ຮ່າໂນ້ຍ ແມ່ນສະຖານທີ່ທ່ອງທ່ຽວແຖວໜ້າໃນໂລກສຳລັບການທ່ອງທ່ຽວຜູ້ດຽວ

00:00 | 25/08/2023

ຍສໝ - ຫວ່າງມໍ່ໆນີ້, ການສຶກສາຈາກ Explore Worldwide ໄດ້ວິເຄາະຂໍ້ມູນການຄົ້ນຫາທົ່ວໂລກ ເພື່ອສະຖິຕິ ບັນດາຈຸດໝາຍປາຍທາງທີ່ນິຍົມທີ່ສຸດສຳລັບນັກທ່ອງທ່ຽວຜູ້ດຽວ. ນະຄອນຫຼວງຮ່າ​ໂນ້ຍ (ຫວຽດ​ນາມ) ຢືນ​ອັນ​ດັບ​ໜຶ່ງ​ໃນ​ບັນ ​ຊີ​ລາຍ​ຊື່​ຈຸດ​ທ່ອງ​ທ່ຽວ​ນີ້.

ປີ 2022 ຈະສ້າງກຳລັງຜັກດັນໃຫ້ການທ່ອງທ່ຽວຫວຽດນາມ ຟື້ນຟູ ແລະ ພັດທະນາ ປີ 2022 ຈະສ້າງກຳລັງຜັກດັນໃຫ້ການທ່ອງທ່ຽວຫວຽດນາມ ຟື້ນຟູ ແລະ ພັດທະນາ
ລາວ: ພັດທະນາການທ່ອງທ່ຽວ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າ ເພື່ອຟື້ນຟູເສດຖະກິດ ລາວ: ພັດທະນາການທ່ອງທ່ຽວ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າ ເພື່ອຟື້ນຟູເສດຖະກິດ

ຕາມການຄົ້ນຄວ້າຫຼ້າສຸດຫວ່າງມໍ່ໆມານີ້ຂອງ Explore Worldwide (ອັງກິດ) ທີ່ໄດ້ໄຈ້ແຍກຂໍ້ມູນຂ່າວຊອກຫາທົ່ວໂລກຂອງ Google ໃນ 2 ປີຜ່ານມາ ເພື່ອສ້າງສະຖິຕິສະຖານທີ່ທ່ອງທ່ຽວຫຼາຍສຸດສຳລັບແຂກທ່ອງທ່ຽວມາທ່ຽງພຽງຜູ້ດຽວ. ຕາມນັ້ນແລ້ວ, ແຂກທ່ອງທ່ຽວມາທ່ຽວພຽງຜູ້ດຽວປາດຖະໜາຢາກຄົ້ນຫາຢູ່ພາກພື້ນ ອາຊີ. ໃນນັ້ນ, ນະຄອນຫຼວງ ຮ່າໂນ້ຍ ໄດ້ນຳໜ້າບັນຊີລາຍຊື່ບັນດາສະຖານທີ່ທ່ອງທ່ຽວນີ້.

ຮ່າໂນ້ຍ ແມ່ນສະຖານທີ່ທ່ອງທ່ຽວແຖວໜ້າໃນໂລກສຳລັບການທ່ອງທ່ຽວຜູ້ດຽວ

ເວົ້າເຖິງ ຮ່າໂນ້ຍ, Explore Worldwide ໄດ້ພັນລະນາວ່າ: “ຢືນຢູ່ແຖວໜ້າບັນຊີລາຍຊື່ນະຄອນທ່ອງທ່ຽວຜູ້ດຽວຫຼາຍທີ່ສຸດແມ່ນນະຄອນຫຼວງ ຮ່າໂນ້ຍ ຂອງ ຫວຽດນາມ. ຄວາມສົນໃຈກ່ຽວກັບການມາທ່ອງທ່ຽວຜູ້ດຽວຢູ່ ຮ່າໂນ້ຍ ໄດ້ເພີ່ມຂຶ້ນ 946% ໃນເຄື່ອງມືຊອກຫາໃນປີ 2022. ຢູ່ທີ່ນີ້, ແຂກທ່ອງທ່ຽວມາທ່ອງທ່ຽວພຽງຜູ້ດຽວມີການເຄື່ອນໄຫວຫຼາຍຢ່າງ, ຄື: ໄປລໍ້ຫຼີ້ິ້ນຢູ່ບັນດາເຂດຕະຫຼາດອາຫານການກິນ ແລະ ຢ້ຽມຊົມບັນດາເຂດປູຊະນີຍະສະຖານປະຫວັດສາດ…”

ຖັດຈາກ ຮ່າໂນ້ຍ ແມ່ນ ບາງກອກ (ໄທ) ຢືນອັນດັບທີ 3 ແລະ ນະຄອນ ໄທເປ ຂອງ ໄຕຫວັນ (ຈີນ) ຢືນອັນດັບທີ 3.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.