ຈົດໝາຍອວຍພອນສະຫາຍ ເລືອງເກື່ອງ ໄດ້ຮັບເລືອກຕັ້ງເປັນປະທານປະເທດຫວຽດນາມ

21:21 | 22/10/2024

ຍສໝ - ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຢືນຢັນວ່າ: ເລື່ອງສະຫາຍ ເລືອງເກື່ອງ ໄດ້ຮັບເລືອກຕັ້ງຮັບໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ການຕີລາຄາສູງຂອງພັກ, ລັດ ແລະປະຊາຊົນຫວຽດນາມ...

ທ່ານພົນເອກ ເລືອງເກື່ອງ ສິ້ນສຸດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ທ່ານພົນເອກ ເລືອງເກື່ອງ ສິ້ນສຸດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ
ມອບຂໍ້ຕົກລົງເລື່ອນຊັ້ນພົນເອກໃຫ້ສະຫາຍ ໂຕເລິມ ແລະສະຫາຍ ເລືອງເກື່ອງ ມອບຂໍ້ຕົກລົງເລື່ອນຊັ້ນພົນເອກໃຫ້ສະຫາຍ ໂຕເລິມ ແລະສະຫາຍ ເລືອງເກື່ອງ

ເນື່ອງໃນໂອກາດ ສະຫາຍ ເລືອງເກື່ອງ ໄດ້ຮັບເລືອກຕັ້ງດໍາລົງຕໍາແໜ່ງປະທານປະເທດ ແຫ່ງ ສສ ຫວຽດນາມ ຈາກສະພາແຫ່ງຊາດ ຊຸດທີ XV, ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງຈົດໝາຍອວຍພອນ.

ຈົດໝາຍອວຍພອນສະຫາຍ ເລືອງເກື່ອງ ໄດ້ຮັບເລືອກຕັ້ງເປັນປະທານປະເທດຫວຽດນາມ
ສະຫາຍ ເລືອງເກື່ອງ ກ່າວຄໍາເຫັນຮັບດໍາລົງຕໍາແໜ່ງເປັນປະທານປະເທດ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຢືນຢັນວ່າ: ເລື່ອງສະຫາຍ ເລືອງເກື່ອງ ໄດ້ຮັບເລືອກຕັ້ງຮັບໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ການຕີລາຄາສູງຂອງພັກ, ລັດ ແລະປະຊາຊົນຫວຽດນາມ; ເຊື່ອໝັ້ນວ່າ ສະຫາຍ ເລືອງເກື່ອງ ພ້ອມດ້ວຍບັນດາການນຳພັກ, ລັດ ຈະນຳພາປະເທດ ແລະປະຊາຊົນຫວຽດນາມ ອ້າຍນ້ອງສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່ ແລະໃຫຍ່ຫຼວງກວ່າອີກໃນພາລະກິດປ່ຽນແປງໃໝ່ ເພື່ອບັນລຸເປົ້າໝາຍກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທໍາ ແລະສີວິໄລ. ທ່ານເລຂາທິການໃຫຍ່, ປະທານປະເທດລາວ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບທ່ານປະທານປະເທດ ເລືອງເກື່ອງ ເພື່ອສືບຕໍ່ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ, ມູນເຊື້ອອັນດີງາມລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ - ຫວຽດນາມ ໃຫ້ນັບມື້ນັບພັດທະນາ ແລະເກີດດອກອອກຜົນ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ປະຊາຊົນສອງປະເທດກໍ່ຄືສັນຕິພາບ, ສະຖຽນລະພາບ ແລະຮ່ວມມືເພື່ອການພັດທະນາຢູ່ພາກພື້ນ ແລະໃນໂລກ.

ແສງເດືອນ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.