![]() |
ກອງປະຊຸມສະມະນາ ວິທະຍາສາດ ຫວຽດນາມ-ລາວ. (ພາບ: ສຳນັກຂ່າວຫວຽດນາມ).
ກ່າວເປີດກອງປະຊຸມສຳມະນາດັ່ງກ່າວ: ໂດຍທ່ານ ຮອງ ອຳນວຍການ ສະຖາບັນ ການເມືອງ ການປົກຄອງ ແຫ່ງຊາດ ໂຮ່ຈີ໋ມິງ ເລກ໋ວກລີ໋ ໄດ້ເວົ້າວ່າ: ສາຍສຳພັນຂອງສອງຊາດ, ປະຊາຊົນສອງຊາດຫວຽດນາມ - ລາວ ແມ່ນສາຍພົວພັນແບບພິເສດ. ຄຽງຄູ່ກັບຄວາມໄກ້ສິດກັນທາງດ້າຍພູມສາດ, ມີຄວາມຄ້າຍເຄືອງກັນ ດ້ານວັດທະນະທຳ ກໍ່ຄື ການຮ່ວມມືພັດທະນາເສດຖະກິດ ອັນແໜ້ນແຟ້ນ, ຫວຽດນາມ ແລະ ສປປ ລາວ, ກຳລັງແບ່ງປັນສິ່ງທີ່ຄ້າຍຄືກັນທີ່ສຸດຄື ຕົ້ນແບບຂອງລະບົບການເມືອງ.
ຍ້ອນແນວນັ້ນ, ກອງປະຊຸມສຳມະນາຄັ້ງນີ້ ຫຼັກໆແມ່ນລົງເລິກໃນການວິເຄາະ, ປຽບທຽບ ລະບົບການເມືອງ ຫວຽດນາມ-ລາວ ເພື່ອເຫັນຢ່າງກະຈ່າງແຈ້ງ ບັນດາ ຄຸນຄາລວມ ແລະ ການນຳສະເໜີ ວິທີແກ້ໄຂອັນສຳຄັນ ເພື່ອຕັດສິນ ບາງບັນຫາ, ຄວາມທ້າທາຍ ຂອງ ທັງສອງລະບົບການເມືອງ, ປະກອບສ່ວນສືບຕໍ່ປ່ຽນແປງປະຕິຮູບ ລະບົບການເມືອງ ນັບມື້ນັບ ສາມາດຕອບສະໜອງໄດ້ດີຂື້ນ ຄວາມຮຽກຮ້ອງຕ້ອງການ ຂອງສັງຄົມ ແລະ ການພັດທະນາຂອງປະເທດ.
(ຫັດທະບູນ)