ແບ່ງປັນກັບຄວາມເຈັບປວດຂອງຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ

10:33 | 14/08/2022

ຍສໝ - ຫຼາຍນະໂຍບາຍໄດ້ປະຕິບັດ ເພື່ອແນໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດ ສີສົ້ມ/ດີໂອຊິນ ໂດຍກອງທັບອາເມລິກາ ກໍ່ໃຫ້ຫວຽດນາມ ຜ່ານນັ້ນກໍແບ່ງປັນຄວາມເຈັບປວດຂອງຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ.

ເຮືອນ​ຢູ່​ອັດ​ສະ​ລິ​ຍະ Lumi ປະ​ກອບ​ສ່ວນ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່, ຢັ້ງ​ຢືນ​ພູມ​ປັນ​ຍາ ຫວຽດ​ນາມ ເຮືອນ​ຢູ່​ອັດ​ສະ​ລິ​ຍະ Lumi ປະ​ກອບ​ສ່ວນ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່, ຢັ້ງ​ຢືນ​ພູມ​ປັນ​ຍາ ຫວຽດ​ນາມ

ໄປພ້ອມກັບການພັດທະນາຊີວິດ, ສັງຄົມ, ປັດຈຸບັນ, ມາດຕະການເຮືອນຢູ່ອັດສະລິຍະ ພວມນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບຈາກຫຼາຍຄອບຄົວ. ດ້ວຍການໝູນໃຊ້ເຕັກໂນໂລຢີທັນສະໄໝ, ເຮືອນຢູ່ອັດສະລິຍະ ບໍ່ພຽງແຕ່ຊ່ວຍໃຫ້ເຮືອນຂອງທ່ານມີຄວາມສະດວກກວ່າເທົ່ານັ້ນ, ຫາກຍັງຊ່ວຍໃຫ້ທ່ານຍົກລະດັບຊີວິດການເປັນຢູ່ດ້ວຍເຄື່ອງໃຊ້ຢ່າງຄົບຖ້ວນ. ມາດຕະການເຮືອນຢູ່ອັດສະລິຍະ Lumi ແມ່ນໜຶ່ງໃນຈຳນວນນັ້ນ, ເຊິ່ງໄດ້ຮັບການຄົ້ນຄວ້າ ແລະ ສ້າງຕັ້ງຂຶ້ນແຕ່ປີ 2012. Lumi ແມ່ນເຄື່ອງໝາຍການຄ້າທຳອິດກ່ຽວກັບເຮືອນຢູ່ອັດສະລິຍະ ຫວຽດນາມ ໄດ້ຮັບໃບຢັ້ງຢືນ ບັນລຸມາດຕະຖານເອີຣົບ CE ແລະ ໃບຢັ້ງຢືນເປັນຜະລິດຕະພັນທີ່ເໝາະສົມ ແລະ ...

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ອວຍ​ພອນ​ທ່ານ​ປະ​ທານ​ສະ​ພາ​ສູງ ຍີ່​ປຸ່ນ Hidehisa Otsuji ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ອວຍ​ພອນ​ທ່ານ​ປະ​ທານ​ສະ​ພາ​ສູງ ຍີ່​ປຸ່ນ Hidehisa Otsuji

ຍສໝ - ໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຊື້ອເຊີນທ່ານ Hidehisa Otsuji ນຳໜ້າຄະນະຜູ້ແທນສະພາສູງ ຍີ່ປຸ່ນ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນເວລາທີ່ເໝາະສົມ.

ແບ່ງປັນກັບຄວາມເຈັບປວດຂອງຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ
ທ່ານ​ນາງ Debra Jeanne Kraus, ນັກ​ແຕ້ມ​ຮູບ​ຊາວ​ອາ​ເມ​ລິ​ກາ (ຜູ້​ມີ​ສາ​ມີ​ແມ່ນທະຫານຜ່ານເສິກຢູ່​ຫວຽດ​ນາມ ທີ່​ຕິດທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ແລະ ໄດ້​ເສຍ​ຊີ​ວິດ) ໄປຢ້ຽມຢາມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ 2 ຄົນ ທີ່​ໄດ້​ຮັບ​ການ​ລ້ຽງ​ດູ ​ແລະ ປິ່ນປົວ​ພະຍາດ​ຢູ່​ໝູ່ບ້ານຮື໊ວງີ້, ​ແຂວງ ຮ່າໄຕ (ປະຈຸ​ບັນ ແມ່ນຮ່າ​ໂນ້ຍ). ພາບ: TTXVN
ແບ່ງປັນກັບຄວາມເຈັບປວດຂອງຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ
ເດັກນ້ອຍບ້ານສັນຕິພາບ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ມອບຂອງທີ່ລະນຶກໃຫ້ຜູ້ແທນ ຍີ່ປຸ່ນ ທີ່ເຂົ້າຮ່ວມງານວາງສະແດງຮູບພາບ ກ່ຽວກັບ ຜູ້ປະສົບເຄາະຮ້າຍຈາກສົງຄາມຢູ່ ຍີ່ປຸ່ນ ແລະ ຫວຽດນາມ. ພາບ: TTXVN
ແບ່ງປັນກັບຄວາມເຈັບປວດຂອງຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ
ທ່ານໝໍ​ກວດ ​ແລະ ບົ່ງມະຕິໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຢູ່​ເມືອງ ກີມເຊີນ, ​ແຂວງ ນິງບິ່ງ. ພາບ: TTXVN
ແບ່ງປັນກັບຄວາມເຈັບປວດຂອງຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ

ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ແຂວງ ນິງບິ່ງ ຈັດຕັ້ງການມອບຂອງຂວັນໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ພາບ: TTXVN

ແບ່ງປັນກັບຄວາມເຈັບປວດຂອງຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ
ຄະນະ​ຜູ້​ແທນສະມາຊິກ​ລັດຖະສະພາ​ອາ​ເມ​ລິ​ກາ ນຳ​ໂດຍ​ທ່ານ Ted Yoho, ປະທານ​ອະນຸ​ກຳມະການ​ອາຊີ ​ແລະ ​ປາຊີ​ຟິກຂອງ​ກໍາມາທິ​ການພົວພັນ​ຕ່າງປະ​ເທດ​ຂອງ​ສະພາ​ຕ່ຳ​ອາ​ເມ​ລິ​ກາ ຢ້ຽມຢາມ​ສະຖານ​ທີ່​ກໍ່ສ້າງ​ໂຄງການ​ບຳບັດ​ມົນ​ລະ​ພິດດີໂອຊິນ ຢູ່​ເຂດ​ສະໜາມ​ບິນ​ນະຄອນ​ດ່າ​ນັ້ງ (ວັນທີ 17 ຕຸລາ 2017). ພາບ: TTXVN
ແບ່ງປັນກັບຄວາມເຈັບປວດຂອງຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ
​​ລົງ​ນາມ​ໃນ​ບົດ​ບັນທຶກຈຸດປະສົງ​ລະຫວ່າງ​ກົມ​ວິທະຍາສາດ​ການ​ທະຫານ, ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ແລະ ອົງການ​ພັດທະນາ​ສາກົນ​ອາ​ເມ​ລິ​ກາ (USAID) ກ່ຽວ​ກັບ​ການ​ບຳບັດ​ມົນ​ລະ​ພິດດີໂອຊິນຢູ່​ເຂດ​ສະໜາມ​ບິນ​ບຽນ​ຮວ່າ (ວັນທີ 23 ມັງກອນ 2018). ພາບ: TTXVN
ແບ່ງປັນກັບຄວາມເຈັບປວດຂອງຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ
ອົງການ​ພັດທະນາ​ສາກົນ​ອາ​ເມ​ລິ​ກາ (USAID) ​ແລະ ເຫຼົ່າທັບປ້ອງກັນ​ອາກາດ ​ແລະ ທະຫານອາກາດ ​ໄດ້​ຈັດ​ພິທີ​ເລີ່​ມຕົ້ນ​ໂຄງການ​ບຳບັດດີໂອຊິນ ຢູ່​ສະໜາມ​ບິນ ບຽນ​ຮວ່າ. ພາບ: TTXVN
ແບ່ງປັນກັບຄວາມເຈັບປວດຂອງຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ
ມອບຂອງຂວັນໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຢູ່ນະຄອນ ເກີນເທີ. ພາບ: TTXVN
ແບ່ງປັນກັບຄວາມເຈັບປວດຂອງຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ
ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ແຂວງຮ່າ​ນາມ ​​ທຸກ​ຂັ້ນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​​ຢ່າງ​ແທດຈິງ ເພື່ອ​ໜູນ​ຊ່ວຍ​ການ​ກໍ່ສ້າງ​ເຮືອນ​ໃຫ້​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ. ພາບ: TTXVN

ບູນມີ

ເຫດການ