ສັນຍາລັກຂອງຫວຽດນາມ ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ | |
ຫວຽດນາມ ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງ ຖະແຫຼງການຖະແຫຼງການປອດລ່າເມືອງຂຶ້ນ ຄົບຮອບ 60 ປີ |
ລັດຖະມົນຕີກະຊວງການຕ່າງປະເທດໂຊມາເລຍ, ທ່ານ Mohamed Abdirizik ໄດ້ກ່າວວ່າ ໂຊມາເລຍມີຄວາມກ້າວໜ້າຢ່າງຕັ້ງໜ້າ ໂດຍການສະໜັບສະໜູນຈາກອົງການສະຫະປະຊາຊາດ, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ, ລວມທັງການສຳເລັດໂຄງການລົບລ້າງໜີ້ສຳລັບປະເທດທີ່ທຸກຍາກ ໄດ້ປະຕິບັດພາຍໃຕ້ຂໍ້ລິເລີ່ມຂອງອົງການ IMF ແລະ ທະນາຄານໂລກ.
ທ່ານລັດຖະມົນຕີ Mohamed Abdirizik ຍັງໄດ້ໃຫ້ຫູ້ເຕືມວ່າ ກ່ຽວກັບສິ່ງທ້າທາຍໃໝ່ທີ່ໂຊມາເລຍກໍາລັງປະເຊີນ, ໂດຍສະເພາະແມ່ນຜົນກະທົບຢ່າງໜັກຫຼາຍຂອງການລະບາດຂອງພະຍາດ COVID-19 ແລະ ບັນດາການເລືອກຕັ້ງທີ່ບໍ່ໄດ້ປະຕິບັດຕາມແຜນການ.
![]() |
ການເຈລະຈາບໍ່ເປັນທາງການ ກ່ຽວກັບຂະບວນການເລືອກຕັ້ງ ແລະ ສະພາບຄວາມໝັ້ນຄົງຢູ່ໂຊມາລີ. (ພາບ: baoquocte) |
ປະຈຸບັນ, ລັດຖະບານໂຊມາເລຍ ກຳລັງເຮັດວຽກເພື່ອສົ່ງເສີມການເຈລະຈາກັບບັນດາລັດສະມາຊິກ ແລະ ພັກການເມືອງເພື່ອແກ້ໄຂຄວາມແຕກຕ່າງ ແລະ ເຮັດວຽກເພື່ອກ້າວໄປເຖິງຄວາມເປັນເອກະສັນກັນ ກ່ຽວກັບຮູບແບບການເລືອກຕັ້ງ ແລະ ເວລາການເລືອກຕັ້ງ. ທ່ານລັດຖະມົນຕີ Mohamed Abdirizik ກໍ່ຮຽກຮ້ອງໃຫ້ບັນດາປະເທດສະພາຄວາມໝັ້ນຄົງ ໄດ້ສະໜັບສະໜູນ ແລະ ເຄົາລົບຄວາມເຫັນດີເຫັນພ້ອມຂອງລັດຖະບານ ແລະ ບັນດາລັດສະມາຊິກໃນການເລືອກຕັ້ງທີ່ຈະມາເຖິງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງຫງວຽນເຟື່ອງຈ່າ - ຜູ້ທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຖາວອນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ແບ່ງປັນວ່າ: ຫວຽດນາມ ສະໜັບສະໜູນຂະບວນການປະຊາທິປະໄຕຢູ່ໂຊມາເລຍ, ພິເສດແມ່ນການເລືອກຕັ້ງທີ່ຈະມາເຖິງ, ຢາກໃຫ້ລັດຖະບານສະຫະພັນ, ບັນດາລັດສະມາຊິກ ແລະ ພັກການເມືອງເຮັດວຽກຢ່າງຕັ້ງໜ້າວ່າເກົ່າ ເພື່ອບັນລຸຄວາມເຫັນດີເຫັນພ້ອມດ້ານການເມືອງ ໃນເວລາການເລືອກຕັ້ງ ແລະ ຊອກຫາວິທີແກ້ໄຂບັນຫາໃນປະຈຸບັນ.
ກ່ຽວກັບສະຖານະການຄວາມປອດໄພ, ຜູ້ຕາງໜ້າຂອງຫວຽດນາມໄດ້ກ່າວປະນາມ ການວາງລະເບີດໃນວັນອາທິດເມື່ອບໍ່ດົນມານີ້, ທີ່ເຮັດໃຫ້ທະຫານ ແລະ ເຈົ້າໜ້າທີ່ລັດຖະບານຈຳນວນ 6 ຄົນເສຍຊີວິດໃນເຂດພື້ນທີ່ Lower Shabelle, ພ້ອມທັງການໂຈມຕີອື່ນໆຕໍ່ພົນລະເຮືອນ, ກຳລັງຮັກສາຄວາມປອດໄພ, ທະຫານ, ບຸກຄະລາກອນ ແລະ ສະຖານທີ່ຂອງສະຫະປະຊາຊາດ ແລະ ພາລະກິດສະຫະພັນອາຟຣິກາໃນໂຊມາເລຍ (AMISOM)
ເນື່ອງໃນໂອກາດນີ້, ທ່ານນາງຫງວຽນເຟື່ອງຈ່າ ໄດ້ກ່າວຢໍ້າອີກເຖິງການສະໜັບສະໜູນຕໍ່ປະຊາຊົນໂຊມາເລຍ ໃນຄວາມພະຍາຍາມຂອງພວກເຂົາ ເພື່ອມຸ່ງໄປເຖິງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ, ແລະ ຮຽກຮ້ອງໃຫ້ປະຊາຄົມສາກົນສະໜັບສະໜູນໂຊມາເລຍ ໃນການບັນລຸເປົ້າໝາຍນີ້ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ຄວາມເປັນເອກະລາດ ແລະ ອະທິປະໄຕຂອງໂຊມາເລຍ.
![]() | ຫວຽດນາມ ມີອິດທິພົນຊື່ສຽງ ແລະໄດ້ຮັບຄວາມເຊື່ອໝັ້ນຈາກໂລກ ຍສໝ - ທ່ານ Philippe Kridelka ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າແບນ, ຊິກສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ (ສປຊ) ໄດ້ແບ່ງປັນຄືແນວນັ້ນທີ່ການຕອບສໍາພາດຕໍ່ສື່ມວນຊົນຢູ່ ສປຊ ຫວ່າງແລ້ວນີ້. |
![]() | ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິສະບັບທຳອິດ ທີ່ສະເໜີໂດຍຫວຽດນາມ ຍສໝ - ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິຕົກລົງ ເລິກທີ A/RES/75/27 ເພື່ອສ້າງຕັ້ງ “ວັນສາກົນກຽມພ້ອມເພື່ອປ້ອງກັນ ແລະ ຕ້ານໂລກລະບາດ” ໃນວັນທີ 27 ທັນວາທຸກໆປີ ທີ່ໄດ້ສະເໜີ ແລະ ເຈລະຈາ ໂດຍຫວຽດນາມ. |
![]() | ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິນເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຢືນຢັນວ່າການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ສະຫະພັນອາຟຼິກາແມ່ນກອບສຳຄັນສຳລັບການປະຕິບັດບັນດາຂໍ້ລິເລີ່ມດ້ານຄວາມໝັ້ນຄົງ ແລະສັນຕິພາບໃນພາກພື້ນ, ໂດຍຜ່ານການນຳໃຊ້ການສະໜັບສະໜູນ ແລະ ຊິຊາການຂອງສາກົນ. |
ຄຳຮຸ່ງ