ປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ

13:51 | 18/02/2021

ທົ່ວປະເທດ ລາວ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.625 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ປະຕ ບ ດມາດຕະການປ ອງກ ນໂຄວ ດ 19 ຢ າງເຂ ມງວດ ບໍລິສັດເບຍ ລາວ ມອບ 100 ລ້ານກີບ ຊ່ວຍແຂວງອັດຕະປື ປ້ອງກັນພະຍາດ ໂຄວິດ-19
ປະຕ ບ ດມາດຕະການປ ອງກ ນໂຄວ ດ 19 ຢ າງເຂ ມງວດ ສຊປລ ເສີມຂະຫຍາຍບົດບາດຈັນຍາບັນຂອງຊາວໜຸ່ມແຫ່ງຍຸກສະໄໝ
ປະຕ ບ ດມາດຕະການປ ອງກ ນໂຄວ ດ 19 ຢ າງເຂ ມງວດ
ພາບປະກອບ

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 16 ກຸມພາ 2021 ວ່າ: ການເຝົ້າລະວັງຮອດ 5 ໂມງແລງ ໃນທົ່ວປະເທດມີຜູ້ຄົນເດີນທາງເຂົ້າມາ ມີທັງໝົດ 2.324 ຄົນ, ໃນນັ້ນ ມາຈາກຈຸດຜ່ານດ່ານ ລາວ - ໄທ 1.825 ຄົນ, ຈຸດຜ່ານດ່ານ ລາວ - ຈີນ 19 ຄົນ, ຈຸດຜ່ານດ່ານ ລາວ - ຫວຽດນາມ 480 ຄົນ, ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວຈຶ່ງນຳສົ່ງໄປ ຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້. ສັງລວມການກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 109.394 ຕົວຢ່າງ, ກວດພົບເຊື້ອສະສົມ 45 ຄົນ ແລະ ຄົນເຈັບທີ່ຕິດເຊື້ອພະຍາດ ໂຄວິດ-19 ຈໍານວນ 04 ຄົນ ແມ່ນສືບຕໍ່ນອນຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້. ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.625 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ໃນວັນທີ 16 ກຸມພາ 2021 ນີ້, ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ໄດ້ກ່າວຢໍ້າໃຫ້ສັງຄົມເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດ ໂຄວິດ-19 ຢ່າງເຂັ້ມງວດ, ພາຍຫລັງພົບວ່າການລະບາດຂອງພະຍາດດັ່ງກ່າວໃນຫລາຍປະເທດມີການກາຍພັນ, ເຮັດໃຫ້ເຊື້ອພະຍາດປ່ຽນໄປ ການແຜ່ເຊື້ອພະຍາດຈາກຄົນສູ່ຄົນງ່າຍຂຶ້ນ ແລະ ໄວກວ່າເກົ່າ. ມາຮອດວັນທີ 16 ກຸມພາ 2021, ທົ່ວໂລກມີການລະບາດຂອງພະຍາດ ໂຄວິດ-19 ທັງໝົດ 219 ປະເທດ/ເຂດ, ມີຜູ້ຕິດເຊື້ອສະສົມຫລາຍກວ່າ 109,6 ລ້ານຄົນ, ໃນນີ້ເສຍຊິວິດສະສົມຫລາຍກວ່າ 2,4 ລ້ານຄົນ ແລະ ປີ່ນປົວຫາຍດີກວ່າ 84,3 ລ້ານຄົນ.

ຕໍ່ສະພາບດັ່ງກ່າວ, ເພື່ອສະກັດກັ້ນບໍ່ໃຫ້ເກີດການລະບາດ ແລະ ຂະຫຍາຍເປັນວົງກວ້າງ ໃນປະເທດລາວ, ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມເປັນເຈົ້າການປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງຖືກຕ້ອງ ແລະ ເຂັ້ມງວດ ເປັນຕົ້ນ ການສວມໃສ່ຜ້າອັດປາກ-ດັງ ເມື່ອເດີນທາງອອກຈາກເຮືອນ, ໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ, ຮັກສາມາລະຍາດໃນການໄອ-ຈາມ, ຮັກສາໄລຍະຫ່າງທາງສັງຄົມ 1-2 ແມັດຂຶ້ນໄປ, ກິນອາຫານທີ່ປຸງແຕ່ງສຸກໃໝ່, ບໍ່ໃຊ້ສິ່ງຂອງຮ່ວມກັນ, ອາບນ້ຳ ແລະ ປ່ຽນເສື້ອຜ້າທັນທີ ເມື່ອທ່ານກັບຮອດເຮືອນ.

ປະຕ ບ ດມາດຕະການປ ອງກ ນໂຄວ ດ 19 ຢ າງເຂ ມງວດ ນາຍົກລະຖະມົນຕີຫວຽດນາມ: ຍູ້ໄວການນຳເຂົ້າວັກຊິນເພື່ອຮັບໃຊ້ໃຫ້ແກ່ປະຊາຊົນ

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳບັນດາມາດຕະການແກ້ໄຂແມ່ນຕ້ອງຍົກສູງຂຶ້ນລະດັບໜຶ່ງ, ໃນນັ້ນມີເລື່ອງຍູ້ໄວການນຳເຂົ້າວັກຊິນເພື່ອຮັບໃຊ້ໃຫ້ແກ່ປະຊາຊົນ.

ປະຕ ບ ດມາດຕະການປ ອງກ ນໂຄວ ດ 19 ຢ າງເຂ ມງວດ ຫວຽດນາມ ຖືບັນດາມາດຕະການຟື້ນຟູ ແລະ ກະຕຸກຊຸກຍູ້ ເປັນສຳຄັນ ເພື່ອໃຫ້ພື້ນຖານເສດຖະກິດມີການເຕີບໂຕໂດຍໄວ ແລະ ຍືນຍົງ

ຍສໝ - ໃນສະພາບກາບປັດຈຸບັນ, ຫວຽດນາມ ຖືບັນດາມາດຕະການຟື້ນຟູ ແລະ ກະຕຸກຊຸກຍູ້ ເປັນສຳຄັນ ເພື່ອໃຫ້ພື້ນຖານເສດຖະກິດມີການເຕີບໂຕໂດຍໄວ ແລະ ຍືນຍົງ.

ປະຕ ບ ດມາດຕະການປ ອງກ ນໂຄວ ດ 19 ຢ າງເຂ ມງວດ ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ພາຍໃນປະເທດ ລວມທັງໝົດກວ່າ 1.000 ຄົນ

ໄລ່ຮອດເວລາ 12 ໂມງ 00 ຂອງວັນທີ 16 ກຸມພາ 2021, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ພາຍໃນປະເທດ ລວມທັງໝົດແມ່ນ 1.373 ຄົນ.

ໄຊພອນ

ເຫດການ
302 Found

Found

The document has moved here.