ປູກຜັກເປັນສິນຄ້າ ພາໃຫ້ຄອບຄົວພົ້ນທຸກ

17:15 | 24/04/2019

ຄວາມດຸໝັ່ນຂະຫຍັນພຽນເປັນບໍ່ເກີດພາໃຫ້ຄອບຄົວພົ້ນທຸກໄດ້ດັ່ງຄອບຄົວ ທ່ານ ຄຳເສີຍ ຈຳປາມະນີ ຄອບຄົວຕົວແບບການປູກພືດຜັກເປັນສິນຄ້າ ບ້ານຫຼັກຂາວ ເມືອງທ່າ ແຕງ ແຂວງເຊກອງຊຶ່ງຍຶດຖືອາຊີບປູກພືດຜັກຕ່າງໆເປັນສິນຄ້າ ຈົນກາຍເປັນຄອບຄົວຕົວແບບ ແລະ ກຸ່ມຜູ້ຜະລິດອັນພົ້ນເດັ່ນທີ່ມີຄວາມຍືນຍົງ, ຊຶ່ງສາມາດສ້າງອາຊີບຄົງທີ່ໄດ້ຢ່າງແທ້ຈິງ.

ປູກຜັກເປັນສິນຄ້າ ພາໃຫ້ຄອບຄົວພົ້ນທຸກ

ປູກຜັກເປັນສິນຄ້າ ພາໃຫ້ຄອບຄົວພົ້ນທຸກ

ທ່ານ ຄໍາເສີຍ ຈໍາປາມະນີ ໄດ້ໃຫ້ຮູ້ວ່າ: ປັດຈຸບັນໃນ ຄອບຄົວ ພວກເຮົາມີຈຳນວນຄົນທັງໝົດ 6 ຄົນ, ຍິງ 2 ຄົນ, ແຮງງານຕົ້ນຕໍມີ 3 ຄົນ, ແຮງງານສຳຮອງມີ 2 ຄົນ; ຊຶ່ງກ່ອນຊຸມປີ 2007 ແມ່ນຢຶດຖືອາຊີບປູກກາເຟ ເປັນຕົ້ນຕໍ ແລະລ້ຽງສັດ ເປັນອາຊີບສໍາຮອງ ແນວລະເລັກລະນ້ອຍ ເພື່ອຂາຍແກ້ໄຂຊີວິດຂອງຄອບຄົວ ຊຶ່ງເຫັນວ່າ ຊີວິດການເປັນຢູ່ຂອງຄອບຄົວພົບຄວາມຫຍຸ້ງຍາກ-ສັບສົນຫຼາຍ, ເຂົ້້າບໍ່ກຸ້ມກິນ, ເຄື່ອງໃຊ້ຂອງສອຍໃນຄົວເຮືອນບໍ່ພຽງພໍ, ຈາກສະພາບຄວາມເປັນຈິງທີ່ກ່າວມານັ້່ນ ຂ້າພະເຈົ້າໄດ້ຕັດສິນໃຈຫັນມາທົດລອງປູກຜັກກະລໍ່າປີ, ຜັກກາດຫໍ່ ແລະ ພືດຜັກອື່ນໆ, ໃນເນື້ອທີ່ປະມານ 0,2 ເຮັກຕາ, ລົງທຶນປະມານ 3 ລ້ານກີບ ເພື່ອຊື້ແນວພັນຜັກ ແລະອຸປະກອນທີ່ຈໍາເປັນຈໍານວນໜຶ່ງ, ສະເພາະການບຸກເບີກເນື້ອທີ່ແມ່ນໃຊ້ແຮງງານຕົນເອງ, ສ່ວນບົດຮຽນ ແລະ ປະສົບການເບື້ອງຕົ້ນແມ່ນບໍ່ທັນມີ ພຽງແຕ່ການຕັດສິນໃຈຢາກທົດລອງເບິ່ງເທົ່ານັ້ນ ຈາກຜົນໄດ້ຮັບທີ່ໜ້າເພິ່ງພໍໃຈ ຈຶ່ງເຮັດໃຫ້ຕົນເອງຢາກພັດທະນາເສດຖະກິດຄອບຄົວໃຫ້ຫຼຸດພົ້ນອອກຈາກຄວາມຝືດເຄືອງ-ຂາດເຂີນ ໄປເຖິງຄອບຄົວທີ່ກຸ້ມກິນ, ອີກດ້ານໜຶ່ງ ແມ່ນມີນະໂຍບາຍຂອງພັກ-ລັດໃນການພັດທະນາເສດຖະກິດ-ສັງຄົມ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ; ຈາກນັ້ນ ກໍອີງໃສ່ການຊ່ວຍເຫຼືອທາງດ້ານວິຊາການຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງທ່າແຕງ ໄດ້ອະທິບາຍການປູກຜັກທຸກຊະນິດໃນທັງ 2 ລະດູ, ເລີ່ມແຕ່ນັ້ນ ຈຶ່ງເລືອກເອົາການປູກພືດຜັກຕ່າງໆ ເປັນອາຊີບຕົ້ນຕໍ ຍ້ອນໄດ້ຈໍາໜ່າຍພືດຜັກທຸກໆລະດູການ, ຈາກນັ້ນເປັນຕົ້ນມາຈຶ່ງເລີ່ມເຮັດຕົວຈິງຢ່າງເອົາຈິງເອົາຈັງ ແລະ ເຫັນວ່າຜົນໄດ້ຮັບ ໄດ້ຊ່ວຍແກ້ໄຂຊີວິດການເປັນຢູ່ໃນຄອບຄົວດີຂຶ້ນ.

ໃນໄລຍະ 4-5 ປີຜ່ານມາຮອດປັດຈຸບັນ ຕົນເອງໄດ້ຂະ ຫຍາຍເນື້ອທີ່ເພີ່ມຂຶ້ນຈາກ 0,2 ເຮັກຕາ ມາເປັນ 3 ເຮັກຕາ, ສະເລ່ຍການລົງທຶນປະມານ 10 ລ້ານກີບ/ເຮັກຕາ, ປູກ 2 ລະດູ ຫຼື 3 ຄັ້ງ/ປີ ເຊັ່ນ: ຄັ້ງທໍາອິດແມ່ນເລີ່ມແຕ່ເດືອນ ພຶດສະພາ(5), ຄັ້ງທີສອງແມ່ນເລີ່ມແຕ່ກາງເດືອນກັນຍາ(9) ແລະ ຄັ້ງທີສາມ ແມ່ນເລີ່ມແຕ່ທ້າຍເດືອນທັນວາ(12) ການກຽມພື້ນທີ່ ໂດຍການໄຖ-ຄາດປະໄວ້ໄລຍະ7-10 ວັນ ແລະຈຶ່ງນໍາຕົ້ນກ້າ ທີ່ມີອາຍຸລະຫວ່າງ 25-30 ວັນ ກໍສາມາດນໍາມາປູກໄດ້, ພາຍຫຼັງທີ່ປູກສໍາເລັດແລ້ວ ຕົນເອງກໍໄດ້ເພີ່ມທະວີການເອົາໃຈໃສ່ບົວລະບັດຮັກສາເບິ່ງແຍງຢ່າງໃກ້ຊິດ ບໍ່ໃຫ້ສັດຕູພືດມາທໍາລາຍ ຈົນກວ່າຈະໄດ້ຮັບການເກັບກ່ຽວອອກຈໍາໜ່າຍ; ຊຶ່ງລາຍຮັບໃນແຕ່ລະປີບໍ່ຕໍ່າກວ່າ 170-180 ລ້ານກີບຂຶ້ນໄປ ຫຼື ເທົ່າກັບ 170-180 ໂຕນ, ຖ້າສະເລ່ຍລາຍຮັບໃສ່ຈໍານວນພົນໃນຄອບຄົວແມ່ນໄດ້ປະມານ 24-25 ລ້ານກີບ/ຄົນ/ປີ, ສ່ວນການຈໍາໜ່າຍແຕ່ລະຄັ້ງແມ່ນມີຜູ້ປະກອບການເປັນຜູ້ເກັບຊື້ ເປັນຕົ້ນແມ່ນແຂວງສະຫວັນນະເຂດ, ຈໍາປາສັກ ແລະ ນະຄອນຫຼວງວຽງຈັນ ມາເກັບຊື້ ຫຼື ສັ່ງຈອງໂດຍກົງ, ຈາກລາຍຮັບດັ່ງກ່າວນັ້ນ ສາມາດເຮັດໃຫ້ຄອບຄົວຂອງຂ້າພະເຈົ້້າຫຼຸດພົ້ນອອກຈາກຄວາມຂາດເຂີນ-ຝືດເຄືອງ ກາຍເປັນຄອບຄົວກຸ້ມກິນ ແລະຄ່ອຍໆຮັ່ງມີຂຶ້ນ ຊຶ່ງສາມາດຊື້ພາຫະນະຮັບໃຊ້ໄດ້ຢ່າງພໍພຽງ, ເຮັດໃຫ້ຄອບຄົວມີຄວາມສະດວກສະບາຍຫຼາຍຂຶ້ນກວ່າເກົ່າ, ຈາກນັ້ນຂ້າພະເຈົ້າຍັງໄດ້ປຸກລະດົມຊາວບ້ານຫັນມາປູກພືດຜັກ ຄືຄອບຄົວຂອງຕົນ ຊຶ່ງໄດ້ຮັບຜົນດີຫຼາຍພໍສົມຄວນ; ຊຶ່ງມາຮອດປັດຈຸບັນ ຊາວບ້ານຫຼັກຂາວ ມີກຸ່ມປູກພືດຜັກ 94 ຄອບຄົວ, ມີ 250 ເຮັກຕາ/ຄັ້ງ/ປີ. ທ່ານ ຄໍາເສີຍ ກ່າວຕື່ມວ່າ: ເຖິງຢ່າງໃດກໍດີ ການປູກພືດຜັກຕ່າງໆນັ້ນ ບາງຄັ້ງກໍພົບບັນຫາເຊັ່ນ: ລາຄາຕົກຕໍ່າ ແລະການສະໜອງນໍ້າໃນລະດູແລ້ງ ມັກພົບບັນຫາຈັກໂປ່ມນໍ້າເປ່ເພ, ແຫຼ່ງນໍ້າບົກຕື້ນຂຶ້ນ ຊຶ່ງສົ່ງຜົນກະທົບໂດຍກົງຕໍ່ປະລິມານ ແລະ ຄຸນນະພາບການຜະລິດ, ຖ້າທຽບໃສ່ເນື້ອທີ່ລະດູການຜະລິດ ແມ່ນມີປະສິດທິພາບຕໍ່າ ແຕ່ຂ້າພະເຈົ້າຄິດວ່າ ມັນເປັນອາຊີບທີ່ໝັ້ນຄົງຖາວອນ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ