ສະ​ຖານ​ທ​ູດ ຫວຽດ​ນາມມອບ​ຜ້າ​ອັດ​ປາກ ດັງ ແລະ ສະ​ບຽງ​ອາ​ຫານ​ໜູນ​ຊ່ວຍ​ນັກ​ສຶກ​ສາ ຫວຽດ​ນາມ ພວມ​ຮ່ຳ​ຮຽນ​ຢູ່ ລາວ

08:57 | 06/05/2021

ຍ​ສ​ໝ - ກ່ອນ​ໜ້າ​ນັ້ນ, ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ຢູ່​ນະ​ຄອນຫຼວງວຽງ​ຈັນ ໄດ້​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ການ​ແພດ​ຂອງ​ລາວ ເອົ​າ​ຕົວ​ຢ່າງ​ຂອງ​ນັກ​ສຶ​ກ​ສາ ຫວຽດ​ນາມ ທີ່​ພວມ​ຮ່ຳ​ຮຽນ​ຢູ່​ທີ່ນີ້ ໄປ​ວິ​ໄຈ​ຫາ​ເຊື້ອພະຍາດ. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ລາວ​ກໍ່​ມີ​ແຜນ​ການ​ວ່າ ໃນ​ຊຸມ​ວັນ​ຈະ​ມາ​ເຖິງ ຈະ​ຈັດ​ຕັ້ງ​ການ​ສັກ​ວັກ​ຊິນ​ໃຫ້​ແກ່​ນັກ​ສຶກ​ສາ​ຂອງ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ເພື່ອ​ປ້ອງ​ກັນ​ສະ​ກ​ັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19.

ໜູນ​ຊ່ວຍ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຢູ່​ນະ​ຄອນ Preah Sihanouk (ກຳ​ປູ​ເຈຍ) ໜູນ​ຊ່ວຍ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຢູ່​ນະ​ຄອນ Preah Sihanouk (ກຳ​ປູ​ເຈຍ)
ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ ເຂດ​ນ້ຳ​ຖ້ວນ​ເງະ​ອານ, ຮ່າ​ຕິງ​ເງິນ​ເປັນ​ຈຳ​ນວນ 60 ລ້ານ​ດົ່ງ ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ ເຂດ​ນ້ຳ​ຖ້ວນ​ເງະ​ອານ, ຮ່າ​ຕິງ​ເງິນ​ເປັນ​ຈຳ​ນວນ 60 ລ້ານ​ດົ່ງ
ສະ​ຖານ​ທ​ູດ ຫວຽດ​ນາມມອບ​ຜ້າ​ອັດ​ປາກ ດັງ ແລະ ສະ​ບຽງ​ອາ​ຫານ​ໜູນ​ຊ່ວຍ​ນັກ​ສຶກ​ສາ ຫວຽດ​ນາມ ພວມ​ຮ່ຳ​ຮຽນ​ຢູ່ ລາວ
ສະ​ຖານ​ທ​ູດ ຫວຽດ​ນາມມອບ​ຜ້າ​ອັດ​ປາກ ດັງ ແລະ ສະ​ບຽງ​ອາ​ຫານ​ໜູນ​ຊ່ວຍ​ນັກ​ສຶກ​ສາ ຫວຽດ​ນາມ ພວມ​ຮ່ຳ​ຮຽນ​ຢູ່ ລາວ

ຫວ່າງ​ແລ້ວນີ້, ຢູ່​ນະ​ຄອນຫຼວງວຽງ​ຈັນ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ ໄດ້​ມອບ​ຂອງ​ຂວັນ​ໃຫ້​ແກ່​ນັກ​ສຶກ​ສາ ຫວຽດ​ນາມ ພວມ​ຮ່ຳ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ແຫ່ງ​ຊາດ ລາວ ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບັນ​ດາ​ນັກ​ສຶກ​ສາ​ທີ່​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19.

ໂດຍ​ຕາງ​ໜ້າ​ສະ​ຖານ​ທູດ ທ່ານ​ເຈິ່ນ​ດ້າຍ​ທັ໊ງ ທູດ​ວັດ​ທະ​ນະ​ທຳ ການ​ສຶກ​ສາ ແລະ ທ່ານ​ນາງ ຫວູ​ຕູ​ແອັງ, ຜູ້​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ວຽກ​ງານ​ປະ​ຊ​າ​ຄົມ, ໄດ້​ມອບ​ບັນ​ດາ​ຂອງ​ຂວັນ​ຂອງ​ສະ​ຖານ​ທູດ​ໃຫ້​ແກ່​ນັກ​ສຶກ​ສາ ຫວຽດ​ນາມ ທີ່​ພວມ​ຮ່ຳ​ຮຽນ​ຢູ່​ລາວ. ຂອງ​ຂວັນ​ລວມ​ມີ ຜ້າ​ອັດ​ປາກ​ດັງ 1000 ອັນ, ເຂົ້າ​ສານ 500 ກີ​ໂລກຼາມ, ໝີ່​ສຳ​ເລັດ​ຮູບ 30 ແກັດ ແລະ ໄຂ່ 2000 ໜ່ວຍ ເພື່ອ​ຊ່ວຍ​ເຫຼືອ​ບັນ​ດາ​ນັກ​ສຶກ​ສາ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ສະ​ພາບ​ການ Lockdown ​ສັງ​ຄົມ ເພື່ອແນ​ໃສ່​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ຂະ​ນະ​ທີ່​ມີ​ຢ່າງ​ໜ້ອຍ​ສຸດ​ນັກ​ສຶກ​ສາ ຫວຽດ​ນາມ 1 ຄົນ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19.

ກ່ອນ​ໜ້າ​ນັ້ນ, ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ຢູ່​ນະ​ຄອນຫຼວງວຽງ​ຈັນ ໄດ້​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ການ​ແພດ​ຂອງ​ລາວ ເອົ​າ​ຕົວ​ຢ່າງ​ຂອງ​ນັກ​ສຶ​ກ​ສາ ຫວຽດ​ນາມ ທີ່​ພວມ​ຮ່ຳ​ຮຽນ​ຢູ່​ທີ່ນີ້ ໄປ​ວິ​ໄຈ​ຫາ​ເຊື້ອພະຍາດ. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ລາວ​ກໍ່​ມີ​ແຜນ​ການ​ວ່າ ໃນ​ຊຸມ​ວັນ​ຈະ​ມາ​ເຖິງ ຈະ​ຈັດ​ຕັ້ງ​ການ​ສັກ​ວັກ​ຊິນ​ໃຫ້​ແກ່​ນັກ​ສຶກ​ສາ​ຂອງ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ເພື່ອ​ປ້ອງ​ກັນ​ສະ​ກ​ັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19.

ຕ​ໍ່​ໜ້າ​ສະ​ພາບ​ການ​​ຜັນ​ແປ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ມີ່​ທ່າອ່ຽງ​ສັບ​ສົນ​ຂຶ້ນ​ຕື່ມ​ຢູ່​ລາວ, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ການ​ທີ່​ໄດ້​ຢັ້​ງ​ຢືນ​ຊາວ​ຫວຽດ​ນາມຫຼາຍ​ຄົນ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19, ໃນ ລະ​ຫວ່າງວັນ​ທີ 2 – 3 ພຶ​ດ​ສະ​ພາ, ບັນ​ດາ​ພະ​ນັກ​ງານ​ການ​ແພດ ລາວ ໄດ້​ສົມ​ທົບ​ກັບ​ສະ​ມາ​ຄົມ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ດຳ​ເນີນ​ເອົາ​ແບບ​ຢ່າງ​ໄປ​ວິ​ໄຈ​ຫາ​ເຊື້ອ​ພະຍາດໃຫ້​ແກ່​ຊາວ​ຫວຽດ​ນາມ ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່​ ບ້ານ​ທາດຫຼວງ, ເມືອງ​ນາ​ໄຊ ແລະ ບໍ​ລິ​ເວນ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ລາວ.

ບັນ​ດາ​ກໍ​ລະ​ນີ​ມີ​ອາ​ການ​ຕິດ​ເຊື້ອ​ຈະ​ໄດ້​ຮັບ​ການ​ແຍກ​ຕົວ ແລະ ປິ່ນ​ປົວ​ຢ່າງ​ທັນ​ການ. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ລາວ ໃຫ້​ຮູ້​ວ່າ, ປະ​ເທດນີ້​ຫາ​ກໍ່​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້​ອ​ພະ​ຍາດ​ໂຄວິດ -19 ໃໝ່​ຕື່ມ​ອີກ 60 ຄົນ​ໃນ​ຈຳ​ນວນ 1.463 ຕົວ​ຢ່າງ​ຫາ​ເຊື້ອ​ໃນ​ຮອບ​ເວ​ລາ 24 ຊົ່ວ​ໂມງ​ທີ່​ຜ່ານ​ມາ, ອັນ​ໄດ້​ຍົກ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ຂອງ​ລາວ ນັບ​ແຕ່​ຕົ້ນ​ເວ​ລາ​ໂລກ​ລະ​ບາດ​ແຜ່​ລະ​ບາດ​ຂຶ້ນ​ເຖິງ 1.026 ຄົນ.

ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ​ເຖິງວ່າ​ຈະ​ນວນ​ຜູ້​ຕິດ​ເຊື້ອ​ສືບ​ຕໍ່​ເພີ່ມ​ຂຶ້ນ ແລະ ທຸກ​ຄົນ​ລ້ວນ​ແຕ່​ຕິດ​ເຊື້ອ​ໃນ​ຊຸມ​ຊົນ, ກ່ຽວ​ຂ້ອງ​ເຖິງ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ທີ່​ໄດ້​ຢັ້ງ​ຢືນ​ກ່ອນ​ນັ້ນ, ແຕ່​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລາຍ​ໃໝ່ ຢູ່​ນະ​ຄອນຫຼວງວຽງ​ຈັນ​ໄດ້ຫຼຸດ​ລົງ​ຢ່າງ​ແຮງ ພຽງ​ແຕ່ 8 ຄົນ. ໃນ​ຂະ​ນະ​ນັ້ນ, ຈຳ​ນວນ​ຜູ້​ຕິດ​ເຊື້ອ​ຢູ່​ແຂວງ ຈຳ​ປາ​ສັກ ແມ່ນ 30 ຄົນ, ແຂວງ​ບໍ່​ແກ້ວ​ແມ່ນ 20 ຄົນ.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ຊາວ​ລາວ ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ຊາວ​ລາວ ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ

ຍ​ສ​ໝ - ເພື່ອ​ຮັບ​ມື​ກັບ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19, ໃນ​ລະ​ຫວ່າງວັນ​ທີ 2 – 3 ພ​ຶດ​ສະ​ພາ, ບັນ​ດາ​ພະ​ນັກ​ງານ​ລາວ ໄດ້​ສົມ​ທົບ​ກັບ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ດຳ​ເນີນ​ການ​ເອົາ​ຕົວ​ຢ່າງ​ໄປ​ວິ​ໄຈ​ໃຫ້​ແກ່​ຊາວ​ຫວຽດ​ນາມ ປະ​ທານ 200 ຄົນ ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ ເມືອງ ທາດຫຼວງ, ນາ​ໄຊ ແລະ ເຂດ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ລາວ, ...

ຫວຽດນາມ ໄດ້ມອບເງິນສົດຈຳນວນ 500.000 ໂດລາສະຫະລັດ, ສົ່ງທີມແພດຊ່ຽວຊານ 35 ທ່ານ, ພ້ອມດ້ວຍອຸປະກອນການແພດຈໍານວນໜຶ່ງຊ່ວຍລາວເພື່ອຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຫວຽດນາມ ໄດ້ມອບເງິນສົດຈຳນວນ 500.000 ໂດລາສະຫະລັດ, ສົ່ງທີມແພດຊ່ຽວຊານ 35 ທ່ານ, ພ້ອມດ້ວຍອຸປະກອນການແພດຈໍານວນໜຶ່ງຊ່ວຍລາວເພື່ອຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19

ຍສໝ - ການຊ່ວຍເຫລືອໃນຄັ້ງນີ້ໄດ້ປະກອບສ່ວນອັນສໍາຄັນສ້າງຂວັນກໍາລັງໃຈອັນໃຫຍ່ຫລວງ ແລະ ເພີ່ມກໍາລັງແຮງ ໃຫ້ແກ່ບັນດາ ແພດໝໍຂອງລາວ ທີ່ມີຈຳນວນຈຳກັດ ທີ່ກໍາລັງເຮັດວຽກແຂ່ງຂັນກັບເວລາເພື່ອເບິ່ງແຍງປິ່ນປົວຜູ້ຕິດເຊື້ອທີ່ມີຈຳນວນເພີ່ມຂຶ້ນຫລາຍໃນທຸກມື້ ແລະ ກໍເປັນຂວັນກໍາລັງໃຈອັນປະເສີດແກ່ຄົນເຈັບຜູ້ທີ່ກຳລັງປິ່ນປົວຢູ່ໃນໂຮງໝໍຕ່າງໆ ໃນຂອບເຂດທົ່ວປະເທດ.

ຊາວຫວຽດນາມ ອາໄສຢູ່ພາກເໜືອລາວ ມອບເຄື່ອງຊ່ວຍເຫຼືອພ້ອມເງິນສົດເປັນມູນຄ່າ 135 ລ້ານກີບ  ເພື່ອສະໜັບສະໜູນອໍານາດການປົກຄອງທ້ອງຖິ່ນຕ້ານພະຍາດໂຄວິດ-19 ຊາວຫວຽດນາມ ອາໄສຢູ່ພາກເໜືອລາວ ມອບເຄື່ອງຊ່ວຍເຫຼືອພ້ອມເງິນສົດເປັນມູນຄ່າ 135 ລ້ານກີບ ເພື່ອສະໜັບສະໜູນອໍານາດການປົກຄອງທ້ອງຖິ່ນຕ້ານພະຍາດໂຄວິດ-19

ຍສໝ - ທ່ານ ບຸນຄົງ ຫຼ້າຈຽມພອນ - ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ສປປ.ລາວ ໄດ້ສະແດງຄວາມຂອບອົກຂອບໃຈການຊ່ວຍເຫຼືອຢ່າງທັນການຂອງສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງອຸດົມໄຊ, ທ່ານຖືວ່າການຊ່ວຍເຫຼືອດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບ, ການແບ່ງປັນຄວາມຫຍຸ້ງຍາກຂອງປະຊາຄົມວິສາຫະກິດ ແລະຊາວຫວຽດນາມ ອາໄສຢູ່ລາວ ຕໍ່ໜ້າຄວາມຫຍຸ້ງຍາກຂອງທ້ອງຖິ່ນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.