ບັນດານັກລົງທຶນຕ່າງປະເທດຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຕະຫຼາດອະສັງຫາລິມະຊັບຢູ່ຫວຽດນາມ

15:54 | 17/05/2021

ຍສໝ - ເລື່ອງຫວຽດນາມ ໃຫ້ຄຳໝັ້ນສັນຍາລົງທຶນຈຳນວນເງິນ 119 ຕື້ USD ໃຫ້ແກ່ພື້ນຖານໂຄງລ່າງໃນຮອບເວລາ 4 ປີຈະມາເຖິງ ແລະ ຊຸກຍູ້ອັດຕາການປະກອບສ່ວນຂອງພາກເອກະຊົນເຂົ້າ GDP ຈາກ 42% ຂຶ້ນເຖິງ 55% ໃນປີ 2025 ອັນໄດ້ເປັນການດຶງດູດບັນດານັກລົງທຶນຈາກຕ່າງປະເທດຢ່າງແທ້ຈິງ.

ເຂດອຸດສາຫະກຳ ແລະ ໂຮງງານຕ້ອງປະຕິບັດຕາມຂໍ້ກຳນົດ 5K ຢ່າງເຂັ້ມງວດ ເຂດອຸດສາຫະກຳ ແລະ ໂຮງງານຕ້ອງປະຕິບັດຕາມຂໍ້ກຳນົດ 5K ຢ່າງເຂັ້ມງວດ
4 ເດືອນຕົ້ນປີ 2021, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ບັນລຸ 2,39 ຕື້ USD 4 ເດືອນຕົ້ນປີ 2021, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ບັນລຸ 2,39 ຕື້ USD
ພາບປະກອບ
ພາບປະກອບ

ເວັບໄຊຂຶ້ນກັບກຸ່ມບໍລິສັດ Dow Jones & Company, ອາເມລິກາ ຫາກໍ່ລົງບົດຂຽນໄຈ້ແຍກຕີລາຄາສູງຜົນກະທົບຢ່າງຕັ້ງໜ້າຂອງຍຸດທະສາດພັດທະນາພື້ນຖານໂຄງລ່າງຫວຽດນາມ ຕໍ່ຕະຫຼາດການເງິນ. ບົດຂຽນກໍ່ຖືວ່າ ດ້ວຍບັນດາສັນຍານຕັ້ງໜ້າໃນໄລຍະມໍ່ໆມານີ້, ບັນດານັກລົງທຶນອາເມລິກາ ມີເຫດຜົນເພື່ອກັບຄືນມາລົງທຶນຢູ່ ຫວຽດນາມ. ເລື່ອງຫວຽດນາມ ໃຫ້ຄຳໝັ້ນສັນຍາລົງທຶນຈຳນວນເງິນ 119 ຕື້ USD ໃຫ້ແກ່ພື້ນຖານໂຄງລ່າງໃນຮອບເວລາ 4 ປີຈະມາເຖິງ ແລະ ຊຸກຍູ້ອັດຕາການປະກອບສ່ວນຂອງພາກເອກະຊົນເຂົ້າ GDP ຈາກ 42% ຂຶ້ນເຖິງ 55% ໃນປີ 2025 ອັນໄດ້ເປັນການດຶງດູດບັນດານັກລົງທຶນຈາກຕ່າງປະເທດຢ່າງແທ້ຈິງ. ບັນດານັກລົງທຶນກໍ່ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຕະຫຼາດອະສັງຫາລິມະຊັບຢູ່ຫວຽດນາມ.

ປະຈຸບັນ ແຂວງ ບັກນີງ ມີເຂດອຸດສາຫະກຳລວມສູນ ທັງໝົດ 16 ແຫ່ງໄດ້ຮັບການເຊັນອະນຸມັດດັດແກ້, ປັບປຸງຈາກນາຍົກລັດຖະມົນຕີ, ໃນນັ້ນ 10 ແຫ່ງໄດ້ນຳເຂົ້າເຄື່ອນໄຫວ. ອັດຕາສ່ວນວິສາຫະກິດເຂົ້າເຄື່ອນໄຫວໃນເນື້ອທີ່ດິນຊື່ງແຂວງໄດ້ວາງແຜນກຳນົດ ແມ່ນບັນລຸກວ່າ 80%. ນອກນັ້ນ 26 ກຸ່ມອຸດສາຫະກຳມີເນື້ອທີ່ເກືອບ 900 ເຮັກຕາ ແລະ ບັກນີງ ພວມແມ່ນທ້ອງຖິ່ນທີ່ມີຫນ້າພຽງທຳການຜະລິດໃຫຍ່ສຸດເພື່ອຮັບຕ້ອນບັນດານັກລົງທຶນຂະຫນາດໃຫຍ່ຢູ່ພາຍໃນ ແລະ ສາກົນ. ດ້ວຍກົນໄກນະໂຍບາຍມີການປ່ຽນໃຫມ່ຫລາຍຢ່າງ, ປະດິດຄິດສ້າງ, ບັກນີງ ດຶງດູດໄດ້ຫລາຍນັກລົງທຶນທີ່ມາຈາກ 37 ປະເທດ ແລະ ເຂດແຄ້ວນ ເຊິ່ງມີພື້ນຖານການຜະລິດອຸດສາຫະກຳທີ່ກ້າວຫນ້າ, ທັນສະໄຫມຄື: ຍີ່ປຸ່ນ, ສ.ເກົາຫລີ, ເອີລົບ, ອາເມລິກາ... ໃນນັ້ນ ອຸດສາຫະກຳເອເລັກໂຕນິກແມ່ນຂະແຫນງປາຍແຫລມ ດ້ວຍອັດຕາສ່ວນກວມເອົາກວ່າ 80% ມູນຄ່າການຜະລິດທົ່ວຂະແຫນງອຸດສາຫະກຳ. ບັກນີງ ບັນລຸໄດ້ບັນດາຜົນງານພົ້ນເດັ່ນ, ມີຫລາຍຕົວເລກຄາດໝາຍເສດຖະກິດ ສັງຄົມ ນອນໃນ Top ນຳຫນ້າທົ່ວປະເທດ, ສ້າງຮູບແບບດີເດັ່ນກ່ຽວກັບການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ. ບັກນີງ ພວມມຸ່ງໄປເຖິງຄາດໝາຍກາຍເປັນແຂວງ ມີສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ນັບມື້ນັບສະດວກກວ່າ, ມີກຳລັງແກ້ງແຍ້ງຂັ້ນແຂວງ ນອນໃນ TOP ແຖວຫນ້າຂອງຫວຽດນາມ ແລະ ແມ່ນແຂວງ ດີເດັ່ນໃນການດຶງດູດເງິນລົງທຶນຂອງຕ່າງປະເທດ.

ກອງປະຊຸມສຳມະນາຢ່າງຖ່າຍທອດສົດ ກ່ຽວກັບຊີວິດ ແລະ ພາລະກິດ ຂອງປະທານໂຮ່ຈີມິນຢູ່ການາດາ ກອງປະຊຸມສຳມະນາຢ່າງຖ່າຍທອດສົດ ກ່ຽວກັບຊີວິດ ແລະ ພາລະກິດ ຂອງປະທານໂຮ່ຈີມິນຢູ່ການາດາ

ຍສໝ - ກອງປະຊຸມສຳມະນາກ່ຽວກັບປະທານໂຮ່ຈີມິນ ບໍ່ພຽງແຕ່ດຶງດູດຊາວຫວຽດນາມທີເຮັດວຽກ, ຮ່ຳຮຽນ ແລະ ດຳລົງຊີວິດຢູ່ການາດາເທົ່ານັ້ນ, ຫາກຍັງມີການເຂົ້າຮ່ວມຢ່າງສຸດຈິດສຸດໃຈຂອງເພື່ອນມິດສາກົນ ເປັນຈຳນວນຫລວງຫລາຍ.

ນາຍົກລັດຖະມົນຕີຫວຽດນາມ: ຖື​ຫ​ນ້າ​ທີ່​ຮັກ​ສາ​ສຸ​ຂະ​ພາບ​ໃຫ້​ປະ​ຊາ​ຊົນ​ແມ່ນ​ເຫ​ນືອກວ່າ​ສິ່ງ​ໃດ​ໝົດ ນາຍົກລັດຖະມົນຕີຫວຽດນາມ: ຖື​ຫ​ນ້າ​ທີ່​ຮັກ​ສາ​ສຸ​ຂະ​ພາບ​ໃຫ້​ປະ​ຊາ​ຊົນ​ແມ່ນ​ເຫ​ນືອກວ່າ​ສິ່ງ​ໃດ​ໝົດ

ຍສໝ - ໃນວັນທີ 15 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມ​ມິງ​ຈິ໊ງ ໄດ້ເຮັດວຽກກັບກະຊວງສາທາລະນະສຸກ ກ່ຽວກັບການປະຕິບັດວຽກງານຂອງຂະແໜງການ, ບັນດາບັນຫາທີ່ຍັງຄ້າງຄາ ແລະ ຮີບດ່ວນທີ່ຕ້ອງໄດ້ຮັບການແກ້ໄຂຂໍ້ສະເໜີແນະຂອງຂະແໜງການ, ໂດຍສະເພາະ ແມ່ນສະພາບການທີ່ເກີດຂື້ນໃນການລະບາດ COVID-19 ທີ່ສັບສົນ ແລະ ບໍ່ສາມາດຄາດເດົາໄດ້…

ເລຂາທິການໃຫ່ຍ, ປະທານປະເທດລາວ ໄດ້ສົ່ງຈົດໝາຍຂອບອົກຂອບໃຈ ມາຍັງເລຂາທິການໃຫ່ຍ ແລະ ປະທານປະເທດ ຫວຽດນາມ ເລຂາທິການໃຫ່ຍ, ປະທານປະເທດລາວ ໄດ້ສົ່ງຈົດໝາຍຂອບອົກຂອບໃຈ ມາຍັງເລຂາທິການໃຫ່ຍ ແລະ ປະທານປະເທດ ຫວຽດນາມ

ຍສໝ - ທ່ານເລຂາທິການໃຫ່ຍ, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ສົ່ງຈົດໝາຍຂອບອົກຂອບໃຈ ມາຍັງທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ແລະ ທ່ານປະທານປະເທດ ຫງວຽນຊວັນຝຸກ ທີ່ມີໂທລະເລກຢ້ຽມຢາມຖາມຂ່າວກ່ຽວກັບສະພາບໂລກລະບາດໂຄວິດ 19 ຢູ່ລາວ.

ໄຊພອນ

ເຫດການ
302 Found

Found

The document has moved here.