ການໄປປະຕິບັດງານຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ບັນລຸໄດ້ທຸກເປົ້າໝາຍທີ່ວາງໄວ້

16:48 | 29/09/2024

ຍສໝ - ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບຄວາມໝາຍຂອງການປະຕິບັດງານຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ.

ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຈະມີສານໃຫຍ່, ສໍາຄັນຢູ່ອາເມລິກາ ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຈະມີສານໃຫຍ່, ສໍາຄັນຢູ່ອາເມລິກາ
ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຮັບຜົນສໍາເລັດຢ່າງຈົບງາມໃນທຸກດ້ານ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຮັບຜົນສໍາເລັດຢ່າງຈົບງາມໃນທຸກດ້ານ

ເນື່ອງໃນໂອກາດທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ສະມັດຊາໃຫຍ່ສະຫະປະຊາຊາດ (ສປຊ) ສະໄໝທີ 79 ແລະເຮັດວຽກຢູ່ ອາເມລິກາ, ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບຄວາມໝາຍຂອງການປະຕິບັດງານ.

ການໄປປະຕິບັດງານຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ບັນລຸໄດ້ທຸກເປົ້າໝາຍທີ່ວາງໄວ້
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ກ່າວຄໍາປາໄສທີ່ວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ (ສປຊ) ສະໄໝທີ 79. ພາບ: TTXVN

ຂໍຮຽນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ, ຂໍທ່ານໃຫ້ຮູ້ວ່າໝາກຜົນພົ້ນເດັ່ນໃນການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ວາລະປຶກສາຫາລືລວມຂັ້ນສູງຂອງສະມັດຊາໃຫຍ່ ສປຊ ສະໄໝທີ 79 ແລະເຮັດວຽກຢູ່ອາເມລິກາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ?

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ເນັ້ນໜັກວ່າການປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ວາລະປຶກສາຫາລືລວມຂັ້ນສູງຂອງສະມັດຊາໃຫຍ່ ສປຊ ສະໄໝທີ 79 ແລະເຮັດວຽກຢູ່ອາເມລິກາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ບັນລຸໄດ້ບັນດາເປົ້າໝາຍ, ໜ້າທີ່ທີ່ໄດ້ວາງອອກດ້ວຍເກືອບ 50 ການເຄື່ອນໄຫວສອງຝ່າຍ ແລະຫຼາຍຝ່າຍຂອງທ່ານເລຂາທິການໃຫຍ່, ປະທານປະເທດ.

ນີ້ກໍ່ແມ່ນການປະຕິບັດງານທີ່ດຳເນີນພາຍຫຼັງ 1 ປີທີ່ຫວຽດນາມ ແລະອາເມລິກາ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະສອງປະເທດກະກຽມສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ໃນສະພາບການນັ້ນ, ການປະຕິບັດງານບັນລຸໄດ້ບາງໝາກຜົນຕົ້ນຕໍ, ຄື:

ທີໜື່ງ, ນີ້ແມ່ນການປະຕິບັດງານດ້ານການທູດຫຼາຍຝ່າຍຄັ້ງທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ໂດຍກົງ. ຜ່ານບົດກ່າວປາໄສສຳຄັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ, ພວກເຮົາໄດ້ສົ່ງສານແຂງແຮງ, ຈະແຈ້ງໃນລະດັບສູງສຸດກ່ຽວກັບແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຂອງຫວຽດນາມ ໃນສັງກາດບືນຕົວຂອງຊາດ; ພ້ອມທັງແບ່ງປັນຂໍ້ສັງເກດ ແລະພ້ອມກັບປະເທດຕ່າງໆຍົກອອກທິດທາງນະໂຍບາຍສຳຄັນເພື່ອແນໃສ່ແກ້ໄຂສິ່ງທ້າທາຍໃນທົ່ວໂລກ.

ທີສອງ, ຫວຽດນາມ ສືບຕໍ່ສະແດງໃຫ້ເຫັນພາບພົດຂອງປະເທດສັນຕິພາບ, ສະຖຽນລະພາບ, ສະໜິດສະໜົມ, ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ໜ້າໄວ້ເນື້ອເຊື່ອໃຈ ແລະມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ; ເປັນປະເທດໃນທ່າພັດທະນາເສດຖະກິດ-ສັງຄົມຢ່າງແຂງແຮງ, ປາດຖະໜາຢາກປະກອບສ່ວນເຂົ້າໃນວຽກງານລວມເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາໃນທົ່ວໂລກ. ທັງໝົດເຫຼົ່ານັ້ນສືບຕໍ່ຊ່ວຍຢັ້ງຢືນຖານະບົດບາດ, ທີ່ຕັ້ງ ແລະອິດທິພົນຊື່ສຽງທີ່ນັບມື້ນັບເພີ່ມຂຶ້ນຂອງຫວຽດນາມ - ປະເທດພວມກ້າວເຂົ້າສູ່ສັງກາດບືນຕົວໃນເວທີສາກົນ.

ທີສາມ, ພວກເຮົາໄດ້ປະສົບຜົນສຳເລັດ, ເພາະວ່າຜ່ານການປະຕິບັດງານໄດ້ຊຸກຍູ້ການພົວພັນກັບບັນດາປະເທດ ແລະອົງການຈັດຕັ້ງສາກົນ.

ທີສີ່, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ມີການພົບປະກັບເຈົ້າໜ້າທີ່, ອະດີດເຈົ້າໜ້າທີ່ອຳນາດການປົກຄອງ, ສະພາແຫ່ງຊາດ, ປະຊາຄົມວິສາຫະກິດ, ເພື່ອນມິດ, ນັກຊ່ຽວຊານ, ນັກຮຽນຮູ້, ນັກຮຽນ ແລະຊາວຫວຽດນາມ ອາໄສຢູ່ອາເມລິກາ 27 ຄັ້ງ. ຜ່ານບັນດາການເຄື່ອນໄຫວ, ພວກເຮົາສືບຕໍ່ຊຸກຍູ້ຝ່າຍອາເມລິກາ ຮັກສາຄຳໝັ້ນສັນຍາຕໍ່ບັນດາບຸລິມະສິດແຖວໜ້າຂອງຫວຽດນາມ ໃນການຜັນຂະຫຍາຍຂອບເຂດການພົວພັນໃໝ່, ລວມມີບັນຫາເສດຖະກິດຕະຫຼາດ, ການບໍາລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຄວາມໝັ້ນຄົງທາງອິນເຕີເນັດ, ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ...

ສະເໜີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໃຫ້ຮູ້ທິດທາງຜັນຂະຫຍາຍໝາກຜົນຂອງການປະຕິບັດງານ?

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ ເສີມຂະຫຍາຍໝາກຜົນດັ່ງກ່າວ, ໃນໄລຍະຈະມາເຖິງ, ພວກເຮົາ ຕ້ອງສຸມໃສ່ບັນດາບຸລິມະສິດດັ່ງນີ້:

ສໍາລັບ ສປຊ, ພວກເຮົາ ຕ້ອງສືບຕໍ່ເປັນເຈົ້າການ, ຕັ້ງໜ້າເພີ່ມທະວີການເຂົ້າຮ່ວມການເຄື່ອນໄຫວຂອງ ສປຊ ແລະເວທີປາໄສຫຼາຍຝ່າຍຢ່າງມີຄວາມຮັບຜິດຊອບ, ປະດິດສ້າງ ແລະມີປະສິດທິຜົນ; ສະແດງໃຫ້ເຫັນບົດບາດ, ສີສັນສະເພາະ, ຜ່ານບັນດາຄຳໝັ້ນສັນຍາລະອຽດ, ຂໍ້ລິເລີ່ມຢ່າງແທດຈິງ ແລະການປະກອບສ່ວນສົມກັບບົດບາດ ແລະທີ່ຕັ້ງຂອງຫວຽດນາມ.

ສຳລັບອາເມລິກາ, ການປະຕິບັດງານໄດ້ປະກອບສ່ວນສ້າງພື້ນຖານອັນໝັ້ນແກ່ນເພື່ອໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຊຸກຍູ້ການຮ່ວມມືຍຸດທະສາດ, ມີລັກສະນະບຸກທະລຸ, ມີເນື້ອແທ້, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຕາມນັ້ນແລ້ວ, ໃນໄລຍະຈະມາເຖິງ, ພວກເຮົາ ຕ້ອງສຸມໃສ່ຍູ້ແຮງບັນດາຂົງເຂດ, ຄື: ທີໜຶ່ງ, ສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ຜ່ານການເຄື່ອນໄຫວພົບປະ, ແລກປ່ຽນຄະນະຜູ້ແທນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ.

ທີສອງ, ຍູ້ແຮງການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ, ຂົງເຂດຈຸດສຸມ ແລະກຳລັງໜູນຂອງການພົວພັນສອງປະເທດ, ສ້າງສະພາບແວດລ້ອມສະດວກໃຫ້ການເຄື່ອນໄຫວຂອງວິສາຫະກິດສອງຝ່າຍ.

ທີສາມ, ນໍາການຮ່ວມມືວິທະຍາສາດ-ເຕັກໂນໂລຢີ, ຂົງເຂດມີລັກສະນະບຸກທະລຸຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຂຶ້ນສູ່ລະດັບສູງໃໝ່, ໃນນັ້ນບຸລິມະສິດແກ່ການຊອກຫາບາດກ້າວບຸກທະລຸໃນຂົງເຂດໃໝ່, ຄື: ເຄິ່ງຊັກນຳໄຟຟ້າ, AI, ການຫັນປ່ຽນສີຂຽວ; ຄຽງຄູ່ກັນນັ້ນແມ່ນການບໍາລຸງກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ທີສີ່, ຜັນຂະຫຍາຍຂໍ້ຕົກລົງຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ໃນນັ້ນ ສືບຕໍ່ຖືການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມແມ່ນບຸລິມະສິດສູງ, ສຸມໃສ່ເກັບກູ້ລະເບີດ, ໝາກມິ່ນທີ່ຍັງຄ້າງໄວ້... ຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງຄົບຖ້ວນກັບອາເມລິກາ ໃນການຊອກຫາທະຫານອາເມລິກາ ຫາຍສາບສູນໃນສົງຄາມ.

ທີຫ້າ, ເພີ່ມທະວີການສົມທົບກັນ, ປະກອບສ່ວນຫຼາຍກວ່າອີກໃຫ້ສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນຢູ່ພາກພື້ນອາຊີ-ປາຊີຟິກ ແລະມະຫາສະໝຸດອິນເດຍ, ໃນນັ້ນຍົກສູງບົດບາດໃຈກາງຂອງອາຊຽນ ແລະເສີມຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ອາເມລິກາ, ການພົວພັນຄູ່ຮ່ວມມືແມ່ນໍ້າຂອງ-ອາເມລິກາ; ພ້ອມທັງຍົກສູງປະສິດທິຜົນການຮ່ວມມືເພື່ອຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່, ຄື: ການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງທາງອິນເຕີເນັດ, ຄວາມໝັ້ນຄົງແຫຼ່ງຊັບພະຍາກອນນ້ຳ...

ທີຫົກ, ສືບຕໍ່ເອົາໃຈໃສ່ເປັນພິເສດເຖິງການເຈລະຈາ, ແບ່ງປັນ ແລະສະໜັບສະໜູນເຊິ່ງກັນ ແລະກັນເພື່ອຮັດແຄບຄວາມແຕກຕ່າງກັນ.

ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 78: ການປະຕິບັດງານ8ຕ່າງປະເທດຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສະແດງຄໍາໝັ້ນສັນຍາດ້ານການເມືອງຢ່າງແຂງແຮງຂອງຫວຽດນາມ ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 78: ການປະຕິບັດງານ8ຕ່າງປະເທດຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສະແດງຄໍາໝັ້ນສັນຍາດ້ານການເມືອງຢ່າງແຂງແຮງຂອງຫວຽດນາມ

ຍສໝ - ເນື່ອງໃນໂອກາດ ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 79 ແລະເຮັດວຽກຢູ່ອາເມລິກາ, ທ່ານ Dennis Francis ປະທານສະມັດຊາໃຫຍ່ ສະໄໝທີ 78 ໄດ້ຕອບສໍາພາດຕໍ່ນັກຂ່າວກ່ຽວກັບຄວາມໝາຍການປະຕິບັດງານ ກໍ່ຄືການປະກອບສ່ວນຂອງຫວຽດນາມ ຕໍ່ກັບອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກ.

ເປີດໄລຍະພັດທະນາໃໝ່ໃຫ້ແກ່ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບຫວຽດນາມ-ຈີນ ເປີດໄລຍະພັດທະນາໃໝ່ໃຫ້ແກ່ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບຫວຽດນາມ-ຈີນ

ຍສໝ - ກ່ອນການຢ້ຽມຢາມທາງລັດຖະກິດຈີນ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ແລະພັນລະຍາ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ແບ່ງບັນກັບສື່ມວນຊົນກ່ຽວກັບຄວາມຄາດຫວັງຂອງການຢ້ຽມຢາມ.

ສົມເພັດ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.