ລາວຕັ້ງຈຸດໝາຍດຶງດູດນັກທ່ອງທ່ຽວ 2,7 ລ້ານເທື່ອຄົນໃນປີ 2024

10:58 | 20/09/2023

ຍສໝ - ລາວ​ພວມ​ບຸກບືນ​ເພື່ອກະກຽມ​ໃຫ້​ແກ່​ປີ​ທ່ອງ​ທ່ຽວ​ລາວ 2024 ​ໃນ​ເວລາ​ທີ່​ປະ​ເທດ​ນີ້​ຮັບຜິດຊອບບົດບາດ​ເປັນ​ປະທານ​ ປ່ຽນຜຽນກັນ​ຂອງ​ອາ​ຊຽນ. ດ້ວຍ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ, ລາວ​ຫວັງ​ວ່າ​ຕັ້ງຈຸດໝາຍຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ 2,7 ລ້ານ​ເທື່ອ​ຄົນ​ໃນ​ປີ 2024.

ລາວຈະຍົກລະດັບຜະລິດຕະພັນ ແລະ ການບໍລິການເພື່ອກະກຽມໃຫ້ປີທ່ອງທ່ຽວລາວ 2024 ລາວຈະຍົກລະດັບຜະລິດຕະພັນ ແລະ ການບໍລິການເພື່ອກະກຽມໃຫ້ປີທ່ອງທ່ຽວລາວ 2024
ລາວ ກະກຽມຈັດຕັ້ງເວທີປາໄສການທ່ອງທ່ຽວອາຊຽນ 2024 ລາວ ກະກຽມຈັດຕັ້ງເວທີປາໄສການທ່ອງທ່ຽວອາຊຽນ 2024
ລາວຕັ້ງຈຸດໝາຍດຶງດູດນັກທ່ອງທ່ຽວ 2,7 ລ້ານເທື່ອຄົນໃນປີ 2024
ປະຕູ້ໄຊ ຢູ່ນະຄອນຫຼວງວຽງຈັນ, ລາວ. ພາບ :vov

ລັດຖະບານລາວກໍານົດອຸດສາຫະກັມການທ່ອງທ່ຽວເປັນຂົງເຂດບູລິມະສິດເພື່ອຟື້ນຟູເສຖກິດ ແລະ ນໍາເອົາລາຍຮັບ ເຂົ້າມາເປັນຈໍານວນຫລວງຫລາຍ ເພື່ອຊ່ວຍລາວ ຜ່ານຜ່າສິ່ງທ້າທາຍທີ່ກໍາລັງປະເຊີນຢູ່. ພ້ອມ​ທັງ​ສົມທົບ​ກັບ​ບັນດາ​ກະຊວງ, ທ້ອງ​ຖິ່ນເພື່ອ​ຜັນ​ຂະຫຍາຍ​ບັນດາ​ແຜນການ​ເຄື່ອນ​ໄຫວ, ຍົກ​ລະດັບ​ແຫຼ່ງທ່ອງ​ທ່ຽວ​ທີ່​ມີ​ຢູ່ ​ແລະ ກໍ່ສ້າງ​ແຫຼ່ງທ່ອງ​ທ່ຽວ​ໃໝ່ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ທ່ານ ຄໍາ​ດວງ​ຈັນທາ ກ່າວ​ຕື່ມ​ວ່າ: ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ໄດ້​ສຸມ​ໃສ່​ປັບປຸງ​ບັນດາ​ຜະລິດ​ຕະພັນ​ການທ່ອງທ່ຽວ, ​ໃນ​ນັ້ນ​ມີ​ການ​ເຮັດ​ໃຫ້​ງານ​ບຸນ​ທ່ອງ​ທ່ຽວ​ສຳຄັນ​ເປັນ​ຮູບ​ແບບ​ການ​ທ່ອງ​ທ່ຽວ​ຂອງ​ລາວ, ​ເພື່ອ​ຊ່ວຍ​ໃຫ້​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໄປຜ່ານພຶດຕິກຳຕົວຈິງຫຼາຍ​ກັບ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ​ແລະ ວັດທະນະທຳ​ລາວ. ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ການ​ຕ້ອນ​ຮັບ​ ແລະ​ ຜ່ານພຶດຕິກຳຕົວຈິງຫຼາຍ​ກັບ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ລາວ.

ລາວຕັ້ງຈຸດໝາຍດຶງດູດນັກທ່ອງທ່ຽວ 2,7 ລ້ານເທື່ອຄົນໃນປີ 2024

​​ໃນ 6 ​ເດືອນ​ຕົ້ນ​ປີ 2023, ປະ​ເທດ​ນີ້​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ຫຼາຍ​ກວ່າ 1,6 ລ້ານ​ເທື່ອ​ຄົນ, ​ໃນ​ນັ້ນ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ໄທ​ຫຼາຍ​ກວ່າ​ໝູ່, ຕໍ່ໄປແມ່ນ​ຫວຽດນາມ, ຈີນ, ສ.​ເກົາຫຼີ, ອາ​ເມ​ລິ​ກາ... ແຫຼ່ງ​ທ່ອງ​ທ່ຽວ, ຮ່ວມກັບປະ​ເທດ​ນີ້ກຳລັງ​ກາຍ​ເປັນ​ສູນ​ກາງ​ການ​ເຊື່ອມ​ຕໍ່​ເທິງດິນຕໍ່ແຜ່ນ​ໃນ​ພາກ​ພື້ນ.

ມາ​ຮອດ​ປະຈຸ​ບັນ, ທຸກ​ດ້ານ​ໃນ​ການ​ກະກຽມ​ໃຫ້​ແກ່​ປີ​ທ່ອງ​ທ່ຽວ​ລາວ 2024 ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຮີບ​ດ່ວນ​ຈາກ​ກະຊວງ, ສາຂາ​ທີ່​ກ່ຽວຂ້ອງ. ​ເນື້ອ​ໃນ, ​ໂຄງການ ​ແລະ ຫົວ​ຂໍ້​ຂອງ​ການ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ການທ່ອງທ່ຽວ ອາ​ຊຽນ 2024 ກໍ່​ໄດ້​ຮັບ​ການ​ປະຕິບັດ​ໂດຍ​ປະ​ເທດ​ນີ້ ດ້ວຍ​ຄຳ​ຂວັນ “ອາ​ຊຽນ​ແມ່ນ​ແຫຼ່ງທ່ອງ​ທ່ຽວ​ທີ່​ມີ​ຄຸນ​ນະພາ​ບ, ມີ​ຄວາມ​ຮັບຜິດຊອບ, ຮັກສາ​ອາ​ຊຽນ​ແບບ​ຍືນ​ຍົງ​ໃນ​ອະນາຄົດ”. ການ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ການທ່ອງທ່ຽວ​ອາ​ຊຽນ 2024 ​ໄດ້​ຮັບ​ຖື​ວ່າ​ແມ່ນ​ເຫດການ​ສຳຄັນ, ​ເພື່ອ​ຍົກສູງບົດບາດຂອງ​ລາວ​ໃນ​ພາກ​ພື້ນ ​ແລະ ​ໃນ​ເວທີ​ສາກົນ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.