ວັງວຽງ: ນັກທ່ອງທ່ຽວເຂົ້າເມືອງວັງວຽງ 3 ແສນກວ່າຄົນ

09:25 | 20/09/2023

ຍສໝ - ເມືອງວັງວຽງ ແຂວງວຽງຈັນແມ່ນອີກຈຸດໝາຍປາຍທາງຍອດນິ ຍົມຂອງນັກທ່ອງທ່ຽວ ທີ່ຕ້ອງການ ມາສໍາຜັດບັນຍາກາດທີ່ມີຄວາມແຕກຕ່າງຈາກເຂດອື່ນໆໃນ ສປປ ລາວ ເຊ່ິງມັນມີທ່າແຮງບ່ົມ ຊ້ອນກັບແຫລ່ງທ່ອງທ່ຽວທີ່ໜ້າສົນໃຈ ຢ່າງຫລວງຫລາຍເຊັ່ນ: ທໍາມະຊາດ, ວັດທະນະທໍາ, ປະ ຫວັດສາດ ແລະ ວິຖີຊີວິດຂອງຄົນທ້ອງຖິ່ນ ອັນໄດ້ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ- ສັງຄົມ ແລະ ແກ້ໄຂຄວາມທຸກຍາກຢ່າງຍືນຍົງ.

ວັງວຽງ: ເມືອງຍອດນິຍົມທ່ອງທ່ຽວແຫ່ງໜຶ່ງຂອງລາວ ວັງວຽງ: ເມືອງຍອດນິຍົມທ່ອງທ່ຽວແຫ່ງໜຶ່ງຂອງລາວ
ປີທ່ອງທ່ຽວລາວມີນັກທ່ອງທ່ຽວເຂົ້າຊົມພິພິທະພັນບູຮານ 8 ແສນກວ່າຄົນ ປີທ່ອງທ່ຽວລາວມີນັກທ່ອງທ່ຽວເຂົ້າຊົມພິພິທະພັນບູຮານ 8 ແສນກວ່າຄົນ
ວັງວຽງ: ນັກທ່ອງທ່ຽວເຂົ້າເມືອງວັງວຽງ 3 ແສນກວ່າຄົນ

ເມືອງວັງວຽງ ແຂວງວຽງຈັນແມ່ນອີກຈຸດໝາຍປາຍທາງຍອດນິ ຍົມຂອງນັກທ່ອງທ່ຽວທີ່ຕ້ອງການມາສໍາຜັດບັນຍາກາດທີ່ມີຄວາມແຕກຕ່າງຈາກເຂດອື່ນໆໃນ ສປປ ລາວ ເຊ່ິງມັນມີທ່າແຮງບ່ົມຊ້ອນກັບແຫລ່ງທ່ອງທ່ຽວທີ່ໜ້າສົນໃຈ ຢ່າງຫລວງຫລາຍເຊັ່ນ: ທໍາມະຊາດ, ວັດທະນະທໍາ, ປະຫວັດສາດ ແລະ ວິຖີຊີວິດຂອງຄົນທ້ອງຖິ່ນ ອັນໄດ້ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກຢ່າງຍືນຍົງ.

ວັງວຽງ: ນັກທ່ອງທ່ຽວເຂົ້າເມືອງວັງວຽງ 3 ແສນກວ່າຄົນ

ເມື່ອບໍ່ດົນມາມີ້ນີ້, ຜູ້ຂຽນໄດ້ມີໂອກາດໄປທ່ອງທ່ຽວເມືອງວັງວຽງ ແລະ ໄດ້ຍາດໂອ ກາດສຳພາດ ທ່ານ ອັດສະຍາໄສ ມະນີວັນ ຫົວໜ້າຫ້ອງການຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວເມືອງວັງວຽງ ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນ ປີ 2023 ນີ້ ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ເມືອງວັງວຽງ 3 ແສນກວ່າຄົນ ໃນນັ້ນນັກທ່ອງທ່ຽວພາຍໃນ 2 ແສນ ກວ່າຄົນ, ນັກທ່ອງທ່ຽວຕ່າງປະເທດ 1 ແສນກວ່າຄົນ, ປັດຈຸບັນອໍານາດການປົກຄອງເມືອງວັງວຽງ ໄດ້ສືບຕໍ່ຍົກລະດັບ ແລະ ປັບປຸ່ງສິ່ງອໍານວຍ ຄວາມສະດວກໃນສະຖານທ່ີຕ່າງໆ ເພື່ອຮອງຮັບນັກທ່ອງທ່ຽວທີ່ເຂົ້າມາທ່ຽວ ໂດຍສະເພາະພວກ ເຮົາມີແຫລ່ງທ່ອງ ທ່ຽວທາງທໍາມະຊາດ 37 ແຫ່ງ, ປະຫວັດຊາດ 1 ແຫ່ງ ແລະ ວັດທະນະທໍາ ຈໍານວນໜຶ່ງ, ມີ 24 ບໍລິສັດທ່ອງທ່ຽວ ແລະ ລົດໃຫ້ເຊົ້າທຸກປະເພດ, ມີໂຮງແຮມ 43 ແຫ່ງ, ລີສອດ 18 ແຫ່ງ, ວິນລາ 6 ແຫ່ງ, ບັງກາໂລ 12 ແຫ່ງ, ເຮືອນ ພັກ 117 ແຫ່ງ, ສາມາດ ຮັບແຂກໄດ້ປະມານ 13.344 ຄົນຕໍ່ມື້ ແລະ ມີຮ້ານອາຫານ 140 ແຫ່ງ, ຮ້ານກິນດື່ມ 14 ແຫ່ງ, ຮ້ານບັນເທີງ 6 ແຫ່ງ ພ້ອມນີ້ພວກເຮົາກໍມີກິດຈະກຳການທ່ອງທ່ຽວປະກອບມີຄື: ຂີ່ເຮືອກາຍັກ, ເຮືອຈັກຫາງຍາວ, ຂີ່ກົງເບັງລອງຕາມແມ່ນໍ້າຊອງຊົມ ວິວທໍາມະ ຊາດ, ຂີ່ສະລິງ, ປິນຜາຂຶ້ນຈຸດຊົມວິວ, ຂີ່ເຮືອພາລາມໍເຕີ ແລະ ຂີ່ບາລູນ ແລະ ອື່ນໆ. ທ່ານ ອັດສະຍາໄສ ມະນີວັນ ຍັງກ່າວວ່າ: ເຖິງແມ່ນວ່າພວກເຮົາສົ່ງເສີມການທ່ອງທ່ຽວ ຢ່າງກວ້າງຂວາງ ແຕ່ພວກເຮົາກໍຖືສໍາຄັນວຽກງານປົກປັກຮັກສາສິງແວດລ້ອມ ແລະ ອໍານວຍຄວາມສະດວກຕ່າງໆ

ເຫດການ
302 Found

Found

The document has moved here.