ຍສໝ - ນຳເອົາຄວາມປາດຖະໜາຂອງພໍ່ - ພັນໂທກອງທັບເຮືອອາເມລິກາ Walter Eugene Wilber, ອະດີດນັກໂທດ ຫວາລໍ - ທ່ານ Thomas Eugene Wilber ມາ ຫວຽດນາມ ເປັນຄັ້ງທຳອິດໃນປີ 2014 ແລະ ຮອດທ້າຍປີ 2023 ໄດ້ກັບຄືນ 43 ຄັ້ງ. ມາເຖິງ ຫວາລໍ ຈາກຄວາມຊົງຈຳຂອງຄອບຄົວ, ແຕ່ຢູ່ທີ່ນັ້ນ, ລາວໄດ້ຮັບຄວາມໝາຍທີ່ໃຫຍ່ກວ່າຄື ການເດີນທາງແຫ່ງການປິ່ນປົວ ແລະ ຄວາມສາມາດໃນການປິ່ນປົວຜ່ານເວລາ ແລະ ຄວາມກະລຸນາ.
ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ສະເໜີທ່ານເອກອັກຄະລັດຖະທູດ ແລະ ສະຖານທູດສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວເຊື່ອມຕໍ່, ຊຸກຍູ້ການຮ່ວມມື, ຖ່າຍທອດເຕັກໂນໂລຢີ, ໜູນຊ່ວຍ ຫວຽດນາມກາຍເປັນສູນເຕັກໂນໂລຢີສູງຂອງພາກພື້ນ ແລະ ແມ່ນຕາໂສ້ສຳຄັນໃນລະບົບສະໜອງເຄິ່ງຊັກນຳໄຟຟ້າທົ່ວໂລກ
ຍສໝ - ໃນລະດູຮ້ອນປີ 2025, ນັກສຶກສາອາເມລິກາ 31 ຄົນທີ່ເຂົ້າຮ່ວມໂຄງການອາສາສະໝັກສາກົນໄດ້ປະກອບສ່ວນກໍ່ສ້າງເຮືອນການກຸສົນ 6 ຫຼັງໃຫ້ແກ່ປະຊາຊົນແຂວງ ກວາງຫງາຍ. ວຽກງານຂອງເຂົາເຈົ້າບໍ່ພຽງແຕ່ໄດ້ສ້າງເຄື່ອງໝາຍອັນດີງາມຢູ່ທ້ອງຖິ່ນເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງແທດຈິງເຂົ້າໃນການເພີ່ມພູນຄູນສ້າງມິດຕະພາບຫວຽດນາມ - ອາເມລິກາ.
ຍສໝ - ວັນທີ 22 ມິຖຸນາ, ຢູ່ນະຄອນ ດ່າໜັງ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ສັນຖະວະໄມຕີການທູດອາເມລິກາ ປະຈໍາ ຫວຽດນາມ ແລະ ຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໄດ້ສົມທົບກັນຈັດຕັ້ງລາຍການແລກປ່ຽນມິດຕະພາບ ຫວຽດນາມ - ອາເມລິກາ. ການເຄື່ອນໄຫວນີ້ແມ່ນສ່ວນໜຶ່ງຂອງບັນດາເຫດການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ, ດຶງດູດຜູ້ແທນ, ຊາວ, ແຂກທ່ອງທ່ຽວປະມານ 3.000 ຄົນທີ່ເຂົ້າຮ່ວມ.
ຍສໝ - “ບັນດາວິສາຫະກິດ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳຫຼາຍສະບັບເພື່ອເພີ່ມທະວີການຊື້ຜະລິດຕະພັນກະເສດຈາກ ອາເມລິກາ ດ້ວຍຕົວເລກທີ່ໜ້າປະທັບໃຈ ເກືອບ 3 ຕື້ USD, ລື່ນກາຍຕົວເລກທີ່ໄດ້ວາງອອກໃນເບື້ອງຕົ້ນ, ແມ່ນ 2 ຕື້ USD, ຜ່ານນັ້ນປະກອບສ່ວນສຳຄັນເພື່ອສ້າງຄວາມດຸ່ນດ່ຽງໃນດຸນການຄ້າລະຫວ່າງສອງປະເທດ."
ຍສໝ - ໃນລະຫວ່າງວັນທີ 2-7 ມິຖຸນາ, ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດ້ດຶກຢຸຍ ໄດ້ນຳພາຄະນະປະຕິບັດງານເກືອບ 50 ອົງການ, ວິສາຫະກິດ, ສະມາຄົມຂະແໜງການກະເສດ ຫວຽດນາມ ໄປຢ້ຽມຢາມ, ເຮັດວຽກ, ຊອກຫາກາລະໂອກາດສົ່ງເສີມການຄ້າ ແລະ ນຳເຂົ້າສິນຄ້າກະສິກຳ, ປ່າໄມ້, ການປະມົງຈາກ ອາເມລິກາ.
ຍສໝ - ນັ້ນແມ່ນຄວາມຫວັງຂອງທ່ານປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ດ່ານັ້ງ ເລວັນຈູງ ທີ່ການຕ້ອນຮັບທ່ານ Frank Joyce - ຫົວໜ້າສະພາຜູ້ອາວຸໂສແຫ່ງຊາດ ອາເມລິກາ ພ້ອມກັບຜູ້ຕາງໜ້າກອງທຶນຄືນດີ ແລະ ພັດທະນາ ເນື່ອງໃນໂອກາດທີ່ຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ດ່າຫນັງ ໃນຕອນບ່າຍວັນທີ 23 ເມສາ.
ຍສໝ - ເລື່ອງອາເມລິກາຢຸດຕິການເກັບພາສີ 46% ເປັນເວລາ 90 ວັນ ເປີດກາລະໂອກາດໃຫ້ຫວຽດນາມ ເພີ່ມທະວີການເຈລະຈາ ແລະ ເລັ່ງລັດການສົ່ງອອກກະສິກຳ. ເຖິງຢ່າງໃດກໍຕາມ, ໃນສະພາບການຕະຫຼາດທີ່ຜັນແປໄປ, ອັດຕາພາສີຈາກ ອາເມລິກາ ຮຽກຮ້ອງໃຫ້ມີບັນດາມາດຕະການແກ້ໄຂຢ່າງກົງໄປກົງມາຈາກບັນດາອົງການຄຸ້ມຄອງ ແລະ ປະຊາຄົມວິສາຫະກິດ ເພື່ອຮັບປະກັນການເຕີບໂຕການສົ່ງອອກແບບຍືນຍົງ.
ຍສໝ - ນັ້ນແມ່ນສານທີ່ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ແບ່ງປັນການຕ້ອນຮັບຄະນະຜູ້ແທນກອງທຶນໄກ່ເກ່ຍ ແລະ ພັດທະນາ (FRD) ແລະ ສະພາແຫ່ງຊາດຜູ້ອາຍຸສູງ ອາເມລິກາ (NCOE) ໃນວັນທີ 17 ເມສາ ຢູ່ຮ່າໂນ້ຍ.
ຍສໝ - ໂດຍປະເຊີນໜ້າກັບນະໂຍບາຍອັດຕາພາສີຂອງອາເມລິກາ, ອາຊຽນໄດ້ເລືອກເຟັ້ນເອົາວິທີທີ່ຄ່ອງຕົວ, ສົມທົບກັນລະຫ່ວາງຫຼັກໝັ້ນລວມ ແລະ ພື້ນທີ່ເຈລະຈາທີ່ສະເພາະຂອງແຕ່ລະປະເທດສະມາຊິກ. ຕາມບັນດານັກຊ່ຽວຊານສາກົນແລ້ວ, ນີ້ແມ່ນວິທີແກ້ໄຂທີ່ແທດຈິງທີ່ທັງສອງຝ່າຍໄດ້ຊ່ວຍໃຫ້ພາກພື້ນຮັກສາຊ່ອງທາງການເຈລະຈາ ແລະ ປົກປັກຮັກສາຜົນປະໂຫຍດຂອງຊາດໃນສະພາບການເພີ່ມທະວີການແຂ່ງຂັນຍຸດທະສາດ ແລະ ລັດທິປົກປ້ອງການຄ້າທົ່ວໂລກ.
ຍສໝ - ຕອນບ່າຍວັນທີ 9 ເມສາ (ເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມ ອາເມລິກາ ດ້ວຍມາລະຍາດເປັນທູດພິເສດຂອງທ່ານເລຂາທິການໃຫຍ່ ໂຕ່ເລີມ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາເສດຖະກິດ - ການຄ້າສອງຝ່າຍ, ທ່ານຮອງນາຍົກລັດຖະມົນຕີ ໂຮດືກເຟີກ ໄດ້ພົບປະຜູ້ຕາງໜ້າການຄ້າ ອາເມລິກາ ທ່ານ Jamieson Greer.
ຍສໝ - ວັນທີ 10 ເມສາ, ຢູ່ຮ່າໂນ້ຍ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຟ້າມທູຮັ່ງ ໄດ້ຂໍ້ມູນກ່ຽວກັບຄຳເຫັນຂອງກະຊວງການຕ່າງປະເທດ ແລະ ບັນດາມາດຕະການທີ່ຈະມາເຖິງຂອງຫວຽດນາມ ກ່ອນທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ຈະໂຈະອັດຕາພາສີສົມທົບຊົ່ວຄາວເປັນເວລາ 90 ວັນ.
ຍສໝ - ອົງການ Sunflower Mission (ອາເມລິກາ) ຫາກໍ່ມອບທຶນສຶກສາ 355 ທຶນໃຫ້ນັກຮຽນທຸກຍາກແຕ່ຮຽນເກັ່ງຢູ່ແຂວງ ຝູອຽນ ແລະ ກຽນຢາງ ໃນເດືອນ ມີນາ ແລະ ຕົ້ນເດືອນ ເມສາ 2025..
ຍສໝ - ຕອນເຊົ້າວັນທີ 8 ເມສາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານສະຫະພັນອົງການມິດຕະພາບຫວຽດນາມ ດົງຮຸຍເກື່ອງ ໄດ້ຕ້ອນຮັບທ່ານ Steven Charles Morrissey ແລະ ທ່ານນາງ Joyceleane Claire Morrissey, ພີ່ນ້ອງຂອງອະດີດນັກບິນ ອາເມລິກາ ທີ່ຫາຍສາບສູນຢູ່ຫວຽດນາມ.
ຍສໝ - ວັນທີ 2 ເມສາ, ຄະນະປະຕິບັດງານກະຊວງການຕ່າງປະເທດ ໂດຍທ່ານຮອງລັດຖະມົນຕີ ໂງ່ຫວຽດຮຸ່ງ ເປັນນຳໜ້າ ພ້ອມກັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E. Knapper ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ເຮື໋ອງຮວ໋າ (ແຂວງ ກວາງຈີ້). ກ່າວຄຳປາໄສທີ່ນີ້, ທ່ານເອກອັກຄະລັດຖະທູດ Marc E. Knapper ໃຫ້ຮູ້ວ່າ: ອາເມລິກາ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ, ພິເສດແມ່ນແຂວງ ກວາງຈີ້ ເພື່ອຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກສົງຄາມ.
ຍສໝ - ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ ອອກສຽງກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ການປະກາດຂອງອາເມລິກາ ກ່ຽວກັບການຕັດສິນໃຈເກັບພາສີສົ່ງອອກຂອງຫວຽດນາມ ໄປຍັງອາເມລິກາ.
ຍສໝ - ຄະນະປະຈຳຫວຽດນາມປະຈຳສະຫະປະຊາຊາດ ໄດ້ສົມທົບກັບມະຫາວິທະຍາໄລ Columbia ເພື່ອຈັດຕັ້ງເປີດຫ້ອງຮຽນພາສາຫວຽດນາມ ໂດຍບໍ່ເສຍຄ່າສຳລັບເດັກນ້ອຍຂອງຊຸມຊົນ ຫວຽດນາມ ໃນອາຍຸ 6-14 ປີ.
ຍສໝ - ເມື່ອ 25 ປີກ່ອນ, ຄະນະແພດອາສາສະໝັກຈາກ NUOY (USA) ໄດ້ມາຫວຽດນາມ ດ້ວຍຄວາມປາຖະຫນາທີ່ຈະປ່ຽນແປງຊະຕາກໍາຂອງເດັກນ້ອຍທີ່ມີຄວາມພິການແຕ່ກໍາເນີດ. ປະຈຸບັນ, ເຂົາເຈົ້າບໍ່ພຽງແຕ່ຟື້ນຟູຊີວິດນັບພັນຄົນເທົ່ານັ້ນ, ຫາກຍັງປະກອບສ່ວນຍົກສູງກຳລັງການແພດຂອງຫວຽດນາມ, ເພື່ອໃຫ້ບັນດາອະພິນິຫານທາງການແພດບໍ່ພຽງແຕ່ແມ່ນໂຊກດີເທົ່ານັ້ນ ຫາກຍັງກາຍເປັນສິ່ງທີ່ຈຳເປັນຢ່າງເດັດຂາດ.
ຍສໝ - ໂຄງການ “ໜູນຊ່ວຍການຜັນຂະຫຍາຍບັນດາການຍື່ນມືຊ່ວຍຢ່າງມີປະສິດທິຜົນ ແລະ ຍືນຍົງ ເພື່ອປ້ອງກັນ, ຕ້ານເດັກນ້ອຍຈົມນ້ຳ” ໂດຍອົງການ Campaign for Tobacco-Free Kids, ອາເມລິກາ ໄດ້ອຸປະຖຳ ຈະຊ່ວຍໃຫ້ເດັກນ້ອຍ 2.400 ຄົນຢູ່ ຮ່າໂນ້ຍ ໄດ້ຮຽນລອຍນ້ຳຢ່າງປອດໄພ.
ຍສໝ - ວັນທີ 7 ມັງກອນ, ຢູ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ໃຫ້ການຕ້ອນຮັບທ່ານ Nicholas Berggruen, ຜູ້ກໍ່ຕັ້ງ, ປະທານບໍລິສັດລົງທຶນ Berggruen Holdings ແລະ ສະຖາບັນ Berggruen ພ້ອມກັບທ່ານນາງ ຫງວຽນທິລຽນຮັ່ງ, ຜູ້ອໍານວຍການສະຖາບັນຄົ້ນຄວ້າອາຊີຕາເວັນອອກ Weatherhead, ມະຫາວິທະຍາໄລ Columbia, ອາເມລິກາ.