
ຖ້ຳເຊີນດ່ອງ ຕິດໜຶ່່ງໃນ 20 ການທ່ອງທ່ຽວແບບພະຈົນໄພ ທີ່ໃຫຍ່ສຸດໃນໂລກ
ຍສໝ - ຊ່ອງໂທລະພາບ Dave ໃນອັງກິດ ໄດ້ຄັດເລືອກການທ່ອງທ່ຽວແບບພະຈົນໄພ ເຊີນດ່ອງ ເປັນໜຶ່ງ ໃນ 5 ການທ່ອງທ່ຽວແບບພະຈົນໄພທີ່ສຸດໃນໂລກ ແລະ ໃນ 20 ທົວທ່ອງທ່ຽວແບບພະຈົນໄພທີ່ຍິ່ງໃຫຍ່ທີ່ສຸດໃນໂລກ.
ຍສໝ - ຊ່ອງໂທລະພາບ Dave ໃນອັງກິດ ໄດ້ຄັດເລືອກການທ່ອງທ່ຽວແບບພະຈົນໄພ ເຊີນດ່ອງ ເປັນໜຶ່ງ ໃນ 5 ການທ່ອງທ່ຽວແບບພະຈົນໄພທີ່ສຸດໃນໂລກ ແລະ ໃນ 20 ທົວທ່ອງທ່ຽວແບບພະຈົນໄພທີ່ຍິ່ງໃຫຍ່ທີ່ສຸດໃນໂລກ.
ຍສໝ - ສສ ຫວຽດນາມ ໄດ້ຮັບການຕີລາຄາຈາກອົງການທ່ອງທ່ຽວໂລກ (UNWTO) ວ່າແມ່ນໜຶ່ງໃນ 10 ປະເທດທີ່ມີລະດັບເຕີບໂຕດ້ານການທ່ອງທ່ຽວໄວທີ່ສຸດໃນໂລກ.
ຍສໝ - ຕອນບ່າຍວັນທີ 21 ສິງຫາ, ກຳມະການສູນກາງພັກ, ເລຂາຄະນະພັກນະຄອນ, ກຳມະການພັກພັກແຂວງ, ປະທານສະມາຊິກສະພານະຄອນ ກວ້າງຫງ໋າຍ ໄດ້ມີການພົບປະກັບຄະນະຜູ້ແທນສະພາແຫ່ງຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍ ກຳມະການສູນກາງພັກ ປະຊາຊົນປະຕິວັດລາວ, ຮອງປະທານສະພາແຫ່ງຊາດລາວ ທ່ານ ບຸນປອນ ທຳມະວົງ ເປັນຫົວໜ້າຄະນະ.
ຍສໝ - ວັນທີ 14 ສິງຫາ ຢູ່ນະຄອນເກິນເທີ, ກົມໃຫຍ່ທ່ອງທ່ຽວຂຶ້ນກັບກະຊວງວັດທະນະທໍາກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 6 ກ່ຽວກັບການຮ່ວມມືແລວທ່ອງທ່ຽວທາງທິດໃຕ້ ດ້ວຍການເຂົ້າຮ່ວມຂອງອົງການຄຸ້ມຄອງການທ່ອງທ່ຽວ ແລະ ບັນດາວິສາຫະກິດທ່ອງທ່ຽວຂອງ 4 ປະເທດ ເຊິ່ງລວມມີ: ກໍາປູເຈຍ, ໄທ, ມຽນມາ ແລະ ຫວຽດນາມ.
ໄລ່ມາຮອດເດືອນ ກໍລະກົດ 2019, ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວເກືອບ 9,8 ລ້ານເທື່ອຄົນ, ເພີ່ມຂຶ້ນ 7,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018.
ໃນວັນທີ 25 ກໍລະກົດ, ກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະການທ່ອງທ່ຽວລາວ ໄດ້ຈັດຕັ້ງການປະຊຸມຂ່າວເພື່ອແຈ້ງຂ້ໍມູນກ່ຽວກັບທົ່ງໄຫຫີນຊຽງຂວາງ ກາຍເປັນມໍລະດົກວັດທະນະທໍາໂລກທີ 3 ຂອງປະເທດລ້ານຊ້າງ.
ໃນວັນທີ 25 ກໍລະກົດ 2019 ນີ້ ຢູ່ທີ່ແຂວງສາລະວັນ ກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ ຈັດກອງປະຊຸມວິຊາການປຶກສາຫາລືການສ້າງຮ່າງແຜນພັດທະນາການທ່ອງທ່ຽວໃນເຂດ 3 ຫຼ່ຽມພັດທະນາກຳປູເຈຍ, ລາວ, ຫວຽດນາມ, ໂດຍການເຂົ້າຮ່ວມຂອງ ທ່ານ ຄົມ ດວງຈັນທາ ຮອງຫົວໜ້າກົມຮ່ວມມືສາກົນ ກະຊວງ ຖວທ, ມີ ທ່ານ ນາງ ພອນມະລີ ອິນທະພົມ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ຖວທ, ມີບັນດາຄະນະພະແນກຈາກ 4 ແຂວງພາກໃຕ້ຄື: ແຂວງສາລະວັນ, ເຊກອງ, ຈຳປາສັກ ແລະອັດຕະປື, ກົມເສດຖະກິດ, ກະຊວງການຕ່າງປະເທດ ແລະຫົວໜ່ວຍທຸລະກິດທ່ອງທ່ຽວ 4 ແຂວງພາກໃຕ້ເຂົ້າຮ່ວມ.
ຍສໝ - ໃນວັນທີ 15 ກໍລະກົດ, ຢູ່ ຕົວເມືອງ Pleiku (ແຂວງ ຢ່າ ລາຍ) ໄດ້ຈັດຕັ້ງກອງປະຊຸມເພື່ອ ກໍ່ສ້າງແຜນການພັດທະນາ ທ່ອງທ່ຽວສໍາລັບເຂດສາມລ່ຽມ ກໍາປູເຈຍ - ກໍາປູເຈຍ - ຫວຽດນາມ. ແຜນການນີ້ແມ່ນຫນຶ່ງໃນເນື້ອໃນທີ່ສໍາຄັນ ໄດ້ຕົກລົງໃນຂອບເຂດການຮ່ວມມືໃນເຂດສາມຫລ່ຽມພັດທະນາລະຫວ່າງສາມປະເທດ.
ຂະແໜງທ່ອງທ່ຽວແມ່ນຂະແໜງອຸດສາຫະກຳ ບໍ່ມີຄວັນທີ່ໃນແຕ່ລະປີສ້າງລາຍຮັບເຂົ້າງົບປະມານ ແຫ່ງ ສປປ ລາວ ເວົ້າລວມ, ແຂວງສະຫວັນນະເຂດເວົ້າສະເພາະ ເປັນຈຳນວນເງິນຫຼາຍຮ້ອຍຕື້ກີບ. ເຫັນໄດ້ຄວາມໝາຍສຳຄັນດັ່ງກ່າວ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມວາງແຜນຍຸດທະສາດ ພັດທະນາການທ່ອງທ່ຽວເຖິງ 2025.
ຍສໝ - ວັນທີ 12 ມິຖຸນາ ຢູ່ເມືອງເກາະ ຟູ໋ກວກ, ຄະນະພະນັກງານນະຄອນວຽງຈັນ ໂດຍ ທ່ານ ສີລະວົງ ຄຸດໄພທູນ ກຳມະການກົມການເມືອງ, ເລຂາພັກນະຄອນ, ເຈົ້າຄອງນະຄອນຫຼວງວຽງຈັນ ເປັນຫົວໜ້າຄະນະ ໄປຢ້ຽມຢາມ ແລະ ເຮັດວຽກ ກັບ ການນຳແຂວງກຽນຢາງ ແລະ ຊອກຫາໂອກາດໃນການຮ່ວມມືພັດທະນາ.
ການທ່ອງທ່ຽວ ບໍ່ພຽງແຕ່ ເປັນພາກເສດຖະກິດ ທີ່ນໍາເອົາກຳໄລສ່ວນເກີນໃຫ້ແຕ່ລະປະເທດ, ແຕ່ຍັງເປັນຂົວຕໍ່ໃຫ້ແກ່ພື້ນຖານການວັດທະນະທໍາ ແລະ ສົ່ງເສີມການພົວພັນມິດຕະພາບລະຫວ່າງປະເທດ. ເພື່ອໄດ້ແນວນັ້ນ ຈໍາເປັນຕ້ອງມີການສະຫນັບສະຫນູນໃນການໂຄສະນາ.
ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຮ່ວມກັບເມືອງໄຊທານີ ຈັດກິດຈະກຳລ່ອງເຮືອຕາມລຳນ້ຳງື່ມ ເພື່ອເກັບກຳຂໍ້ມູນໃນການພັດທະນາການທ່ອງທ່ຽວລ່ອງນ້ຳງື່ມ ແຕ່ຂົວທ່າງ່ອນ-ເວີນແທ່ນ ເພື່ອດຶງດູດນັກລົງທຶນປະກອບສ່ວນສົ່ງເສີມການທ່ອງທ່ຽວ ຕ້ອນຮັບປີທ່ອງທ່ຽວລາວ-ຈີນ ປີ 2019.
ພິທີສະຫຼຸບປີທ່ອງທ່ຽວ ລາວ 2018 ໄດ້ຈັດຂຶ້ນເມື່ອວັນທີ 11 ກຸມພານີ້ທີ່ຫໍວັດທະນະທຳແຫ່ງຊາດໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະຊີ້ນຳລະດັບຊາດໃນການຈັດປິີທ່ອງທ່ຽວລາວ 2018, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຍສໝ - ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ດ້ຽນບຽນ ໄດ້ສ້າງແຜນການ ເລກທີ 2527/ KH-SVHTTDL ຜັນຂະຫຍາຍເນື້ອໃນບົດບັນທືກຊ່ວຍຈຳ ລະຫວ່າງ ພະແນກ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງດ້ຽນບຽນ ສສ ຫວຽດນາມ ກັບ ພະແນກ ຂ່າວສານ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ປີ 2019-2020.
ຍສໝ - ແຕ່ວັນທີ 17-19 ພຶດສະພາ 2019 ຢູ່ ເມືອງອາເລື໊ອຍ, ແຂວງເທື່ອທຽນເຫວ້ຈະດຳເນີນວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວບັນດາຊົນເຜ່ົາສ່ວນໜ້ອຍເຂດຊາຍແດນຫວຽດນາມ-ລາວ, ເຂດພາກໃຕ້-ໄຕງວຽນ ປີ 2019.
ຕອນເຊົ້າວັນທີ 19 ທັນວາ, ທີ່ຮ່າໂນ້ຍ, ທ່ານນາງ ຈິ້ງທິຖຸຍ ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ.
ຍສໝ - ກອງປະຊຸມສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ ແຂວງພາກເໜືອຂອງຫວຽດນາມ ແລະ ບັນດາແຂວງພາກເໜືອຂອງລາວ ໄດ້ຈັດຂື້ນໃນວັນທີ 21 ພະຈິກ 2018 ນີ້, ຢູ່ທີ່ໂຮງແຮມລີສອດສັນຕິຫຼວງພະບາງ ໂດຍການເປັນປະທານຮ່ວມຂອງທ່ານ ວູ່ດ່າງແມ໋ງ ຫົວໜ້າກົງສູນໃຫຍ່ ສສ.ຫວຽດນາມ ປະຈຳແຂວງຫຼວງພະບາງ ແລະ ທ່ານ ນາງ ສຸດາພອນ ຄົມທະວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼວງພະບາງ ມີບັນດາຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ 07 ແຂວງພາກເໜືອຂອງລາວ, 05 ແຂວງພາກເໜືອຂອງຫວຽດນາມ ພ້ອມດ້ວຍຕາງໜ້າພະແນກການນັກທຸລະກິດຢູ່ພາຍໃນແຂວງ ຫຼວງພະບາງ.
ກາງເດືອນພະຈິກ 2018 ນີ້, ຄະນະຜູ້ແທນ 4 ແຂວງພາກເໜືອຕາເວັນຕົກ ສສ ຫວຽດນາມ ເຊິ່ງປະກອບມີ ແຂວງດຽນບຽນ, ລາຍເຈົາ, ລາວກາຍ ແລະ ແຂວງຟູເທາະ ນຳໂດຍທ່ານ ຟາມຫວຽດ ຊຸ໋ງ ກຳມະການພັກແຂວງຫົວໜ້າ ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງດຽນບຽນ ໄດ້ເດີນທາງມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ທາງດ້ານການທ່ອງທ່ຽວ ຢູ່ແຂວງພາກເໜືອຂອງລາວ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ບຸນກວມ ມິດເມືອງໄຊ ຮອງຫົວໜ້າພະແນກ ຖວທ ແຂວງອຸດົມໄຊ.
ການສ້າງຂີດຄວາມສາມາດ ຂອງຊຸມຊົນໃນເຂດຊົນນະບົດ ສຳລັບການ ພັດທະນາ ການທ່ອງທ່ຽວ ແລະ ການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອບັນລຸການຄຸ້ມຄອງຊັບພະຍາກອນ ທາງທຳມະຊາດໃຫ້ມີຄວາມຍືນຍົງ ໂດຍອີງໃສ່ທ່າແຮງ ຂອງເຂດ ອະນຸລັກສັດປ່າໂອ່ງ-ມັ່ງ ຫລື ແຫ່ງອື່ນໆ ທີ່ໃກ້ກັບນະ ຄອນໄກສອນ ພົມວິຫານ.
ຍສໝ - ວັນທີ 16 ກັນຍາ ຢູ່ນະຄອນ ດ້ຽນບຽນຟູ້ ພະແນກ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງດ້ຽນບຽນ ໄດ້ຈັດກອງປະຊຸຸມປຶກສາຫາລື ກັບ ຄະນະຮັບຜິດຊອບຂອງ ພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ກ່ຽວກັບການເພີ່ມທະວີການຮ່ວມມື ພັດທະນາ ຂົງເຂດວັດທະນະທຳ ແລະ ທ່ອງທ່ຽວ.