ຜູ້ມີສິດເລືອກຕັ້ງຢູ່ເຂດພູດອຍແຂວງເງະອານ ໄປປ່ອນບັດເລືອກຕັ້ງກ່ອນກຳນົດ

20:01 | 22/05/2021

ຍສໝ - ໃນຕອນເຊົ້າວັນທີ 21 ພຶດສະພາ, ຜູ້ມີສິດເລືອກຕັ້ງປະມານ 42.696 ຄົນຈາກເມືອງ ກີ່ເຊີນ, ເມືອງ ເຕືອງເຢືອງ, ເມືອງ ເກວຝອງ, ກອນກວງ ຂອງແຂວງ ເງ້ອານ ໄດ້ໄປປ່ອນບັດເລືອກຕັ້ງກ່ອນກຳນົດ.

ສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການ ສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການ
ເອກອັກຄະລັດຖະທູດເບລາຣູດ ປະຈຳຫວຽດນາມ: ຂ້າພະເຈົ້າຮູ້ສຶກຄວາມສະໜິດສະໜົມ ໃນວັນເລືອກຕັ້ງ ຢູ່ ຫວຽດນາມ ເອກອັກຄະລັດຖະທູດເບລາຣູດ ປະຈຳຫວຽດນາມ: ຂ້າພະເຈົ້າຮູ້ສຶກຄວາມສະໜິດສະໜົມ ໃນວັນເລືອກຕັ້ງ ຢູ່ ຫວຽດນາມ
ຜູ້ມີສິດເລືອກຕັ້ງຢູ່ເຂດພູດອຍແຂວງເງະອານ ໄປປ່ອນບັດເລືອກຕັ້ງກ່ອນກຳນົດ
ພາຍໃຕ້ການຊີ້ນຳຂອງສະພາເລືອກຕັ້ງແຫ່ງຊາດ, ຜູ້ມີສິດເລືອກຕັ້ງ ຢູ່ 4 ເຂດຊາຍແດນຂອງແຂວງເງ້ອານໄດ້ໄປປ່ອນບັດເລືອກຕັ້ງຢ່າງເປັນທາງການ. ພາບ: baonghean

ພາຍໃຕ້ການຊີ້ນຳຂອງສະພາເລືອກຕັ້ງແຫ່ງຊາດ, ຜູ້ມີສິດເລືອກຕັ້ງ ຢູ່ 4 ເຂດຊາຍແດນຂອງແຂວງເງ້ອານໄດ້ໄປປ່ອນບັດເລືອກຕັ້ງຢ່າງເປັນທາງການ. ຕົວເລກສະຖິຕິສະແດງໃຫ້ເຫັນວ່າ, ມີຜູ້ມີສິດເລືອກຕັ້ງຢູ່ ກີ່ເຊີນ 31. 246 ຄົນ; ມີຜູ້ມີສິດເລືອກຕັ້ງຢູ່ ເຕືອງເຢືອງ 5.082 ຄົນ; ຜູ້ມີສິດເລືອກຕັ້ງ ຢູ່ ເກວຝອງ 3.943 ຄົນ; ມີຜູ້ມີສິດເລືອກຕັ້ງຢູ່ ກອນກວງ 2.425 ຄົນໃນເຂດເລືອກຕັ້ງກ່ອນກຳນົດ. ຜູ້ມີສິດເລືອກຕັ້ງເຫຼົ່ານີ້ຈະໄປປ່ອນບັດຢູ່ 207 ສະຖານທີ່ປ່ອນບັດ, ເຊິ່ງກວມເອົາ 6.05% ຂອງຈຳ ນວນສະຖານທີ່ປ່ອນບັດທັງໝົດໃນແຂວງ.

ແລະ ກໍ່ໃນວັນດຽວກັນ, ຜູ້ມີສິດເລືອກຕັ້ງກວ່າ 20.000 ຄົນ ຢູ່ຕາແສງ ໂຖເຈົາ, ແຂວງ ກຽນຢາງ ກໍປະຕິບັດສຳເລັດພັນທະພົນລະເມືອງຂອງຕົນ ເມື່ອສະແດງນ້ຳໃຈ, ຄວາມຮັບຜິດຊອບຜ່ານການປ່ອນບັດເລືອກຕັ້ງເຊັ່ນດຽວກັນ, ຜ່ານນັ້ນ ຝາກຝັງຄວາມມຸ່ງມາດປາດຖະໜາຂອງຕົນຕໍ່ກັບຜູ້ທີ່ເຂົ້າຮ່ວມການອອກສະໝັກຮັບເລືອກຕັ້ງ.

ໃນຕອນເຊົ້າວັນທີ 21 ພຶດສະພາ, ແຂວງ ກວາງບິ່ງ ໄດ້ຈັດການເລືອກຕັ້ງກ່ອນກຳນົດເວລາຢູ່ 17 ເຂດຂອງເມືອງ ໂບແຈັກ ແລະ ເມືອງ ກວາງນິງ.ມີຜູ້ມີສິດເລືອກຕັ້ງເກືອບ 5.500 ຄົນຢູ່ 17 ເຂດພູດອຍ, ຊາຍແດນຂຶ້ນກັບ 2 ເມືອງ ໂບແຈກ ແລະ ກວາງນິງ ໄດ້ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 - 2026 ໃນຕອນເຊົ້າວັນທີ 21 ພຶດສະພາ, ໄວກວ່າ 2 ວັນເມື່ອທຽບໃສ່ວັນເລືອກຕັ້ງຂອງທົ່ວປະເທດ.

ຜູ້ມີສິດເລືອກຕັ້ງຢູ່ເຂດພູດອຍແຂວງເງະອານ ໄປປ່ອນບັດເລືອກຕັ້ງກ່ອນກຳນົດ
ມີຜູ້ມີສິດເລືອກຕັ້ງຢູ່ ກີ່ເຊີນ 31. 246 ຄົນ; ມີຜູ້ມີສິດເລືອກຕັ້ງຢູ່ ເຕືອງເຢືອງ 5.082 ຄົນ; ຜູ້ມີສິດເລືອກຕັ້ງ ຢູ່ ເກວຝອງ 3.943 ຄົນ; ມີຜູ້ມີສິດເລືອກຕັ້ງຢູ່ ກອນກວງ 2.425 ຄົນໃນເຂດເລືອກຕັ້ງກ່ອນກຳນົດ.ພາບ: baonghean

ຢູ່ເຂດໄຕງວຽນ, ວັນທີ 22 ພຶດສະພາ, ຜູ້ມີສິດເລືອກຕັ້ງປະມານ 12.000 ຄົນ ຢູ່ 63 ເຂດເລືອກຕັ້ງ ໃນບັນດາແຂວງ ດັກລັກ, ກອນຕຸມ, ດັກນົງ ກໍໄດ້ປະຕິບັດສິດ ແລະ ພັດທະຂອງຕົນຜ່ານການປ່ອນບັດ.

ວັນທີ 23 ພຶດສະພາ, ຜູ້ມີສິດເລືອກຕັ້ງຫວຽດນາມ ກວ່າ 69 ລ້ານຄົນຈະໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນອາຍຸການ 2021-2026. ບັນຍາກາດຂອງວັນບຸນໄດ້ແຜ່ກະຈາຍສູ່ທົ່ວທຸກແຖບຖິ່ນຂອງປະເທດຊາດ.

ໃນຊຸມມື້ນີ້, ຢູ່ບັນດາເສັ້ນທາງຈາກເຂດຕົວເມືອງ, ຊົນນະບົດ ຕະຫຼອດຮອດເຂດພູດອຍ, ເຂດທະເລໝູ່ເກາະ ຄືດັ່ງ “ໄດ້ນຸ່ງຊຸດເສື້ອໃໝ່” ດ້ວຍບັນດາປ້າຍຄຳຂວັນ, ທຸງຊາດ, ດອກໄມ້ເພື່ອຂ່ຳນັບຮັບຕ້ອນວັນເລືອກຕັ້ງ. ສຽງໂທລະໂຄ່ງໄດ້ສົ່ງໄປທົ່ວເຂດຢ່າງສະເໝີ ເພື່ອສະໜອງຂໍ້ມູນຂ່າວກ່ຽວກັບວຽກງານເລືອກຕັ້ງເຖິງປະຊາຊົນທ້ອງຖິ່ນແຕ່ລະຄົນ.

ການເລືອກຕັ້ງຢູ່ຫວຽດນາມໃນຄວາມຮູ້ສຶກໄດ້ຂອງເພື່ອນມິດສາກົນ: ຫຼາຍກວ່າຄວາມເຊື່ອໝັ້ນ ການເລືອກຕັ້ງຢູ່ຫວຽດນາມໃນຄວາມຮູ້ສຶກໄດ້ຂອງເພື່ອນມິດສາກົນ: ຫຼາຍກວ່າຄວາມເຊື່ອໝັ້ນ

ຍສໝ - ຫຼາຍມື້ຜ່ານມາ, ເພື່ອນມິດໃນທົ່ວໂລກ ເມື່ອສົນໃຈເຖິງການເລືອກຕັ້ງປີນີ້ຢູ່ຫວຽດນາມ ມັກມີຄວາມຮູ້ສຶກວ່າການເລືອກຕັ້ງ ຈະປະສົບຜົນສຳເລັດຢ່າງຈົບງາມ. ພ້ອມກັນນັ້ນກໍ່ເຊື່ອວ່າຈະແມ່ນບາດກ້າວໃໝ່ ຂອງການພັດທະນາທີ່ເຂັ້ມແຂງ ແລະຍືນຍົງຂອງຫວຽດນາມ. ຄວາມເຊື່ອນັ້ນຖືກສ້າງຕັ້ງຂື້ນຈາກການສັງເກດ, ການຄົ້ນຄ້ວາ ແລະອື່ນໆ ເຖິງຄວາມເປັນຈິງທີ່ມີຊີວິດຊີວາຂອງຊີວິດຢູ່ຫວຽດນາມ.

ການເລືອກຕັ້ງຢູ່ຫວຽດນາມໃນຄວາມຮູ້ສຶກໄດ້ ຂອງເພື່ອນມິດສາກົນ: ແມ່ນວັນບຸນການເມືອງພິເສດ ການເລືອກຕັ້ງຢູ່ຫວຽດນາມໃນຄວາມຮູ້ສຶກໄດ້ ຂອງເພື່ອນມິດສາກົນ: ແມ່ນວັນບຸນການເມືອງພິເສດ

ຍສໝ - ສິ່ງທີ່ໜ້າສົນໃຈ, ກິດຈະກຳການເມືອງນີ້ບໍ່ພຽງແຕ່ມີຄວາມສຳຄັນ ໃນດ້ານການເມືອງເທົ່ານັ້ນ, ແຕ່ຍັງມີຄວາມກະຕືລືລົ້ນ, ມີຄວາມກົມກຽວ, ມີຄວາມເບີກບານມ່ວນຊື່ນ ໃນຊີວິດຂອງທຸກຊັ້ນຄົນ...ນັ້ນແມ່ນຄວາມຮູ້ສຶກທົ່ວໄປຂອງເພື່ອນມິດທົ່ວໂລກ ເຊິ່ງໄດ້ແບ່ງປັນກັບນັກຂ່າວ ວາລະສານຍຸກສະໄໝ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ  XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ຢູ່ຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ຢູ່ຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ

ຍສໝ - ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ເນັ້ນໜັກວ່າ: ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແລະສະພາປະຊາຊົນທຸກຂັ້ນໄດ້ມີມາດຕະການຮັບມືຢ່າງມີໄຫວພິບ, ເໝາະສົມກັບສະພາບການຂອງພະຍາດ. ບັນດາການພົບປະແລກປ່ຽນກັບຜູ້ມີສິດເລືອກຕັ້ງໄດ້ດໍາເນີນບົນພື້ນຖານຮັບປະກັນຄວາມປອດໄພສຸຂະພາບໃຫ້ແກ່ຜູ້ສະໝັກເລືອກຕັ້ງ ແລະຜູ້ມີສິດເລືອກຕັ້ງໝົດທຸກຄົນ, ຮັບປະກັນໃຫ້ການເລືອກຕັ້ງສາມາດໄດ້ຈັດຕັ້ງຖືກຕາມແຜນການທີ່ໄດ້ວາງອອກ.

ໄຊພອນ

ເຫດການ
302 Found

Found

The document has moved here.