ທ່ານປະທານປະເທດ ຫງວຽນຊວນຟຸກ: ການທູດວັກແຊງ ສະແດງໃຫ້ເຫັນຄວາມຂະຫຍັນຂັນເຄື່ອນ ແລະ ມີຫົວຄິດປະດິດສ້າງຂອງຂະແໜງການທູດ

17:09 | 17/12/2021

ຍສໝ - ຫວ່າງແລ້ວນີ້, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ມອບ​​ຂໍ້ຕົກລົງວ່າດ້ວຍການຕຳ​ແໜ່​ງ​ເອກ​ອັກຄະ​ລັດຖະທູດ ໃຫ້ 26 ສະຫາຍ ​ເຊິ່ງ​ເປັນ​ການ​ນຳ​ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າອົງການ​ຜູ້ຕາງໜ້າ​ຫວຽດນາມ ປະຈຳຢູ່​ຕ່າງປະ​ເທດ, ການ​ນຳ​ບັນດາ​ຫົວໜ່ວຍຂອງກະຊວງ​ການ​ຕ່າງປະ​ເທດ, ​ການ​ນຳ​ບັນດາ​ອົງການຈັດຕັ້ງ​ສາກົນ​ທີ່​ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ.

ເສີມຂະຫຍາຍບົດບາດ, ຍົກສູງປະສິດທິຜົນວຽກງານການທູດປະຊາຊົນ, ເສົາຄ້ຳໜຶ່ງຂອງພື້ນຖານການທູດຫວຽດນາມ ຮອບດ້ານ ແລະ ທັນສະໄໝ. ເສີມຂະຫຍາຍບົດບາດ, ຍົກສູງປະສິດທິຜົນວຽກງານການທູດປະຊາຊົນ, ເສົາຄ້ຳໜຶ່ງຂອງພື້ນຖານການທູດຫວຽດນາມ ຮອບດ້ານ ແລະ ທັນສະໄໝ.
ມານະພະຍາຍາມເພື່ອເຮັດໃຫ້ການທູດປະຊາຊົນເປັນເສົາຄ້ຳຂອງພື້ນຖານການທູດຫວຽດນາມຮອບດ້ານ ແລະ ທັນສະໄໝ ມານະພະຍາຍາມເພື່ອເຮັດໃຫ້ການທູດປະຊາຊົນເປັນເສົາຄ້ຳຂອງພື້ນຖານການທູດຫວຽດນາມຮອບດ້ານ ແລະ ທັນສະໄໝ

ຫຼັງ​ຈາກ​ພິທີ​ມອບ​ຮັບ​ຂໍ້​ຕົກລົງ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ​ ໄດ້​ຮັບຕ້ອນບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ການຕ່າງປະເທດ ​ຄັ້ງ​ທີ 31.

ກ່າວ​ຄຳ​ເຫັນ​ທີ່​ການຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້ສະແດງຄວາມ​ຊົມ​ເຊີຍ 26 ສະຫາຍ ​ທີ່​ໄດ້​ຮັບ​ຕຳແໜ່ງ​ເປັນ​ເອກ​ອັກຄະ​ລັດຖະທູດໃນຄັ້ງນີ້; ຢືນຢັນ​ວ່າ ນີ້​ແມ່ນ​ນາມມະຍົດ​ທາງ​ການ​ທູດ​ທີ່​ສູງ​ສົ່ງ​ທີ່​ສຸດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຮູ້​ຂອງ​ພັກ ​ແລະ ລັດ ​ໃນ​ການ​ປະກອບສ່ວນ​ຂອງ​ບຸກຄົນ​ໃນວຽກງານ​ການ​ຕ່າງປະ​ເທດ.

ທ່ານປະທານປະເທດ ຫງວຽນຊວນຟຸກ: ການທູດວັກແຊງ ສະແດງໃຫ້ເຫັນຄວາມຂະຫຍັນຂັນເຄື່ອນ ແລະ ມີຫົວຄິດປະດິດສ້າງຂອງຂະແໜງການທູດ
ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ມອບ​​ຂໍ້ຕົກລົງວ່າດ້ວຍການຕຳ​ແໜ່​ງ​ເອກ​ອັກຄະ​ລັດຖະທູດ ໃຫ້ 26 ສະຫາຍ. (ພາບ: TTXVN)

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ວຽກ​ງານ​ການ​ຕ່າງປະ​ເທດ ​ລ້ວນ​ແຕ່​ແມ່ນ​ຈຸດ​ພົ້ນ​ເດັ່ນ​ຂອງ​ບັນດາ​ຜົນງານ​ລວມຂອງ​ປະ​ເທດ, ​ໃນ​ນັ້ນ, ກະຊວງ​ການ​ຕ່າງປະ​ເທດ​ ໄດ້​ປະກອບສ່ວນ​ສຳຄັນ ​ແລະ ມີ​ຄຸນຄ່າ​ທີ່​ສຸດ. ຖັນແຖວ​ນັກ​ການ​ທູດ, ​ເອກ​ອັກຄະ​ລັດຖະທູດ, ກົງສຸນໃຫຍ່, ຫົວໜ້າອົງການ​ຜູ້ຕາງໜ້າ​ຫວຽດນາມ ໄດ້​ເຕີບ​ໂຕ​ຂຶ້ນ​ເທື່ອ​ລະ​ກ້າວ, ມີ​ຄວາມອົງອາດ​ກ້າຫານ​, ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່​ປະ​ເທດ, ມີ​ລະດັບ​ວິຊາ​ສະ​ເພາະທິ​ດີ, ມີຄວາມເປັນມືອາຊີບ...

ທ່ານ​ປະທານ​ປະ​ເທດ ​ຫງວຽນ​ຊວນ​ຟຸກ ໄຈ້ແຍກ​ວ່າ ​ໃນ​ສະພາບ​ການ​ໂລກ ​ແລະ ພາກ​ພື້ນ ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ ​ແລະ ບໍ່​ເຄີຍ​ມີ​ມາ​ກ່ອນ, ໄດ້ສ້າງ​ທັງ​ສິ່ງ​ທ້າ​ທາຍສະຫຼັບກັບກາລະ​ໂອກາດ​ໃຫ້​ແກ່​ຂະ​ແໜງ​​ການ​ທູດ; ວາງອອກຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານວຽກງານ​ການ​ຕ່າງປະ​ເທດ​ສູງ​ຂຶ້ນອີກ. ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ໄດ້​ບັນ​ທຶກ​ໄວ້​ໃນ​ເອ​ກະ​ສານ​ ເປັນຄັ້ງ​ທຳ​ອິດ, ຢືນ​ຢັນ​ວ່າ ຄວນ “ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດປະຈັນບານ ຂອງ​ການ​ຕ່າງ​ປະ​ເທດ​ໃນ​ການ​ສ້າງ ແລະ ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ລະດົມ​ແຫຼ່ງ​ທຶນ​ຈາກ​ພາຍ​ນອກ​ ເພື່ອ​ພັດ​ທະ​ນາ, ຍົກ​ສູງ​ທີ່​ຕັ້ງ ແລະ ອິດທິພົນຊື່ສຽງ​ຂອງ​ປະ​ເທດຊາດ".

ບົນ​ຈິດ​ໃຈ​ນັ້ນ, ທ່ານ​ປະທານ​ປະ​ເທດ ​ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ ໜ້າທີ່​ຍຸດ​ທະ​ສາດ​ອັນ​ດັບ​ໜຶ່ງ ​ຂອງ​ຂະ​ແໜງ​ການ​ທູດ​ ແມ່ນ​ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ພັດທະນາ​ປະ​ເທດຊາດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.