“ເທວະດາ” ນຸ່ງເສື້ອສີຂຽວ ບົດທີ 4: ນ້ອງເຕີບໃຫຍ່ຂຶ້ນດ້ວຍເຂົ້າຈີ່ຂອງທະຫານ

16:36 | 16/05/2021

ຍສໝ - ເປັນເວລາຫລາຍປີແລ້ວ, ແຕ່ລະອາທິດ, ບັນດານັກຮົບທະຫານຢູ່ຄ້າຍທະຫານປ້ອງກັນຊາຍແດນ ລາໄລ (ເມືອງດາກຣົງ, ແຂວງກວາງຈີ້) ໄດ້ຈັດຕັ້ງການແຈກຢາຍເຂົ້າຈີ່ຢູ່ໂຮງຮຽນ 14 ແຫ່ງ. ບັນດາທະຫານປ້ອງກັນຊາຍແດນ ສ່ວນຫຼາຍແມ່ນອາໄສຢູ່ຫ່າງໄກຈາກຄອບຄົວຂອງຕົນ, ເບິ່ງເດັກນ້ອຍກິນເຂົ້າຈີ່ກໍ່ເກີດຄວາມຄິດຮອດບ້ານ, ຄິດຮອດລູກ...

“ເທວະດາ” ນຸ່ງເສື້ອສີຂຽວ ບົດທີ 3: ຮູບແບບເຮືອນສີຂຽວ ທີ່ຊ່ວຍນ້ອງນ້ອຍໄປໂຮງຮຽນ “ເທວະດາ” ນຸ່ງເສື້ອສີຂຽວ ບົດທີ 3: ຮູບແບບເຮືອນສີຂຽວ ທີ່ຊ່ວຍນ້ອງນ້ອຍໄປໂຮງຮຽນ
Emagazine: “ເທວະດາ” ນຸ່ງເສື້ອສີຂຽວ Emagazine: “ເທວະດາ” ນຸ່ງເສື້ອສີຂຽວ
ນ້ອງເຕີບໃຫຍ່ຂຶ້ນດ້ວຍເຂົ້າຈີ່ກອງທັບ
ກ້ອນເຂົ້າຈີ່ຢູ່ເຂດຊາຍແດນ ແມ່ນໜຶ່ງໃນບັນດາການເຄື່ອນໄຫວປົກກະຕິຂອງຄ້າຍທະຫານປ້ອງກັນຊາຍແດນ ລາໄລ (ເມືອງດາກຣົງ, ກວາງຈີ້) ເພື່ອໜູນຊ່ວຍໃຫ້ເດັກນ້ອຍໄປໂຮງຮຽນ.

ເຄື່ອນທັບລົງບ້ານພ້ອມກັບ...ເຂົ້າຈີ່

ທຸກໆເຊົ້າຢູ່ຄ້າຍທະຫານປ້ອງກັນຊາຍແດນ ລາໄລ, ຫລັງຈາກອອກກຳລັງກາຍ ແລະ ສຸຂະອະນາໄມສ່ວນຕົວແລ້ວ, ສະຫາຍ ໂຮ່ວັນຖູ ຫົວໜ້າກອງ ແລະ ສະຫາຍ ເລຊວນເຈື່ອງ ຮອງຫົວໜ້າການເມືອງ ຂຶ້ນລົດກະບະເພື່ອໄປບ້ານ ອ່າແດ່ງ (ຕາແສງ ອ່າງໍ, ເມືອງ ດາກຣົງ).

ກາງທາງ, ພວກເຂົາແວ່ຮ້ານເຂົ້າຈີ່ ເພື່ອຊື້ເຂົ້າຈີ່, ພວກເຂົາເອົາເຂົ້າຈີ່ເຂົ້າໄປໃນກະເປົາຢ່າງວ່ອງໄວ, ຫຼັງຈາກນັ້ນ ກໍ່ໄປຫາໂຮງຮຽນບ້ານອ່າແດ່ງ, ໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມ ອ່າງໍ.

ນ້ອງເຕີບໃຫຍ່ຂຶ້ນດ້ວຍເຂົ້າຈີ່ກອງທັບ
ບັນດາພະນັກງານ, ນັກຮົບທະຫານ ພ້ອມດ້ວຍຄູອາຈານ ໄດ້ຈັດຕັ້ງໂຕະ ແລະ ປູຜ້າໂຕະລໍຖ້າ. ບັນດາຖົງເຂົ້າຈີ່ ໄດ້ນຳເອົາອອກມາ. ຫຼັງຈາກໃສ່ຖົງມື, ພວກເຂົາກໍ່ໄດ້ຕັດເຂົ້າຈີ່, ເປີດຝາປິດຂອງກະປ໋ອງນົມຂຸ້ນ.

ຢູ່ທີ່ນີ້, ບັນດາພະນັກງານ, ນັກຮົບທະຫານ ພ້ອມດ້ວຍຄູອາຈານ ໄດ້ຈັດຕັ້ງໂຕະ ແລະ ປູຜ້າໂຕະລໍຖ້າ. ບັນດາຖົງເຂົ້າຈີ່ ໄດ້ນຳເອົາອອກມາ. ຫຼັງຈາກໃສ່ຖົງມື, ພວກເຂົາກໍ່ໄດ້ຕັດເຂົ້າຈີ່, ເປີດຝາປິດຂອງກະປ໋ອງນົມຂຸ້ນ.

ນ້ອງເຕີບໃຫຍ່ຂຶ້ນດ້ວຍເຂົ້າຈີ່ກອງທັບ

ເຂົ້າຈີ່ຈຳນວນກວ່າ 200 ກ້ອນທີ່ໄດ້ຕັດ, ແຊ່ດ້ວຍນົມ ແລະ ວາງຢູ່ເທິງໂຕະ. ບັນດານັກຮົບທະຫານປ້ອງກັນຊາຍແດນ ແລະ ຄູອາຈານໄດ້ຈັດສົ່ງໃຫ້ນັກຮຽນ. ໃນເວລາພຽງບໍ່ເທົ່າໃດນາທີ, ເຂົ້າໜົມສ່ວນໃຫຍ່ໄດ້ໝົດໄປ. ທົ່ວທຸກແຫ່ງໃນໂຮງຮຽນ ເດັກນ້ອຍ ໄດ້ເຕົ້າໂຮມກິນເຂົ້າໜົມຢ່າງພໍອົກພໍໃຈ.

ນ້ອງເຕີບໃຫຍ່ຂຶ້ນດ້ວຍເຂົ້າຈີ່ກອງທັບ
ກ້ອນເຂົ້າຈີ່ຢູ່ເຂດຊາຍແດນ ໄດ້ປະກອບສ່ວນສ້າງຄວາມອົບອຸ່ນ ໃຫ້ແກ່ນັກຮຽນຊົນເຜົ່າສ່ວນໜ້ອຍ ທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

ສະຫາຍ ເລຊວນເຈື່ອງ ຮອງຫົວໜ້າການເມືອງ ໄດ້ໃຫ້ຮູ້ວ່າ, ງົບປະມານ ມີຄວາມຈຳກັດ, ສະນັ້ນ ໃນຫຼັກການ, ເດັກແຕ່ລະຄົນສາມາດໄດ້ຮັບພຽງແຕ່ເຂົ້າຈີ່ 1 ກ້ອນ. ແຕ່ມີເດັກນ້ອຍບາງຄົນ ທີ່ຢາກກິນແຮງ, ແຕ່ງົບປະມານມີຄວາມຈຳກັດ.

ກ້ອນເຂົ້າຈີ່ຢູ່ເຂດຊາຍແດນ ແມ່ນໜຶ່ງໃນບັນດາການເຄື່ອນໄຫວປົກກະຕິຂອງຄ້າຍທະຫານປ້ອງກັນຊາຍແດນ ລາໄລ (ເມືອງດາກຣົງ, ກວາງຈີ້) ເພື່ອໜູນຊ່ວຍໃຫ້ເດັກນ້ອຍໄປໂຮງຮຽນ. ກິດຈະກຳໄດ້ດຳເນີນ ໃນແຕ່ລະອາທິດ, ແຕ່ມີ 2 ຕາແສງ ແລະໂຮງຮຽນ 14 ແຫ່ງ ຢູ່ໃກ້ກັບຄ້າຍທະຫານປ້ອງກັນຊາຍແດນ, ສະນັ້ນ ການແຈກຢາຍເຂົ້າຈີ່ ຈະໄດ້ຈັດຕັ້ງປະຕິບັດປ່ຽນກັນຢູ່ບັນດາໂຮງຮຽນເຫຼົ່ານີ້.

“ເທວະດາ” ນຸ່ງເສື້ອສີຂຽວ ບົດທີ 4: ນ້ອງເຕີບໃຫຍ່ຂຶ້ນດ້ວຍເຂົ້າຈີ່ຂອງທະຫານ
ສະຫາຍ ເລຊວນເຈື່ອງ ຮອງຫົວໜ້າການເມືອງ (ຄ້າຍທະຫານປ້ອງກັນຊາຍແດນ ລາໄລ)

''ຄັ້ງໜຶ່ງ ຢູ່ສະຖານທີ່ໂຮງຮຽນ, ເດັກຊາຍຄົນໜຶ່ງ ໄດ້ຮັບເອົາເຂົ້າຈີ່ ແລ້ວ ກິນໝົດເຂົ້າຈີ່ກ້ອນໜຶ່ງ ໃນເວລາບໍ່ເຖິງ... ໜຶ່ງນາທີ. ແຕ່ເຫັນວ່າ ລາວຍັງຫິວຢູ່ ບັນດານັກຮົບທະຫານຊາຍແດນ ກໍ່ໄດ້ເອົາເຂົ້າຈີ່ໃຫ້ລາວຕື່ມອີກ. ມື້ນັ້ນ, ລາວໄດ້ກິນເຂົ້າ ໜົມ 4 ກ້ອນ''.

ທັງແຊບ ແລະ ມ່ວນ ແມ່ນເຂົ້າຈີ່ຂອງທະຫານ

ອາຈານ ເກີນ - ຜູ້ອໍານວຍການໂຮງຮຽນ ໃຫ້ຮູ້ວ່າ, ມີ 95% ຂອງຈໍານວນປະຊາຊົນໃນບ້ານ ອາງໍ ແມ່ນຊົນເຜົ່າ ປາໂກ. ບັນດາຄອບຄົວຊາວເຜົ່າມັກກິນເຂົ້າມີແຕ່ສອງຄາບຫຼັກ. ຄາບອາຫານຫຼັກທໍາອິດໃນມື້ ແມ່ນມັກຈະເລີ່ມແຕ່ເວລາ 8 ໂມງເຊົ້າ, ໃນເວລາທີ່ເດັກນ້ອຍມາຮອດໂຮງຮຽນ, ສະນັ້ນ ຄອບຄົວຈະແບ່ງປັນອາຫານໃຫ້ເດັກນ້ອຍ ກັບມາກິນເຂົ້າທ່ຽງ.

“ເທວະດາ” ນຸ່ງເສື້ອສີຂຽວ ບົດທີ 4: ນ້ອງເຕີບໃຫຍ່ຂຶ້ນດ້ວຍເຂົ້າຈີ່ຂອງທະຫານ

ນັ້ນແມ່ນເຫດຜົນທີ່ເດັກນ້ອຍສ່ວນໃຫຍ່ໄປໂຮງຮຽນ ໂດຍບໍ່ທັນກິນເຂົ້າເຊົ້າ. ກ້ອນເຂົ້າຈີ່ຢູ່ເຂດຊາຍແດນ ໄດ້ປະກອບສ່ວນສ້າງຄວາມອົບອຸ່ນ ໃຫ້ແກ່ນັກຮຽນຊົນເຜົ່າສ່ວນໜ້ອຍ ທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

“ເທວະດາ” ນຸ່ງເສື້ອສີຂຽວ ບົດທີ 4: ນ້ອງເຕີບໃຫຍ່ຂຶ້ນດ້ວຍເຂົ້າຈີ່ຂອງທະຫານ
ກິດຈະກຳໄດ້ດຳເນີນ ໃນແຕ່ລະອາທິດ, ແຕ່ມີ 2 ຕາແສງ ແລະໂຮງຮຽນ 14 ແຫ່ງ ຢູ່ໃກ້ກັບຄ້າຍທະຫານປ້ອງກັນຊາຍແດນ, ສະນັ້ນ ການແຈກຢາຍເຂົ້າຈີ່ ຈະໄດ້ຈັດຕັ້ງປະຕິບັດປ່ຽນກັນຢູ່ບັນດາໂຮງຮຽນເຫຼົ່ານີ້.

ດ້ວຍກິດຈະກຳດັ່ງກ່າວ, ບັນດານັກຮົບທະຫານປ້ອງກັນຊາຍແດນ ກໍ່ໄດ້ສ້າງອິດທິພົນທີ່ດີໃຫ້ແກ່ນັກຮຽນ. ຄູອາຈານມັກຈະອະທິບາຍໃຫ້ເດັກນ້ອຍຮູ້ ກ່ຽວກັບນັກຮົບທະຫານປ້ອງກັນຊາຍແດນ ແລະ ກ່ຽວກັບຊາຍແດນຂອງປະເທດ.

“ເທວະດາ” ນຸ່ງເສື້ອສີຂຽວ ບົດທີ 4: ນ້ອງເຕີບໃຫຍ່ຂຶ້ນດ້ວຍເຂົ້າຈີ່ຂອງທະຫານ
ນ້ອງ ໂຮ່ຖິ້ເຍີດ ຮຽນ ຫ້ອງ ປ5 C, ເຮືອນ ຢູ່ ບ້ານ ອາແດງ

ນ້ອງ ໂຮ່ວັນຮືງ, ນັກຮຽນ ປ.3 C, ໃຫ້ຮູ້ວ່າ, ຄັ້ງທຳອິດ ທີ່ຫຼານມີໂອກາດໄດ້ກິນເຂົ້າຈີ່ ມາຈາກບັນດານັກຮົບການທະຫານປ້ອງກັນຊາຍແດນ. ຫຼານຮູ້ສືກດີໃຈຫຼາຍ ເນື່ອງຈາກ ທັງໄດ້ກິນເຂົ້າຈີ່ ແລະ ບັນດານັກຮົບທະຫານປ້ອງກັນຊາຍແດນ ໄດ້ເລົ່າເລື່ອງຕ່າງໆໃຫ້ຟັງ.

“ເທວະດາ” ນຸ່ງເສື້ອສີຂຽວ ບົດທີ 4: ນ້ອງເຕີບໃຫຍ່ຂຶ້ນດ້ວຍເຂົ້າຈີ່ຂອງທະຫານ
ທົ່ວທຸກແຫ່ງໃນໂຮງຮຽນ ເດັກນ້ອຍ ໄດ້ເຕົ້າໂຮມກິນເຂົ້າໜົມຢ່າງພໍອົກພໍໃຈ
“ເທວະດາ” ນຸ່ງເສື້ອສີຂຽວ ບົດທີ 4: ນ້ອງເຕີບໃຫຍ່ຂຶ້ນດ້ວຍເຂົ້າຈີ່ຂອງທະຫານ
ກ້ອນເຂົ້າຈີ່ຢູ່ເຂດຊາຍແດນ ໄດ້ປະກອບສ່ວນສ້າງຄວາມອົບອຸ່ນ ໃຫ້ແກ່ນັກຮຽນຊົນເຜົ່າສ່ວນໜ້ອຍ ທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.
“ເທວະດາ” ນຸ່ງເສື້ອສີຂຽວ ບົດທີ 4: ນ້ອງເຕີບໃຫຍ່ຂຶ້ນດ້ວຍເຂົ້າຈີ່ຂອງທະຫານ
ທ່ານ ຮວ່າງກວາງເກີນ ອະທິການບໍດີ ໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ອາງໍ

''ທະຫານປ້ອງກັນຊາຍແດນມີຫຼາຍກິດຈະກຳເພື່ອຊ່ວຍສະໜັບສະໜູນນັກຮຽນ. ນັກຮຽນສ່ວນໃຫຍ່ຢູ່ທີ່ນີ້ບໍ່ໄດ້ກິນອາຫານເຊົ້າ. ເຖິງວ່າ ສອງສາມອາທິດພວກເຂົາຈຶ່ງໄດ້ຮັບເຂົ້າຈີ່ຈາກບັນດານັກຮົບທະຫານປ້ອງກັນຊາຍແດນເທື່ອໜຶ່ງ, ແຕ່ເດັກນ້ອຍກໍ່ມີຄວາມກະຕືລືລົ້ນ. ນີ້ກໍ່ແມ່ນພື້ນຖານຕົວຈິງ ເພື່ອໃຫ້ພວກເຮົາສິດສອນນັກຮຽນໃຫ້ເຂົ້າໃຈກ່ຽວກັບທະຫານປ້ອງກັນຊາຍແດນ ແລະ ຊາຍແດນແຫ່ງຊາດ ໃຫ້ດີຂື້ນ...''.

ພິທີມອບ-ຮັບອຸປະກອນການແພດ ໃຫ້ສະຫະພັນແມ່ຍິງ ແລະກອງບັນຊາການທະຫານຊາຍແດນແຂວງຫົວພັນ ລາວ ພິທີມອບ-ຮັບອຸປະກອນການແພດ ໃຫ້ສະຫະພັນແມ່ຍິງ ແລະກອງບັນຊາການທະຫານຊາຍແດນແຂວງຫົວພັນ ລາວ

ຍສໝ - ຈໍານວນອຸປະກອນດັ່ງກ່າວ ປະກອບມີ ຜ້າປິດປາກ 12.000 ອັນ, ນ້ຳຢາຂ້າເຊື້ອ 300 ຕຸກ, ຢາອົມ aquatap 1.000 ເມັດ, ເຄື່ອງແທກອຸນຫະພູມຮ່າງກາຍ ເພື່ອຕ້ານພະຍາດໂຄວິດ-19 5 ເຄື່ອງ.

ພິທີມອບຮັບ ແລະສົ່ງ 3 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ ພິທີມອບຮັບ ແລະສົ່ງ 3 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ

ຍສໝ - ແຕ່ປີ 2000 ຮອດປີ 2020, ຄະນະປະຕິບັດງານພິເສດແຂວງຮ່າຕິ໋ງ ໄດ້ສົມທົບກັບກອງບັນຊາການທະຫານນະຄອນຫຼວງວຽງຈັນ ຈັດຕັ້ງການຊອກຫາ, ຂຸດເອົາ ແລະທ້ອນໂຮມໄດ້ 124 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ.

ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຈັດຕັ້ງກອງປະຊຸມມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຈັດຕັ້ງກອງປະຊຸມມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ

ໂດຍປະຕິບັດຕາມມະຕິຂອງສະພາແຫ່ງຊາດ ແລະຂໍ້ຕົກລົງຂອງປະທານປະເທດກ່ຽວກັບການພົ້ນຕຳແໜ່ງ, ແຕ່ງຕັ້ງລັດຖະມົນຕີກະຊວງປ້ອງກັນປະເທດ, ຕອນບ່າຍວັນທີ 9 ເມສາ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງກອງປະຊຸມມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດລະຫວ່າງທ່ານພົນເອກ ໂງຊວນລິກ, ຮອງເລຂາຄະນະພັກການທະຫານສູນກາງ, ອະດີດກຳມະການກົມການເມືອງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ແລະທ່ານພົນໂທ ຟານວັນຢາງ, ກຳມະການກົມການເມືອງ, ກໍາມະການປະຈໍາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.