ຍສໝ - ຕອນເຊົ້າວັນທີ 20 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບ“ໂຄງການໜູນຊ່ວຍນັກຮຽນ, ນັກສຶກສາເລີ່ມດຳເນີນທຸລະກິດຮອດປີ 2025” ແລະ ໄຂເປີດດຳເນີນທຸລະກິດແຫ່ງຊາດຂອງນັກຮຽນ, ນັກສຶກສາ (SV.STARTUP) ຄັ້ງທີ 7 ໃນປີ 2025.
ຍສໝ - ນີ້ແມ່ນຂໍ້ຄວາມແບ່ງປັນໂດຍທ່ານ ດົ່ງຮຸຍເກື່ອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ກັບບັນດາຜູ້ແທນທີ່ເຂົ້າຮ່ວມການໂອ້ລົມສົນທະນາທາງອອນໄລດ້ວຍຫົວຂໍ້ “ແບ່ງປັນມໍລະດົກ, ມຸ່ງໄປເຖິງອະນາຄົດ” ລະຫວ່າງຊາວໜຸ່ມ, ນັກສຶກສາອາເມລິກາ ແລະ ຊາວໜຸ່ ຫວຽດນາມ, ລາວ, ກຳປູເຈຍ ແລະ ໄທ ໄດ້ດຳເນີນໃນວັນທີ 28 ມີນາ.
ຍສໝ - "ສະບາຍດີຫວຽດນາມ!" - ຄຳທັກທາຍຢ່າງກະຕືລືລົ້ນຈາກຜູ້ແທນຊາວໜຸ່ມ 168 ຄົນທີ່ມາຈາກປະເທດ ອາຊຽນ ແລະ ຍີ່ປຸ່ນ ໃນທັນທີທີ່ເຂົາເຈົ້າໄດ້ຢຽບດິນຕໍ່ແຜ່ນ ໂດຍການເດີນລົງຈາກດາດຟ້າກຳປັ່ນ Nippon Maru - ກຳປັ່ນທີ່ເປັນສັນຍາລັກຂອງໂຄງການກຳປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້. ຢູ່ທີ່ນີ້, ຜູ້ແທນ 168 ຄົນໄດ້ເປີດສາກບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳລະຫວ່າງຊາວໜຸ່ມບັນດາປະເທດຢ່າງເປັນທາງການ ໃນຊຸມມື້ຈະມາເຖິງຢູ່ນະຄອນ ໂຮ່ຈີມິນ.
ຍສໝ - ໃນໄລຍະຈະມາເຖິງ, ຄະນະຜູ້ແທນຊາວໜຸ່ມ 4 ແຂວງ ກວ໋າງຈິ, ສະຫວັນນະເຂດ, ສາລະວັນ, ເຊກອງ ໄດ້ໄປທັດສະນະສຶກສາບັນດາຮູບແບບການຜະລິດດຳເນີນທຸລະກິດດີເດັ່ນ, ບັນດາທັດສະນີຍະພາບທີ່ມີຊື່ສຽງຢູ່ແຂວງ ກວ໋າງຈິ; ຈັດຕັ້ງກອງປະຊຸມສຳມະນາແລກປ່ຽນປະສົບການວຽກງານຊາວໜຸ່ມ ແລະ ຂະບວນການອະນຸຊົນເຍົາວະຊົນ, ເປັນເອກະພາບແຜນການຮ່ວມມືໃນໄລຍະຈະມາເຖິງ.
ຍສໝ - ວັນທີ 14 ເມສາ, ທີ່ສະຖາບັນຊາວໜຸ່ມເຍົາວະຊົນ ຫວຽດນາມ ໄດ້ດຳເນີນລາຍການ “ພົບປະແລກປ່ຽນສີສັນວັດທະນະທໍາ ຫວຽດນາມ - ໄທ” ປີ 2024. ງານບຸນກໍມຸງໄປເຖິງການເຊີດຊູບັນດາຈຸດງາມດ້ານວັດທະນະທຳ ແລະ ຕິດພັນມິດຕະພາບລະຫວ່າງສອງປະເທດ.
ຍສໝ - ວັນທີ 9 ມີນານີ້, ສະມາຄົມຊາວໜຸ່ມນັກສຶກສາ ຫວຽດນາມ ປະຈຳ ສາທາລະນະລັດເຊັກໂກ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VIII ອາຍຸການ 2024-2029. ໃນອາຍຸການໃໝ່, ສະມາຄົມ ໄດ້ກຳນົດຊຸກຍູ້ການໜູນຊ່ວຍການຮຽນຮູ້, ກຳນົດທິດອາຊີບໃຫ້ຊາວໜຸ່ມ, ນັກສຶກສາ ຫວຽດນາມ ຢູ່ ສາທາລະນະລັດເຊັກໂກ.
ຍສໝ - ຕອນບ່າຍວັນທີ 25 ກຸມພາ, ຢູ່ຕາແສງ ຟອງຝູ, ເມືອງ ເຕີນລາກ, ແຂວງ ຮ່ວາບິ່ງ, ຄະນະປະຈຳຄະນະຊາວໜຸ່ມແຂວງ ຮ່ວາບິ່ງ ສົມທົບກັບຄະນະບໍລິຫານງານສູນກາງຈັດຕັ້ງພິທີໄຂງານບຸນປູກຕົ້ນໄມ້ “ຮູ້ບຸນຄຸນລຸງໂຮ່ຕະຫຼອດໄປ” ແລະ ເດືອນຊາວໜຸ່ມປີ 2024, ປະຕິບັດບັນດາການເຄື່ອນໄຫວປະກັນສັງຄົມ, ເລີ່ມຕົ້ນ ແລະ ເປີດກວ້າງບັນດາໂຄງການ ແລະ ກິດຈະກຳຊາວໜຸ່ມ.
ຍສໝ - ຢູ່ນະຄອນ ໂຮ່ຈີມິນ, ເດືອນຊາວໜຸ່ມປີ 2024 ໄດ້ດຳເນີນແຕ່ວັນທີ 24 ກຸມພາ - 31 ມີນາ, ດ້ວຍຫຼາຍເນື້ອໃນ, ກິດຈະກຳ, ໜ້າວຽກທີ່ແທດຈິງ, ມີຄວາມໝາຍ.
ຍສໝ - ຢູ່ເມືອງຊາຍແດນ ເອຍ ເຮີຢຣາຍ, ແຂວງ ກອນຕຸມ, ຄະນະເລຂາສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ໄດ້ມອບຮູບແບບທໍາມາຫາກິນລ້ຽງຊີບ ທີ່ມີມູນຄ່າ 2 ຕື້ດົ່ງ (ປະມານ 81.200 USD) ໜູນຊ່ວຍທຶນບູລິມະສິດເພື່ອໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມຢູ່ທ້ອງຖິ່ນພັດທະນາເສດຖະກິດ; ມອບທຶນການສຶກສາໃຫ້ນັກຮຽນທຸກຍາກ ແຕ່ຮຽນເກັ່ງ 20 ຄົນ;
ຍສໝ - ປະຕິບັດການຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ 3 ຂອງສະມາຄົມນັກສຶກສາຫວຽດນາມ ແຂວງ ບິ່ງດິ້ງ ໄລຍະ 2023 - 2028 ແລະ ເນື່ອງໃນໂອກາດສະເຫຼີມສະຫຼອງ 61 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 - 5/9/2023), ວັນທີ 24/9/2023, ຢູ່ນະຄອນ Van. ແຂວງ ແຄ໋ງຮ່ວາ, ແຂວງ ບິ່ງດິ້ງ, ຄະນະປະຈຳຄະນະຊາວໜຸ່ມແຂວງ ໄດ້ຈັດຕັ້ງງານບຸນວັດທະນະທຳ ແລະ ກິລາ “ຊາວໜຸ່ມຫວຽດນາມ - ລາວ, ເຄົາລົບນັບຖື”.
ຍສໝ - ຕອນບ່າຍວັນທີ 24 ກັນຍາ, ຢູ່ເຂດພູດອຍ ເວີນແຄງ (ບິ່ງດິງ), ຄະນະຊາວໜຸ່ມແຂວງ ບິ່ງດິ່ງ ໄດ້ຈັດຕັ້ງງານບຸນວັດທະນະທໍາ ແລະ ກິລາຊາວໜຸ່ມ ຫວຽດນາມ - ລາວ ດ້ວຍການເຂົ້າຮ່ວມຂອງສະມາຊິກສະຫະພັນ, ຊາວໜຸ່ມ, ນັກສຶກສາ ຫວຽດນາມ ແລະ ລາວ ຈຳນວນກວ່າ 250 ຄົນ.
ຍສໝ - ມີພະນັກງານຊາວໜຸ່ມຫຼັກແຫຼ່ງຈາກຂັ້ນເມືອງ, ແຂວງ, ນະຄອນ 260 ຄົນຂອງບັນດາຄະນະ, ກະຊວງ, ຊະແໜງການຂອງສູນກາງ ລາວ ເຂົ້າຮ່ວມການຝຶກອົບຮົບບຳລຸງສ້າງຕາມແຜນການ.
ເວທີປາໄສຈະດຳເນີນຕາມຮູບແບບໂດຍເຊິ່ງໜ້າ ສົມທົບກັບທາງໄກ. ທີ່ເວທີປາໄສ, ບັນດາຜູ້ແທນຈະປຶກສາຫາລື, ແລກປ່ຽນບົດຮຽນປະສົບການໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມໃນທຸກຂົງເຂດ; ກົນໄກສົມທົບກັນໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມ; ເພີ່ມທະວີການຮ່ວມມືຊາວໜຸ່ມ ອາຊຽນ, ຈີນ, ສ.ເກົາຫຼີ, ຍີ່ປຸ່ນ.
ຍສໝ - ເຫດການນີ້ແມ່ນໂອກາດເພື່ອໃຫ້ຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ພວມຮ່ຳຮຽນ ແລະ ເຮັດວຽກຢູ່ທົ່ວປະເທດ ເຢຍລະມັນ ໄດ້ເພີ່ມທະວີຄວາມສາມັກຄີ, ແບ່ງປັນປະສົບການ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນໃນການຮ່ຳຮຽນ, ຄົ້ນຄ້ວາ ແລະ ໃນຊີວິດ.
ຍສໝ - ວັນທີ 30 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ອົງການສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ໄດ້ຈັດຕັ້ງກອງປະຊຸມຄັ້ງທີ VIII, ອາຍຸການ 2022 – 2027. ນີ້ແມ່ນເຫດການການເມືອງສຳຄັນ, ສ້າງຂີດໝາຍແຫ່ງການພັດທະນາຂອງອົງການຄະນະຊາວໜຸ່ມ ແລະ ຂະບວນການຊາວໜຸ່ມອົງການ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຄວນສົມທົບກັນຢ່າງແໜ້ນແຟ້ນກັບຄະນະກຳມະການແຫ່ງຊາດ ກ່ຽວກັບຊາວໜຸ່ມຫວຽດນາມ ແລະ ຄະນະຊາວໜຸ່ມສູນກາງ ປະຕິບັດໂຄງການສະເພາະຢ່າງມີປະສິດທິຜົນ, ສອດຄ່ອງກັບຈິດໃຈຊີ້ນຳຂອງລັດຖະບານ.
ຍສໝ - ຕອນບ່າຍວັນທີ 14 ມີນາ, ທ່ານ ຟານວັນມ໊າຍ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ Tsutomo Takebe, ທີ່ປຶກສາພິເສດສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ຫົວໜ້າຄະນະຈັດຕັ້ງວັນບຸນ ຫວຽດນາມ - ຍີ່ປຸ່ນ ແລກປ່ຽນກ່ຽວກັບແຜນການຈັດຕັ້ງວັນບຸນ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 8 ຢູ່ນະຄອນ ໂຮ່ຈີມິນ ໃນປີ 2023.
ຍສໝ - ຫວ່າງແລ້ວນີ້, ສູນກາງຄະນະຊາວໜຸ່ມພັກກອມມູນິດ ໂຮ່ຈີມິນ, ສະພາພິຈາລະນາລາງວັນຊາວໜຸ່ມ ຫວຽດນາມ ດີເດັ່ນ 2021 ຈັດການຖະແຫຼງຂ່າວປະກາດ ການສະເໜີຊາວໜຸ່ມ 20 ຄົນເຂົ້າຮອບຄັດເລືອກແບບທາງໄກຂອງລາຍການລາງວັນ.
ຍສໝ - ວັນທີ 4 ຕຸລາ, ອົງການສປຊກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍແລະມອບສິດໃຫ້ແກ່ແມ່ຍິງ (UN Women) ສົມທົບກັບສູນຄົ້ນຄ້ວາການພັດທະນາແບບຍືນຍົງ (CSDS) ແລະ CEDLink ໄດ້ໄຂການແຂ່ງຂັນ Cyber S- ລຸ້ນ S: ຄວາມປອດໄພແລະຄວາມສະເໝີພາບທາງອິນເຕີເນັດ.
ຍສໝ - ພາຍຫຼັງການຜັນຂະຫຍາຍ “ຍຸດທະສາດ 90.000 ວຽກເຮັດງານທຳ” ໂດຍຄະນະຊາວໜຸ່ມ, ສະມາຄົມນັກສຶກສານະຄອນຮ່າໂນ້ຍ ປຸກລະດົມ, ໄດ້ມີຊາວໜຸ່ມ, ນັກສຶກສາ 90.656 ຄົນທີ່ມີວຽກເຮັດງານທຳ, ດ້ວຍການຮັບສະໝັກສຳເລັດ 289.674 ຄັ້ງ, ໄລ່ສະເລ່ຍຊາວໜຸ່ມຄົນໜຶ່ງຈະໄດ້ເຊື່ອມຕໍ່ກັບວຽກງານ 4 ຢ່າງທີ່ມີຄວາມເໝາະສົມ.