ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ໂອ້ລົມທາງໂທລະສັບຂັ້ນສູງກັບທ່ານປະທານາທິບໍດີ ອາເມລິກາ Joe Biden.

11:05 | 31/03/2023

ຍສໝ - ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ຊຸກ​ຍູ້​ການ​ພັດ​ທະ​ນາ, ຍົກ​ສູງ​ກົດ​ໝາຍ​ສາ​ກົນ ແລະ ການຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ລວມ.

ການ​ນຳ​ຫວຽດ​ນາມ ຍິນ​ດີ​ຕ້ອນ​ຮັບ ຜູ້ອຳນວຍການໃຫຍ່ອົງການພັດທະນາສາກົນ ອາເມລິກາ (USAID) ພວມຢູ່ຢ້ຽມຢາມ ຫວຽດນາມ ການ​ນຳ​ຫວຽດ​ນາມ ຍິນ​ດີ​ຕ້ອນ​ຮັບ ຜູ້ອຳນວຍການໃຫຍ່ອົງການພັດທະນາສາກົນ ອາເມລິກາ (USAID) ພວມຢູ່ຢ້ຽມຢາມ ຫວຽດນາມ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ

ຕອນຄ່ຳວັນທີ 29 ມີນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ໂອ້ລົມທາງໂທລະສັບຂັ້ນສູງກັບ ທ່ານປະທານາທິບໍດີ ອາເມລິກາ Joe Biden.

ການ​ນຳ​ສອງ​ທ່ານ​ ໄດ້ສະ​ແດງ​ຄວາມ​ຍິນ​ດີ​ທີ່​ໄດ້​ມີ​ໂອກາດ​ແລກປ່ຽນ​ ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ, ຕີ​ລາຄາ​ສູງ​ການ​ພັດທະນາ​ຢ່າງ​ຕັ້ງໜ້າ ​ແລະ ຮອບດ້ານ​ຂອງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ແລະ ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຊຸກຍູ້, ພັດທະນາ ​ແລະ ​ເຮັດໃຫ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດເລິກເຊິ່ງກ່ວາອີກ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ 2 ປະ​ເທດ, ​ເພື່ອຄວາມ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​. ຜູ້​ນໍາ​ສອງ​ທ່ານ ກໍ່​ສະ​ເໜີ​ມອບ​ໃຫ້​ບັນດາ​ອົງການ​ທີ່​ມີ​ໜ້າ​ທີ່​ຂອງ​ສອງ​ປະ​ເທດ​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ສະ​ເພາະ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານເອກອັກຄະລັດຖະທູດ Saudi Arabia ປະຈຳຫວຽດນາມ

ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ ໂອ້ລົມທາງໂທລະສັບຂັ້ນສູງກັບທ່ານປະທານາທິບໍດີ ອາເມລິກາ Joe Biden.

ທ່ານ​ເລຂາທິການ​ໃຫຍ່ ຫງວຽນຝຸຈ້ອງ ​ກໍ່​ໄດ້​ສະ​ເໜີ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ເປີດກວ້າງ ​ແລະ ນຳ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ​ເປັນ​ຈຸດ​ສຸມ ​ແລະ ຊຸກຍູ້​ການ​ພົວພັນ, ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ຖື​ເປັນ​ສຳຄັນ​ການ​ຊຸກຍູ້​ການ​ຄ້າ​ຢ່າງ​ກົມກຽວ ​ແລະ ຍືນ​ຍົງ, ຍູ້ແຮງການຮ່ວມ​ມື​ໃນ​ການແກ້ໄຂຜົນຮ້າຍຫຼັງ​ສົງ​ຄາມ, ການ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດ, ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ການ​ປ້ອງ​ກັນ ​ຕ້ານອາດ​ຊະ​ຍາ​ກໍາ​ ແລະ ​ຂົງ​ເຂດ​ອື່ນໆ.

ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Joe Biden ຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ, ສະໜັບສະໜູນ ຫວຽດນາມ “ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ວັດທະນາ​ຖາວອນ”, ຢືນຢັນ​ຄືນ​ໃໝ່ການ​ເຄົາລົບ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ລະບອບລະບຽບການທາງ​ການ​ເມືອງ​ຂອງ​ຫວຽດນາມ, ​ເຫັນ​ດີ​ເປັນ​ເອກະ​ພາບວ່າ​ ການ​ເຄົາລົບ​ນັບຖື​ແມ່ນ​ພື້ນຖານ​ສຳຄັນ​ຂອງການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ການ​ນຳ​ສອງ​ທ່ານ​ກໍ່​ເຫັນ​ດີ​ເປັນ​ເອກະສັນ​ກັນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື, ຮັບປະກັນບັນດາສິດ​ເສລີ​ໃນ​ການ​ເດີນທະເລ ​ແລະ ການ​ເດີນອາກາດ, ບໍ່​ນຳ​ໃຊ້ ຫຼື ນາບ​ຂູ່​​ນຳ​ໃຊ້ກຳລັງ​ອາວຸດ​ໃນ​ການ​ພົວພັນ​ສາກົນ, ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ລົງນາມໃນປະມວນ​ກົດ​ແຫ່ງ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໃຫ້ມີຜົນສັກສິດ ແລະ ​ມີ​ປະສິດທິ​ຜົນໂດຍ​ໄວ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າດ້ວຍທະ​ເລ​ປີ 1982.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.