ຍສໝ - ວັນທີ 28 ເມສາ, ທີ່ແຂວງຮ່າຕິງ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ເນື່ອງໃນໂອກາດທ່ານ ທອງລຸນ ສີສຸລິດ ມາຫວຽດນາມ ເຂົ້າຮ່ວມພິທີເປີດນໍາໃຊ້ທ່າເຮືອເລກ 3 - ທ່າກໍາປ່ັນຫວູງອ໊າງ - ແມ່ນໜຶ່ງໃນບັນດາຈິດຈະການສໍາຄັນເພື່ອເຊື່ອມຕໍ່ເສດຖະກິດລະຫວ່າງສອງປະເທດ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ.
ຍສໝ - ເນື່ອງໃນໂອກາດທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ລາວ ແລກປ່ຽນກ່ຽວກັບຄວາມໝາຍ ແລະຄວາມສຳຄັນຂອງການໄປຢ້ຽມຢາມຕໍ່ກັບການພົວພັນແບບພິເສດຫວຽດນາມ-ລາວ.
ຍສໝ - ຕອນບ່າຍວັນທີ 5 ມີນາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບທ່ານ ພົນຕີ ສາຍໃຈ ກົມມະສິດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ນໍາໜ້າຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ຍສໝ - ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖື ອາຊຽນ ແມ່ນບຸລິມະສິດຍຸດທະສາດໃນນະໂຍບາຍການຕ່າງປະເທດ...
ຍສໝ - ປັບປຸງລະບົບການເມືອງໃຫ້ກະທັດຮັດ ແລະການຫັນປ່ຽນດີຈີຕອນຢ່າງຂ້ຽວຂາດແມ່ນສອງການປະຕິວັດທີ່ພວມດຳເນີນໄປຄຽງຄູ່ກັນແນໃສ່ເພີ່ມທະວີປະສິດທິພາບ, ປະສິດທິຜົນ, ປະຕິບັດ, ລົບລ້າງມຸມທີ່ເຊື່ອງຊ້ອນເພື່ອຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ຟຸ່ມເຟືອຍ. ສອງວິວັດທະນາການນັ້ນ, ສົມທົບກັບການປັບປຸງລະບອບລະບຽບການແມ່ນປັດໄຈຕັດສິນໄຊຊະນະຂອງໜ້າທີ່ພັດທະນາປະເທດໃນໄລຍະຈະມາເຖິງ.
ໃນຂອບເຂດການຢ້ຽມຢາມ ສປປ ລາວ ແລະເປັນປະທານຮ່ວມກອງປະຊຸມ ຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ - ລາວ, ຕອນເຊົ້າວັນທີ 10 ມັງກອນ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ.
ຍສໝ -ຕອນບ່າຍວັນທີ 13 ທັນວາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ຮ່າໂນ້ຍ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ແລະທ່ານ Samee Essa Johar Hayat ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດກູເວດ ຮັບຜິດຊອບອາຊີໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືການເມືອງ ຄັ້ງທີ 4 ລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດ.
ຍສໝ - ວັນທີ 9 ທັນວາ, ທີ່ນະຄອນຫຼວງປັກກິ່ງ (ຈີນ), ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງການພົບປະສັງສັນກັບນັກຮົບເກົ່າ, ນັກຊ່ຽວຊານຈີນ ທີ່ເຂົ້າຮ່ວມ ຊ່ວຍເຫຼືອການປະຕິວັດຫວຽດນາມ, ພາຍໃຕ້ການເປັນປະທານຂອງທ່ານ ພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ເຂົ້າຮ່ວມການພົບປະສັງສັນ ຍັງມີທ່ານ ບຸ່ຍແທັງເຊີນ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ; ພ້ອມກັບນັກຮົບເກົ່າ, ນັກຊ່ຽວຊານ ແລະຍາດຕິພີ່ນ້ອງຂອງນັກຮົບເກົ່າ, ນັກຊ່ຽວຊານຈີນ ກວ່າ 30 ຄົນ.
ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ສະຫະພັນລັດເຊຍ, ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະອະນຸກຳມະການຫວຽດນາມ ໃນຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບສູນເຂດຮ້ອນ ຫວຽດນາມ-ລັດເຊຍ ຖະຫວາຍດອກໄມ້ທີ່ອະນຸສາວະລີປະທານ ໂຮ່ຈີມິນ ຢູ່ນະຄອນ Saint Petersburg ແລະເປັນປະທານການພົບປະນັກຮົບເກົ່າ ພ້ອມດ້ວຍຍາດຕິພີ່ນ້ອງຂອງນະຄອນ Saint Petersburg ທີ່ໄດ້ຊ່ວຍຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດ.
ຍສໝ - ທ່ານນາງພັນເອກພິເສດ ຫງວຽນທິທູຮ່ຽນ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ຢືນຢັນວ່າ: ຜົນສຳເລັດຂອງຊຸດຝຶກອົບຮົມໄດ້ສະແດງໃຫ້ເຫັນຄວາມຮັກແພງ, ຄວາມຮັບຜິດຊອບ, ຄວາມສາມັກຄີ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນຂອງແມ່ຍິງກອງທັບຂອງສອງປະເທດ, ປະກອບສ່ວນເຂົ້າໃນມູນເຊື້ອສາມັກຄີມິດຕະພາບແບບພິເສດ, ຄວາມສະໜິດຕິດພັນລະຫວ່າງກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ອ້າຍນ້ອງ.
ຍສໝ - ຕາມທ່ານພົນໂທ ຫງວຽນຊວນຟຸກ ແລ້ວ, ອົດສະຕາລີ ແມ່ນປະເທດນຳໜ້າໃນການໜູນຊ່ວຍດ້ານພາສາອັງກິດ ແລະ ວິຊາສະເພາະໃຫ້ທະຫານຫວຽດນາມ ດ້ວຍຈຳນວນພົນລະເມືອງ 3.500 ກວ່າຄົນ.
ຍສໝ - ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຢືນຢັນວ່າ: ເລື່ອງສະຫາຍ ເລືອງເກື່ອງ ໄດ້ຮັບເລືອກຕັ້ງຮັບໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ການຕີລາຄາສູງຂອງພັກ, ລັດ ແລະປະຊາຊົນຫວຽດນາມ...
ຍສໝ - ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ສິ້ນສຸດບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມທາງລັດຖະກິດທີ່ ມົງໂກນ ຢ່າງຈົບງາມ...
ຍສໝ - ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບຄວາມໝາຍຂອງການປະຕິບັດງານຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ.
ຍສໝ - ເນື່ອງໃນໂອກາດ ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 79 ແລະເຮັດວຽກຢູ່ອາເມລິກາ, ທ່ານ Dennis Francis ປະທານສະມັດຊາໃຫຍ່ ສະໄໝທີ 78 ໄດ້ຕອບສໍາພາດຕໍ່ນັກຂ່າວກ່ຽວກັບຄວາມໝາຍການປະຕິບັດງານ ກໍ່ຄືການປະກອບສ່ວນຂອງຫວຽດນາມ ຕໍ່ກັບອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກ.
ຍສໝ - ການຢ້ຽມຢາມຕ່າງປະເທດແຕ່ວັນທີ 21 ກັນຍາ ແມ່ນການເຄື່ອນໄຫວຫຼາຍຝ່າຍ ແລະເຮັດວຽກຢູ່ອາເມລິກາ ຄັ້ງທໍາອິດຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໃນຖານະຕໍາແໜ່ງໃໝ່.
ຍສໝ - ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ຢູ່ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ.
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊົມເຊີຍບັນດາຜົນງານທີ່ປະເທດ ສ.ເກົາຫຼີ ບັນລຸໄດ້ໃນໄລຍະຜ່ານມາ, ໃນນັ້ນມີການຟື້ນຟູເສດຖະກິດ, ປັບປຸງລະບົບຕ່ອງໂສ້ການສະໜອງ; ຕີລາຄາສູງການພົວພັນ ຫວຽດນາມ-ສ.ເກົາຫຼີ ໃນ 32 ປີຜ່ານ ມາ ໄດ້ຮັບການພັດທະນາຢ່າງວ່ອງໄວໃນທຸກຂົງເຂດ, ໂດຍສະເພາະແມ່ນພາຍຫຼັງສອງຝ່າຍ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ເນັ້ນໜັກວ່າ ພັກ, ລັດຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນຮ່ວມມືມິດຕະພາບກັບ ສ.ເກົາຫຼີ.
ຍສໝ - ໃນໄລຍະຜ່ານມາ, ກະຊວງປ້ອງກັນປະເທດຫວຽດນາມ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ໜູນຊ່ວຍຝຶກອົບຮົມໃຫ້ນາຍທະຫານລາວ ກ່ຽວກັບວຽກງານບັນຊາ, ເປັນເສນາທິການ, ສິດສອນໃນໂຮງຮຽນ.
ຍສໝ - ການຢ້ຽມຢາມແນໃສ່ຜັນຂະຫຍາຍແຜນການຮ່ວມມື ປີ 2024 ລະຫວ່າງສອງກະຊວງປ້ອງກັນປະເທດ; ເພີ່ມທະວີການແລກປ່ຽນ ແລະການພົບປະຂັ້ນສູງລະຫວ່າງກອງທັບສອງປະເທດ.