜຶ່ງ ໃນຊຸມວັນທ້າຍສັບປະດາ ຫຼື ໃນວັນບຸນແມ່ນປະມານ 1.500 ຫາ 1.600 ຄົນ ແລະ ຊຸມມື້ທຳມະດາແມ່ນປະມານແຕ່ 500 ຫາ 600 ຄົນຕໍ່ວັນ”.

ຕາມການສະຖີຕິຂອງພະແນກ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ລາຍເຈົາ ແລ້ວ ຈຳນວນແຂກທ່ອງທ່ຽວມາທ່ອງທ່ຽວຢູ່ທ້ອງຖິ່ນ ໃນສອງເດືອນຕົ້ນປີ ບັນລຸກວ່າ 100.000 ເທື່ອຄົນ ເພີ່ມຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ນອກຈາກຈຳນວນແຂກທ່ອງທ່ຽວທີ່ບໍ່ໄປຕາມລາຍການແລ້ວ ໃນໄລຍະທີ່ຜ່ານມາ ບັນດາແຂກທ່ອງທ່ຽວຄົ້ນຫາທິວທັດທຳມະຊາດ ທີ່ມີປັດໄຈພະຈົນໄພ, ບັນດາສະຖານທີ່ທ່ອງທ່ຽວວັດທະນະທຳຊຸມຊົນ ຢູ່ບັນດາໝູ່ບ້ານ ກໍ່ພວມດຶງດູດຈຳນວນ ແຂກທ່ອງທ່ຽວຢ່າງຫຼວງຫຼາຍໄປຕາມລາຍການທ່ອງທ່ຽວ. ທ່ານ ເຈິ່ນກວາງຂາງ ຮອງຫົວໜ້າພະແນກ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ລາຍເຈົາ ໃຫ້ຮູ້ວ່າ:

“ໃນປີ 2022 ທາງພະແນກຈະສືບຕໍ່ສົບທົບກັນກົມໃຫຍ່ທ່ອງທ່ຽວ ເປີດການເດີນທາງຄົ້ນຫາ, ນຳບັນດາວິສາຫະກິດ ທ່ອງທ່ຽວຂອງແຂວງຕ່າງໆມາສຳຫຼວດ ເພື່ອສ້າງບັນດາຜະລິດຕະພັນທ່ອງທ່ຽວໃໝ່ ເຊິ່ງ ລາຍເຈົາ ມີທ່າໄດ້ປຽບຄືສ້າງບັນດາລາຍການທ່ອງທ່ຽວພິຊິດ ບັນດາຈອມພູສູງຢູ່ລາຍເຈົາ ການທ່ອງທ່ຽວທຳມະຊາດ, ການທ່ອງທ່ຽວກະສິກຳ ຕິດພັນກັບການໂຄສະນາບັນດາຜະລິດຕະພັນກະສິກຳ ທີ່ປັນເອກະລັກສະເພາະ ແລະ ເປັນທ່າແຮງຂອງແຂວງ.ພ້ອມກັນນັ້ນ ພວກຂ້າພະເຈົ້າກໍ່ຍັງກະກຽມບັນດາເງື່ອນໄຂທີ່ຈຳເປັນ ເພື່ອພ້ອມແລ້ວທີ່ຈະຕ້ອນຮັບແຂກທ່ອງທ່ຽວສາກົນ ກັບຄືນມາຢ້ຽມຢາມແຂວງ.”

ການທ່ອງທ່ຽວຢູ່ແຂວງ ລາຍເຈົາ ພວມຟື້ນຟູ ຂະນະທີ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ, ນີ້ແມ່ນໝາກຜົນຂອງເປົ້າໝາຍອັນຖືກຕ້ອງ ໃນໂຄງການຮ່ວມສຳພັນພັດທະນາການທ່ອງທ່ຽວຢູ່ 8 ແຂວງທາງທິດຕາເວັນຕົກພາກເໜືອ ເປີດກວ້າງ ແລະ ນະຄອນ ໂຮ່ຈີມິນ ໃນປີ 2022. ບັນດາສະຖານທີ່ທ່ອງທ່ຽວ ກໍ່ລ້ວນແຕ່ມຸ່ງໄປສູ່ຄວາມປອດໄພ ເປັນມິດ ແລະ ດູດດື່ມ ສ້າງກຳລັງໜູນຊຸກຍູ້ບັນດາຂະແໜງເສດຖະກິດອື່ນໆ ພ້ອມກັນພັດທະນາປະກອບສ່ວນຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳບັນດາເຜົ່າ ໃນບໍລິເວນແຂວງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.