ພະລັງພາຍໃນຂອງວັດທະນະທຳຫວຽດນາມ - ການພັດທະນາ ແລະ ຫັນປະເທດເປັນທັນສະໃໝ

16:49 | 28/04/2021

ວັດທະນະທຳ​ໃນ​ຖານະ​ພະລັງ​ພາຍ​ໃນ​ທີ່​ສຳຄັນຂອງ​ການ​ພັດທະນາ, ​ແຊກ​ຊຶມ​ລະຫວ່າງວັດທະນະທຳກັບ​ການ​ເມືອງ, ​ເສດຖະກິດ, ສັງຄົມ... ​ເພື່ອ​ສ້າງກຳລັງ​ແຮງ​ສັງ​ລວມ ຂອງການ​ພັດທະນາ​ປະ​ເທດ ​ໃນ​ເງື່ອນ​ໄຂ​ເສດຖະກິດ​ຕະຫຼາດກຳນົດທິດ​ສັງຄົມ​ນິຍົມ ​ແລະ​ເຊື່ອມ​ໂຍງ​ສາກົນ.

ຄວາມປະທັບໃຈ “ການສະແດງວັດທະນະທຳຫວຽດນາມ-ລາວ” ທີ່ມະຫາວິທະຍາໄລ ທາຍຫງວຽນ ຄວາມປະທັບໃຈ “ການສະແດງວັດທະນະທຳຫວຽດນາມ-ລາວ” ທີ່ມະຫາວິທະຍາໄລ ທາຍຫງວຽນ
ສັບປະດາ ວັດທະນະທຳຫວຽດນາມ ສ້າງຄວາມປະທັບໃຈໃຫ້ແກ່ເພື່ອນບ້ານ ຢີປຸ່ນ ສັບປະດາ ວັດທະນະທຳຫວຽດນາມ ສ້າງຄວາມປະທັບໃຈໃຫ້ແກ່ເພື່ອນບ້ານ ຢີປຸ່ນ

ພວກ​ເຮົາ​ຕ້ອງ​ປັບປຸງສ້າງ​ຄຸນສົມບັດສິນທຳ ​ແລະປະເທດຊາດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ ຈາກພະລັງພາຍ​ໃນ​ຂອງ​ວັດທະນະທຳ, ໝູນ​ໃຊ້ວັດທະນະທຳ​ໂຮ່ຈີ​ມິນ ​ແລະ​ຄວາມ​ເປັ່ງ​ປະກາຍຂອງ​ວັດທະນະທຳ​ຫວຽດນາມ ນຳພະລັງ​ພາຍ​ໃນຂອງວັດທະນະທຳ ​ເຂົ້າ​ໃນ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່, ພັດທະນາ​ປະ​ເທດ​ແລະ​ການ​ເຊື່ອມ​ໂຍງ​ສາກົນ​ໃນ​ປະຈຸ​ບັນ.

ຜ່ານ​ການ​ຄົ້ນຄວ້າກ່ຽວ​ກັບວັດທະນະທຳ, ພວກເຮົາຮູ້ຈັກການລະເບີດຂອງ​ ຄຳນິຍາມທີ່ແຕກຕ່າງກັນກ່ຽວ​ກັບວັດທະນະທຳ ​ເພື່ອ​ຕອບຄຳຖາມ “ວັດທະນະທຳ​ແມ່ນ​ຫຍັງ?”. ເຖິງຢ່າງໃດກໍ່ຕາມ, ຄຳນິຍາມກ່ຽວ​ກັບວັດທະນະທຳນັບ​ຮ້ອຍ​ນັບ​ພັນ​ ກໍ່​ຍັງບໍ່ພຽງພໍທີ່​ຈະ​ຕອບ​ສະໜອງ ແລະຊັກຊວນໃຫ້ຈິນຕະນາການກ່ຽວກັບວັດທະນະທຳ ໃນວົງ​ການ​ນັກ​ຄົ້ນຄວ້າ. ມາດຕະ​ເກນວັດທະນະທຳຈຳເປັນຕ້ອງໄດ້ກຳນົດທາງ​ວິທະຍາສາດ ແລະ ຍັງຕ້ອງ​ມີ​ທັດສະນະ​ກ່ຽວ​ກັບປັດຊະຍາຂອງຊີວິດ ເພື່ອກຳນົດ​ເຫດຜົນ​ຂອງ​ຊີວິດ (ອຸດົມ​ຄະຕິ), ວິຖີຊີວິດ ແລະ​ແບ​ບດຳ​ເນີນຊີວິດ (ຄຸນຄ່າ​ແລະ​ພຶດຕິກຳ)? ມີຄວາມຮູ້ສຶກກ່ຽວກັບວັດທະນະທຳຈາກປະສົບການຕົວຈິງທາງ​ດ້ານ​ວັດທະນະທຳ, ​ໂດຍ​ສະ​ເພາະ​ວັດທະນະທຳທາງຈິດ​ໃຈ ເບິ່ງຄືວ່າມັນ​ເປັນ​ສິ່ງ​ທີ່​ເລິກ​ເຊິ່ງແລະທົນທານ, “​ໄດ້​ສ້າງຮັງ” ຢູ່ໃນຫົວໃຈຂອງມະນຸດ, ກາຍ​ເປັນຄວາມ​ຕ້ອງການ, ຄວາມປາດຖະຫນາທີ່ກະຕຸ້ນ, ວ່າ, ວັດທະນະທຳ​ແມ່ນ​ສິ່ງ​ທີ່​ຍັງ​ເຫຼືອ, ຄ້າງ​ໄວ້, ​ເຖິງ​ຈະ​ລືມ​ກໍ່​ລືມບໍ່​ໄດ້.

ພະລັງພາຍໃນຂອງວັດທະນະທຳຫວຽດນາມ - ການພັດທະນາ ແລະ ຫັນປະເທດເປັນທັນສະໃໝ
ພະລັງພາຍໃນຂອງວັດທະນະທຳຫວຽດນາມ - ການພັດທະນາ ແລະ ຫັນປະເທດເປັນທັນສະໃໝ. (ພາບ: tapchicongsan)

ຄວາມຄິດເຫັນນີ້ມີແກນທີ່ສົມເຫດສົມຜົນ ເຊິ່ງສະທ້ອນ​ໃຫ້​ເຫັນ​ຄວາມເລິກຂອງຊີວິດພາຍໃນທີ່ເປັນຂອງໂລກມະນຸດທາງວິນຍານ, ນຳໄປສູ່ຄວາມ​ລະອຽດ​ອ່ອນໃນການ​ປະພຶດ, ແຕ່ມັນບໍ່ຕອບ​ສະໜອງຕາມ​ຕັກກະຖາ​ນຂອງ​ຈິນຕະນາການວິທະຍາສາດ. ມັນແມ່ນຄວາມຮັບຮູ້ກ່ຽວກັບປັດ​ຊະ​ຍາຂອງ​ຊີວິດ​ຫຼາຍ​ກວ່າ “ການຜ່າຕັດ” ໂຄງສ້າງພາຍໃນຂອງວັດທະນະທຳ ​ເພື່ອ​ສ້າງ​ເປັນ​ນິຍາມ​ວິທະຍາສາດ.

ວັດທະນະທຳຕ້ອງ​ແມ່ນ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ຜະລິດ​ ເຊິ່ງການ​ຜະລິດ (ການ​ແຕ່ງ, ການ​ສ້າງ, ການ​ປະດິດ) ​ແມ່ນການ​ສ້າງ​ຜະລິດ​ຕະພັນວັດທະນະທຳ, ວັດຖຸ​ຫຼື​ຈິດ​ໃຈ. ວັດທະນະທຳຖືກ​ຖື​ວ່າ​ເປັນ​ກິດຈະກຳໜຶ່ງ​ແຫ່ງທາດ​ແທ້​ຂອງມະນຸດ, ຢູ່​ເໜືອ ສັນຊາດ​ຍານ ແລະ ມີຢູ່ໃນສະພາບແວດລ້ອມຂອງສາຍພົວພັນທາງສັງຄົມ​ເທົ່າ​ນັ້ນ, ບໍ່ແມ່ນຢູ່ໃນຝູງ. ຜ່ານການເຄື່ອນໄຫວຈຶ່ງ​ພາ​ໃຫ້​ເກີດວັດທະນະທຳ, ແຕ່ວ່າບໍ່​ແມ່ນ​ການ​ເຄື່ອນ​ໄຫວ​ໃດໆກໍ່ແທດເໝາະກັບວັດທະນະທຳ. ມີແຕ່ການ​ເຄື່ອນ​ໄຫວ​ຂອງ​ເຈົ້າພາບ​ມະນຸດ​ທີ່ໄປສູ່ຄວາມຈິງ - ຄວາມດີ - ຄວາມງາມ​ເທົ່າ​ນັ້ນ ​ຈຶ່ງ​ສາມາດ​ຖື​ວ່າ​ເປັນວັດທະນະທຳ, ດັ່ງ​ນັ້ນ ການ​ເຄື່ອນ​ໄຫວວັດທະນະທຳ ​ແມ່ນ​ການ​ເຄື່ອນ​ໄຫວທີ່​ສ້າງ​ຄຸນຄ່າ ​ເຊິ່ງສະແດງອອກ​ໃນ​ລະດັບທົ່ວ​ໄປ​ຄື ຄວາມ​ຈິງ - ຄວາມດີ - ຄວາມງາມ.

ວັດທະນະທຳສະແດງໃຫ້ເຫັນຄວາມເປັນມະນຸດ, ນັ້ນແມ່ນກຳລັງແຮງຂອງ​ຄົນ​ແລະມະນຸດຊາດ. ຄົນ​ແລະ​ມະນຸດຊາດ​ປະດິດ​ສ້າງວັດທະນະທຳ, ໃນທາງກັບກັນ, ວັດທະນະທຳປະກອບສ່ວນ “ສ້າງ​ຄົນ” ​ທີ່ໝາຍຄວາມວ່າການ​ເສີມ​ສ້າງ​ບຸກຄະ​ລິກກະພາບຂອງມະນຸດ, ພັດທະນາແລະ​ເຮັດ​ໃຫ້ບຸກຄະລິກກະພາບສົມບູນແບບ. ວັດທະນະທຳກຳນົດທິດການພັດທະນາ ພ້ອມກັນນັ້ນກໍ່​ເປັນກຳລັງ​ໜູນ​ ແລະ​ເປົ້າ​ໝາຍ​ຂອງການພັດທະນາ, ເຊິ່ງການ​ພັດທະນາ​ທຸກ​ຢ່າງ​ຂອງ​ສັງຄົມ​ລ້ວນ​ແຕ່ນຳ​ໄປສູ່​ການ​ພັດທະນາມະນຸດ, ຄຸນຄ່າສູງສຸດຂອງວັດທະນະທຳ, ຄຸນຄ່າຂອງທຸກໆຄຸນຄ່າ. ດັ່ງ​ນັ້ນ, ວັດທະນະທຳແມ່ນຕົວ​ຊີ້​ວັດລະດັບຂອງຄົນໃນການພັດທະນາ. ນັ້ນ​ແມ່ນ​ດ້ານ​ເອກະ​ເທດ​ແຕ່​ມີ​ລັກສະນະ​ແຜ່​ຫຼາຍ​ທົ່ວ​ໄປ. ​ແຕ່​ລະ​ຊາດ, ປະ​ເທດ​ຊາດ​ໄດ້ສ້າງ​ພື້ນຖານ​ວັດທະນະທຳຂອງ​ຕົນ​ເອງ ດ້ວຍ​ຄວາມ​ຫຼາກ​ຫຼາຍ​ທາງວັດທະນະທຳ, ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ຢູ່​ປະ​ເທດ​ທີ່​ມີ​ຫຼາຍ​ຊົນ​ເຜົ່າ, ກ່ຽວຂ້ອງກັບ​ຄວາມ​ແຕກ​ຕ່າງ​ທີ່​ເປັນ​ເອກະລັກສະ​ເພາະທາງ​ວັດທະນະທຳຂອງ​ຊົນ​ເຜົ່າ. ວັດທະນະທຳ, ໃນລັກສະນະສຳຄັນ​ຂອງ​ມັນ​ແມ່ນເປັນເອກະພາບໃນຄວາມຫຼາກຫຼາຍ, ເປັນເອກະພາບຈາກຄວາມແຕກຕ່າງ​ຫຼາຍໆ​ຢ່າງ. ການ​ລະບຸວັດທະນະທຳ​ໃຫ້​ເປັນ​ສິ່ງ​ດຽວ, ການ​ເຮັດ​ໃຫ້​ລັກສະນະ​ແນວ​ຄິດ​ແລະ​ການສະ​ແດງ​ອອກ​ຂອງວັດທະນະທຳ​ເສື່ອ​ມ​ໂຊມ ຈະນຳໄປສູ່ຄວາມ​ໜ້າ​ເບື່ອໜ່າຍ, ມັນ​ເປັນ​ສິ່ງ​ທີ່​ແປກ​ແຍກ​ຕໍ່​ການ​ພັດທະນາ ​ເຊິ່ງນຳໄປສູ່ “ຄວາມ​ຕາຍ” ຂອງວັດທະນະທຳ. ວັດທະນະທຳປະຈຳ​ຊາດປຽບ​ໄດ້​ກັບບັດປະຈຳຕົວ, ລັກສະນະ​ທາງ​ຈິດວິນຍານຂອງຊາດ ​ເພື່ອ​ໃຫ້​ຊາດ​ນັ້ນ​ເຂົ້າ​ສູ່​ໂລກ​ ຜ່ານ​ການ​ເຊື່ອມ​ໂຍງ, ​ເພື່ອ ກ້າວ​ໄປ​ຂ້າງ​ໜ້າ ​ແລະ ພັດທະນາ. ​ແຕ່​ລະ​ຊາດ​ລ້ວນ​ແຕ່​ມີ​ຄວາມ​ສາມາດ​ແລະຈຳ​ເປັນ​ຕ້ອງນຳເອົາສິ່ງ​ຍອດ​ຍິ່ງ, ​ແນວຄິດ ແລະ ຄຸນຄ່າດ້ານວັດທະນະທຳທີ່​ດີ​ທີ່​ສຸດ​ຂອງ​ຊາດ​ຕົນ ​ເຂົ້າ​ສູ່ມໍລະດົກວັດທະນະທຳລວມ ຂອງມະນຸດຊາດທັງໝົດ, ແບ່ງປັນ​ແລະ​ຮ່ວມ​ມື​ກັນ ເພື່ອການພັດທະນາ ບົນຈິດໃຈຄວາມອະນຸ​ໂລມ​ຜ່ອນຜັນວັດທະນະທຳ.

ຫວຽດນາມ ສະໜັບສະໜູນ ໃນບັນດາຄວາມມານະພະຍາຍາມມຸ່ງໄປສູ່ເປົ້າໝາຍສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ຢູ່ ໂຊມາລີ ຫວຽດນາມ ສະໜັບສະໜູນ ໃນບັນດາຄວາມມານະພະຍາຍາມມຸ່ງໄປສູ່ເປົ້າໝາຍສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ຢູ່ ໂຊມາລີ

ຍສໝ - ທ່ານ James Swan ຜູ້ຕາງໜ້າພິເສດຂອງ ເລຂາທິການໃຫຍ່ ສປຊ ແລະ ຫົວໜ້າຄະນະປະຕິບັດງານ UNSOM, ທ່ານ Francisco Madeira ຜູ້ຕາງໜ້າພິເສດຂອງປະທານຄະນະກຳມະການສປຊ ອາຟຼິກກາ ປະຈຳ ໂຊມາລີ, ຫົວໜ້າຄະນະປະຕິບັດງານສະຫະພາບ ອາຟຼິກກາປະຈຳ ໂຊມາລີ ແລະ ທ່ານ Rita Laranjinha ຜູ້ອຳນວຍການອົງການບໍລິຫານການພົວພັນຕ່າງປະເທເອີລົບໄດ້ເຂົ້າຮ່ວມ ...

ຫວຽດນາມ ສະໜັບສະໜູນປະຊາຊົນໂຊມາເລຍ ໃນຄວາມມານະພະຍາຍາມມຸ່ງໄປເຖິງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ຫວຽດນາມ ສະໜັບສະໜູນປະຊາຊົນໂຊມາເລຍ ໃນຄວາມມານະພະຍາຍາມມຸ່ງໄປເຖິງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ

ຍສໝ - ໃນວັນທີ 20 ມັງກອນ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ດຳເນີນການເຈລະຈາບໍ່ເປັນທາງການ ກັບລັດຖະມົນຕີກະຊວງການຕ່າງປະເທດໂຊມາເລຍ, ທ່ານ Mohamed Abdirizik ກ່ຽວກັບຂະບວນການເລືອກຕັ້ງ ແລະ ສະພາບຄວາມໝັ້ນຄົງຢູ່ໂຊມາລີ.

ລາວ: ການພັດທະນາ ໂຄງການທາງລົດໄຟ ຈາກເມືອງທ່າແຂກ ແຂວງຄຳມ່ວນ-ແຂວງສະຫວັນນະເຂດ-ແຂວງສາລະວັນ ຫາ ວັງເຕົ່າ ແຂວງຈຳປາສັກ ລາວ: ການພັດທະນາ ໂຄງການທາງລົດໄຟ ຈາກເມືອງທ່າແຂກ ແຂວງຄຳມ່ວນ-ແຂວງສະຫວັນນະເຂດ-ແຂວງສາລະວັນ ຫາ ວັງເຕົ່າ ແຂວງຈຳປາສັກ

ໂຄງການດັ່ງກ່າວນີ້, ຈະເລີ່ມລົງມືສຳຫລວດ ພາຍຫລັງ ທີ່ປະເທດລາວ ແລະ ໄທ ເປີດດ່ານ ເຊິ່ງການສຳຫລວດນີ້ ຄາດວ່າຈະໃຊ້ເວລາບໍ່ເກີນ 6-10 ເດືອນ.

tapchicongsan.org.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.