ຫວຽດນາມ ກ່າວປະນາມທຸກໆການກະທຳກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງຢູ່ອີຣັກ

19:00 | 21/03/2021

ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງດິງກູຍ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນສືບຕໍ່ປະຕິບັດຄຳໝັ້ນສັນຍາຂອງຕົນ ເພື່ອຊ່ວຍເຫຼືອປະເທດອີຣັກ, ພ້ອມກັນນັ້ນຮັບປະກັນເຄົາລົບຢ່າງເຕັມສ່ວນ ຕໍ່ຄວາມເປັນເອກະລາດດ້ານການເມືອງ, ເອກະພາບ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງອີຣັກ.

ຫວຽດນາມ ກ າວປະນາມທ ກໆການກະທຳກ ການຮ າຍ ແລະ ການໃຊ ຄວາມຮ ນແຮງຢ ອ ຣ ກ ຫວຽດນາມຈະປະຕິບັດບັນດາໜ້າທີ່ການພົວພັນຕ່າງປະເທດໃນປີ 2021 ຢ່າງມີໄຊ
ຫວຽດນາມ ກ າວປະນາມທ ກໆການກະທຳກ ການຮ າຍ ແລະ ການໃຊ ຄວາມຮ ນແຮງຢ ອ ຣ ກ ຫວຽດນາມ ຖືບັນດາມາດຕະການຟື້ນຟູ ແລະ ກະຕຸກຊຸກຍູ້ ເປັນສຳຄັນ ເພື່ອໃຫ້ພື້ນຖານເສດຖະກິດມີການເຕີບໂຕໂດຍໄວ ແລະ ຍືນຍົງ

ຕາມສຳນັກຂ່າວສານຫວຽດນາມປະຈຳສະຫະປະຊາຊາດ, ເມື່ອບໍ່ດົນມານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມຖ່າຍທອດສົດ ກ່ຽວກັບສະຖານະການໃນອີຣັກ ໂດຍມີການເຂົ້າຮ່ວມຂອງທ່ານ Jeanine Hennis - Plasschaert, ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ສະຫະປະຊາຊາດ ກ່ຽວກັບສະຖານະການໃນອີຣັກ, ເປັນຫົວໜ້າຄະນະຜູ້ແທນສະຫະປະຊາຊາດ ປະຈຳອີຣັກ (UNAMI).

ທີ່ກອງປະຊຸມດັ່ງກ່າວນີ້, ຫວຽດນາມ ໄດ້ກ່າວປະນາມທຸກໆການກະທຳກໍ່ການຮ້າຍ, ການໃຊ້ຄວາມຮຸນແຮງຢູ່ອີຣັກ.

ຫວຽດນາມ ກ າວປະນາມທ ກໆການກະທຳກ ການຮ າຍ ແລະ ການໃຊ ຄວາມຮ ນແຮງຢ ອ ຣ ກ
ຫວຽດນາມ ກ່າວປະນາມທຸກໆການກະທຳກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງຢູ່ອີຣັກ. (ພາບ: TTXVN)

ທ່ານ Jeanine Hennis - ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ລາຍງານສະຖານະການທີ່ຫຍຸ້ງຍາກຢ່າງຕໍ່ເນື່ອງຂອງອີຣັກ, ສິ່ງທ້າທາຍທາງດ້ານເສດຖະກິດ ຍ້ອນຜົນກະທົບຈາກການຫຼຸດລົງຂອງລາຄານ້ຳມັນ ແລະ ຜົນກະທົບຈາກການລະບາດຂອງພະຍາດ COVID-19. ໃນຂະນະດຽວກັນ, ສະພາບຄວາມປອດໄພຍັງສືບຕໍ່ສັບສົນ, ການກະທຳກໍ່ການຮ້າຍ ແລະ ການໂຈມຕີພົນລະເຮືອນ ແລະ ຄະນະຜູ້ແທນຕ່າງປະເທດຍັງມີຄວາມວິຕົກກັງວົນຫຼາຍ.

ບັນດາສະມາຊິກສະພາຄວາມໝັ້ນຄົງ ໄດ້ສະແດງຄວາມສະໜັບສະໜູນລັດຖະບານອີຣັກ ໃນການດຳເນີນການປະຕິຮູບທີ່ຈຳເປັນ ເພື່ອຕອບສະໜອງຄວາມມຸ້ງມາດປາດຖະໜາຂອງປະຊາຊົນ, ຊົມເຊີຍຈັດຕັ້ງການເລືອກຕັ້ງ ໃນຕົ້ນເດືອນຕຸລາປີ 2021 ແລະ ປາດຖະໜາຢາກໃຫ້ການຈັດຕັ້ງມີຄວາມຍຸຕິທຳ, ເສລີພາບ ແລະ ໂປ່ງໃສ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິງກູຍ, ຫົວໜ້າຄະນະຜູ້ຕາງໜ້າຖາວອນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງລັດຖະບານອີຣັກ ແລະ ຄວາມຄືບໜ້າຢູ່ອີຣັກໃນຊຸມປີມໍ່ໆມານີ້, ພ້ອມກັນນັ້ນສະແດງຄວາມວິຕົກກັງວົນຕໍ່ສະພາບຄວາມໝັ້ນຄົງຢູ່ອີຣັກ.

ກ່ຽວກັບການເລືອກຕັ້ງທີ່ຈະມາເຖິງ, ຫົວໜ້າຄະນະຜູ້ແທນຫວຽດນາມ ທ່ານເອກອັກຄະລັດຖະທູດ ດັ້ງດິງກູຍ ໄດ້ເນັ້ນໜັກວ່າ ການເລືອກຕັ້ງຄວນໄດ້ຮັບການຈັດຕັ້ງຢ່າງເສລີ, ຍຸຕິທຳ ແລະ ຮັບປະກັນການເຂົ້າຮ່ວມຂອງປະຊາຊົນຢ່າງກວ້າງຂວາງ, ໃນນັ້ນມີຊາວໜຸ່ມ ແລະ ແມ່ຍິງ.

ທ່ານເອກອັກຄະລັດຖະທູດ ດັ້ງດິງກູຍ ກໍ່ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນສືບຕໍ່ປະຕິບັດຄຳໝັ້ນສັນຍາຂອງຕົນ ເພື່ອຊ່ວຍເຫຼືອປະເທດອີຣັກ, ພ້ອມກັນນັ້ນຮັບປະກັນເຄົາລົບຢ່າງເຕັມສ່ວນ ຕໍ່ຄວາມເປັນເອກະລາດດ້ານການເມືອງ, ເອກະພາບ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງອີຣັກ.

ຫວຽດນາມ ກ າວປະນາມທ ກໆການກະທຳກ ການຮ າຍ ແລະ ການໃຊ ຄວາມຮ ນແຮງຢ ອ ຣ ກ ຫວຽດນາມ ຍັງແມ່ນ “ຈຸດພົ້ນເດັ່ນ” ເມື່ອຮັກສາເສດຖະກິດມະຫາພາກເປັນປົກກະຕິ ແລະ ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ-19 ຢ່າງຂ້ຽວຂາດ

ຍສໝ - ດ້ວຍບັນດາໝາກຜົນທີ່ບັນລຸໄດ້ໃນການເຕີບໂຕເສດຖະກິດກໍ່ຄືການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນປີ 2020, ຫວຽດນາມ ໄດ້ສ້າງແຫຼ່ງບັນດານໃຈໃຫ້ສື່ມວນຊົນສາກົນ.

ຫວຽດນາມ ກ າວປະນາມທ ກໆການກະທຳກ ການຮ າຍ ແລະ ການໃຊ ຄວາມຮ ນແຮງຢ ອ ຣ ກ ຄວາມປະທັບໃຈຕໍ່ຫວຽດນາມໃນດວງໃຈຂອງຄົນຕ່າງປະເທດ

ຍສໝ - ເພື່ອນມິດສາກົນທີ່ເຄີຍໄປຫວຽດນາມໃນໄລຍະຜ່ານມາ ລ້ວນແຕ່ມີຄວາມປະທັບໃຈຕໍ່ປະເທດຫວຽດນາມ, ຈາກພູມສັນຖານທີ່ງົດງາມໄປຈົນເຖິງບັນດາເຍື່ອງອາຫານທີ່ອຸດົມສົມບູນ ແລະ ຫລາກຫລາຍ. ໃນປີ 2020, ປະເທດຫວຽດນາມ ໄດ້ມີການປ້ອງກັນ ແລະ ຄວບຄຸມ ໂລກລະບາດ COVID-19 ເປັນຢ່າງດີ...

ຫວຽດນາມ ກ າວປະນາມທ ກໆການກະທຳກ ການຮ າຍ ແລະ ການໃຊ ຄວາມຮ ນແຮງຢ ອ ຣ ກ ຜູ້ນຳປະເທດລາວ ແລະ ກຳປູເຈຍ ອວຍພອນຊົມເຊີຍປີໃໝ່ໃຫ້ແກ່ປະຊາຊົນຫວຽດນາມ

ຍສໝ - ທີ່ການໂອ້ລົມທາງໂທລະສັບ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ຜົນສຳເລັດຂອງການຮ່ວມມືທີ່ດີໃນປີທີ່ຜ່ານມາ ແລະ ຄວາມມານະພະຍາຍາມຂອງການນຳສາຍພົວພັນຮ່ວມມືສອງຝ່າຍຫວຽດນາມ - ລາວ ແລະ ຫວຽດນາມ - ກຳປູເຈຍໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.